ແສງໄຟກ່ອນສີ້ນຊາກ

ແສງໄຟກ່ອນສີ້ນຊາກ

ທຸລະກິດທີ່ສ້າງຂື້ນມາກັບມື, ມັນຕ້ອງແລກດ້ວຍການທຸ້ມເທໃນການສ້າງທັງເຫື່ອແລະນໍ້າຕາ. ມັນເປັນຣົດຊາດຂອງ ທຸລະກິດທີ່ສະຫງວນໄວ້ແກ່ຄົນທີ່ພ້ອມຈະຜ່ານຜ່າ. ບໍ່ແມ່ນພວກມັກສະບາຍເອົາປຽບລູກຄ້າ. ຖ້າຄິດເຮັດທຸລະກິດຫວັງສະບາຍໃນຂ້າງໜ້າ, ວັນນີ້ທ່ານຕ້ອງບຸກບືນ. ນັກທຸລະກິດຈະມີໄຟໃນຕົວສະໜີ. ໄຟທີ່ພ້ອມຈະເຜົາຜານໄປກັບການເຮັດທຸລະກິດໃນວັນໆ. ມັນຄ້າຍຄືກັບການລວມກັນຂອງຄວາມຢາກ ກາຍເປັນຄວາມເຂັ້ມຂົ້ນຂອງຊີວິດ. ເບິ່ງຜູ້ປະກອບການທີ່ປະສົບຜົນສຳເລັດທີ່ທ່ານຮູ້ຈະມີປະສົບການນັ້ນ. ຂ້າພະເຈົ້າແນ່ວ່າພວກເຂົາມີໄຟ. ມັນອາດຈະບໍ່ແມ່ນການຮ້ອງໄຫ້ຕໍ່ໜ້າສັງຄົມໃຫ້ເຫັນໃຈ, ແຕ່ວ່າມັນມີໄຟທີ່ຢູ່ທີ່ນັ້ນ ພ້ອມນຳໃຊ້ໃນເວລາເກີດວິກິດ. ຄວາມສຳເລັດບໍ່ແມ່ນແຕ່ຈະເບິ່ງທີ່ກຳໄລການເງິນ, ເຮົາຕ້ອງສຳສົມກຳໄລຊີວິດຈາກການເຮັດທຸລະກິດ ທ່ານຍັງມີໄຟບໍ່? ເຖິງແມ່ນວ່າທ່ານຮູ້ສຶກມີ, ມັນຈະເຮັດໃຫ້ທ່ານລຸກຂຶ້ນນຳໃຊ້ພະລັງານ ແລະ ສົ່ງແຮງໃຈເຂົ້າໃນທຸລະກິດຂອງທ່ານສະເໜີ. ຖ້າບໍ່ມີໄຟ, ມັນເກືອບຈະເປັນໄປບໍ່ໄດ້ທີ່ຈະສາມາດບັນລຸເປົ້າໝາຍ ...

ທຸລະກິດນ້ອຍ ແຕ່ບໍ່ແມ່ນເລື່ອງນ້ອຍໆ

ທຸລະກິດນ້ອຍ ແຕ່ບໍ່ແມ່ນເລື່ອງນ້ອຍໆ

ໃນການສ້າງຕັ້ງທຸລະກິດຄັ້ງທຳອິດ, ທ່ານອາດພົບຫຼາຍຄຳຖາມໃນເວລາດຽວກັນ. ຍັງມີຫຼາຍອັນບໍ່ທັນເປີດເຜີຍຄຳຕອບໄດ້ດ້ວຍຕົນເອງ. ບາງອັນເປັນປິດສະໜາ ຫຼື ທ່ານອາດບໍ່ຄິດວ່າຈະແກ້ແນວໃດ? ຄ້າຍຄືກັບການນັດພົບກັບຄູຝຶກອອກກຳລັງກາຍສ່ວນຕົວ ທີ່ອາຈານຍັງບໍ່ໄດ້ສະແດງອຸປະກອນອອກກຳລັງກາຍໃຫ້ທ່ານເບິ່ງທັງໝົດ ຫຼື ເບິ່ງເຫັນສິ່ງອຳນວຍຄວາມສະດວກຕ່າງໆໃນສູນອອກກຳລັງກາຍ. ທ່ານອາດ ມີຄຳຖາມເຊັ່ນ: "ສິ່ງໃດທີ່ຈະເປັນອຸປະສັກໃຫຍ່ທີ່ສຸດຂອງທ່ານສຳລັບຄວາມສຳເລັດ ໃນການລົດນໍ້າໜັກ?" ແລະ "ແຜນການຂອງທ່ານແມ່ນຫຍັງທີ່ຈະເອົາຊະນະອຸປະສັກນັ້ນໆ?" ສິ່ງດັ່ງກ່າວ, ມັນສ້າງຄວາມກະຕືລືລົ້ນໃນທີ່ກຳລັງຈະເກີດຂື້ນ. ຈົນເຮັດແນວໃດໃຫ້ຄາດຄະເນຄຳຕອບ ແລະ ເຫດການທີ່ຈະເກີດຂື້ນ. ການສ້າງແຜນການ ...

ເປັນເຈົ້າຂອງສື່ໂຄສະນາ

ເປັນເຈົ້າຂອງສື່ໂຄສະນາ

ຖ້າບໍ່ລິສັດໃດ ບໍ່ມີສື່ໂຄສະນາຕົນເອງໃນຂະນະທີ່ອ່ານຫົວຂໍ້ນີ້, ຢ່າຫາວ່າເປັນບໍລິສັດຍຸກເຕົ່າລ້ານປີ. ບໍ່ໝາຍວ່າທ່ານບໍ່ທັນຍຸກ ຫາກແມ່ນທ່ານກຳລັງເສຍໂອກາດໃນການນຳສະເໜີສິນຄ້າ ດ້ວຍການໂຄສະນາແບບບໍ່ເສຍເງິນ. ຖ້າທ່ານມີຄວາມຈິງຈັງ ໃນການສ້າງ ທຸລະກິດຂະໜາດນ້ອຍຂອງທ່ານໃຫ້ເຕີບໂຕ, ແຕ່ຄິດວ່າການໂຄສະນາຜ່ານທາງອອນໄລເປັນເລື່ອງຫຍຸ້ງຍາກ, ແມ່ນທ່ານຍັງເປັນນັກທຸລະກິດຍຸກໂບຫານ. ປະຈຸບັນ ທຸກໆຢ່າງໄດ້ຫັນເປັນອອນໄລ ແລະ ຈະເພີ່ມທະວີຂື້ນເລີຍໆ. ການໂຄສະນານອນໃນປາຍນີ້ວ ແລະ ເຄື່ອງມືໂຄສະນາ ກໍ່ຢູ່ໃນມືຂອງທ່ານ ໂດຍບໍ່ຕ້ອງອອກໄປຈ້າງໂທລະພາບ ...

ເຮັດແບບງ່າຍດາຍ…ເທົ່ານີ້ກໍ່ເພີ່ມສະມັດຕະພາບ

ເຮັດແບບງ່າຍດາຍ…ເທົ່ານີ້ກໍ່ເພີ່ມສະມັດຕະພາບ

ການແນະນຳໃນນີ້, ໃຊ້ໄດ້ສຳລັບຄົນທີ່ມີທຸລະກິດຂະໜາດນ້ອຍ ຫຼື ຄົນທີ່ກຳລັງເຮັດໃນບໍລິສັດຂະໜາດນ້ອຍ. ເພາະທຸລະກິດຂະໜາດນ້ອຍຫຼາຍອັນຈຳກັດ, ເຊັ່ນ: ງົບປະມານ, ພະນັກງານ, ສະຖານທີ່ ແລະ ເວລາ. ສະນັ້ນ, ພວກເຮົາຕ້ອງຮູ້ຈັກການຈັດແຈງ ສິ່ງທີ່ບໍ່ຈຳເປັນອອກໄປ ເພື່ອໃຫ້ມີເວລາໃນການບໍລິຫານວຽກ. ສ່ວນຕົວໄດ້ທົດລອງນຳໃຊ້ກັບຕົນເອງ ແລະ ໄດ້ຜົນດີ. ສິ່ງທີ່ຄວນເຮັດດ່ວນສຸດແມ່ນ. ກຳຈັດສິ່ງບໍ່ພິເສດອອກໄປ ...

ຜູ້ເຮັດເປັນໄປບໍ່ໄດ້ໃຫ້ເປັນໄປໄດ້

ຜູ້ເຮັດເປັນໄປບໍ່ໄດ້ໃຫ້ເປັນໄປໄດ້

ທ່ານຕັ້ງເປົ້າໝາຍ ໃຫ້ຕົວເອງດຸປານໃດ? ທ່ານເຕັມໃຈທີ່ຈະຫຼີ້ນຄວາມສ່ຽງທີ່ມີຈຸດຈົບແບບສວຍງາມເລື້ອຍໆບໍ່? ການຂະຫຍາຍຕົວທາງທຸລະກິດ ແລະ ການດຳລົງຊີວິດ ແມ່ນອີງໃສ່ການກຳນົດຈຸດໝາຍ, ວິທີເຂົ້າໃຫ້ໄດ້ພວກມັນ, ແລ້ວກ້າວໄປສູ່ອັນດັບໜຶ່ງ. ລອງຄິດຄຳຕອບໃສ່ຄຳຖາມນີ້: ທ່ານຢຸດຢັ້ງຄວາມ ສຳເລັດຂອງທ່ານດຸຫຼາຍປານໃດ? ຖ້າທ່ານບໍ່ມັກຫຼີ້ນການພະນັ, ແຕ່ທ່ານຕ້ອງມັກການແຂ່ງຂັນປະຈຳວັນໃນຊີວິດ. ມັນເປັນການແຂ່ງພະນັນທີ່ຕ້ອງການຕົ້ນທຶນ ມາຈາກຄວາມພະ ຍາຍາມ. ຖ້າທ່ານຮັບຮູ້ຜົນສຳເລັດຂອງທ່ານແມ່ນຫຍັງ? ທ່ານກໍ່ຈະເລີ່ມຊອກວິທີໃນການດຳເນີນງານ. ນັ້ນເປັນການເດີມພັນທີ່ຄຸ້ມຄ່າ. ສ່ວນໜຶ່ງ ຂອງການກຳນົດເປົ້າໝາຍ ແລະຄວາມສຳເລັດແມ່ນການຮັບຮູ້ຜົນສຳເລັດຂອງທ່ານ ...

ເລີ່ມທຸລະກິດຂະໜາດນ້ອຍ

ເລີ່ມທຸລະກິດຂະໜາດນ້ອຍ

ຄຳເວົ້າງ່າຍໆທີ່ປະກາດຕໍ່ໂລກວ່າ: ເປັນນາຍຕົນເອງ ມີອິດສະຫຼະ. ຕົວຈິງມັນບໍ່ໄດ້ງ່າຍຄືທີ່ຄິດ. ເພາະຖ້າເປັນແນວນັ້ນ, ແມ່ນໃຜໆກະຄົງເຮັດທຸລະກິດ. ທຸລະກິດຂະໜາດນ້ອຍ ແມ່ນການຫັນປ່ຽນແນວຄິດຈາກພະນັກງານ, ຫຼື ງານຫວ່າງ ມາເປັນເຈົ້າຂອງທຸລະກິດ ຫຼື ຜູ້ປະກອບການ. ປະໂຫຍກທີ່ວ່າ "ທຸລະກິດຂະໜາດນ້ອຍ" ແມ່ນການຄວາມເປັນເອກະລາດ. ມັນປະກາດໃຫ້ຄອບຄົວ, ໝູ່ ເພື່ອນ, ນາຍຈ້າງຂອງທ່ານ, ...

ເກີດມາເປັນຜູ້ປະກອບການ

ເກີດມາເປັນຜູ້ປະກອບການ

ຜູ້ປະກອບການອາດບໍ່ຮູ້ ວ່າພວກເຂົາເກີດມາເພື່ອເຮັດສິ່ງທີ່ແຕກຕ່າງ. ນັ້ນແມ່ນຍ້ອນວ່າພວກເຮົາໄດ້ຮັບການສິດສອນຕັ້ງແຕ່ອາຍຸຍັງນ້ອຍວ່າການຢູ່ລອດໃນອາຊີບ ແລະ ຄວາມສຳເລັດແມ່ນອີງໃສ່ການເຮັດວຽກກັບອົງກອນ, ຈົບມາຊອກຫາວຽກ, ມີຕຳແໜ່ງໃນບໍລິສັດ, ແລະ ສິ່ງດັ່ງກ່າວກາຍເປັນມາດຖານການດຳລົງຊີວິດ. ເຖິງຢ່າງໃດກໍ່ຕາມ, ຫຼາຍຄົນບໍ່ສາມາດຍອມຮັບສິ່ງທີ່ກ່າວມານັ້ນເປັນຢ່າງນີ້. ພວກເຮົາຫວັງວ່າຕົວເອງຈະມີທາງອອກ - ວິທີການເປັນນາຍຈ້າງຂອງພວກເຮົາເອງ. ນີ້ແມ່ນສອງສາມວິທີໃນການຮັບຮູ້ ຈິດໃຈຂອງຜູ້ປະກອບການ ໃນຕົວທ່ານເອງ ແລະ ຜູ້ອື່ນ. 1. ມັກການປ່ຽນແປງ ຜູ້ປະກອບການຮູ້ສຶກອຸກໃຈຍ້ອນຄວາມເຕັມໃຈຂອງຄົນອື່ນທີ່ຈະເຮັດບາງສິ່ງບາງຢ່າງ “ວິທີທີ່ມັນເຄີຍເຮັດຢູ່ສະ ເໝີ” ແລະຮັບຮູ້ວ່າການປ່ຽນແປງແມ່ນວິທີດຽວທີ່ຈະປັບປຸງ. ...

ມີແຜນສອງເພື່ອເປົ້າໝາຍດຽວ

ມີແຜນສອງເພື່ອເປົ້າໝາຍດຽວ

ມີຫຼາຍຄັ້ງທີ່ເຄີຍໄດ້ລົມກັບເພື່ອນຮ່ວມງານ ກ່ຽວກັບການເຮັດວຽກໃນອານາຄົດ ຕິດພັນການເລີ່ມຕົ້ນເຮັດທຸລະກິດ ແລະ ທຸກພາກສ່ວນທີ່ເຄື່ອນໄຫວທີ່ມີສ່ວນຮ່ວມໃນຂະບວນການນີ້. ບາງຢ່າງ, ການສົນທະນາຂອງພວກເຮົາໄດ້ຖືກເລື່ອນໄປສູ່ການຈັດຕັງປະຕິບັດແບບໃໝ່ ເຊິ່ງບໍ່ເກີດມີຄວາມຕໍ່ເນື່ອງ. ເຖິງວ່າບາງຄົນຈະບໍ່ເຫັນດີກັບຮູບແບບແນວນັ້ນກໍ່ຕາມ. ແນວຄວາມຄິດທີ່ບໍ່ຖືກ ຈັດຕັ້ງະຕິບັດ ຫຼື ຖືກຍົກເລີກເລີຍ ມັນກະເປັນການສ້າງຄວາມນ້ອຍໃຈໃຫ້ຄົນເຈົ້າຂອງຄວາມຄິດ. ໃນຖານະ ຫົວໜ້າບໍລິສັດ, ເຂົາເຈົ້າມີສິດຕັດສິນໃຈ ອັນທີ່ຈະເປັນຜົນດີສຸດແກ່ບໍລິສັດສະເໜີ. ແຜນສອງ ຫຼື ແຜນສຳຮອງ ...

ເຮັດທຸລະກິດເພື່ອການເປັນອີດສະຫຼະ?

ເຮັດທຸລະກິດເພື່ອການເປັນອີດສະຫຼະ?

ການເລີກວຽກໃນແຕ່ລະມື້ ແລະ ການສ້າງລາຍໄດ້ທັງໝົດຂອງທ່ານເອງ ແມ່ນຄວາມຝັນສຳລັບນັກທຸລະກິດສະໜັກຫຼີ້ນ, ແຕ່ມັນກໍ່ບໍ່ແມ່ນສິ່ງທີ່ບັນລຸໄດ້ຢ່າງງ່າຍດາຍ. ຫລາຍພັນຄົນພະຍາຍາມເຮັດວຽກເປັນປີເພື່ອມີອິດສະຫຼະ.  ຄວາມຄິດການມີທຸລະກິດ ແລະ ການເປັນອິດສະຫຼະມັນບໍ່ສອດຄ່ອງກັນປານໃດ. ແລະ ມັນຕິດພັນກັບຫຼາຍປັດໃຈ. ເປັນຕົ້ນ ພວກເຮົາເວລາມີທຸລະກິດ, ແມ່ນແທ້ວ່າເຮົາເປັນອິດສະຫຼະ, ບໍ່ມີໃຜມາສັ່ງ. ຢາກມາການຍາມໃດກໍ່ໄດ້, ເຮັດຫຍັງກໍ່ໄດ້ ແຕ່ການເຮັດແບບນັ້ນ ມັນບໍ່ໄດ້ເຮັດໃຫ້ທຸລະກິດເກີດຜົນກຳໄລ. ການເຮັດທຸລະກິດ, ເຈົ້າຂອງຕ້ອງໄດ້ທຸ້ມເທ ...

ເລືອກຈຸດຍຸດທະສາດສ້າງເງິນ

ເລືອກຈຸດຍຸດທະສາດສ້າງເງິນ

ເວລາເຮົາຄິດສ້າງຮ້ານ, ຫ້ອງການເຮັດວຽກ, ຫຼື ເຮັດການຜະລິດ, ເຮົາບໍ່ຄວນໃສ່ໃຈແຕ່ເລື່ອງການອອກແບບ ແລະ ການຈັດສັນສະຖານທີ່ເທົ່ານີ້. ສະຖານທີ່ຕັ້ງເປັນບັນຫາທີ່ຕ້ອງໄດ້ຄົ້ນຄິດ. ສຳລັບທຸລະກິດ ຂະໜາດນ້ອຍທີ່ເຮັດ ທຸລະກິດ ອາດບໍ່ມີທາງເລືອກຫຼາຍ. ເຂົາອາດຕັດສິນໃຈເອົາ ທີ່ດິນອັນເປັນສັບສິນຂອງຄອບຄົວເປັນບ່ອນດຳເນີນງານ ເພື່ອຕັດຄ່າໃຊ້ຈ່າຍ ໃນການເຊົ່າສະຖານທີ່. ບາງຄັ້ງເຈົ້າຂອງກິດຈະການ ກໍ່ບໍ່ມີທາງເລືອກຫຼາຍໃຫ້ເຂົາຕັດສິນໃຈ.​ ໃນກໍລະນີຮ້ານອາຫານ ຫຼື ...

ໜ້າ 1 ຂອງ 2 1 2

ຍິນດີຕ້ອນຮັບເຂົ້າສູ່ລະບົບ!

ເຂົ້າສູ່ບັນຊີຂອງທ່ານ

Retrieve your password

Please enter your username or email address to reset your password.

Add New Playlist

ທ່ານແນ່ໃຈບໍ່ວ່າຢາກເບິ່ງຫົວຂໍ້ນີ້?
ປົດລ໋ອກທາງຊ້າຍມື : 0
ທ່ານຈະຢຸດເຊົາລະບົບການໃຊ້ງານແທ້ບໍ່?