ການບໍລິການລູກຄ້າມັດໃຈ

ການບໍລິການລູກຄ້າມັດໃຈ

ໃຜໆກະໜ້າຈະຮູ້ວ່າ: ທຸລະກິດຕ້ອງຮັບໃຊ້ລູກຄ້າ. ແຕ່ຈະເຮັດແນວໃດໃຫ້ໄດ້ໃຈເຂົາ? ມັນຕ້ອງໃຊ້ເວລາໃນການຮຽນຮູ້ ເພື່ອເຮັດໃຫ້ລູກຄ້າມີຄວາມພໍໃຈ. ນີ້ຄືສີສັນຂອງການເຮັດທຸລະກິດ. ໃນຖານະເປັນເຈົ້າຂອງທຸລະກິດ, ສ່ວນໜຶ່ງຂອງວຽກແມ່ນການບໍລິການລູກຄ້າທີ່ດີເລີດ ໂດຍການເອົາການບໍລິການ ແລະ ສິນຄ້າເຮັດໃຫ້ຄົນນຳໃຊ້ຢ່າງເປັນສຸກ. ແຕ່ຢ່າປ່ອຍໃຫ້ແນວຄິດນີ້ ກາຍເປັນຄວາມກົດດັນ. ທ່ານມີຫຼາຍວິທີສ້າງຄວາມພໍໃຈໃຫ້ກັບລູກຄ້າ. ຖ້າໄດ້ພະຍາຍາມໃສ່ໃຈກັບທຸກໆຄົນແລ້ວ, ຫາກເຂົາບໍ່ພໍໃຈ ກະໝາຍວ່າເຂົາອາດບໍ່ແມ່ນລູກຄ້າເປົ້າໝາຍຂອງເຮົາ 1. ຢ່າຢ້ານທີ່ຈະເວົ້າວ່າຂ້ອຍຂໍໂທດ ຂໍໂທດແມ່ນການຮັບຄວາມຜິດພາດໃນການບໍລິການ “ຂ້ອຍຂໍອະໄພ ສຳລັບຄວາມບໍ່ສະດວກສະບາຍຂອງເຈົ້າ” ...

ຖ້າປ່ຽນແປງແລ້ວດີ ແລ້ວເປັນຫຍັງບໍ່ປ່ຽນ?

ຖ້າປ່ຽນແປງແລ້ວດີ ແລ້ວເປັນຫຍັງບໍ່ປ່ຽນ?

"ຖ້າທ່ານບໍ່ມັກການປ່ຽນແປງ, ໝາຍວ່າທ່ານບໍ່ມັກສິ່ງໃໝ່" ແນວຄິດເຫລົ່ານີ້ ບໍ່ຄວນຖືກປູກຝັງໃສ່ໃນສະໝອງ ຂອງທຸກໆເຈົ້າຂອງທຸລະກິດ. ການປ່ຽນແປງແມ່ນຍາກ ສຳລັບພວກເຮົາທຸກຄົນ, ໂດຍສະເພາະເຈົ້າຂອງທຸລະກິດຂະໜາດນ້ອຍ. ທັກສະ, ງົບປະມານ ແລະ ຂະໜາດຂອງຄົນຊື້ ແມ່ນຄວາມຍາກພື້ນຖານໃນການປັບປຸງທຸລະກິດ. ເມື່ອໃດເງິນຈຳກັດ, ການປັບປ່ຽນເຕັກນິກການຜະລິດ ຍິ່ງລຳບາກ ເປັນຕົ້ນ ການຈ້າງຄູເຝິກໃຫ້ແກ່ພະນັກງານ. ບາງທີທ່ານອາດ ມີລູກຄ້າທີ່ຕ້ອງການຜະລິດຕະພັນ ຫລື ...

ທຸລະກິດນ້ອຍ ແຕ່ບໍ່ແມ່ນເລື່ອງນ້ອຍໆ

ທຸລະກິດນ້ອຍ ແຕ່ບໍ່ແມ່ນເລື່ອງນ້ອຍໆ

ໃນການສ້າງຕັ້ງທຸລະກິດຄັ້ງທຳອິດ, ທ່ານອາດພົບຫຼາຍຄຳຖາມໃນເວລາດຽວກັນ. ຍັງມີຫຼາຍອັນບໍ່ທັນເປີດເຜີຍຄຳຕອບໄດ້ດ້ວຍຕົນເອງ. ບາງອັນເປັນປິດສະໜາ ຫຼື ທ່ານອາດບໍ່ຄິດວ່າຈະແກ້ແນວໃດ? ຄ້າຍຄືກັບການນັດພົບກັບຄູຝຶກອອກກຳລັງກາຍສ່ວນຕົວ ທີ່ອາຈານຍັງບໍ່ໄດ້ສະແດງອຸປະກອນອອກກຳລັງກາຍໃຫ້ທ່ານເບິ່ງທັງໝົດ ຫຼື ເບິ່ງເຫັນສິ່ງອຳນວຍຄວາມສະດວກຕ່າງໆໃນສູນອອກກຳລັງກາຍ. ທ່ານອາດ ມີຄຳຖາມເຊັ່ນ: "ສິ່ງໃດທີ່ຈະເປັນອຸປະສັກໃຫຍ່ທີ່ສຸດຂອງທ່ານສຳລັບຄວາມສຳເລັດ ໃນການລົດນໍ້າໜັກ?" ແລະ "ແຜນການຂອງທ່ານແມ່ນຫຍັງທີ່ຈະເອົາຊະນະອຸປະສັກນັ້ນໆ?" ສິ່ງດັ່ງກ່າວ, ມັນສ້າງຄວາມກະຕືລືລົ້ນໃນທີ່ກຳລັງຈະເກີດຂື້ນ. ຈົນເຮັດແນວໃດໃຫ້ຄາດຄະເນຄຳຕອບ ແລະ ເຫດການທີ່ຈະເກີດຂື້ນ. ການສ້າງແຜນການ ...

ເຮັດແບບງ່າຍດາຍ…ເທົ່ານີ້ກໍ່ເພີ່ມສະມັດຕະພາບ

ເຮັດແບບງ່າຍດາຍ…ເທົ່ານີ້ກໍ່ເພີ່ມສະມັດຕະພາບ

ການແນະນຳໃນນີ້, ໃຊ້ໄດ້ສຳລັບຄົນທີ່ມີທຸລະກິດຂະໜາດນ້ອຍ ຫຼື ຄົນທີ່ກຳລັງເຮັດໃນບໍລິສັດຂະໜາດນ້ອຍ. ເພາະທຸລະກິດຂະໜາດນ້ອຍຫຼາຍອັນຈຳກັດ, ເຊັ່ນ: ງົບປະມານ, ພະນັກງານ, ສະຖານທີ່ ແລະ ເວລາ. ສະນັ້ນ, ພວກເຮົາຕ້ອງຮູ້ຈັກການຈັດແຈງ ສິ່ງທີ່ບໍ່ຈຳເປັນອອກໄປ ເພື່ອໃຫ້ມີເວລາໃນການບໍລິຫານວຽກ. ສ່ວນຕົວໄດ້ທົດລອງນຳໃຊ້ກັບຕົນເອງ ແລະ ໄດ້ຜົນດີ. ສິ່ງທີ່ຄວນເຮັດດ່ວນສຸດແມ່ນ. ກຳຈັດສິ່ງບໍ່ພິເສດອອກໄປ ...

ນັບຖືການແຂ່ງຂັນ

ນັບຖືການແຂ່ງຂັນ

ຖ້າທ່ານກຳລັງລົງສູ້ກັບ ນັກຄາລາເຕ້ສາຍດຳມືອາຊີບ, ໃຜຮູ້ກະຕ້ອງຈຽມຕົວ. ແຕ່ນັກຕໍ່ສູ້ແນວນີ້ ມັນກະມີເຕັມເມືອງອັນຄົນໄດ້ສາຍສີດຳ. ບໍ່ແນ່ໃຈວ່າ ຫາກມີການແຂ່ງຂັນລະຫວ່າງນັກຄາລາເຕ້ສາຍດຳມາຊິງໄຊກັນ, ໃຜຈະເປັນໜຶ່ງ. ເຊັ່ນດຽວກັບທຸລະກິດ ຫຼາຍຄົນກະເຮັດການຄ້າ ຫຼື ການບໍລິການຄືໆກັນ ແລະແມ່ນໃຜຄືທີ່ສຸດ? ຄຳວ່ານັກຄາລາເຕ້ສາຍດຳ, ກາຍເປັນຍົດທີ່ປະດັບໃຫ້. ເພື່ອໄດ້ເຫັນລະດັບຕົວທ່ານເອງ. ແນວໃດກໍ່ຕາມ “ຢ່າປະໝາດຕົວເອງ” ມັນໝາຍເຖິງລະດັບໃນການພັກດັນ ກະຕຸ້ນ ...

ຮູ້ແລ້ວສ່ຽງ

ຮູ້ແລ້ວສ່ຽງ

ການເລີ່ມຕົ້ນເຮັດທຸລະກິດຂະໜາດນ້ອຍ ແມ່ນໜຶ່ງໃນ ຊ່ວງເວລາທີ່ໜ້າຕື່ນເຕັ້ນທີ່ສຸດໃນການດຳລົງຊີວິດເປັນມະນຸດ. ສິ່ງໜຶ່ງທີ່ຄົນມັກເບິ່ງຂ້າມຄື ປັດໃຈສ່ຽງໃນທຸລະກິດນັ້ນໆ. ຖ້າດຳເນີນບໍ່ຖືກຕ້ອງ ທ່ານອາດຈະພາຕົນເອງຕົວເອງຕົກໃນສະພາບທີ່ຫຍຸ້ງຍາກ. ການເລີ່ມຕົ້ນທຸລະກິດຂະໜາດນ້ອຍມາພ້ອມກັບຄ່າໃຊ້ຈ່າຍ ແລະ ທຸກຄັ້ງທີ່ມີການພົວພັນກັບການຢືມເງິນຈາກທະນາຄານ, ມັນເປັນສິ່ງສຳຄັນທີ່ສຸດທີ່ຄວນລະມັດລະວັງກັບທຸກໆການຕັດສິນໃຈຂອງທ່ານ. ການຫຼຸດຜ່ອນຄວາມສ່ຽງສາມາດເວົ້າໄດ້ງ່າຍກວ່າການເຮັດ, ແນ່ນອນວ່າມັນເປັນໄປໄດ້. ນີ້ແມ່ນ ສາມຄຳແນະນຳ ເພື່ອໃຫ້ທ່ານເລີ່ມຕົ້ນ. ການຮູ້ຄວາມສ່ຽງບໍ່ແມ່ນຈະຢ້ານ, ມັນເຮັດໃຫ້ເຮົາຄາດຄະເນລ່ອງໜ້າວິທີແກ້ໄຂ 1. ເລີ່ມຕົ້ນທຸລະກິດຜ່ານ Online ຄວາມໄຝ່ຝັນໃນການເປີດທຸລະກິດຂະໜາດນ້ອຍຄັ້ງທຳອິດ ...

ເພີ່ມໂອກາດສຳເລັດ

ເພີ່ມໂອກາດສຳເລັດ

ເມື່ອທ່ານໄດ້ອ່ານຫົວຂໍ້ນີ້, ບໍ່ໝາຍວ່າຈະສຳເລັດທຸກໆຢ່າງທີ່ເຮັດ. ຕົວຈິງ, ການລົ້ມເຫຼວ ມັນບໍ່ໄດ້ໜ້າຢ້ານຄືທີ່ຄິດ ເມື່ອໃດເຮົາພະຍາຍາມແກ້ໄຂ. ໃນວົງການກິລາ, ກະມັກມີຄົນໄດ້ແຊ໊ມ ແລະ ມີຊື່ສຽງຕັ້ງແຕ່ນ້ອຍໆ. ມັນກໍ່ມີເປີ ເຊັນນ້ອຍຫຼາຍ. ຄວາມຢາກໄດ້ໝາກຜົນຈາກການເຮັດທຸລະກິດເປັນເຄື່ອງໝາຍບອກວ່າທ່ານຈະສຳເລັດຜົນ. ເພາະຄວາມຢາກໄດ້, ມັນຈະເຮັດໃຫ້ທ່ານສາມາດຜ່ານຜ່າຄວາມບໍ່ແນ່ນອນທາງທຸລະກິດ, ຄວາມບໍ່ໜັ້ນຄົງ ແລະ ສິ່ງທ້າທາຍຕ່າງໆທີ່ເກີດຂື້ນ ອັນປຽບສະເໜືອນ ການສິດສອນ ...

ເລີ່ມທຸລະກິດຂະໜາດນ້ອຍ

ເລີ່ມທຸລະກິດຂະໜາດນ້ອຍ

ຄຳເວົ້າງ່າຍໆທີ່ປະກາດຕໍ່ໂລກວ່າ: ເປັນນາຍຕົນເອງ ມີອິດສະຫຼະ. ຕົວຈິງມັນບໍ່ໄດ້ງ່າຍຄືທີ່ຄິດ. ເພາະຖ້າເປັນແນວນັ້ນ, ແມ່ນໃຜໆກະຄົງເຮັດທຸລະກິດ. ທຸລະກິດຂະໜາດນ້ອຍ ແມ່ນການຫັນປ່ຽນແນວຄິດຈາກພະນັກງານ, ຫຼື ງານຫວ່າງ ມາເປັນເຈົ້າຂອງທຸລະກິດ ຫຼື ຜູ້ປະກອບການ. ປະໂຫຍກທີ່ວ່າ "ທຸລະກິດຂະໜາດນ້ອຍ" ແມ່ນການຄວາມເປັນເອກະລາດ. ມັນປະກາດໃຫ້ຄອບຄົວ, ໝູ່ ເພື່ອນ, ນາຍຈ້າງຂອງທ່ານ, ...

ປ່ຽນງານປ່ຽນລາຍໄດ້

ປ່ຽນງານປ່ຽນລາຍໄດ້

ທ່ານໄດ້ຄິດກ່ຽວກັບການປ່ຽນອາຊີບຂອງທ່ານໃຫ້ກາຍເປັນທຸລະກິດທີ່ຫາເງິນໄດ້? ນີ້ແມ່ນ ຄຳແນະນຳ ທີ່ຈະຊ່ວຍໃຫ້ທ່ານຫາເງິນທີ່ທ່ານເຮັດໃນສິ່ງທີ່ທ່ານຮັກ. ດໍາເນີນການວິເຄາະຕະຫລາດ ທຸລະກິດທີ່ປະສົບຜົນສຳເລັດ ລູກຄ້າຕ້ອງການຫຼາຍກ່ວາສະມາຊິກໃນຄອບຄົວ ແລະ ໝູ່ເພື່ອນທີ່ໃກ້ຊິດທີ່ສຸດຂອງທ່ານ. ໂດຍການກວດກາຄວາມຕ້ອງການຂອງຕະຫຼາດທ້ອງຖິ່ນ ທ່ານສາມາດກຳນົດວ່າທຸລະກິດຂອງທ່ານສາມາດສ້າງການສະໜັບສະໜູນລູກຄ້າໄລຍະຍາວທີ່ ຈຳເປັນເພື່ອໃຫ້ມັນມີກຳໄລໄດ້ຫຼືບໍ່. ກວດສອບການແຂ່ງຂັນໃນທ້ອງຖິ່ນ. ທ່ານມີບາງສິ່ງບາງຢ່າງທີ່ເປັນເອກະລັກ ແລະ ມີຕະຫຼາດໃນການໃຫ້ລູກຄ້າບໍ? ຖ້າມີ, ໃຫ້ສືບຕໍ່ຂະຫຍາຍການສະໝອງ. ກຳນົດລາຄາຂອງທ່ານ ໃນເວລາທີ່ປ່ຽນງານອະດິເລກໃຫ້ເປັນທຸລະກິດ, ການກຳນົດລາຄາກໍ່ອາດຈະເປັນເລື່ອງຍາກ. ຜູ້ປະກອບການທີ່ມີຄວາມຫວັງຫຼາຍຄົນຄົ້ນພົບວຽກອະດິເລກຂອງພວກເຂົາແມ່ນໃຊ້ເວລາຫຼາຍຈົນມັນບໍ່ແມ່ນແຕ່ເຮັດໃຫ້ທຸລະກິດຂ້າງທີ່ມີກຳໄລສູງ. ທ່ານຕ້ອງຄິດຄ່າໃຊ້ຈ່າຍພຽງພໍສຳລັບສິນຄ້າ ຫຼື ບໍລິການຂອງທ່ານເພື່ອຫາກຳໄລທີ່ສົມເຫດສົມຜົນ ຫຼັງຈາກທີ່ໃຊ້ຈ່າຍໂດຍບໍ່ໄດ້ກຳນົດລາຄາຕົວເອງອອກຈາກຕະຫຼາດ. ລອງທົດສອບຕະຫຼາດ ທຸລະກິດຫຼາຍແຫ່ງທີ່ສ້າງຂື້ນໃນອະດິເລກສ່ວນຕົວສາມາດປະຕິບັດງານ ...

ທຸລະກິດໂດດດ່ຽວ

ທຸລະກິດໂດດດ່ຽວ

ການເປັນເຈົ້າຂອງບໍລິສັດ ຂະໜາດນ້ອຍ ແລະ ກາງ ກໍ່ມີການຈັດໜວດ. ປະເພດສ່ວນບຸຄົນ, ຖືຫຸ້ນ, ລັດ ຫຼື ແບບປະສົມ. ແຕ່ລະໂຄງສ້າງທຸລະກິດຂະ ໜາດນ້ອຍເຫຼົ່ານີ້ມີຜົນສະທ້ອນດ້ານພາສີແລະກົດໝາຍທີ່ແຕກຕ່າງກັນ. ເພື່ອເລືອກສິ່ງທີ່ຖືກຕ້ອງສຳລັບທຸລະກິດຂອງທ່ານ, ທ່ານຈຳເປັນຕ້ອງເຂົ້າໃຈຈຸດດີແລະຂໍ້ເສຍປຽບຂອງແຕ່ລະດ້ານ. ຜູ້ປະກອບການສ່ວນບຸກຄົນຈຳກັດຜູ້ດຽວ - ໃນດ້ານບວກ, ການເປັນເຈົ້າຂອງພຽງຜູ້ດຽວແມ່ນງ່າຍດາຍ ແລະ ມີການລົງທຶນບໍ່ສູງ. ເຈົ້າຂອງທຸລະກິດ ...

ຍິນດີຕ້ອນຮັບເຂົ້າສູ່ລະບົບ!

ເຂົ້າສູ່ບັນຊີຂອງທ່ານ

Retrieve your password

Please enter your username or email address to reset your password.

Add New Playlist

ທ່ານແນ່ໃຈບໍ່ວ່າຢາກເບິ່ງຫົວຂໍ້ນີ້?
ປົດລ໋ອກທາງຊ້າຍມື : 0
ທ່ານຈະຢຸດເຊົາລະບົບການໃຊ້ງານແທ້ບໍ່?