ເຮັດທຸລະກິດເພື່ອການເປັນອີດສະຫຼະ?

ສິ່ງທີ່ຄວນພິຈາລະນາກ່ອນທີ່ຈະກ້າວກະໂດດໄປສູ່ການເປັນອິດສະຫລະແບບເຕັມເວລາ

ການເລີກວຽກໃນແຕ່ລະມື້ ແລະ ການສ້າງລາຍໄດ້ທັງໝົດຂອງທ່ານເອງ ແມ່ນຄວາມຝັນສຳລັບນັກທຸລະກິດສະໜັກຫຼີ້ນ, ແຕ່ມັນກໍ່ບໍ່ແມ່ນສິ່ງທີ່ບັນລຸໄດ້ຢ່າງງ່າຍດາຍ. ຫລາຍພັນຄົນພະຍາຍາມເຮັດວຽກເປັນປີເພື່ອມີອິດສະຫຼະ.  ຄວາມຄິດການມີທຸລະກິດ ແລະ ການເປັນອິດສະຫຼະມັນບໍ່ສອດຄ່ອງກັນປານໃດ. ແລະ ມັນຕິດພັນກັບຫຼາຍປັດໃຈ. ເປັນຕົ້ນ ພວກເຮົາເວລາມີທຸລະກິດ, ແມ່ນແທ້ວ່າເຮົາເປັນອິດສະຫຼະ, ບໍ່ມີໃຜມາສັ່ງ. ຢາກມາການຍາມໃດກໍ່ໄດ້, ເຮັດຫຍັງກໍ່ໄດ້ ແຕ່ການເຮັດແບບນັ້ນ ມັນບໍ່ໄດ້ເຮັດໃຫ້ທຸລະກິດເກີດຜົນກຳໄລ.

ການເຮັດທຸລະກິດ, ເຈົ້າຂອງຕ້ອງໄດ້ທຸ້ມເທ ແລະ ມີລະບຽບທີ່ສຸດ. ການມີລະບຽບ ກາຍເປັນກົດເກນການເຮັດວຽກ ສຳລັບຕົນເອງ ແລະ ເພື່ອຮ່ວມງານ. ທຸລະກິດທີ່ສ້າງຜົນກຳໄລ ຈົນບໍ່ຕ້ອງເຮັດວຽກ ຍັງມີຄົນຈຳນວນນ້ອຍເຮັດໄດ້. ຫົນທາງການເປັນນັກທຸລະກິດ ແມ່ນການໃຊ້ເວລາຊ່ວງການມີຊີວິດ ກັບການສ້າງຜະລິດຕະພັນ ແລະ ການບໍລິການ. ການເຮັດແນວນັ້ນ ຈະນັ່ງຢູ່ລ້າໆບໍ່ໄດ້. ຫຼື ຈະໄປທ່ຽວຕາມໃຈບໍ່ໄດ້. ແມ່ນແທ້ ຜົນກຳໄລແມ່ນໄດ້ຫຼາຍ ແຕ່ຖ້າຂາດທຶນມາ ກໍ່ແມ່ນຕົວທ່ານເອງຕ້ອງຮັບຜິດຊອບ. ສະນັ້ນ ການເປັນເຈົ້າຂອງທຸລະກິດ ເພາະບໍ່ຢາກໃຫ້ໃຜມາສັ່ງ ຈິ່ງເປັນແນວຄິດທີ່ບໍ່ເໜາະ ທີ່ຈະອອກການມາເຮັດທຸລະກິດ. ມັນຫຼາຍກວ່ານັ້ນ.

ຖ້ການເຮັດວຽກປະຈຳ ມີປະໂຫຍດຈາກລາຍໄດ້ທີ່ໝັ້ນຄົງກັບວຽກ 9 ໂມງ ຫາ 5 ໂມງ. ນີ້ແມ່ນເບາະດ້ານຄວາມປອດໄພທີ່ບໍ່ ໜ້າເຊື່ອທີ່ທ່ານຄວນໃຊ້ປະໂຫຍດຈາກໃນຂະນະທີ່ທ່ານຍັງມີມັນຢູ່. ຍ້ອນຫຍັງ? ສາມເຫດຜົນຕໍ່ໄປນີ້ຈະໃຫ້ທ່ານມີຄວາມຄິດ.

1. ງົບປະມານ

ເງິນເດືອນທີ່ເຂົ້າມາໃນຄອບຄົວຂອງເຈົ້າແມ່ນສິ່ງທີ່ດີສະເໝີ. ມັນໜ້າຈະຫຼາຍພໍ ຈ່າຍຄ່າໃບບິນຕ່າງໆ. ບໍ່ສະເຫມີໄປສຳລັບບາງຄົນ ໃນບາງອາຊີບ. ຖ້າເຮັດທຸລະກິດຕົນເອ, ໜຶ່ງເດືອນທ່ານຈະມີລູກຄ້າຫຼາຍຄົນ ແລະ ມັນທຽບກັບເງິນເດືອນບໍ່ໄດ້. ຖ້າທ່ານບໍ່ມີເງິນສຳຮອງ, ທ່ານຈະຕົກຢູ່ໃນຄວາມຫຍຸ້ງຍາກ ໃນສະພາບການເງິນ. ການເຮັດວຽກເສີມ ມັນກາຍເປັນທາງເລືອກ ສຳລັບຄົນທີ່ຍັງມີວຽກປະຈຳ.

ກັບມາເບິ່ງວ່າ: ມັນແນ່ແທ້ບໍ່ວ່າຈະມີຄົນມາຊື້ສິນຄ້າ ຫຼືບໍລິການ. ບາງຄົນເຮັດວຽກ ທັງເວັຍທັງຄືນ ສຳລັບຮ້ານເຂົ້າໜົມແຄມທາງເພື່ອໃຫ້ໄດ້ລ້ຽງລູກເຂົ້າມະຫາ. ບາງຄົນມັນກະດີກວ່ານັ່ງໂຕະຕາກແອ ແລະ ຖ້າເງິນເດືອນ. ການເຮັດທຸລະກິດເປັນຂອງຕົນເອງ, ຈຳເປັນຕ້ອງຊອກລູກຄ້າປະຈຳ. ສຳລັບບາງອາຊີບ, ຕ້ອງໃຊ້ເວລາເພື່ອສ້າງຖານລູກຄ້າ ເພື່ອວ່າທ່ານຈະມີລາຍໄດ້ສະຫມໍ່າສະເຫມີ.

2. ເປົ້າໝາຍ

ຫາກເປົ້າໝາຍການເຮັດທຸລະກິດຄືການມີເວລາພັກ ຫຼື ບໍ່ນາຍມາເຈົ້າກີ້ເຈົ້າການສັ່ງ ຫຼື ມີເວລໄປທ່ຽວ ໃຊ້ເງິນ ຂໍໃຫ້ເຮັດວຽກປະຈຳຕໍ່ໄປ. ເພາະເບິ່ງຊົງທຸລະກິດຄົງໄປບໍ່ລອດແນ່ນອນ. ເຄີຍເຫັນລູກຄົນຮັ່ງມີເຮັດທຸລະກິດບໍ່? ເຂົາມີເງິນບໍ່ອັ້ນ ໃນການລົງທຶນ. ແຕ່ພວກເຂົາບໍ່ມີເປົ້າໝາຍທາງທຸລະກິດຫຍັງ ນອກຈາກການເດີນທາງເຂົ້າຫ້ອງປະຊຸມ, ຖ່າຍຮູບບ່ອນປະຊຸມງາມໆລົງອວດໝູ່ ແລະ ກະໄປຊື້ຂອງແພງມາເອ້ກາຍ. ຢ່າງນ້ອຍໆມັນກະແມ່ນເງິນເຂົາ. ອັນນີ້ບໍ່ໄດ້ວ່າດີຫຼືບໍ່ດີ. ພຽງແຕ່ຢາກບອກວ່າ: ບາດແລ້ວຄົນຮັ່ງເຮັດທຸລະກິດແນວນັ້ນ, ລົງເອີຍແບບດຽວກັນ ຄືຈົບແບບເສົ້າໆ. ຖ້າທ່ານບໍ່ແນ່ໃຈວ່າທ່ານຕ້ອງການໃຫ້ທຸລະກິດຂອງທ່ານໄປໃສ, ການສິ້ນສຸດອາດຈະມາໄວກວ່ານີ້. ຄິດອອກວ່າເປົ້າໝາຍທຸລະກິດຂອງທ່ານ ແມ່ນຫຍັງ (ທັງໄລຍະສັ້ນແລະໄລຍະຍາວ) ກ່ອນທີ່ທ່ານຈະຕ້ອງຕັດສິນໃຈທີ່

ຖ້າທ່ານຄິດວ່າທ່ານພ້ອມແລ້ວ ສຳລັບສິ່ງນີ້, ໃຫ້ໄປຄົ້ນຫາ! ບໍ່ມີຫຍັງທີ່ໜ້າຕື່ນເຕັ້ນ ຄືກັບການສ້າງໂດດເດັ່ນຂອງຕົວທ່ານເອງຜ່ານການດຳເນີນທຸລະກີດແບບມີຫົວຄິດປະດິດສ້າງ. ຖ້າບໍ່ຢາກກັງວົນ ຈົ່ງໃຊ້ເວລາອີກ ໜ້ອຍໜຶ່ງ ໃນວຽກ 9 ຫາ 5 ຂອງທ່ານເພື່ອວ່າທ່ານຈະສາມາດສ້າງຄຸນລັກສະນະ ແລະ ມີຫຼັກຊັບພະຍາກອນທີ່ທ່ານຕ້ອງການເພື່ອເລີ່ມຕົ້ນທີ່ຖືກຕ້ອງ.

 

ທ່ານມີຄຳແນະນຳໃດຕື່ມອີກບໍ່ໃນຫົວຂໍ້ນີ້ ຫຼື ມີປະສົບການທີ່ແຕກຕ່າງຈາກນີ້, ຊ່ວຍແບ່ງປັນປະສົບການນັ້ນໃນທີ່ນີ້ດ້ວຍ ເພື່ອເປັນການໃຫ້ຄົນອື່ນໄດ້ຮຽນຮູ້ນຳກັນ.

 

 

Exit mobile version