ຮູ້ແລ້ວສ່ຽງ

ຄຳແນະນຳສຳລັບການຫຼຸດຜ່ອນຄວາມສ່ຽງ ໃນທຸລະກິດຂະໜາດນ້ອຍ

ການເລີ່ມຕົ້ນເຮັດທຸລະກິດຂະໜາດນ້ອຍ ແມ່ນໜຶ່ງໃນ ຊ່ວງເວລາທີ່ໜ້າຕື່ນເຕັ້ນທີ່ສຸດໃນການດຳລົງຊີວິດເປັນມະນຸດ. ສິ່ງໜຶ່ງທີ່ຄົນມັກເບິ່ງຂ້າມຄື ປັດໃຈສ່ຽງໃນທຸລະກິດນັ້ນໆ. ຖ້າດຳເນີນບໍ່ຖືກຕ້ອງ ທ່ານອາດຈະພາຕົນເອງຕົວເອງຕົກໃນສະພາບທີ່ຫຍຸ້ງຍາກ. ການເລີ່ມຕົ້ນທຸລະກິດຂະໜາດນ້ອຍມາພ້ອມກັບຄ່າໃຊ້ຈ່າຍ ແລະ ທຸກຄັ້ງທີ່ມີການພົວພັນກັບການຢືມເງິນຈາກທະນາຄານ, ມັນເປັນສິ່ງສຳຄັນທີ່ສຸດທີ່ຄວນລະມັດລະວັງກັບທຸກໆການຕັດສິນໃຈຂອງທ່ານ.

ການຫຼຸດຜ່ອນຄວາມສ່ຽງສາມາດເວົ້າໄດ້ງ່າຍກວ່າການເຮັດ, ແນ່ນອນວ່າມັນເປັນໄປໄດ້. ນີ້ແມ່ນ ສາມຄຳແນະນຳ ເພື່ອໃຫ້ທ່ານເລີ່ມຕົ້ນ.

ການຮູ້ຄວາມສ່ຽງບໍ່ແມ່ນຈະຢ້ານ, ມັນເຮັດໃຫ້ເຮົາຄາດຄະເນລ່ອງໜ້າວິທີແກ້ໄຂ

1. ເລີ່ມຕົ້ນທຸລະກິດຜ່ານ Online

ຄວາມໄຝ່ຝັນໃນການເປີດທຸລະກິດຂະໜາດນ້ອຍຄັ້ງທຳອິດ ແລະ ສາມາດປ່ຽນເລື່ອງຍາກເປັນເລື່ອງງ່າຍ ມີຄວາມສ່ຽງໜ້ອຍ. ຖ້າທ່ານເລີ່ມຕົ້ນທຸລະກິດຂອງທ່ານ online, ທາງນີ້ ແມ່ນຕົວເລືອກທີ່ດີເລີດ ສໍາລັບຜູ້ທີ່ ກໍາລັງຊອກຫາຫົນທາງທີ່ຈະເຂົ້າໄປຂາຍຍ່ອຍ. ຍ້ອນວ່າການຕັ້ງ ຮ້ານຂາຍສິນຄ້າ online ແມ່ນງ່າຍດາຍ ແລະມີລາຄາຖືກກ່ວາທີ່ຈະເປີດຮ້ານຕາມຫ້າງຮ້ານສັບພະສິນຄ້າ. ຖ້າສິ່ງຕ່າງໆເລີ່ມເຄື່ອນໄຫວໄປໃນທິດດີ, ທ່ານສາມາດພິຈາລະນາເປີດຮ້ານຄ້າຕົນເອງໄດ້ຕາມຫຼັງ. ໃນຕອນເລີ່ມຕົ້ນ, ການຄ້າຂາຍຜ່ານອິນເຕີເນັດຈະເປັນ ຫົນທາງທີ່ດີທີ່ສຸດຂອງທ່ານ.

2. ເລືອກລະຫວ່າງການໃຫ້ບໍລິການ ຫຼື ຂາຍສິນຄ້າ

ຖ້າຫາກສາມາດຫຼຸດຜ່ອນຕົ້ນທຶນ ມັນກໍ່ໝາຍວ່າຫລຸດຄວາມສ່ຽງໃຫ້ໜ້ອຍ. ການຄຳນຶງເຖິງສິ່ງນີ້, ທ່ານຈະມີໂອກາດທີ່ດີກວ່າຖ້າທ່ານຕັດສິນໃຈສະໜອງການບໍລິການ ແທນທີ່ຈະເປັນຜະລິດຕະພັນ (ຢ່າງໜ້ອຍໃນຕອນທຳ ອິດທີ່ດຳເນີນທຸະກິດ). ທ່ານອາດເອົາສນຄ້າ ທີ່ທ່ານຕ້ອງການຜະລິດ ມາທົດລອງຂາຍກ່ອນ. ການສ້າງຜະລິດຕະພັນ ໃນຍີ່ຫໍ້ຂອງຕົນເອງ ຈະມີລາຄາແພງກ່ວາການ ຂາຍຜ່ານການບໍລິການ ແລະ ທ່ານກະບໍ່ຕ້ອງກັງວົນກ່ຽວກັບການນັ່ງຢູ່ໃນສາງເກັບເຄື່ອງທີ່ຍິ່ງໃຫຍ່ຂອງສິນຄ້າທີ່ບໍ່ໄດ້ຂາຍ. ການບໍລິການຍັງມີຄວາມຍືດຫຍຸ່ນ, ຊຶ່ງກະບໍ່ໄດ້.   ໝາຍຄວາມວ່າທ່ານຈະບໍ່ໄດ້ ໃຫ້ຄວາມຫວັງໃນການເປັນເຈົາຂອງຜະລິດຕະພັນ ຖ້າທ່ານເດີນໄປໃນເສັ້ນທາງນີ້. ເມື່ອເວລາຜ່ານໄປ, ທ່ານກໍ່ຈະມີປະສົບການຫຼາຍຂື້ນ, ເຮົາກໍ່ຈະມີແນວຄິດໃນການສ້າງຜະລິດຕະພັນທີ່ເຂົ້າໃນຮູບແບບທຸລະກິດຂອງທ່ານ. ໂດຍມີການສົມທົບຖອດຖອນບົດຮຽນ ຈາກປະສົບການທີ່ທ່ານໄດ້ພົບເຫັນ.

3. ພິຈາລະນາຊື້ທຸລະກິດ Franchise

ຄົນສ່ວນຫຼາຍຕ້ອງການຢາກເລີ່ມຕົ້ນທຸລະກິດຂອງຕົນເອງ ຫຼາຍກວ່າເຂົ້າໄປໃນສະຖານະການທີ່ຈຳກັດແນວທາງ. ການເຮັດທຸລະກິດ Franchise  ບໍ່ເໜາະສໍາລັບຄົນທີ່ຕ້ອງການອິດສະຫຼະໃນການວາງແນວທາງທຸລະກິດ. ແຕ່ວ່າ ເມື່ອມາເບິ່ງຄວາມສ່ຽງ ມີຫລາຍສິ່ງທີ່ດີ ໃນການຊື້ເຂົ້າໄປໃນທຸລະກິດ franchise. Franchises ບໍ່ພຽງແຕ່ມາພ້ອມກັບຊື່ສຽງ, ແຕ່ພວກເຂົາມີແນວໂນ້ມທີ່ຈະເປັນຕົວແບບທຸລະກິດທີ່ໄດ້ຮັບການທົດສອບໃນການດຳເນີນທຸລະກິດທີ່ປະສົບຜົນສຳເລັດ.

ເມື່ອຊອກຫາສິ່ງທີ່ທ່ານຕ້ອງການດຳເນີນທຸລະກິດ, ພວກເຮົາຈະມີໂອກາດ ໄດ້ເບິ່ງທຸລະກິດຕາມຍຸກສະໃໝ ທີ່.    ເໝາະສົມກັບອຸດົມການ ແລະ ຄວາມຕ້ອງການຂອງທ່ານ.

ທຸກໆຢ່າງມີຄວາມສ່ຽງ. ຖ້າຫາກມີເງິນ ໄປຝາກທະນາຄານ ກະບໍ່ໄດ້ມາຍວ່າຄວາມສ່ຽງຈະໝົດໄປ. ອັດຕາເງິນເຝີ້ ອາດເປັນປັດໃຈໜຶ່ງທີ່ເຮັດໃຫ້ຄ່າຂອງເງິນຝາກໃນວັນນີ້ ບໍ່ມີຄ່າ. ບໍ່ມີທຸລະກິດໃດ ທີ່ບໍ່ມີຄວາມສ່ຽງ ແລະ ການທີ່ຈະດຳເນີນທຸລະກິດໃຫ້ຍືນຍົງ ຈຳເປັນຕ້ອງໄດ້ມີການສຶກສາ ແລະ ປະເມີນຄວາມສ່ຽງໃຫ້ແນ່ນອນ. ພ້ອມທັງຊອກຫາວິທີແກ້ໄຂ. ເມື່ອໃດເຫັນຄວາມສ່ຽງ ກະບໍ່ໄດ້ໝາຍວ່າພວກເຮົາຕ້ອງຢຸດການດຳເນີນທຸລະກິດ ເພາະຄັນເຮັດແນວນັ້ນ, ພວກເຮົາກໍ່ຈະບໍ່ເຮັດຫຍັງ.

ສະນັ້ນຢ່າປ່ອຍໃຫ້ຄວາມສ່ຽງຢຸດການສ່ຽງທີ່ຈະເລີ່ມຕົ້ນເຮັດທຸລະກິດໃນຄວາມຝັນຂອງທ່ານ. ຄືກັບທຸກໆບາດກ້າວ, ທຸກໆຄັ້ງ ຕີນຂອງພວກເຮົາ ຕ້ອງຕົກຢູ່ໃນສະຖານທີ່ໃດໜຶ່ງ.

ທ່ານມີຄຳແນະນຳໃດຕື່ມອີກບໍ່ໃນຫົວຂໍ້ນີ້ ຫຼື ມີປະສົບການທີ່ແຕກຕ່າງຈາກນີ້, ຊ່ວຍແບ່ງປັນປະສົບການນັ້ນໃນທີ່ນີ້ດ້ວຍ ເພື່ອເປັນການໃຫ້ຄົນອື່ນໄດ້ຮຽນຮູ້ນຳກັນ.

 

Exit mobile version