ມີແຜນສອງເພື່ອເປົ້າໝາຍດຽວ

ການກະກຽມເຮັດສິ່ງທີ່ດີສຸດ ຕ້ອງມີຫຼາຍວິທີການເຮັດ

ມີຫຼາຍຄັ້ງທີ່ເຄີຍໄດ້ລົມກັບເພື່ອນຮ່ວມງານ ກ່ຽວກັບການເຮັດວຽກໃນອານາຄົດ ຕິດພັນການເລີ່ມຕົ້ນເຮັດທຸລະກິດ ແລະ ທຸກພາກສ່ວນທີ່ເຄື່ອນໄຫວທີ່ມີສ່ວນຮ່ວມໃນຂະບວນການນີ້. ບາງຢ່າງ, ການສົນທະນາຂອງພວກເຮົາໄດ້ຖືກເລື່ອນໄປສູ່ການຈັດຕັງປະຕິບັດແບບໃໝ່ ເຊິ່ງບໍ່ເກີດມີຄວາມຕໍ່ເນື່ອງ. ເຖິງວ່າບາງຄົນຈະບໍ່ເຫັນດີກັບຮູບແບບແນວນັ້ນກໍ່ຕາມ.

ແນວຄວາມຄິດທີ່ບໍ່ຖືກ ຈັດຕັ້ງະຕິບັດ ຫຼື ຖືກຍົກເລີກເລີຍ ມັນກະເປັນການສ້າງຄວາມນ້ອຍໃຈໃຫ້ຄົນເຈົ້າຂອງຄວາມຄິດ. ໃນຖານະ ຫົວໜ້າບໍລິສັດ, ເຂົາເຈົ້າມີສິດຕັດສິນໃຈ ອັນທີ່ຈະເປັນຜົນດີສຸດແກ່ບໍລິສັດສະເໜີ. ແຜນສອງ ຫຼື ແຜນສຳຮອງ ບໍ່ໄດ້ຫມາຍວ່າ ແຜນລົມກັນກ່ອນໜ້ານີ້ໃຊ້ບໍ່ໄດ້. ແຕ່ເພື່ອເຮັດໃຫ້ເກີດຜົນດີ, ບໍ່ວ່າຈະເປັນແຜນໃດ, ເຊື່ອແນ່ວ່າຄົນເລືອກໆຖືກ.

ສ້າງຄວາມແນ່ນອນ

ທັດສະນະຂອງເພື່ອນຮ່ວມງານ ຄວນຊ່ວຍກັນຄົ້ນຄິດຮູບແບບການເຮັດວຽກທີ່ເປັນຜົນດີສຸດ. ບໍ່ວ່າແຜນດັ່ງກ່າວຈະເປັນຂອງໃຜ, ແຜນຫຼັກ ຫຼື ສຳຮອງ ຫຼື ປະສົມປະສານ ເມື່ອຖືກຄັດເລືອກມານຳໃຊ້ແລ້ວ, ມັນກໍ່ໜ້າຈະສົ່ງຜົນໃນການສ້າງຄວາມເຕີບໂຕ ຫຼື ແກ້ໄຂບັນຫາໄດ້. ເພື່ອຄວາມປອດໄພທາງທຸລະກິດ, ການເລືອກແຜນສຳຮອງບໍ່ແມ່ນທາງເສຍຫາຍ. ຂໍ້ດີີຄື, ບັນຫາທີ່ພົບພໍ້ຍັງມີທາງແກ້ທີ່ດີສຸດອີກທາງ. ເພື່ອນຮ່ວມງານຄວນໃຫ້ການສະໜັບສະໜູນການດຳເນີນງານ ໃນການຈັດຕັ້ງປະຕິບັດ.

ທຸກແຜນຈະມີດີແລະບໍ່ດີ

ບາງຄັ້ງການດຳເນີນງານມັກມີຄວາມແຕກແຍກ. ໂດຍສະເພາະເມື່ອມີການປ່ຽນແຜນ. ອາດເຮັດໃຫ້ທິດທາງການຫັນປ່ຽນ, ຄວາມເຂົ້າໃຈ ແລະ ຄວາມພ້ອມໃຈກັນປະຕິບັດ ຍັງບໍ່ທັນໄປລວງດຽວກັນ. ທຸກໆແຜນານຈະມີທັງຂໍ້ດີ ແລະ ດ້ອຍ. ແຕ່ເຊື່ອວ່າ ແຜນທີ່ຖືກເລືອກມາໃຫ້ທີມງານປະຕິບັດແມ່ນຈະຊ່ວຍບັນເທົາໜັກໃຫ້ກາຍເປັນເບົາ. ມີຫຼາຍກໍລະນີ, ບໍ່ແມ່ນວ່າແຜນຫຼັກທີ່ເຄີຍປະຕິບັດນັ້ນບໍ່ດີ ແຕ່ມັນແມ່ນຍ້ອນສະພາບ ການເມື່ອງ, ອາກາດ ແລະ ປັດໃຈພາຍນອກປ່ຽນແປງ ຈົນເຮັດໃຫ້ ເຈົ້າຂອງບໍລິສັດຕ້ອງມີທິດທາງໃນການຫັນປ່ຽນແບບທັນການ.

ການປັບຕົວທີ່ໄວ

ໃນໂລກປະຈຸບັນ, ການປັບຕົວແມ່ນທັກສະທີ່ສຳຄັນ ແລະ ຈຳເປັນ ໃນການຢູ່ລອດ ແລະ ຂະຫຍາຍຕົວ. ຫົວໜ່ວຍທຸລະກິດຕ້ອງພົບພໍ້ກັບຫຼາຍສະພາບການທີ່ທ້າທາຍ. ທັງດ້ານຄວາມສາມາດສະເພາະຕົວ, ການແຂ່ງຂັນ, ສະພາບພາຍໃນ ແລະ ສາກົນ. ສິ່ງດັ່ງກ່າວ ເມື່ອລວມກັນແລ້ວ ອາດເຮັດໃຫ້ສີ່ງທີ່ເຮົ່ຄິດວ່າເຮັດແລ້ວດີໃນວັນນີ້ ອາດບໍ່ແມ່ນສຳລັບມື້ອື່ນອີກຕໍ່ໄປ. ທ່ານມີແຜນຮອງຮັບແລ້ວບໍ່?

 

ທ່ານມີຄຳແນະນຳໃດຕື່ມອີກບໍ່ໃນຫົວຂໍ້ນີ້ ຫຼື ມີປະສົບການທີ່ແຕກຕ່າງຈາກນີ້, ຊ່ວຍແບ່ງປັນປະສົບການນັ້ນໃນທີ່ນີ້ດ້ວຍ ເພື່ອເປັນການໃຫ້ຄົນອື່ນໄດ້ຮຽນຮູ້ນຳກັນ.

 

 

Exit mobile version