ສົ່ງອອກລາວຍຸກໃໝ່ ExLaos
  • ໜ້າຫຼັກ
    • Home – Layout 1
    • Home – Layout 2
    • Home – Layout 3
  • ຕະຫຼາດໂລກ
  • ສ້າງທຸລະກິດ
  • ທຸລະກິດ “ກິກ”
  • ເປັນຜູ້ນຳ
  • ສື່ອອນໄລ
  • ຮັກຊີວິດ
  • ສ້າງຍີ່ຫໍ້
  • ທັກສະສື່ສານ
ບໍ່ພົບ
ເບິ່ງຜົນຮັບທັງໝົດ
  • ໜ້າຫຼັກ
    • Home – Layout 1
    • Home – Layout 2
    • Home – Layout 3
  • ຕະຫຼາດໂລກ
  • ສ້າງທຸລະກິດ
  • ທຸລະກິດ “ກິກ”
  • ເປັນຜູ້ນຳ
  • ສື່ອອນໄລ
  • ຮັກຊີວິດ
  • ສ້າງຍີ່ຫໍ້
  • ທັກສະສື່ສານ
ບໍ່ພົບ
ເບິ່ງຜົນຮັບທັງໝົດ
ສົ່ງອອກລາວຍຸກໃໝ່ ExLaos
ບໍ່ພົບ
ເບິ່ງຜົນຮັບທັງໝົດ
ໜ້າຫຼັກ ຕະຫຼາດໂລກ

ເລີ່ມແຕ່ນ້ອຍໄປຫາໃຫຍ່

ຈຸດເລີ່ມຕົ້ນທຸລະກິດຂະໜາດນ້ອຍ ບໍ່ແມ່ນເລື່ອງແປກ

ExLaos ໂດຍ ExLaos
July 30, 2023
ໃນ ຕະຫຼາດໂລກ, ທຸລະກິດ "ກິກ", ສ້າງຍີ່ຫໍ້, ສ້າງທຸລະກິດ
0 0
0
ເລີ່ມແຕ່ນ້ອຍໄປຫາໃຫຍ່

Children at birthday party make balloons animals.

0
ສົ່ງຕໍ່
13
ຈຳນວນຄົນເບິ່ງ
Share on FacebookShare on Twitter

ຖ້າທ່ານມີແນວຄວາມຄິດເລີ່ມຕົ້ນການຜະລິດ ຫຼື ໃຫ້ບໍລິການ ທ່ານຄວນລອງ. ການຕັດສິນໃຈທີ່ຈະເລີ່ມຕົ້ນທຸລະກິດຂະໜາດນ້ອຍ ກາຍເປັນສິ່ງງ່າຍຂຶ້ນ ຜ່ານທາງສື່ສັງຄົມອອນໄລ ໂດຍບໍ່ຕອ້ງການລົງທຶນຫຼາຍ. ຫຼາຍບໍລິສັດຂະ ໜາດໃຫຍ່ໃນປະຈຸບັນ ກໍ່ເລີ່ມມາຈາກ ການລິເລີ່ມຄົນສອງສາມຄົນ ຫຼື ຄົນດຽວ. ຫາກທ່ານຄິດວ່າທຸລະກິດນ້ອຍ ບໍ່ມີອານາຄົດໃຫຍ່ໆ ມັນເປັນຄວາມເຊື່ອທີ່ບໍ່ຖືກຕ້ອງສະເໜີໄປ.

ພຽງແຕ່ທ່ານມີຄວາມຢາກ, ບວກກັບການເຮັດຕົວຈິງແບບມີແຜນການ ແລະ ພ້ອມທີ່ຈະຮຽນຮູ້ປະສົບການໃໝ່ ທ່ານກໍ່ຈະເລີ່ມກາຍ ເປັນຜູ້ປະກອບການ. ຄວາມຢາກໄດ້ທາງການເງິນ, ຊື່ສຽງ ສິ່ງນີ້ມັກເປັນປັດໃຈໜຶ່ງ ນຳພາໃຫ້ຄົນ ເຮົາຢາກເຮັດທຸລະກິດ. ເຊິ່ງມັນກະເປັນເລື່ອງດີ. ສ່ວນຄວາມຢ້ານກົວໃນຂະນະດຳເນີນທຸລະກິດ, ຄວາມສົງໃສ, ບໍ່ແນ່ນອນ ມັນກໍ່ມັກມີມາໃນຊ່ວງການດຳເນີນງານ. ຄວາມເຊື່ອໜັ້ນ ແລະ ຕົວຈິງໃນການເຮັດທຸລະກິດ ຈະພາທ່ານໄປສູ່ບາດກ້າວໃໝ່. ສິ່ງທີ່ຈະກະຕຸ້ນ ໃຫ້ດຳເນີນທຸລະກິດ ໄດ້ດີໃນຊ່ວງສ້າງຕັ້ງ ແມ່ນການບໍ່ລົດລະ ຄວາມຕັ້ງໃຈ. ລອງມາເບິ່ງປັດໃຈທີ່ກໍ່ໃຫ້ທ່ານຢາກດຳເນີນງານ.

ທ່ານອາດຈະຕ້ອງການເລີ່ມຕົ້ນທຸລະກິດຂະໜາດນ້ອຍຖ້າຢູ່ໃນສະພາບນີ້:

  • ທ່ານມີຄວາມມັກ ໃນບາງສິ່ງບາງຢ່າງ – ບໍ່ວ່າຈະເປັນການຖ່າຍຮູບ, ແຕ່ງກິນ, ແປງລົດ, ແລະອື່ນໆ
  • ມັກທີ່ຈະຮັບໃຊ້ສັງຄົມ ໂດຍຜ່ານການບໍລິການ ຫຼື ການຂາຍສິນຄ້າ
  • ຫມູ່ເພື່ອນ ຮູ້ວ່າທ່ານຊ່ຽວຊານໃນບາງສິ່ງບາງຢ່າງ, ແລະ ກຳລັງຊອກຫາການບໍລິການ ຫຼື ສິນຄ້ານັ້ນໆ
  • ທ່ານຮູ້ສຶກ ໝັ້ນໃຈໃນຄວາມຮູ້ ແລະ ປະສົບການຂອງທ່ານ
  • ທ່ານເຕັມໃຈທີ່ຈະລົງທືນໃສ່ເວລາໃນການສ້າງສັນ ແລະ ຢ່າງໜ້ອຍກໍ່ຈະມີເງີນຈຳນວນໜຶ່ງ ໃນຊ່ວງເລີ່ມຕົ້ນ

ທັງໝົດທີ່ກ່າວມານີ້ແມ່ນຄວາມຈິງໃນກໍລະນີຂອງບໍລິສັດຂະໜາດນ້ອຍຫຼາຍໆແຫ່ງ. ໃນບາດກ້າວທຳອິດໃນການສ້າງທຸລະກິດ ທ່ານບໍ່ຄວນປະແນວຄິດ ຢາກຮັບໃຊ້ແກ່ສັງຄົມ. ເມື່ອການຕັດສິນໃຈດັ່ງກ່າວຖືກຕັດສິນແລ້ວ, ຂັ້ນຕອນແລະການຕັດສິນໃຈຕໍ່ໄປກໍ່ຄືການເອົາຕົນເອງ ໄປກີ້ງເກືອກກັບຫຼາຍໆອຸປະສັກທີ່ບໍ່ປາດຖະໜາແບບຫລີກລ່ຽງບໍ່ໄດ້.

ທຸລະກິດຂະໜາດນ້ອຍ ບໍ່ຈຳເປັນຕ້ອງໃຫຍ່ຂື້ນ ຂໍແຕ່ພຽງສ້າງກຳໄລ ແລະ ຄວາມສຸກ

ຄວນຕັ້ງຊື່ບໍລິສັດແນວໃດ?

ໜ້າຈະເລີ່ມຈາກຊື່ຂອງທ່ານ. ຖ້າແມ່ນທຸລະກິດຂອງທ່ານເອງ. ຫາກຊື່ທ່ານສາມາດບອກກ່ຽວກັບທຸລະກິດໄດ້ຍິ່ງເປັນການດີ. ສຳລັບການເລືອກຊື່ແນະນຳໃຫ້ພິຈາລະນາແນວຄິດນີ້:

  • ຄຳໃຫ້ອະທິບາຍຫຼືເປັນຕົວແທນຂອງສິ່ງທີ່ສະໜອງໃຫ້ແກ່ສັງຄົມ
  • ສາມາດໃຊ້ໃນເວລາຜ່ານໄປຫຼາຍປີ
  • ໃຫ້ຊື່ບອກກ່ຽວກັບຜະລິດຕະພັນ ແລະ ການບໍລິການໃຫ້ຫຼາຍທີ່ສຸດ
  • ຫຼື ນຳໃຊ້ຊື່ອື່ນທີ່ບໍ່ແມ່ນຊື່ເຈົ້າຂອງທຸລະກິດ ທີ່ສາມາດເຂົ້າກັບລູກຄ້າໄດ້ດີກ່ວາ. ມັນບໍ່ມີຄວາມໝາຍຖ້າ ຕັ້ງຊື່ທ່ານເປັນ ຊື່ທຸລະກິດ ແຕ່ຂາຍບໍ່ໄດ້. ການໃຊ້ຊື່ຕົນເອງ ກະຂື້ນກັບປະເພດສິນຄ້າ ແລະ ບໍລິການນຳ.

ສິ່ງທີ່ຕ້ອງເຮັດດຽວນີ້ແມ່ນອັນໃດ? ເວລາທ່ານຈະມີຈຳກັດຫຼາຍໃນການສ້າງທຸລະກິດ. ເມື່ອໃດໄດ້ມີການຕັດສິນໃຈ. ທ່ານຕ້ອງຖາມຕົນເອງສະເໜີວ່າ: ດຽວນີ້ແມ່ນຫຍັງຕ້ອງເຮັດໃຫ້ແລ້ວ? ເພື່ອທີ່ຈະໄດ້ເຮັດສຳເລັດໃນສິ່ງອື່ນໆທີ່ຈະສະໜັບສະໜູນທຸລະກິດຂອງທ່ານ. ຫາກທ່ານສາມາດລອດພົ້ນໃນການສ້າງຕົນໃນຊ່ວງທຳອິດ, ມັນຈະເປັນພື້ນຖານໃນການຂະຫຍາຍທຸລະກິດໃນຊ່ວງໜ້າ.

ທ່ານມີຄຳແນະນຳໃດຕື່ມອີກບໍ່ໃນຫົວຂໍ້ນີ້ ຫຼື ມີປະສົບການທີ່ແຕກຕ່າງຈາກນີ້, ຊ່ວຍແບ່ງປັນປະສົບການນັ້ນໃນທີ່ນີ້ດ້ວຍ ເພື່ອເປັນການໃຫ້ຄົນອື່ນໄດ້ຮຽນຮູ້ນຳກັນ.

 

ກຸ່ມ: ການຕະຫຼາດສື່ອອນໄລຮີດທຸລະກິດເຕັກນິກ
ExLaos

ExLaos

ກ່ຽວພັນກັບຫົວຂໍ້

ການບໍລິການລູກຄ້າມັດໃຈ
ການຕະຫຼາດອອນໄລ

ການບໍລິການລູກຄ້າມັດໃຈ

April 12, 2024
ຖ້າປ່ຽນແປງແລ້ວດີ ແລ້ວເປັນຫຍັງບໍ່ປ່ຽນ?
ການຕະຫຼາດອອນໄລ

ຖ້າປ່ຽນແປງແລ້ວດີ ແລ້ວເປັນຫຍັງບໍ່ປ່ຽນ?

July 30, 2023
ຍິ່ງມານພະຈົນ ບາລະມີຍິ່ງສູງສົ່ງ
ທັກສະສື່ສານ

ຍິ່ງມານພະຈົນ ບາລະມີຍິ່ງສູງສົ່ງ

July 30, 2023

ສົ່ງອອກລາວຍຸກໃໝ່ ExLaos

ພວກເຮົາຫວັງນຳໃຊ້ສື່ນີ້ ໃນການຊັດຊວນຄົນລາວມາອອກແຮງການຜະລິດ ແລະ ໃຫ້ບໍລິການ. ທ່ານຈະໄດ້ຄົ້ນພົບຫຼາກຫຼາຍແນວຄິດການດຳເນີນທຸລະກິດແບບທັນຍຸກ. ການສົ່ງອອກຖືເປັນເປົ້າໝາຍຫຼັກອັນໜຶ່ງຂອງເວັບນີ້. ສຶກສາເພີ່ມເຕີມກົດເບິ່ງທີ່ນີ້ 

ຫົວຂໍ້ລ້າສຸດ

  • ລູກຄ້າຫຼາຍໃຈ August 29, 2023
  • ການບໍລິການລູກຄ້າມັດໃຈ August 7, 2023
  • About ExLaos (Eng) August 6, 2023

ກຸ່ມຫົວຂໍ້

  • English
  • ການຕະຫຼາດອອນໄລ
  • ຕະຫຼາດໂລກ
  • ທັກສະສື່ສານ
  • ທຸລະກິດ "ກິກ"
  • ທຸລະກິດ MSMEs
  • ສື່ອອນໄລ
  • ສ້າງຍີ່ຫໍ້
  • ສ້າງທຸລະກິດ
  • ເປັນນັກທຸລະກິດ
  • ເປັນຜູ້ນຳ

[mc4wp_form]

© 2023 ExportingLaos.com - City Export Promotion in Laos. All rights belong to their respective owners.
ExportingLaos.com is a top export promoter in News, Blog, Newspaper & Magazine in Laos Export.

ຍິນດີຕ້ອນຮັບເຂົ້າສູ່ລະບົບ!

ເຂົ້າສູ່ບັນຊີຂອງທ່ານ

Forgotten Password?

Retrieve your password

Please enter your username or email address to reset your password.

Log In

Add New Playlist

ບໍ່ພົບ
ເບິ່ງຜົນຮັບທັງໝົດ
  • Home
  • ສ້າງທຸລະກິດ
  • ເປັນນັກທຸລະກິດ
  • ທຸລະກິດ “ກິກ”
  • ສື່ອອນໄລ
  • ເປັນຜູ້ນຳ
  • ທັກສະສື່ສານ
  • ສ້າງຍີ່ຫໍ້
  • ທຸລະກິດ MSMEs
  • ການຕະຫຼາດອອນໄລ

© 2025 JNews - Premium WordPress news & magazine theme by Jegtheme.

ທ່ານແນ່ໃຈບໍ່ວ່າຢາກເບິ່ງຫົວຂໍ້ນີ້?
ປົດລ໋ອກທາງຊ້າຍມື : 0
ທ່ານຈະຢຸດເຊົາລະບົບການໃຊ້ງານແທ້ບໍ່?
Go to mobile version