ທຸລະກິດໂດດດ່ຽວ

ປະເພດທຸລະກິດທີ່ເໜາະສົມກັບຕົວທ່ານ

White Labrador Dog Training Outside At Winter Season. Dog Jumping Through Circle Wheel In Snow During Agility Dog Training At Winter Season.

ການເປັນເຈົ້າຂອງບໍລິສັດ ຂະໜາດນ້ອຍ ແລະ ກາງ ກໍ່ມີການຈັດໜວດ. ປະເພດສ່ວນບຸຄົນ, ຖືຫຸ້ນ, ລັດ ຫຼື ແບບປະສົມ. ແຕ່ລະໂຄງສ້າງທຸລະກິດຂະ ໜາດນ້ອຍເຫຼົ່ານີ້ມີຜົນສະທ້ອນດ້ານພາສີແລະກົດໝາຍທີ່ແຕກຕ່າງກັນ. ເພື່ອເລືອກສິ່ງທີ່ຖືກຕ້ອງສຳລັບທຸລະກິດຂອງທ່ານ, ທ່ານຈຳເປັນຕ້ອງເຂົ້າໃຈຈຸດດີແລະຂໍ້ເສຍປຽບຂອງແຕ່ລະດ້ານ.

ຜູ້ປະກອບການສ່ວນບຸກຄົນຈຳກັດຜູ້ດຽວ – ໃນດ້ານບວກ, ການເປັນເຈົ້າຂອງພຽງຜູ້ດຽວແມ່ນງ່າຍດາຍ ແລະ ມີການລົງທຶນບໍ່ສູງ. ເຈົ້າຂອງທຸລະກິດ ມັກເປັນຄົນດຳເນີນງານເອງໝົດ. ພວກເຂົາມັກຈະເປັນຊ່ຽວຊານສະເພາະດານໃດໜຶ່ງ ແລະ ມາຈັດຕັ້ງທຸລະກິດນ້ອຍໆນີ້ຂື້ນ. ມີຄວາມຄ່ອງຕົວໃນການດຳເນີນງານ ແລະ ຕັດສິນໃຈ. ອາດມີພະນັກງານຊ່ວຍວຽກ ໃນການດຳເນີນທຸລະກິດ ແລະ ການເຮັດລາຍງານພາສີ ແມ່ນງ່າຍດາຍເພາະວ່າຜູ້ທີ່ເປັນເຈົ້າຂອງພຽງແຕ່ສາມາດລາຍງານຜົນ ກຳໄລຂອງທຸລະກິດພ້ອມກັບການແຈ້ງພາສີສ່ວນບຸກຄົນ.

ຄວາມເປັນເຈົ້າຂອງທຸລະກິດແບບບຸກຄົນ ບໍ່ແມ່ນປາດສະຈາກຂໍ້ບົກຜ່ອງຂອງມັນ. ເນື່ອງຈາກວ່າບໍ່ມີການແບ່ງແຍກລະຫວ່າງທຸລະກິດກັບຜູ້ທີ່ເປັນເຈົ້າຂອງ, ເຈົ້າຂອງແມ່ນຮັບຜິດຊອບຕໍ່ໜີ້ສິນ. ມັກມີບັນຫາໃນການບໍລິຫານງານ ໃນວຽກທີ່ຕ້ອງການຄວາມເປັນມືອາຊີບສູງ. ເພາະກຳລັງເງິນຈຳກັດ, ການຈ້າງງານມືອາາຊີບຈິ່ງເປັນບັນຫາ.

ໃນຮູບແບບການເຮັດທຸລະກິດແບບອື່ນໆເຊັ່ນ: ມະຫາຊົນ, ສະຫະກອນ ຫຼື ລັດວິສາຫະກິດ ຈະນຳສະເໜີໃນຕໍ່ໜ້າ. ແຕ່ການເຮັດວຽກສ້າງຕັ້ງກຸ່ມບໍລິສັດດັ່ງກ່າວ ມີຄວາມສັບສົນໃນການປະສານງານ ແລະ ການສື່ສານ.

ທ່ານມີຄຳແນະນຳໃດຕື່ມອີກບໍ່ໃນຫົວຂໍ້ນີ້ ຫຼື ມີປະສົບການທີ່ແຕກຕ່າງຈາກນີ້, ຊ່ວຍແບ່ງປັນປະສົບການນັ້ນໃນທີ່ນີ້ດ້ວຍ ເພື່ອເປັນການໃຫ້ຄົນອື່ນໄດ້ຮຽນຮູ້ນຳກັນ.

 

 

Exit mobile version