ສົ່ງອອກລາວຍຸກໃໝ່ ExLaos
  • ໜ້າຫຼັກ
    • Home – Layout 1
    • Home – Layout 2
    • Home – Layout 3
  • ຕະຫຼາດໂລກ
  • ສ້າງທຸລະກິດ
  • ທຸລະກິດ “ກິກ”
  • ເປັນຜູ້ນຳ
  • ສື່ອອນໄລ
  • ຮັກຊີວິດ
  • ສ້າງຍີ່ຫໍ້
  • ທັກສະສື່ສານ
ບໍ່ພົບ
ເບິ່ງຜົນຮັບທັງໝົດ
  • ໜ້າຫຼັກ
    • Home – Layout 1
    • Home – Layout 2
    • Home – Layout 3
  • ຕະຫຼາດໂລກ
  • ສ້າງທຸລະກິດ
  • ທຸລະກິດ “ກິກ”
  • ເປັນຜູ້ນຳ
  • ສື່ອອນໄລ
  • ຮັກຊີວິດ
  • ສ້າງຍີ່ຫໍ້
  • ທັກສະສື່ສານ
ບໍ່ພົບ
ເບິ່ງຜົນຮັບທັງໝົດ
ສົ່ງອອກລາວຍຸກໃໝ່ ExLaos
ບໍ່ພົບ
ເບິ່ງຜົນຮັບທັງໝົດ
ໜ້າຫຼັກ ຕະຫຼາດໂລກ

ທຸລະກິດນ້ອຍ ແຕ່ບໍ່ແມ່ນເລື່ອງນ້ອຍໆ

ສິ່ງທ້າທາຍໃນການເລີ່ມຕົ້ນເຮັດທຸລະກິດຂະໜາດນ້ອຍມີຫຼາຍອັນ

ExLaos ໂດຍ ExLaos
July 30, 2023
ໃນ ຕະຫຼາດໂລກ, ທຸລະກິດ "ກິກ", ສ້າງທຸລະກິດ, ເປັນຜູ້ນຳ
0 0
0
ທຸລະກິດນ້ອຍ ແຕ່ບໍ່ແມ່ນເລື່ອງນ້ອຍໆ

Usual health exam. Pediatrician listening to baby's heart, close up

0
ສົ່ງຕໍ່
10
ຈຳນວນຄົນເບິ່ງ
Share on FacebookShare on Twitter

ໃນການສ້າງຕັ້ງທຸລະກິດຄັ້ງທຳອິດ, ທ່ານອາດພົບຫຼາຍຄຳຖາມໃນເວລາດຽວກັນ. ຍັງມີຫຼາຍອັນບໍ່ທັນເປີດເຜີຍຄຳຕອບໄດ້ດ້ວຍຕົນເອງ. ບາງອັນເປັນປິດສະໜາ ຫຼື ທ່ານອາດບໍ່ຄິດວ່າຈະແກ້ແນວໃດ? ຄ້າຍຄືກັບການນັດພົບກັບຄູຝຶກອອກກຳລັງກາຍສ່ວນຕົວ ທີ່ອາຈານຍັງບໍ່ໄດ້ສະແດງອຸປະກອນອອກກຳລັງກາຍໃຫ້ທ່ານເບິ່ງທັງໝົດ ຫຼື ເບິ່ງເຫັນສິ່ງອຳນວຍຄວາມສະດວກຕ່າງໆໃນສູນອອກກຳລັງກາຍ.

ທ່ານອາດ ມີຄຳຖາມເຊັ່ນ: “ສິ່ງໃດທີ່ຈະເປັນອຸປະສັກໃຫຍ່ທີ່ສຸດຂອງທ່ານສຳລັບຄວາມສຳເລັດ ໃນການລົດນໍ້າໜັກ?” ແລະ “ແຜນການຂອງທ່ານແມ່ນຫຍັງທີ່ຈະເອົາຊະນະອຸປະສັກນັ້ນໆ?” ສິ່ງດັ່ງກ່າວ, ມັນສ້າງຄວາມກະຕືລືລົ້ນໃນທີ່ກຳລັງຈະເກີດຂື້ນ. ຈົນເຮັດແນວໃດໃຫ້ຄາດຄະເນຄຳຕອບ ແລະ ເຫດການທີ່ຈະເກີດຂື້ນ.

ການສ້າງແຜນການ

ການສ້າງແຜນການ, ເປັນແຜນແມ່ບົດທີ່ຈະວາດພາບສິ່ງຕ້ອງການ, ກິດຈະກຳ ແລະ ຄາດຄະເນຄວາມສ່ຽງທີ່ອາດ ເກີດຂື້ນ. ທ່ານຄວນເອົາບົດຮຽນອັນດຽວກັນນັ້ນມາສູ່ຫົວໃຈເມື່ອເລີ່ມຕົ້ນເຮັດທຸລະກິດຂະໜາດນ້ອຍຂອງຕົນເອງ. ໃຜໆທີ່ມີຄວາມກະຕືລືລົ້ນທີ່ຈະພືງປີກບິນແລະ ຕັ້ງເປົ້າມຸ້ງໜ້າ ວາງແຜນສູ່ເສັ້ນທາງຢູ່ຕໍ່ໜ້າທ່ານ. ທ່ານຄວນຄຳນຶງເຖິງສອງອຸປະສັກທີ່ໃຫຍ່ທີ່ສຸດຕໍ່ຜົນສຳເລັດຂອງທຸລະກິດຂະໜາດ: ຕ້ອງໃຫ້ເວລາ ແລະ ມີຄວາມໜັ້ນໃຈ ໃນແຜນການນັ້ນໆ ໃນເວລາເລີ່ມຕົ້ນ. ພ້ອມທັງພ້ອມທີ່ຈະດັດປັບແຜນ ໃນເມື່ອການປະຕິບັດງານບໍ່ເປັນໄປຕາມເປົ້າທີ່ວາງໄວ້.

ຈົ່ງໜັ້ນໃຈໃນສິ່ງທີ່ທ່ານຝັນ ແຕ່ຈົ່ງຢ່າຢຶດຕິດກັບແຜນການວ່າມັນຖືກແທ້

ການບໍລິຫານເວລາ

ການເຮັດວຽກ ກັບທຸລະກິດຂະໜາດນ້ອຍ ໃນຕອນສ້າງໃໝ່ໆ ທ່ານຈະເຫັນສິ່ງທ້າທາຍຫຼາຍກວ່າທີ່ເຄີຍຄິດ. ທ່ານຄວນຈັດສັນເວລາໃຫ້ເໜາະສົມ. ເປັນຕົ້ນ: ໃຊ້ເວລາກັບຄອບຄົວເວລາໃດ? ພົບປະກັບລູກຄ້າທີ່ມີສັກຍະພາບເມື່ອໃດ? ເວລາສຳລັບອອກກຳລັງກາຍ, ເວລາພົບປະຄູ່ຮ່ວມງານ, ເວລາສຳລັບສຶກສາເຕັກນິກໃໝ່. ທ່ານຄວນຈັດສັນ ຊົວໂມງການເຮັດວຽກ ເປັນແຜນຄັກແນ່ ໃສ່ໃນຕາຕະລາງ ໃນແຕ່ລະວັນ.

ເອົາຊະນະຄວາມຢ້ານກົວ

ສິ່ງແນ່ນອນແມ່ນທ່ານຈະໄດ້ພົບຄວາມບໍ່ແນ່ນອນ. ຈົນເຮັດໃຫ້ທ່ານ ຢາກຍອມແພ້ເມື່ອ ຄວາມຢ້ານກົວ ແລະ ຄວາມບໍ່ໝັ້ນຄົງ  ກາຍເປັນເລື່ອງທີ່ເກືອບຈະທົນບໍ່ໄດ້. ສິ່ງທີ່ເຄີຍເປັນຄວາມໝັ້ນໃຈຢ່າງແທ້ຈິງໃນຄວາມຮູ້ ໄດ້ຫຼຸດນ້ອຍຖອຍລົງ ແລະ ບັນຫາອື່ນໆ ເປັນຕົ້ນການເງິນ, ສະພາບເສດຖະກິດ, ການປ່ຽນແປງດິນຟ້າອາກາດ. ທ່ານຈະພົບຫຼາຍໆອັນບໍ່ເປັນດັ່ງມະໂນພາບກ່ອນໜ້າ. ຕົວຈິງມັນທ້າທາຍຫຼາຍກວ່າການວາດພາບຂອງເຮົາ ເພາະໃນຄວາມຄິດຂອງເຮົາ ເຮົາບໍ່ສາມາດເຫັນອານາຄົດທີ່ອາດເກີດຂື້ນ. ເມື່ອໃດທ່ານຕັ້ງໃຈຫຼາຍພໍ, ທ່ານຈະມີສະຕິໃນການສືບຕໍ່ກິດຈະການ.

ຄົ້ນພົບຫົນທາງໃໝ່

ບໍ່ຢາກໃຊ້ຄຳວ່າ ລົ້ມເຫຼວ, ຫາກມັນແມ່ນຫົນທາງການຄົ້ນພົບວິທີໃໝ່ໆໃນການເຮັດວຽກ. ຖ້າທ່ານບໍ່ໄດ້ວາງແຜນ, ທ່ານກໍ່ຈະບໍ່ຮູ້ວ່າຢາກໄປໃສ? ມັນອາດເຮັດໃຫ້ທ່ານກາຍເປັນມືສະໝັກຫຼີ້ນ, ເຮັດວຽກແບບບໍ່ມີແຜນແນ່ນອນ, ບໍ່ສາມາດກວດສອບໝາກຜົນ ແລະ ຄວາມຄືບໜ້າ. ໃນທີ່ສຸດທ່ານກໍ່ຈະລື່ມວິໃສທັດໃນການດຳເນີນທຸລະກິດ, ບໍ່ຈັກໃນການພັດທະນາກິດຈະກຳ ຫຼື ເລີ່ມເຮັດວິທີໃໝ່ໆ. ແນວໃດກໍ່ຕາມ, ການມີແຜນການ ບໍ່ໄດ້ໝາຍວ່າຈະສຳເລັດສະເໜີໄປ. ຫຼາຍຄົນກະລົ້ມລະລາຍໄດ້. ແຕ່ມັນເປັນວິທີໃນການປະເມີນຮູບແບບການເຮັດວຽກ ສູ່ຄວາມສຳເລັດ.

ການມີແຜນແມ່ນມີແນວທາງສູ່ເປົ້າໝາຍ, ສ່ວນການບໍ່ມີແຜນແມ່ນການບໍ່ມີແນວທາງສູ່ເປົ້າໝາຍ. ໄປຕາມລົມ

ຫາກລົ້ມແລ້ວກໍ່ເລີ່ມໃໝ່

ແທນທີ່ຈະຈົມຫາຍໄປກັບລົມພາຍຸ, ທ່ານຄວນຢຸດຄິດຈັກບຶດ. ເຮັດວຽກໃນວິທີງ່າຍດາຍທີ່ສາມາດຄິດຄົ້ນແນວທາງໃໝ່. ຊອກການ ເຮັດວຽກທີ່ປະຫຍັດງົບ ແລະ ເຮັດໄດ້ງ່າຍ ເປັນຕົ້ນ ສື່ສັງຄົມອອນໄລ ກາຍເປັນສິ່ງທີ່ ທ່ານສາມາດ ນຳໃຊ້ໄດ້ໃນການ ໂຄສະນາຫາລູກຄ້າ. ໃນການເຮັດເຊັ່ນນັ້ນ, ການເຮັດໃຫ້ທຸລະກິດໄປຢູ່ໃນສາຍຕາຄົນທາງອອນໄລ ທ່ານອາດຕົກຕະລຶງກັບການເຂົ້າຫາລູກຄ້າ ດ້ວຍຄວາມໝັ້ນໃຈ ແບບງ່າຍດາຍ ແລະ ເຂັ້ມແຂງກວ່າເກົ່າ. ຄວນເປີດໃຈທີ່ຈະຮັບການຊ່ວຍເຫຼືອດ້ານເຕັກນິກ, ເຊັ່ນ: ການຮ່ວມງານກັບມືອາຊີບ ແທນການເຮັດເອງໝົດ. ແຕ່ສິ່ງທີ່ສຳຄັນແມ່ນການຍຶດໝັ້ນ ໃນສິ່ງທີ່ທ່ານຮູ້ ແລະ ຊອກວິທີການສະໜອງສິ່ງທີ່ທ່ານຮູ້ໃຫ້ຄົນອື່ນມາຮ່ວມງານ ແລະ ຮັບເອົາທັກສະດີໆຂອງຄົນອື່ນ.

ຂ້າພະເຈົ້າບໍ່ເຊື່ອວ່າ ຄົນເຮັດຜິດພາດ ແມ່ນຄົນບໍ່ສະຫຼາດພໍ, ບໍ່ລະວັງ, ບໍ່ມີຄວາມສາມາດ ແຕ່ມັນເປັນຊ່ວງເວລາທີ່ເຂົາຕ້ອງຊອກບົດຮຽນແກ້ໄຂບັນຫາຕ່າງຫາກ.

ການເດີນທາງໃນຊ່ວງການເຮັດທຸລະກິດ, ຈະມີເລື່ອງຫຼາຍອັນເກັບໄວ້ເລົ່າໃຫ້ຄົນອື່ນຟັງ. ແນ່ນອນທ່ານບໍ່ຢາກມີປະສົບການລົ້ມເຫຼວໄວ້ກ່ອນໜ້າ ແຕ່ນັ້ນເປັນບົດຮຽນທີ່ສອນທ່ານໃຫ້ສ້າງທຸລະກິດ ໃຫ້ເຕີບໃຫຍ່ ໃນຊ່ວງເລີ່ມຕົ້ນ. ການຮຽນຮູ້ຈາກຄວາມຜິດພາດ ຈະເຮັດໃຫ້ມີປັນຍາ ແລະ ສ້າງພູມຕ້ານທານໃນໄລຍະຍາວ. ຄວາມຜິດພາດ ມັນເຮັດໃຫ້ເຮົາຮູ້ຊອກທາງແກ້ໄຂ. ຂ້າພະເຈົ້າບໍ່ເຊື່ອວ່າ ຄົນເຮັດຜິດພາດ ແມ່ນຄົນບໍ່ສະຫຼາດພໍ, ບໍ່ລະວັງ, ບໍ່ມີຄວາມສາມາດ ແຕ່ມັນເປັນຊ່ວງເວລາທີ່ເຂົາຕ້ອງຊອກບົດຮຽນແກ້ໄຂບັນຫາຕ່າງຫາກ.

 

ທ່ານມີຄຳແນະນຳໃດຕື່ມອີກບໍ່ໃນຫົວຂໍ້ນີ້ ຫຼື ມີປະສົບການທີ່ແຕກຕ່າງຈາກນີ້, ຊ່ວຍແບ່ງປັນປະສົບການນັ້ນໃນທີ່ນີ້ດ້ວຍ ເພື່ອເປັນການໃຫ້ຄົນອື່ນໄດ້ຮຽນຮູ້ນຳກັນ.

 

ກຸ່ມ: ການຕະຫຼາດສ້າງທຸລະກິດຫຼັກສູດເລື່ອງເລົ່າທຸລະກິດ
ExLaos

ExLaos

ກ່ຽວພັນກັບຫົວຂໍ້

ການບໍລິການລູກຄ້າມັດໃຈ
ການຕະຫຼາດອອນໄລ

ການບໍລິການລູກຄ້າມັດໃຈ

April 12, 2024
ຖ້າປ່ຽນແປງແລ້ວດີ ແລ້ວເປັນຫຍັງບໍ່ປ່ຽນ?
ການຕະຫຼາດອອນໄລ

ຖ້າປ່ຽນແປງແລ້ວດີ ແລ້ວເປັນຫຍັງບໍ່ປ່ຽນ?

July 30, 2023
ຍິ່ງມານພະຈົນ ບາລະມີຍິ່ງສູງສົ່ງ
ທັກສະສື່ສານ

ຍິ່ງມານພະຈົນ ບາລະມີຍິ່ງສູງສົ່ງ

July 30, 2023

ສົ່ງອອກລາວຍຸກໃໝ່ ExLaos

ພວກເຮົາຫວັງນຳໃຊ້ສື່ນີ້ ໃນການຊັດຊວນຄົນລາວມາອອກແຮງການຜະລິດ ແລະ ໃຫ້ບໍລິການ. ທ່ານຈະໄດ້ຄົ້ນພົບຫຼາກຫຼາຍແນວຄິດການດຳເນີນທຸລະກິດແບບທັນຍຸກ. ການສົ່ງອອກຖືເປັນເປົ້າໝາຍຫຼັກອັນໜຶ່ງຂອງເວັບນີ້. ສຶກສາເພີ່ມເຕີມກົດເບິ່ງທີ່ນີ້ 

ຫົວຂໍ້ລ້າສຸດ

  • ລູກຄ້າຫຼາຍໃຈ August 29, 2023
  • ການບໍລິການລູກຄ້າມັດໃຈ August 7, 2023
  • About ExLaos (Eng) August 6, 2023

ກຸ່ມຫົວຂໍ້

  • English
  • ການຕະຫຼາດອອນໄລ
  • ຕະຫຼາດໂລກ
  • ທັກສະສື່ສານ
  • ທຸລະກິດ "ກິກ"
  • ທຸລະກິດ MSMEs
  • ສື່ອອນໄລ
  • ສ້າງຍີ່ຫໍ້
  • ສ້າງທຸລະກິດ
  • ເປັນນັກທຸລະກິດ
  • ເປັນຜູ້ນຳ

[mc4wp_form]

© 2023 ExportingLaos.com - City Export Promotion in Laos. All rights belong to their respective owners.
ExportingLaos.com is a top export promoter in News, Blog, Newspaper & Magazine in Laos Export.

ຍິນດີຕ້ອນຮັບເຂົ້າສູ່ລະບົບ!

ເຂົ້າສູ່ບັນຊີຂອງທ່ານ

Forgotten Password?

Retrieve your password

Please enter your username or email address to reset your password.

Log In

Add New Playlist

ບໍ່ພົບ
ເບິ່ງຜົນຮັບທັງໝົດ
  • Home
  • ສ້າງທຸລະກິດ
  • ເປັນນັກທຸລະກິດ
  • ທຸລະກິດ “ກິກ”
  • ສື່ອອນໄລ
  • ເປັນຜູ້ນຳ
  • ທັກສະສື່ສານ
  • ສ້າງຍີ່ຫໍ້
  • ທຸລະກິດ MSMEs
  • ການຕະຫຼາດອອນໄລ

© 2025 JNews - Premium WordPress news & magazine theme by Jegtheme.

ທ່ານແນ່ໃຈບໍ່ວ່າຢາກເບິ່ງຫົວຂໍ້ນີ້?
ປົດລ໋ອກທາງຊ້າຍມື : 0
ທ່ານຈະຢຸດເຊົາລະບົບການໃຊ້ງານແທ້ບໍ່?
Go to mobile version