ລູກຄ້າຫຼາຍໃຈ

ລູກຄ້າຫຼາຍໃຈ

ໃນຍຸກປະຈຸບັນ, ຕ້ອງຍອມຮັບວ່າຕະຫຼາດທຸລະກິດ ບໍ່​ວ່າ​ຈະ​ເປັນ​ສິນຄ້າ, ການ​ບໍລິການ​ຫຼື​ອາຫານ​ກໍ​ມີ​ການ​ແຂ່ງຂັນ​ກັນ​ຫຼາຍ. ເຮັດໃຫ້​ຜູ້​ຊົມ​ໃຊ້​ມີຊ່ອງທາງ​ເລືອກ​ຫຼາຍ​ຂຶ້ນ​. ດັ່ງນັ້ນ, ທຸລະກິດ SME ຕ້ອງປະເຊີນກັບບັນຫາທີ່ລູກຄ້າເບື່ອງ່າຍແລະປ່ຽນໃຈໄວ ພວກເຂົາປ່ຽນຍີ່ຫໍ້ເລື້ອຍໆ ຫຼື ຊອກລອງຂອງໃໝ່. ເຮັດໃຫ້ກໍ່ບັນຫາແກ່ທຸລະກິດ ເພາະຍອດຂາຍຫຼຸດລົງ. ມື້ນີ້ ຂ້າພະເຈົ້າ ຂໍພາທຸກຄົນໄປກ້າວສູ່ເທັກນິກການດຳເນີນທຸລະກິດເພື່ອເອົາຊະນະໃຈລູກຄ້າ. "ລູກຄ້າປ່ຽນໃຈໄວ, ເບື່ອງ່າຍ, ຫຼືມີຄວາມອົດທົນບໍ່ຫຼາຍທີ່ຈະໃຊ້ຂອງເກົ່າໆປະຈຳ." ...

ການບໍລິການລູກຄ້າມັດໃຈ

ການບໍລິການລູກຄ້າມັດໃຈ

ໃຜໆກະໜ້າຈະຮູ້ວ່າ: ທຸລະກິດຕ້ອງຮັບໃຊ້ລູກຄ້າ. ແຕ່ຈະເຮັດແນວໃດໃຫ້ໄດ້ໃຈເຂົາ? ມັນຕ້ອງໃຊ້ເວລາໃນການຮຽນຮູ້ ເພື່ອເຮັດໃຫ້ລູກຄ້າມີຄວາມພໍໃຈ. ນີ້ຄືສີສັນຂອງການເຮັດທຸລະກິດ. ໃນຖານະເປັນເຈົ້າຂອງທຸລະກິດ, ສ່ວນໜຶ່ງຂອງວຽກແມ່ນການບໍລິການລູກຄ້າທີ່ດີເລີດ ໂດຍການເອົາການບໍລິການ ແລະ ສິນຄ້າເຮັດໃຫ້ຄົນນຳໃຊ້ຢ່າງເປັນສຸກ. ແຕ່ຢ່າປ່ອຍໃຫ້ແນວຄິດນີ້ ກາຍເປັນຄວາມກົດດັນ. ທ່ານມີຫຼາຍວິທີສ້າງຄວາມພໍໃຈໃຫ້ກັບລູກຄ້າ. ຖ້າໄດ້ພະຍາຍາມໃສ່ໃຈກັບທຸກໆຄົນແລ້ວ, ຫາກເຂົາບໍ່ພໍໃຈ ກະໝາຍວ່າເຂົາອາດບໍ່ແມ່ນລູກຄ້າເປົ້າໝາຍຂອງເຮົາ 1. ຢ່າຢ້ານທີ່ຈະເວົ້າວ່າຂ້ອຍຂໍໂທດ ຂໍໂທດແມ່ນການຮັບຄວາມຜິດພາດໃນການບໍລິການ “ຂ້ອຍຂໍອະໄພ ສຳລັບຄວາມບໍ່ສະດວກສະບາຍຂອງເຈົ້າ” ...

ຖ້າປ່ຽນແປງແລ້ວດີ ແລ້ວເປັນຫຍັງບໍ່ປ່ຽນ?

ຖ້າປ່ຽນແປງແລ້ວດີ ແລ້ວເປັນຫຍັງບໍ່ປ່ຽນ?

"ຖ້າທ່ານບໍ່ມັກການປ່ຽນແປງ, ໝາຍວ່າທ່ານບໍ່ມັກສິ່ງໃໝ່" ແນວຄິດເຫລົ່ານີ້ ບໍ່ຄວນຖືກປູກຝັງໃສ່ໃນສະໝອງ ຂອງທຸກໆເຈົ້າຂອງທຸລະກິດ. ການປ່ຽນແປງແມ່ນຍາກ ສຳລັບພວກເຮົາທຸກຄົນ, ໂດຍສະເພາະເຈົ້າຂອງທຸລະກິດຂະໜາດນ້ອຍ. ທັກສະ, ງົບປະມານ ແລະ ຂະໜາດຂອງຄົນຊື້ ແມ່ນຄວາມຍາກພື້ນຖານໃນການປັບປຸງທຸລະກິດ. ເມື່ອໃດເງິນຈຳກັດ, ການປັບປ່ຽນເຕັກນິກການຜະລິດ ຍິ່ງລຳບາກ ເປັນຕົ້ນ ການຈ້າງຄູເຝິກໃຫ້ແກ່ພະນັກງານ. ບາງທີທ່ານອາດ ມີລູກຄ້າທີ່ຕ້ອງການຜະລິດຕະພັນ ຫລື ...

ຍິ່ງມານພະຈົນ ບາລະມີຍິ່ງສູງສົ່ງ

ຍິ່ງມານພະຈົນ ບາລະມີຍິ່ງສູງສົ່ງ

ຜູ້ຊ່ຽວຊານດ້ານອຸດສາຫະກຳ ໄດ້ປະເມີນວ່າທຸກບ່ອນຕັ້ງແຕ່ 25 ເຖິງ 40 ເປີເຊັນຂອງທຸລະກິດຂະໜາດນ້ອຍ ບໍ່ສາມາດກັບມາດຳເນີນທຸລະກິດໄດ້ຫຼັງເກີດໄພພິບັດທາງທຳມະຊາດ. ໃນຖານະເປັນເຈົ້າຂອງທຸລະກິດ ໜ້າທີ່ຮັບຜິດຊອບໜຶ່ງ ຂອງທ່ານແມ່ນ ການກະກຽມສຳລັບໄພພິບັດທາງທຳມະຊາດ ຫລື ເຫດການສຸກເສີນທີ່ມະນຸດບໍ່ໄດ້ສ້າງຂື້ນ. ປະຈຸບັນມີໄພພິບັດຫຼາຍ. ການກຽມພ້ອມສຸກເສີນສາມາດສ້າງຄວາມແຕກຕ່າງລະຫວ່າງການສູນເສຍບໍລິສັດຂອງທ່ານໄປພ້ອມກັບໄພພິບັດທາງທຳມະຊາດ. ສະນັ້ນ, ທ່ານຄວນໃຊ້ເວລາໃນການ ກວດກາຄວາມພ້ອມບໍລິສັດ ເພື່ອ ກຳນົດວ່າທ່ານພ້ອມແລ້ວບໍ່ທີ່ຈະພິທັກທຸລະກິດບໍ່ໃຫ້ໄປກັບໄພທຳມະຊາດ. ນີ້ແມ່ນສອງ-ສາມວິທີທີ່ທ່ານສາມາດວາງແຜນ ...

ແສງໄຟກ່ອນສີ້ນຊາກ

ແສງໄຟກ່ອນສີ້ນຊາກ

ທຸລະກິດທີ່ສ້າງຂື້ນມາກັບມື, ມັນຕ້ອງແລກດ້ວຍການທຸ້ມເທໃນການສ້າງທັງເຫື່ອແລະນໍ້າຕາ. ມັນເປັນຣົດຊາດຂອງ ທຸລະກິດທີ່ສະຫງວນໄວ້ແກ່ຄົນທີ່ພ້ອມຈະຜ່ານຜ່າ. ບໍ່ແມ່ນພວກມັກສະບາຍເອົາປຽບລູກຄ້າ. ຖ້າຄິດເຮັດທຸລະກິດຫວັງສະບາຍໃນຂ້າງໜ້າ, ວັນນີ້ທ່ານຕ້ອງບຸກບືນ. ນັກທຸລະກິດຈະມີໄຟໃນຕົວສະໜີ. ໄຟທີ່ພ້ອມຈະເຜົາຜານໄປກັບການເຮັດທຸລະກິດໃນວັນໆ. ມັນຄ້າຍຄືກັບການລວມກັນຂອງຄວາມຢາກ ກາຍເປັນຄວາມເຂັ້ມຂົ້ນຂອງຊີວິດ. ເບິ່ງຜູ້ປະກອບການທີ່ປະສົບຜົນສຳເລັດທີ່ທ່ານຮູ້ຈະມີປະສົບການນັ້ນ. ຂ້າພະເຈົ້າແນ່ວ່າພວກເຂົາມີໄຟ. ມັນອາດຈະບໍ່ແມ່ນການຮ້ອງໄຫ້ຕໍ່ໜ້າສັງຄົມໃຫ້ເຫັນໃຈ, ແຕ່ວ່າມັນມີໄຟທີ່ຢູ່ທີ່ນັ້ນ ພ້ອມນຳໃຊ້ໃນເວລາເກີດວິກິດ. ຄວາມສຳເລັດບໍ່ແມ່ນແຕ່ຈະເບິ່ງທີ່ກຳໄລການເງິນ, ເຮົາຕ້ອງສຳສົມກຳໄລຊີວິດຈາກການເຮັດທຸລະກິດ ທ່ານຍັງມີໄຟບໍ່? ເຖິງແມ່ນວ່າທ່ານຮູ້ສຶກມີ, ມັນຈະເຮັດໃຫ້ທ່ານລຸກຂຶ້ນນຳໃຊ້ພະລັງານ ແລະ ສົ່ງແຮງໃຈເຂົ້າໃນທຸລະກິດຂອງທ່ານສະເໜີ. ຖ້າບໍ່ມີໄຟ, ມັນເກືອບຈະເປັນໄປບໍ່ໄດ້ທີ່ຈະສາມາດບັນລຸເປົ້າໝາຍ ...

ເລີ່ມແຕ່ນ້ອຍໄປຫາໃຫຍ່

ເລີ່ມແຕ່ນ້ອຍໄປຫາໃຫຍ່

ຖ້າທ່ານມີແນວຄວາມຄິດເລີ່ມຕົ້ນການຜະລິດ ຫຼື ໃຫ້ບໍລິການ ທ່ານຄວນລອງ. ການຕັດສິນໃຈທີ່ຈະເລີ່ມຕົ້ນທຸລະກິດຂະໜາດນ້ອຍ ກາຍເປັນສິ່ງງ່າຍຂຶ້ນ ຜ່ານທາງສື່ສັງຄົມອອນໄລ ໂດຍບໍ່ຕອ້ງການລົງທຶນຫຼາຍ. ຫຼາຍບໍລິສັດຂະ ໜາດໃຫຍ່ໃນປະຈຸບັນ ກໍ່ເລີ່ມມາຈາກ ການລິເລີ່ມຄົນສອງສາມຄົນ ຫຼື ຄົນດຽວ. ຫາກທ່ານຄິດວ່າທຸລະກິດນ້ອຍ ບໍ່ມີອານາຄົດໃຫຍ່ໆ ມັນເປັນຄວາມເຊື່ອທີ່ບໍ່ຖືກຕ້ອງສະເໜີໄປ. ພຽງແຕ່ທ່ານມີຄວາມຢາກ, ບວກກັບການເຮັດຕົວຈິງແບບມີແຜນການ ແລະ ...

ເຖິງເປົ້າ…ເຖີງຝັນ

ເຖິງເປົ້າ…ເຖີງຝັນ

ການມີເປົ້າໝາຍທີ່ຍັງບໍ່ທັນສຳເລັດ ອາດເຮັດໃຫ້ທ່ານໝົດກຳລັງໃຈ ໃນການເຮັດວຽກ. ເພາະການມະໂນພາບຄວາມສຳເລັດ ໃນຂະນະທີ່ກຳລັງເດີນທາງ ແມ່ນມັກມີແນວຄິດປົນກັບຄວາມລົ້ມເຫຼວທີ່ອາດມີ ຈົນເຮັດໃຫ້ຄົນຄິດຈິນຕະນາການແນວບໍ່ດີໃນອານາຄົດ. ໃນການອອກກຳລັງກາຍ; ໃຜໆກະຢາກຫຸ່ນດີ. ມີຫຼາຍຄົນຢຸດການອອກກຳລັງກາຍ ເພາະບໍ່ສາມາດລົດນໍ້າໜັກໄດ້ຕາມເປົ້າໝາຍທີ່ກຳນົດຕາມເວລາ. ສາເຫດມັກເປັນເພາະ ຖ້າມື້ນີ້ບໍ່ໄດ້ໄປອອກກຳລັງກາຍ ກໍ່ອາດມີມື້ຕໍ່ໆໄປນຳ. ເຮັດໃຫ້ເຮົາຮູ້ສຶກວ່າຊ້າ, ເມື່ອຍ ແລະ ຈິດໃຈກໍ່ເລີ່ມບໍ່ສູ້. ເມື່ອມາເບິ່ງເປົ້າທີ່ຕັ້ງໄວ້ກັບຕົວຈິງ ກະເລີຍເຮັດໃຫ້ຄົນທໍ້. ...

ເປັນເຈົ້າຂອງສື່ໂຄສະນາ

ເປັນເຈົ້າຂອງສື່ໂຄສະນາ

ຖ້າບໍ່ລິສັດໃດ ບໍ່ມີສື່ໂຄສະນາຕົນເອງໃນຂະນະທີ່ອ່ານຫົວຂໍ້ນີ້, ຢ່າຫາວ່າເປັນບໍລິສັດຍຸກເຕົ່າລ້ານປີ. ບໍ່ໝາຍວ່າທ່ານບໍ່ທັນຍຸກ ຫາກແມ່ນທ່ານກຳລັງເສຍໂອກາດໃນການນຳສະເໜີສິນຄ້າ ດ້ວຍການໂຄສະນາແບບບໍ່ເສຍເງິນ. ຖ້າທ່ານມີຄວາມຈິງຈັງ ໃນການສ້າງ ທຸລະກິດຂະໜາດນ້ອຍຂອງທ່ານໃຫ້ເຕີບໂຕ, ແຕ່ຄິດວ່າການໂຄສະນາຜ່ານທາງອອນໄລເປັນເລື່ອງຫຍຸ້ງຍາກ, ແມ່ນທ່ານຍັງເປັນນັກທຸລະກິດຍຸກໂບຫານ. ປະຈຸບັນ ທຸກໆຢ່າງໄດ້ຫັນເປັນອອນໄລ ແລະ ຈະເພີ່ມທະວີຂື້ນເລີຍໆ. ການໂຄສະນານອນໃນປາຍນີ້ວ ແລະ ເຄື່ອງມືໂຄສະນາ ກໍ່ຢູ່ໃນມືຂອງທ່ານ ໂດຍບໍ່ຕ້ອງອອກໄປຈ້າງໂທລະພາບ ...

ຫ້ອງບັນດານຈິດ

ຫ້ອງບັນດານຈິດ

ຫົວຂໍ້ນີ້, ລວມເອົາໃນກໍລະນີທີ່ທ່ານກຳລັງເດີນທາງໄປເຮັດວຽກຕ່າງປະເທດ ຫຼື ຕ່າງແຂວງ ເປັນໄລຍະເວລາອາທິດ ຫຼື ເດືອນ ຈົນມີຄວາມຈຳເປັນຕ້ອງໃຊ້ສະຖານທີ່ ທີ່ພັກ ຫຼື ຫ້ອງນອນເປັນບ່ອນເຮັດວຽກ. ສະພາບແວດລ້ອມທີ່ພັກຂອງທ່ານມີຫຼາຍຢ່າງທີ່ມີອິດທິພົນສົ່ງຜົນກັບການເຮັດວຽກ ແລະ ແຮງຈູງໃຈຂອງທ່ານ ໃນການປະຕິບັດໜ້າທີ່. ຖ້າທ່ານປະສົມຜະສານປະສິດທິພາບຂອງຫ້ອງການ ກັບຄວາມສະດວກສະບາຍຂອງທີ່ພັກ, ທ່ານອາດຈະມີການເຮັດວຽກທີ່ດີຂື້ນ ແລະ ເຮັດວຽກໃຫ້ສຳເລັດນ້າທີ່. ສິ່ງເລັກໆນ້ອຍໆເປັນຕົ້ນ ການຈັດແຈງສາຍໄຟ, ...

ຈົບແບບສຳເລັດ

ຈົບແບບສຳເລັດ

ເສັ້ນທາງສູ່ຄວາມສຳເລັດທາງທຸລະກິດບໍ່ໄດ້ມີໄວ້ສຳລັບຄົນມັກສະບາຍ. ເຈົ້າຂອງທຸລະກິດຂະໜາດນ້ອຍປະເຊີນກັບສິ່ງທ້າທາຍທີ່ນັບບໍ່ຖ້ວນໃນໄລຍະການຕໍ່ສູ້ຂອງພວກເຂົາ ແລະ ມັກຈະເຮັດຜິດພາດຫລາຍໆຢ່າງ. ຈາກຄວາມລຶກລັບຂອງການສ້າງຄວາມສົມບູນແບບທຸລະກິດ ຄ້າຍຄືກັບການເກີດຂອງຫຍ້າແຕ່ພື້ນດີນຈົນເຕີບໃຫຍ່. ນີ້ແມ່ນຄຳແນະນຳ ແລະວິທີການບາງຢ່າງທີ່ຜູ້ປະກອບການ ຄວນຮູ້ເມື່ອພວກເຂົາເລີ່ມຕົ້ນທຸລະກິດຂອງພວກເຂົາ. ພາສີບໍ່ແມ່ນທາງຫລີກ ຜູ້ປະກອບການທີ່ເລີ່ມຕົ້ນ ດຳເນີນທຸລະກິດແບບບໍ່ເປັນທາງການ ສາມາດຫຼົບຫຼລີກການຈ່າຍພາສີອາກອນໃນລະດັບໃດໜຶ່ງ. ໃນບາງປະເທດທີ່ດ້ອຍພັດທະນາ, ການປະກອບທຸລະກິດແບບບໍ່ລົງທະບຽນ ຍັງຖືບໍ່ຖືວ່າເປັນສິ່ງຫ່ວງຫ້າມ ຂໍພຽງແຕ່ທຸລະກິດນັ້ນໆ ບໍ່ສ້າງຄວາມເດືອດຮ້ອນໃຫ້ແກ່ຄົນອື່ນ. ແນວໃດກໍ່ຕາມ ປະເພດທຸລະກິດ ຂະໜາດນ້ອຍເຫຼົົ່ານັ້ນ ບໍ່ໄດ້ສ້າງລາຍຮັບສູງຫຼາຍ ...

ໜ້າ 1 ຂອງ 2 1 2

ຍິນດີຕ້ອນຮັບເຂົ້າສູ່ລະບົບ!

ເຂົ້າສູ່ບັນຊີຂອງທ່ານ

Retrieve your password

Please enter your username or email address to reset your password.

Add New Playlist

ທ່ານແນ່ໃຈບໍ່ວ່າຢາກເບິ່ງຫົວຂໍ້ນີ້?
ປົດລ໋ອກທາງຊ້າຍມື : 0
ທ່ານຈະຢຸດເຊົາລະບົບການໃຊ້ງານແທ້ບໍ່?