ວັນເລີ່ມບໍ່ມີວັນຈົບ

ການສ້າງຕັ້ງທຸລະກິດ ໃຫ້ສາມາດຜ່ານຜ່າໄດ້ທຸກໆສະຖານະການ

ການເລີ່ມຕົ້ນທຸລະກິດໃໝ່ດ້ວຍຕົນເອງທັງໝົດແມ່ນວຽກໜັກ. ການເຕີບໂຕ ຈາກການເລີ່ມຕົ້ນແມ່ນຍາກກວ່າເກົ່າ. ທ່ານຕ້ອງໃຊ້ແຮງງານທັງໝົດທີ່ມີ ສູມໃສໂອກາດ ແລະ ການຜະລິດຕະພັນທີ່ເໝາະສົມ, ເພື່ອສ້າງຄວາມຢູ່ລອດແບບມີໄຊ. ໃນບົດຂຽນມື້ນີ້, ຂ້າພະເຈົ້າຈະຊອກຫາ 7 ຄຳແນະນຳ ທີ່ງ່າຍໆເພື່ອຮັບປະກັນວ່າທຸລະກິດທີ່ ກຳ ລັງເຕີບໃຫຍ່ຂະຫຍາຍຕົວຂອງທ່ານມີໂອກາດທີ່ດີທີ່ສຸດຂອງຄວາມສຳເລັດ.

1. ອອກຈາກຄວາມຄິດເກົ່າ

ບໍ່ໄດ້ມາຍວ່າ ຄວາມຄິດເກົ່າ ໃຊ້ບໍ່ໄດ້. ຄວາມໝາຍຄື: ໃຫ້ເປີດເບິ່ງແນວຄິດໃໝ່ໆ. ມູມຕ່າງໆ ຈາກຄົນຫຼາກຫຼາຍ. ສຳລັບຄົນລາວ, ພວກເຮົາຈຳເປັນຕ້ອງໄດ້ຮຽນຮູ້ຫຼາຍຢ່າງກັບເພື່ອນມິດທັງໃກ້ ແລະ ໄກ. ໂດຍສະເພາະ ໃນໄລຍະທີ່ເປີດຕົວບໍລິສັດ, ຜູ້ກໍ່ຕັ້ງເລີ່ມຕົ້ນຕ້ອງອອກຈາກອາຄານຫ້ອງການເພື່ອໂຄສະນາ ແລະ ພົບປະກັບລູກຄ້າທີ່ມີທ່າແຮງ ແລະ ຜູ້ມີອິດທິພົນໃນຂະແໜງການ. ພະຍາຍາມແກ້ໄຂບັນຫາ ໂດຍເອົາຜະລິດຕະພັນຂອງທ່ານແກ້ໄຂບັນຫາ. ລູກຄ້າ 100 ຄົນ ທຳອິດຂອງທ່ານມັກຈະຫາຍາກທີ່ສຸດ. ວິທີທີ່ດີທີ່ຈະເຮັດໃຫ້ພວກເຂົາຮູ້ສຶກເປັນສ່ວນ ໜຶ່ງ ຂອງການເລີ່ມຕົ້ນຂອງທ່ານແມ່ນການມີສ່ວນຮ່ວມໃນທຸກໆໂອກາດທາງທຸລະກິດ ເຊິ່ງເຂົາອາດຈະເປັນເພື່ອຮ່ວມງານ ແລະ ລູກຄ້າ.

2. ຢ່າເປີດຕົວຊ້າເກີນໄປ

ມີຜູ້ປະກອບການທີ່ສະຫລາດຄົນໜຶ່ງເຄີຍກ່າວວ່າ, ” ຖ້າທ່ານອາຍທີ່ຈະໂຄສະນາຜະລິດຕະພັນລຸ້ນທຳອິດຂອງບໍລິສັດ, ມັນເປັນສັນຍານການຊັກຊາແລ້ວ” ທ່ານຈະບໍ່ມີສິນຄ້າສົມບູນແບບໄດ້ໃນມື້ໜຶ່ງ. ເຈົ້າຂອງກິດຈະການມັກສັນຫາຄຳວ່າສົມບູນແບບ, ສິ່ງນີ້ມັກເຮັດໃຫ້ລ້າຊ້າໃນການນຳສະເໜີສິ່ງໃໝ່ໆແກ່ສັງຄົມ. ຫາກປະຜະລິດຕະພັນໄວ້ດົນ ມັນອາດຕົກຍຸກ.​ ສະພາບນີ້ ມັກເກີດຂື້ນກັບຄົນເລີ່ມຕົ້ນເຮັດທຸລະກິດໃໝ່. ເຂົາຈະຈົດຈໍກັບສິນຄ້າຕົວທຳອິດ ເກັບໄວ້ດົນເກີນໄປ. ການເປີດຕົວ ກໍ່ຍັງສາມາດພັດທະນາຕໍ່ໄປໄດ້.

3. ຮັບຟັງ ແລະ ເປີດຮຽນຮູ້

ການຟັງແມ່ນໜຶ່ງ ໃນຄຸນລັກສະນະທີ່ຜູ້ປະກອບການຕ້ອງໄດ້ໃສ່ໃຈ. ການຟັງໃນນີ້ແມ່ນຕ້ອງໄດ້ຄົ້ນຄິດໄປນຳ. ເປັນການເກັບ ແລະ ກັ່ນຕ້ອງຂ່າວສານ ກ່ຽວກັບຜະລິດຕະພັນ, ຄູ່ແຂ່ງ, ຄຳເຫັນຂອງລູກຄ້າ ແລະ ຂໍ້ມູນດັ່ງກ່າວ ມັນຈະປັນໂຈດໃຫ້ເຮົາໄດ້ໄປຊອກຫາຄຳຕອບ ເຊິ່ງອາດມີໃນປື້ມຮຽນ, ອາຈານ, ຜູ້ມີປະສົບການ ຫຼື ການເຮັດຕົວຈິງ.​ ເມື່ອທ່ານໄດ້ນຳສະເໜີຜະລິດຕະພັນອອກສູ່ສາຍຕາມວນຊົນ ແມ່ນຕ້ອງໄດ້ຮັບຟັງຄຳຄິດເຫັນ ແລະ ຮຽນຮູ້ການປັບປຸງ. ບັນທຶກທຸກເຫັນ ເພື່ອມາສະໜັບສະໜູນແນວຄິດປະດິດສ້າງ.

4. ແຈກ, ແຈກ, ແຈກ

ເປັນສ່ວນໜຶ່ງຂອງຍຸດທະສາດການຕະຫຼາດ ຊ່ວງເລີ່ມຕົ້ນຂອງທ່ານ. ມີຄວາມສຳຄັນຢ່າງບໍ່ໜ້າເຊື່ອໃນການສ້າງເຄືອຂ່າຍ ແລະ ສ້າງສາຍພົວພັນທີ່ສຳຄັນກັບຜູ້ມີອິດທິພົນ. ເຂົ້າຮ່ວມກອງປະຊຸມທີ່ກ່ຽວຂ້ອງ, ຊອກຫາເຄືອຂ່າຍ, ແລະເຂົ້າຮ່ວມການສົນທະນາຫຼາກຫຼາຍເວທີ. ນຳໃຊ້ຫຼັກການ ”ແຈກ, ແຈກ, ແລະ ແຈກ” ເມື່ອຄົນເຫັນຄຸນຄ່າ, ເມື່ອນັ້ນທ່ານກໍ່ຈະກຽມຮັບ. ມີຄຳສອນອັນໜຶ່ງວ່າ: ຢ່າແຕ່ງງານໃນວັນທຳອິດທີ່ພົບຮັກ. ໝາຍວ່າ: ຈົ່ງຢ່າຫາຜົນປະໂຫຍດທັນທີ ໃນຊ່ວງທີ່ຄົນຍັງບໍ່ທັນຮູ້ຈັກສິນຄ້າ ແລະ ການບໍລິການຂອງທ່ານດີເທື່ອ. ກຸ່ມທີ່ແຈກ ກະຕ້ອງໄດ້ເບິ່ງ. ກຸ່ມສຳຄັນໜຶ່ງແລະແມ່ນນັກຂ່າວ, ນັກປະຊາສຳພັນ, ແລະ ກຸ່ມລູກຄ້າເປົ້າໝາຍສິນຄ້າ. ເພື່ອວ່າເຂົາຈະໄດ້ຊ່ວຍກັນໂຄສະນາສິນຄ້າແບບປາກຕໍ່ປາກ.

5. ສ້າງການໂຄສະນາ ອອນໄລ​ Hashtag

ສື່ສັງຄົມອອນໄລ, ການໃຊ້ Hashtag (#) ແມ່ນໜຶ່ງໃນວິທີທີ່ມີປະສິດທິພາບ ແລະ ໄວທີ່ສຸດໃນການສ້າງຄວາມ ສຳພັນກັບຜູ້ມີອິດທິພົນທີ່ສຳຄັນ. ໃຊ້ຟັງຊັນການຊອກຫາໃນ Twitter ເພື່ອຄົ້ນຫາ hashtags ທີ່ກ່ຽວຂ້ອງໃນ ກັບສິນຄ້າຂອງທ່ານ. ມັນເປັນວິທີທີ່ດີທີ່ຈະຮັບຟັງ ແລະດຳເນີນການສົນທະນາທີ່ກ່ຽວຂ້ອງ. ຖືເອົາຊື່ອອນໄລເປັນຄືກັບການສົນທະນາກັບຄົນຕົວຈິງ.

6. ຈັດສັນງົບປະມານການຕະຫຼາດອອນໄລ

ມີຫລາຍຊ່ອງທາງການຕະຫລາດໃຫ້ທ່ານໃຊ້. ມັນບໍ່ງ່າຍປານໃດທີ່ຈະທົດສອບການຊື້ຂອງລູກຄ້າຜ່ານທາງອິນເຕີເນັດ ທາງ ເຟສບຸກ, Twitter, Google AdWords ແລະ LinkedIn ມີຊ່ອງທາງຈ່າຍທີ່ ເໝາະສົມ, ເຊິ່ງທ່ານສາມາດດຳເນີນການທົດສອບດ້ວຍງົບປະມານ ນ້ອຍໆເຊັ່ນ $ 1 ຫຼື 5 ຫຼື 10 ເຊິ່ງງົບປະມານດັ່ງກ່າວ ບໍ່ສາມາດທຽບໄດ້ກັບການໂຄສະນາຜ່ານທາງ ໂທລະພາບ ຫຼື ປ້າຍໂຄສະນາຕາມທາງຫຼວງ.

7. ແກ້ໄຂບັນຫາໃຫຍ່

ໃນທີ່ສຸດ, ຜະລິດຕະພັນຂອງທ່ານຕ້ອງໄດ້ຖືກສະເໜີ ເພື່ອຊ່ວຍລູກຄ້າທີ່ມີທ່າແຮງຂອງທ່ານມີຊີວິດທີ່ດີຂື້ນ. ຕັ້ງ ຄຳຖາມຢູ່ເລື້ອຍໆວ່າຜະລິດຕະພັນຂອງທ່ານແກ້ໄຂບັນຫາທີ່ແທ້ຈິງ ແລະ ວິທີທີ່ທ່ານແຕກຕ່າງຈາກການແຂ່ງຂັນກັບຄົນອື່ນແນວໃດ? ຜະລິດຕະພັນທີ່ເພີ່ມມູນຄ່າຈະສາມາດຂາຍໄດ້ງ່າຍ ແລະ ການໂຄສະນາເປັນຕົວຊ່ວງໃຫ້ສິນຄ້າຍິ່ງຊົງພະລັງໜ້າເຊື່ອຖືຫຼາຍຂື້ນ.

ຂໍໃຫ້ໂຊກດີ ແລະ ກຽມຕົວສຳລັບຄວາມຕື່ນເຕັ້ນ ບວກກັບຄວາມອິດເມື່ອຍ! ຊີວິດໃນຖານະຜູ້ປະກອບການ ແມ່ນເຄັ່ງຄັດ ແຕ່ໄດ້ລາງວັນທີ່ໄດ້ຮັບມັນມີຄຸນຄ່າຢ່າງຫລວງຫລາຍ.

 

ທ່ານມີຄຳແນະນຳໃດຕື່ມອີກບໍ່ໃນຫົວຂໍ້ນີ້ ຫຼື ມີປະສົບການທີ່ແຕກຕ່າງຈາກນີ້, ຊ່ວຍແບ່ງປັນປະສົບການນັ້ນໃນທີ່ນີ້ດ້ວຍ ເພື່ອເປັນການໃຫ້ຄົນອື່ນໄດ້ຮຽນຮູ້ນຳກັນ.

 

 

Exit mobile version