ຖ້າປ່ຽນແປງແລ້ວດີ ແລ້ວເປັນຫຍັງບໍ່ປ່ຽນ?

ຍິ່ງສາມາດປັບຕົວເຂົ້າກັບການປ່ຽນແປງໄດ້ໄວ ທຸລະກິດກໍ່ຈະເພີ່ມຄວາມຍືນຍົງຂື້

change for the better

ຖ້າທ່ານບໍ່ມັກການປ່ຽນແປງ, ໝາຍວ່າທ່ານບໍ່ມັກສິ່ງໃໝ່” ແນວຄິດເຫລົ່ານີ້ ບໍ່ຄວນຖືກປູກຝັງໃສ່ໃນສະໝອງ ຂອງທຸກໆເຈົ້າຂອງທຸລະກິດ.

ການປ່ຽນແປງແມ່ນຍາກ ສຳລັບພວກເຮົາທຸກຄົນ, ໂດຍສະເພາະເຈົ້າຂອງທຸລະກິດຂະໜາດນ້ອຍ. ທັກສະ, ງົບປະມານ ແລະ ຂະໜາດຂອງຄົນຊື້ ແມ່ນຄວາມຍາກພື້ນຖານໃນການປັບປຸງທຸລະກິດ. ເມື່ອໃດເງິນຈຳກັດ, ການປັບປ່ຽນເຕັກນິກການຜະລິດ ຍິ່ງລຳບາກ ເປັນຕົ້ນ ການຈ້າງຄູເຝິກໃຫ້ແກ່ພະນັກງານ. ບາງທີທ່ານອາດ ມີລູກຄ້າທີ່ຕ້ອງການຜະລິດຕະພັນ ຫລື ການບໍລິການຂອງທ່ານ ແຕ່ບໍ່ສາມາດສະໜອງໃຫ້ໄດ້ຕາມປະລິມານ ແລະ ຄວາມຕ້ອງການ. ໃນທີ່ສຸດ, ຄວາມຕ້ອງການຂອງຕະຫຼາດ, ເສດຖະກິດ, ອຸດສາຫະກຳ, ຜະລິດຕະພັນຂອງທ່ານ, ຜູ້ຊົມເປົ້າໝາຍຂອງທ່ານ – ຈະປ່ຽນໄປ ແລະ ຫັນໄປໃຊ້ຂອງຄົນອື່ນ.

ທ່ານໃດຍັງເຫັນຈັກພິມດີດແດ່?​ ເມື່ອ 20 ປີກ່ອນ, ມີພະນັກງານ ຮຽນຮູ້ການຮັກສາເຄື່ອງພິມດີດ. ເປີດຮ້ານຂາຍເຄື່ອງບໍລິການເຄື່ອງພິມ. ອີກ 20 ປີຕໍ່ມາໃນໂລກ ຫລັງການຂະຫຍາຍຕົວຂອງອິນເຕີເນັດ, ພະນັກງານພິມດີດຕົກງານ ແລະ ຕ້ອງເຮັດອາຊີບໃໝ່. ການປ່ຽນແປງບໍ່ຈຳເປັນຕ້ອງເປັນທາງລົບຫລືສະເໝີໄປ.

ລູກຄ້າຈະມັກລອງສິນຄ້າຕົວໃໝ່ໆ, ຫາກຜູ້ຜະລິດຍັງຢຶດຕິດກັບແນວເກົ່າ ວັນໜຶ່ງພວກເຮົາອາດເສຍເຂົາໄປ

ທຸລະກິດທີ່ປະສົບຜົນສຳເລັດຍອມຮັບໂອກາດທີ່ມີເຂົ້າມາ. ທຸກໆທຸລະກິດຕ້ອງມີຄວາມກ່ຽວຂ້ອງກັບຕະຫລາດຂອງພວກເຂົາ, ແລະທ່ານກໍ່ເຮັດແນວນັ້ນໂດຍການເປີດແລະກຽມພ້ອມສຳລັບການປ່ຽນແປງ. McDonald’s ມີຊື່ສຽງສຳ ລັບອາຫານທີ່ມີໄຂມັນທີ່ມີລາຄາຖືກ ແລະ ມີໄຂມັນສູງ. ເຂົາເຈົ້າຕ້ອງເຮັດການປະຊາສຳພັນແນະນຳອາຫານທີ່ເໝາະກັບວິຖີຊີວິດທີ່ດີຕໍ່ສຸຂະພາບໃນຮູບແບບຂອງ McDonald ເພາະຫຼາຍຄົນເລີ່ມຫັນມາກິນອາຫານທີ່ມີສຸຂະພາບດີ.

ຮ້ານຂາຍປື້ມ, ວລາສານ ແລະ ສິ່ງພິມອາດໝົດອາຍຸໄວໆນີ້. ຖ້າພວກເຂົາບໍ່ເຫັນການປ່ຽນແປງໄປສູ່ຄວາມກ້າວໜ້າ ຂອງການພິມດິຈິຕອນທີ່ກ້າວໜ້າໄວເທົ່າທີ່ຈະໄວໄດ້. ຫຼາຍຮ້ານປື້ມອາດປິດຕົວ ຖ້າພວກເຂົາບໍ່ຍອມຮັບເອົາການປ່ຽນແປງ.

ເລີ່ມຈາກລູກຄ້າຂອງທ່ານ

ສິ່ງທ້າທາຍ ສຳລັບເຈົ້າຂອງທຸລະກິດສ່ວນໃຫຍ່ແມ່ນການເຫັນການປ່ຽນແປງທີ່ ກຳລັງຈະມາ, ແລະການຕັ້ງຕຳແໜ່ງຕົວເອງເພື່ອໃຫ້ພວກເຂົາພ້ອມທີ່ຈະກ້າວໄປໜ້າ. ນີ້ແມ່ນບ່ອນທີ່ການຮັຮູ້ລູກຄ້າຂອງທ່ານກາຍເປັນສິ່ງສຳຄັນຫຼາຍຂື້ນ, ແລະ ບ່ອນທີ່ໂອກາດທີ່ນຳສະເໜີຜ່ານເວທີສື່ສັງຄົມກໍ່ສາມາດຊ່ວຍໄດ້ແທ້ໆ. ໂດຍການຖາມລູກຄ້າວ່າພວກເຂົາຕ້ອງການຫຍັງ, ແລະ ທ່ານສາມາດເລີ່ມທຸລະກິດຂອງທ່ານໃນແບບທີ່ຕອບສະໜອງ ໄດ້ຫຼາຍຂື້ນ.

ລູກຄ້າມີແນວໂນ້ມທີ່ຈະຢູ່ກັບທ່ານຫຼາຍຂື້ນໃນຕໍ່ໜ້າ ຖ້າພວກເຂົາເຫັນວ່າທ່ານ ກຳລັງປັບຕົວເຂົ້າກັບຄວາມຕ້ອງການຂອງພວກເຂົາ, ເຖິງແມ່ນວ່າອັດຕາການປ່ຽນແປງຈະຊ້າລົງຍ້ອນວ່າທ່ານ ກຳລັງໃຊ້ເວລາໃນກັບປັບປຸງໃຫ້ທັນກັບຄວາມຕ້ອງການຂອງລູກຄ້າຢູ່. ຝາກຄຳຖາມໃຫ້ຄິດ: ທ່ານຕອບສະໜອງ ແນວໃດຕໍ່ການປ່ຽນແປງໃນທຸລະກິດຂອງທ່ານ?

ທ່ານມີຄຳແນະນຳໃດຕື່ມອີກບໍ່ໃນຫົວຂໍ້ນີ້ ຫຼື ມີປະສົບການທີ່ແຕກຕ່າງຈາກນີ້, ຊ່ວຍແບ່ງປັນປະສົບການນັ້ນໃນທີ່ນີ້ດ້ວຍ ເພື່ອເປັນການໃຫ້ຄົນອື່ນໄດ້ຮຽນຮູ້ນຳກັນ.

 

Exit mobile version