ເລີ່ມທຸລະກິດຂະໜາດນ້ອຍ

ເລີ່ມຕົ້ນທຸລະກິດ ແມ່ນການເລີ່ມຕົ້ນການຮັບຜິດຊອບສະຕາກຳ

Young, athletic man working out on a construction site in front of a concrete wall, getting ready for sprinting

ຄຳເວົ້າງ່າຍໆທີ່ປະກາດຕໍ່ໂລກວ່າ: ເປັນນາຍຕົນເອງ ມີອິດສະຫຼະ. ຕົວຈິງມັນບໍ່ໄດ້ງ່າຍຄືທີ່ຄິດ. ເພາະຖ້າເປັນແນວນັ້ນ, ແມ່ນໃຜໆກະຄົງເຮັດທຸລະກິດ. ທຸລະກິດຂະໜາດນ້ອຍ ແມ່ນການຫັນປ່ຽນແນວຄິດຈາກພະນັກງານ, ຫຼື ງານຫວ່າງ ມາເປັນເຈົ້າຂອງທຸລະກິດ ຫຼື ຜູ້ປະກອບການ.

ປະໂຫຍກທີ່ວ່າ “ທຸລະກິດຂະໜາດນ້ອຍ” ແມ່ນການຄວາມເປັນເອກະລາດ. ມັນປະກາດໃຫ້ຄອບຄົວ, ໝູ່ ເພື່ອນ, ນາຍຈ້າງຂອງທ່ານ, ແລະ ອື່ນໆ ໄດ້ເຫັນສັກກາຍະພາບການບໍລິຫານ ແລະ ລ້ຽງຊີບຕົນເອງ. ມັນແມ່ນທຸລະກິດລ້ຽງຊີວິດທັງຄອບຄົວ. ມັນແມ່ນສິ່ງທີ່ຄວນພາກພູມໃຈ ແລະ ທ່ານຄວນເລົ່າເລື່ອງລາວການຜ່ານຜ່າອຸປະສັກທາງທຸລະກິດແກ່ລູກຫຼານຟັງ.

ຖ້າຫາກການເຮັດທຸລະກິດມັນຫຼາຍກວ່າຄຳວ່າຫາເງິນ, ຢາກໃຫ້ລອງເບິ່ງ

ເຈົ້າຂອງທຸລະກິດຂະໜາດນ້ອຍ ແລະ ຜູ້ປະກອບການສ່ວນຫຼາຍ ອາດຈະບອກທ່ານໃນຊ່ວງເວລາທີ່ພວກເຂົາຂ້າມມາເປັນເຈົ້າຂອງທຸລະກິດເຕັມຕົວ. ມັນເປັນຊ່ວງເວລາທີ່ຜູ້ປະກອບການສ່ວນໃຫຍ່ບໍ່ເຄີຍລືມ. ມັນແມ່ນຊ່ວງເວລາທີ່ເຕັມໄປດ້ວຍຄວາມວິຕົກກັງວົນ ແລະ ຄວາມສົງໄສ ແລະ ອາດເປັນການຕັດສິນໃຈທີ່ໃຫຍ່ທີ່ສຸດທີ່ພວກເຂົາເຄີຍເຮັດ.

ໃນບົດຄວາມການຫັນມາເປັນຜູ້ປະກອບການຄົນໜຶ່ງໄດ້ກ່າວວ່າ: “ການຕັດສິນໃຈທີ່ຈະເລີ່ມຕົ້ນທຸລະກິດຂະໜາດ ນ້ອຍຂອງຂ້ອຍເອງແມ່ນກ່ຽວຂ້ອງກັບການເປີດຕາຂອງຂ້ອຍຢ່າງກວ້າງຂວາງໃນບາງຈຸດ ແລະບີບໃຫ້ພວກເຂົາປິດການຮ່ວມຢູ່ກັບສະພາບເກົ່າໆ ສູ່ສະພາບໃໝ່. ໝາຍວ່າເພັ້ງໃສ່ເປົ້າໝາຍ. ນັ້ນແມ່ນຍ້ອນວ່າ ການເຮັດວຽກໃນທຸລະກິດຂອງຕົນເອງ ແມ່ນການເຂົ້າໄປຄົ້ນຄ້ວາຄວາມຮັ່ງມີຂອງການຮຽນຮູ້ ແລະ ສຶກສາການຕັດສິນໃຈທີ່ຈະເຮັດໃຫ້ຜູ້ປະກອບການ ຕ້ອງປະຕິເສດຄວາມລົ້ມເຫວຢ່າງແຮງກ້າ ແລະ ປະຕິເສດຄວາມຢ້ານກົວ ແລະ ຄວາມສົງໄສທີ່ເກີດຂື້ນ. ນີ້ບໍ່ແມ່ນການກ້າວກະໂດດຂອງຄວາມເຊື່ອສຳລັບຄົນທົ່ວໆໄປ, ແຕ່ເປັນການຍ່າງ, ການຕັດສິນໃຈທີ່ຈະກ້າວໄປສູ່ບາດກ້າວໜຶ່ງຕໍ່ໄປ ເພື່ອເບິ່ງແນວຄວາມຄິດ ທີ່ຈະເຕີບໃຫຍ່ແລະກາຍເປັນລາຍຮັບທາງການເງິນລ້ຽງຊີບ” ເຂົາເຈົ້າຕ້ອງ ໄດ້ມີການຕັດສິນໃຈ ເລືອກເຮັດໃນສິ່ງທີ່ຖືກຕ້ອງ ແລະ ເພື່ອທຸລະກິດ.

ຫາກທ່ານຕັດສິນໃຈເຮັດທຸລະກິດ, ຄວາມຮູ້ສຶກດັ່ງກ່າວ ທ່ານບໍ່ແມ່ນຄົນໆ​ດຽວທີ່ຮູ້ສຶກແນວນັ້ນ. ດຽວນີ້, ມີຜູ້ປະກອບການຫຼາຍຮ້ອຍຄົນ ທີ່ໄດ້ຕັດສິນໃຈເຮັດທຸລະກິດ ແລະ ກຳລັງຕິດຕາມການເດີນທາງການກາຍເປັນຜູ້ປະກອບການທີ່ປະສົບຜົນສຳເລັດ ອັນເຕັມໄປດ້ວຍຄວາມທ້າທາຍນາໆປະການ.

ໃນເວັບໄຊ໊ www.norkhame.com ເລັງເຫັນຄວາມສຳຄັນ ແລະ ພະຍາຍາມພັກດັນຜູ້ປະກອບການ ໃຫ້ສາມາດບັນລຸຜົນໃນເປົ້າໝາຍທາງທຸລະກິດ. ນອກນັ້ນຍັງມີ ExportingLaos.com ທີ່ຈະເປັນຕົວພັກດັນທຸລະກິດລາວອອກສູ່ສາຍຕາສາກົນ. ທ່ານສາມາດຮັບຮູ້ທັກສະ ແລະ ຄວາມຮູ້ທັນຍຸກໃນການປັບປຸງທຸລະກິດ. ພວກເຮົາພ້ອໃແລ້ວຈະຮ່ວມກັບການເດີນທາງທາງທຸລະກິດ.

 

ທ່ານມີຄຳແນະນຳໃດຕື່ມອີກບໍ່ໃນຫົວຂໍ້ນີ້ ຫຼື ມີປະສົບການທີ່ແຕກຕ່າງຈາກນີ້, ຊ່ວຍແບ່ງປັນປະສົບການນັ້ນໃນທີ່ນີ້ດ້ວຍ ເພື່ອເປັນການໃຫ້ຄົນອື່ນໄດ້ຮຽນຮູ້ນຳກັນ.

 

 

Exit mobile version