ເລີ່ມແຕ່ນ້ອຍໄປຫາໃຫຍ່

ຈຸດເລີ່ມຕົ້ນທຸລະກິດຂະໜາດນ້ອຍ ບໍ່ແມ່ນເລື່ອງແປກ

Children at birthday party make balloons animals.

ຖ້າທ່ານມີແນວຄວາມຄິດເລີ່ມຕົ້ນການຜະລິດ ຫຼື ໃຫ້ບໍລິການ ທ່ານຄວນລອງ. ການຕັດສິນໃຈທີ່ຈະເລີ່ມຕົ້ນທຸລະກິດຂະໜາດນ້ອຍ ກາຍເປັນສິ່ງງ່າຍຂຶ້ນ ຜ່ານທາງສື່ສັງຄົມອອນໄລ ໂດຍບໍ່ຕອ້ງການລົງທຶນຫຼາຍ. ຫຼາຍບໍລິສັດຂະ ໜາດໃຫຍ່ໃນປະຈຸບັນ ກໍ່ເລີ່ມມາຈາກ ການລິເລີ່ມຄົນສອງສາມຄົນ ຫຼື ຄົນດຽວ. ຫາກທ່ານຄິດວ່າທຸລະກິດນ້ອຍ ບໍ່ມີອານາຄົດໃຫຍ່ໆ ມັນເປັນຄວາມເຊື່ອທີ່ບໍ່ຖືກຕ້ອງສະເໜີໄປ.

ພຽງແຕ່ທ່ານມີຄວາມຢາກ, ບວກກັບການເຮັດຕົວຈິງແບບມີແຜນການ ແລະ ພ້ອມທີ່ຈະຮຽນຮູ້ປະສົບການໃໝ່ ທ່ານກໍ່ຈະເລີ່ມກາຍ ເປັນຜູ້ປະກອບການ. ຄວາມຢາກໄດ້ທາງການເງິນ, ຊື່ສຽງ ສິ່ງນີ້ມັກເປັນປັດໃຈໜຶ່ງ ນຳພາໃຫ້ຄົນ ເຮົາຢາກເຮັດທຸລະກິດ. ເຊິ່ງມັນກະເປັນເລື່ອງດີ. ສ່ວນຄວາມຢ້ານກົວໃນຂະນະດຳເນີນທຸລະກິດ, ຄວາມສົງໃສ, ບໍ່ແນ່ນອນ ມັນກໍ່ມັກມີມາໃນຊ່ວງການດຳເນີນງານ. ຄວາມເຊື່ອໜັ້ນ ແລະ ຕົວຈິງໃນການເຮັດທຸລະກິດ ຈະພາທ່ານໄປສູ່ບາດກ້າວໃໝ່. ສິ່ງທີ່ຈະກະຕຸ້ນ ໃຫ້ດຳເນີນທຸລະກິດ ໄດ້ດີໃນຊ່ວງສ້າງຕັ້ງ ແມ່ນການບໍ່ລົດລະ ຄວາມຕັ້ງໃຈ. ລອງມາເບິ່ງປັດໃຈທີ່ກໍ່ໃຫ້ທ່ານຢາກດຳເນີນງານ.

ທ່ານອາດຈະຕ້ອງການເລີ່ມຕົ້ນທຸລະກິດຂະໜາດນ້ອຍຖ້າຢູ່ໃນສະພາບນີ້:

ທັງໝົດທີ່ກ່າວມານີ້ແມ່ນຄວາມຈິງໃນກໍລະນີຂອງບໍລິສັດຂະໜາດນ້ອຍຫຼາຍໆແຫ່ງ. ໃນບາດກ້າວທຳອິດໃນການສ້າງທຸລະກິດ ທ່ານບໍ່ຄວນປະແນວຄິດ ຢາກຮັບໃຊ້ແກ່ສັງຄົມ. ເມື່ອການຕັດສິນໃຈດັ່ງກ່າວຖືກຕັດສິນແລ້ວ, ຂັ້ນຕອນແລະການຕັດສິນໃຈຕໍ່ໄປກໍ່ຄືການເອົາຕົນເອງ ໄປກີ້ງເກືອກກັບຫຼາຍໆອຸປະສັກທີ່ບໍ່ປາດຖະໜາແບບຫລີກລ່ຽງບໍ່ໄດ້.

ທຸລະກິດຂະໜາດນ້ອຍ ບໍ່ຈຳເປັນຕ້ອງໃຫຍ່ຂື້ນ ຂໍແຕ່ພຽງສ້າງກຳໄລ ແລະ ຄວາມສຸກ

ຄວນຕັ້ງຊື່ບໍລິສັດແນວໃດ?

ໜ້າຈະເລີ່ມຈາກຊື່ຂອງທ່ານ. ຖ້າແມ່ນທຸລະກິດຂອງທ່ານເອງ. ຫາກຊື່ທ່ານສາມາດບອກກ່ຽວກັບທຸລະກິດໄດ້ຍິ່ງເປັນການດີ. ສຳລັບການເລືອກຊື່ແນະນຳໃຫ້ພິຈາລະນາແນວຄິດນີ້:

ສິ່ງທີ່ຕ້ອງເຮັດດຽວນີ້ແມ່ນອັນໃດ? ເວລາທ່ານຈະມີຈຳກັດຫຼາຍໃນການສ້າງທຸລະກິດ. ເມື່ອໃດໄດ້ມີການຕັດສິນໃຈ. ທ່ານຕ້ອງຖາມຕົນເອງສະເໜີວ່າ: ດຽວນີ້ແມ່ນຫຍັງຕ້ອງເຮັດໃຫ້ແລ້ວ? ເພື່ອທີ່ຈະໄດ້ເຮັດສຳເລັດໃນສິ່ງອື່ນໆທີ່ຈະສະໜັບສະໜູນທຸລະກິດຂອງທ່ານ. ຫາກທ່ານສາມາດລອດພົ້ນໃນການສ້າງຕົນໃນຊ່ວງທຳອິດ, ມັນຈະເປັນພື້ນຖານໃນການຂະຫຍາຍທຸລະກິດໃນຊ່ວງໜ້າ.

ທ່ານມີຄຳແນະນຳໃດຕື່ມອີກບໍ່ໃນຫົວຂໍ້ນີ້ ຫຼື ມີປະສົບການທີ່ແຕກຕ່າງຈາກນີ້, ຊ່ວຍແບ່ງປັນປະສົບການນັ້ນໃນທີ່ນີ້ດ້ວຍ ເພື່ອເປັນການໃຫ້ຄົນອື່ນໄດ້ຮຽນຮູ້ນຳກັນ.

 

Exit mobile version