ຜູ້ເຮັດເປັນໄປບໍ່ໄດ້ໃຫ້ເປັນໄປໄດ້

ໃນການສ້າງສັນມັນບໍ່ກ່ຽວກັບຄຳຄິດເຫັນຂອງຄົນອື່ນ ຫາກແມ່ນການຕັດສິນໃຈຂອງຜູ້ປະກອບການເອງ

Young girl crosses finish line

ທ່ານຕັ້ງເປົ້າໝາຍ ໃຫ້ຕົວເອງດຸປານໃດ? ທ່ານເຕັມໃຈທີ່ຈະຫຼີ້ນຄວາມສ່ຽງທີ່ມີຈຸດຈົບແບບສວຍງາມເລື້ອຍໆບໍ່? ການຂະຫຍາຍຕົວທາງທຸລະກິດ ແລະ ການດຳລົງຊີວິດ ແມ່ນອີງໃສ່ການກຳນົດຈຸດໝາຍ, ວິທີເຂົ້າໃຫ້ໄດ້ພວກມັນ, ແລ້ວກ້າວໄປສູ່ອັນດັບໜຶ່ງ.

ລອງຄິດຄຳຕອບໃສ່ຄຳຖາມນີ້: ທ່ານຢຸດຢັ້ງຄວາມ ສຳເລັດຂອງທ່ານດຸຫຼາຍປານໃດ? ຖ້າທ່ານບໍ່ມັກຫຼີ້ນການພະນັ, ແຕ່ທ່ານຕ້ອງມັກການແຂ່ງຂັນປະຈຳວັນໃນຊີວິດ. ມັນເປັນການແຂ່ງພະນັນທີ່ຕ້ອງການຕົ້ນທຶນ ມາຈາກຄວາມພະ ຍາຍາມ. ຖ້າທ່ານຮັບຮູ້ຜົນສຳເລັດຂອງທ່ານແມ່ນຫຍັງ? ທ່ານກໍ່ຈະເລີ່ມຊອກວິທີໃນການດຳເນີນງານ. ນັ້ນເປັນການເດີມພັນທີ່ຄຸ້ມຄ່າ.

ສ່ວນໜຶ່ງ ຂອງການກຳນົດເປົ້າໝາຍ ແລະຄວາມສຳເລັດແມ່ນການຮັບຮູ້ຜົນສຳເລັດຂອງທ່ານ ແມ່ນຫຍັງ? ທ່ານຄວນຊື່ນຊົມ ແລະ ຊົມເຊີຍໃນຍາມສຳເລັດຜົນ ໂດຍບໍ່ຕົກຢູ່ໃນສະພາວະຄວາມພໍໃຈຈົນບໍ່ຢາກລອງສິ່ງໃໝ່.

ວິທີໜຶ່ງທີ່ຄົນສ່ວນໃຫຍ່ພະຍາຍາມຕິດຕາມໄຊຊະນະ ແມ່ນການເບິ່ງຕົວຢ່າງດີໆ ທີ່ສ້າງຜົນງານໃນສັງຄົມ. ແລ້ວພະຍາຍາມສ້າງລັກສະນະການເຮັດວຽກ ທີ່ສາມາດຮຽນແບບໄດ້. ເບິ່ງວິທີການຜ່ານຜ່າປັນຫາທີ່ເຂົາເຈົ້າພົບພໍ້. ການຕິດຕາມໄຊຊະນະຂອງຄົນສ່ວນໃຫຍ່ແມ່ນເອົາແບບຢ່າງຂອງຄວາມທະເຍີທະຍານທີ່ມີແລ້ວໃນສັງຄົມ ແລະ ສ້າງການກະຕຸ້ນ ໃຫ້ກໍາລັງໃຈຢູ່ໃນລະຫວ່າງ ການດໍາເນີນງານ.

ຄົນຄິດວ່າເຮັດໄດ້ເຂົາຈະຊອກວທິທີ່ເຮັດໃຫ້ໄດ້ ສ່ວນຄົນຄິດວ່າເຮັດບໍ່ໄດ້ເຂົາຈະອ້າງເຫດຜົນວ່າເປັນໄປບໍ່ໄດ້

ການຕິດຕາມຜົນສຳເລັດຂອງເປົ້າໝາຍທີ່ທ່ານຕັ້ງໄວ້ ສິ່ງນີ້ຊ່ວຍໃຫ້ຄົນເຫັນໄດ້ວ່າມາຮອດໄກເທົ່າໃດ? ມັນຍັງເຕືອນຄົນອີກວ່າ ຍັງມີຄວາມສາມາດຫຍັງ ແລະ ທ່ານສາມາດເຮັດສໍາເລັດໄດ້ຫຼາຍປານໃດ? ທ່ານເດ? ທ່ານຕິດຕາມຜົນສຳເລັດຂອງຕົວທ່ານເອງບໍ່, ແລະຖ້າເປັນດັ່ງນັ້ນ, ເຮັດແນວໃດ?

ເປັນຄົນທີ່ທ່ານຢາກເປັນ

ສັງຄົມກະມີອິດທິພົນໃນພຶດຕິກຳບຸກຄົນ. ການເປັນຕົວຕົນເອງ ບໍ່ໄດ້ໝາຍວ່າຕ້ອງຂັດກັບສັງຄົມ. ແນ່ນອນຕ້ອງປະຕິບັດຕາມກົດເກນລວມ, ແຕ່ຮູບແບບການເຮັດນັ້ນ ທ່ານອາດບໍ່ຄືໃຜ. ມັນແມ່ນສິດທ່ານ. ເພາະໃນທີ່ສຸດ, ທ່ານເປັນຄົນຮັບຜິດຊອບຄວາມສຳເລັດ ແລະ ລົ້ມເຫຼວ ບໍ່ແມ່ນສັງຄົມ.

ມີຕົວຢ່າງຫຼາຍຢ່າງຕະຫຼອດປະຫວັດສາດຂອງຜູ້ປະກອບການ ທີ່ຍິ່ງໃຫຍ່ ແມ່ນລ້ວນແລ້ວແມ່ນຄົນທີ່ກ້າເປັນຕົວ ເຂົາເຈົ້າເອງ. ສິ່ງປະດິດຫຼາຍອັນຕ່າງມີຄົນບໍ່ສະໜັບສະໜູນ. ເປັນຕົ້ນ: ຍົນ – ຫຼາຍຄົນກະວ່າມັນເປັນໄປບໍ່ໄດ້. ໃນຊ່ວງການຄົ້ນຄິດ. ດອກໄຟ, ລົດ, ຄອມພິວເຕີ້ ແລະ ສິ່ງທີ່ຄົນສ້າງມາໃນທຸກວັນນີ້ ຕ່າງຖືກ ຫາງສຽງບໍ່ດີທັງນັ້ນ ໃນຊ່ວງການຄົ້ນຄິດ.

ພວກເຂົາທັງໝົດ ຖືກຖືວ່າເປັນບ້າໃນບາງເວລາ ສຳລັບຄວາມພະຍາຍາມບາງສິ່ງບາງຢ່າງທີ່ແນ່ນອນວ່າມັນຈະບໍ່ສຳເລັດ. ມັນບໍ່ຄຸ້ມທີ່ຈະເຮັດວຽກ ພຽງພິສູດວ່າຄົນທີ່ເວົ້າບໍ່ຖືກຕ້ອງ ຫາກແມ່ນການສ້າງສັນຈິນຕະນາການ ໃນມູມມອງທີ່ທ່ານ ວ່າມັນມີຄຸນຄ່າ ແລະ ໜ້າຈະເປັນສິ່ງທີ່ສັງຄົມນຳໃຊ້ໃນການດຳລົງຊີວິດໄດ້ດີຂື້ນ. ແຕ່ນັກທຸລະກິດຫຼາຍຄົນປະສົບຜົນສຳເລັດ, ເຖິງແມ່ນວ່າບໍ່ໄດ້ເຮັດໃນສິ່ງທີ່ທຸກຄົນຄິດວ່າພວກເຂົາຄວນຈະເຮັດ.

ຈະມີຄົນຮູ້ດີຢູ່ສະເໝີ. ຄົນທີ່ຮູ້ດີວ່າ“ ຮູ້ດີກ່ວາ” ກ່ຽວກັບວິທີທີ່ທ່ານຄວນ ດຳເນີນທຸລະກິດຂອງທ່ານ. ເຂົາເຈົ້າຈະຄົ້ນຫາເຫດຜົນວ່າເປັນຫຍັງມັນເປັນໄປບໍ່ໄດ້. ຫາກທ່ານປະຕິບັດຕາມ ມັນກໍ່ຈະເປັນໄປບໍ່ໄດ້. ເພາະຄົນບໍ່ຕັ້ງຄຳຖາມວ່າ: ເຮັດແນວໃດຈິ່ງເຮັດໃຫ້ໄດ້, ເຂົາເຈົ້າຈິ່ງບໍ່ເຫັນຫົນທາງໃນການເຮັດໃຫ້ໄດ້.

ຄວາມສຳເລັດກ່ອນອື່ນໝົດເກີດມາຈາກແນວຄິດ. ແນວໃດກໍ່ຕາມ, ທ່ານບໍ່ຄວນເປັນດັ່ງຄົນຕາບອດ, ຜູ້ທີ່ບໍ່ຮູ້ຈັກຫົນທາງປັບປ່ຽນວິທີໃນການເຮັດວຽກ. ຈົ່ງເຂົ້າຫາກຸ່ມຜູ້ປະກອບການຄືກັບທ່ານ. ເຂົ້າຮ່ວມກັບພວກເຂົາ. ແບ່ງປັນກັບພວກເຂົາ. ປະສົບຜົນສຳເລັດກັບພວກເຂົາ. ແທ່ນກຸ່ມຄົນທີ່ເຫັນທຸກໆຢ່າງເປັນໄປບໍ່ໄດ້.

 

ທ່ານມີຄຳແນະນຳໃດຕື່ມອີກບໍ່ໃນຫົວຂໍ້ນີ້ ຫຼື ມີປະສົບການທີ່ແຕກຕ່າງຈາກນີ້, ຊ່ວຍແບ່ງປັນປະສົບການນັ້ນໃນທີ່ນີ້ດ້ວຍ ເພື່ອເປັນການໃຫ້ຄົນອື່ນໄດ້ຮຽນຮູ້ນຳກັນ.

Exit mobile version