ທຸລະກິດນ້ອຍ ແຕ່ບໍ່ແມ່ນເລື່ອງນ້ອຍໆ

ທຸລະກິດນ້ອຍ ແຕ່ບໍ່ແມ່ນເລື່ອງນ້ອຍໆ

ໃນການສ້າງຕັ້ງທຸລະກິດຄັ້ງທຳອິດ, ທ່ານອາດພົບຫຼາຍຄຳຖາມໃນເວລາດຽວກັນ. ຍັງມີຫຼາຍອັນບໍ່ທັນເປີດເຜີຍຄຳຕອບໄດ້ດ້ວຍຕົນເອງ. ບາງອັນເປັນປິດສະໜາ ຫຼື ທ່ານອາດບໍ່ຄິດວ່າຈະແກ້ແນວໃດ? ຄ້າຍຄືກັບການນັດພົບກັບຄູຝຶກອອກກຳລັງກາຍສ່ວນຕົວ ທີ່ອາຈານຍັງບໍ່ໄດ້ສະແດງອຸປະກອນອອກກຳລັງກາຍໃຫ້ທ່ານເບິ່ງທັງໝົດ ຫຼື ເບິ່ງເຫັນສິ່ງອຳນວຍຄວາມສະດວກຕ່າງໆໃນສູນອອກກຳລັງກາຍ. ທ່ານອາດ ມີຄຳຖາມເຊັ່ນ: "ສິ່ງໃດທີ່ຈະເປັນອຸປະສັກໃຫຍ່ທີ່ສຸດຂອງທ່ານສຳລັບຄວາມສຳເລັດ ໃນການລົດນໍ້າໜັກ?" ແລະ "ແຜນການຂອງທ່ານແມ່ນຫຍັງທີ່ຈະເອົາຊະນະອຸປະສັກນັ້ນໆ?" ສິ່ງດັ່ງກ່າວ, ມັນສ້າງຄວາມກະຕືລືລົ້ນໃນທີ່ກຳລັງຈະເກີດຂື້ນ. ຈົນເຮັດແນວໃດໃຫ້ຄາດຄະເນຄຳຕອບ ແລະ ເຫດການທີ່ຈະເກີດຂື້ນ. ການສ້າງແຜນການ ...

ເປັນເຈົ້າຂອງສື່ໂຄສະນາ

ເປັນເຈົ້າຂອງສື່ໂຄສະນາ

ຖ້າບໍ່ລິສັດໃດ ບໍ່ມີສື່ໂຄສະນາຕົນເອງໃນຂະນະທີ່ອ່ານຫົວຂໍ້ນີ້, ຢ່າຫາວ່າເປັນບໍລິສັດຍຸກເຕົ່າລ້ານປີ. ບໍ່ໝາຍວ່າທ່ານບໍ່ທັນຍຸກ ຫາກແມ່ນທ່ານກຳລັງເສຍໂອກາດໃນການນຳສະເໜີສິນຄ້າ ດ້ວຍການໂຄສະນາແບບບໍ່ເສຍເງິນ. ຖ້າທ່ານມີຄວາມຈິງຈັງ ໃນການສ້າງ ທຸລະກິດຂະໜາດນ້ອຍຂອງທ່ານໃຫ້ເຕີບໂຕ, ແຕ່ຄິດວ່າການໂຄສະນາຜ່ານທາງອອນໄລເປັນເລື່ອງຫຍຸ້ງຍາກ, ແມ່ນທ່ານຍັງເປັນນັກທຸລະກິດຍຸກໂບຫານ. ປະຈຸບັນ ທຸກໆຢ່າງໄດ້ຫັນເປັນອອນໄລ ແລະ ຈະເພີ່ມທະວີຂື້ນເລີຍໆ. ການໂຄສະນານອນໃນປາຍນີ້ວ ແລະ ເຄື່ອງມືໂຄສະນາ ກໍ່ຢູ່ໃນມືຂອງທ່ານ ໂດຍບໍ່ຕ້ອງອອກໄປຈ້າງໂທລະພາບ ...

ເຮັດແບບງ່າຍດາຍ…ເທົ່ານີ້ກໍ່ເພີ່ມສະມັດຕະພາບ

ເຮັດແບບງ່າຍດາຍ…ເທົ່ານີ້ກໍ່ເພີ່ມສະມັດຕະພາບ

ການແນະນຳໃນນີ້, ໃຊ້ໄດ້ສຳລັບຄົນທີ່ມີທຸລະກິດຂະໜາດນ້ອຍ ຫຼື ຄົນທີ່ກຳລັງເຮັດໃນບໍລິສັດຂະໜາດນ້ອຍ. ເພາະທຸລະກິດຂະໜາດນ້ອຍຫຼາຍອັນຈຳກັດ, ເຊັ່ນ: ງົບປະມານ, ພະນັກງານ, ສະຖານທີ່ ແລະ ເວລາ. ສະນັ້ນ, ພວກເຮົາຕ້ອງຮູ້ຈັກການຈັດແຈງ ສິ່ງທີ່ບໍ່ຈຳເປັນອອກໄປ ເພື່ອໃຫ້ມີເວລາໃນການບໍລິຫານວຽກ. ສ່ວນຕົວໄດ້ທົດລອງນຳໃຊ້ກັບຕົນເອງ ແລະ ໄດ້ຜົນດີ. ສິ່ງທີ່ຄວນເຮັດດ່ວນສຸດແມ່ນ. ກຳຈັດສິ່ງບໍ່ພິເສດອອກໄປ ...

ຫ້ອງບັນດານຈິດ

ຫ້ອງບັນດານຈິດ

ຫົວຂໍ້ນີ້, ລວມເອົາໃນກໍລະນີທີ່ທ່ານກຳລັງເດີນທາງໄປເຮັດວຽກຕ່າງປະເທດ ຫຼື ຕ່າງແຂວງ ເປັນໄລຍະເວລາອາທິດ ຫຼື ເດືອນ ຈົນມີຄວາມຈຳເປັນຕ້ອງໃຊ້ສະຖານທີ່ ທີ່ພັກ ຫຼື ຫ້ອງນອນເປັນບ່ອນເຮັດວຽກ. ສະພາບແວດລ້ອມທີ່ພັກຂອງທ່ານມີຫຼາຍຢ່າງທີ່ມີອິດທິພົນສົ່ງຜົນກັບການເຮັດວຽກ ແລະ ແຮງຈູງໃຈຂອງທ່ານ ໃນການປະຕິບັດໜ້າທີ່. ຖ້າທ່ານປະສົມຜະສານປະສິດທິພາບຂອງຫ້ອງການ ກັບຄວາມສະດວກສະບາຍຂອງທີ່ພັກ, ທ່ານອາດຈະມີການເຮັດວຽກທີ່ດີຂື້ນ ແລະ ເຮັດວຽກໃຫ້ສຳເລັດນ້າທີ່. ສິ່ງເລັກໆນ້ອຍໆເປັນຕົ້ນ ການຈັດແຈງສາຍໄຟ, ...

ຫລຸດຄວາມສ່ຽງ ເພີມຄວາມສຳເລັດ

ຫລຸດຄວາມສ່ຽງ ເພີມຄວາມສຳເລັດ

ການເລີ່ມຕົ້ນເຮັດທຸລະກິດ ຄືການເລີ່ມສ້າງຕົວທ່ານເອງ ໃຫ້ສຳເລັດ ແລະ ມີຊື່ສຽງ. ເປັນການເຮັດວຽກໃຫ້ຕົວເອງແລະເຮັດໃນສິ່ງທີ່ທ່ານສົນໃຈ. ໃນຖານະເປັນຜູ້ປະກອບການ, ເຂົາຈະມີຄວາມກັງວົນຫຼາຍກ່ຽວກັບແຜນການ, ແລະ ຕ້ອງໄດ້ຮັບການແກ້ໄຂບັນຫາໃນຂະນະທີ່ພວກເຂົາພົບພໍ້. ບໍ່ມີຫຍັງຮັບປະກັນ ຄວາມ​ສໍາເລັດທາງທຸລະກິດ. ພວກເຮົາຕ່າງເປັນນັກສ່ຽງໂຊກ ທີ່ມີເປົ້າໝາຍເປັນເດີມພັນ. ວິທີງ່າຍໆທີ່ຈະຫລີກລ້ຽງຄວາມຝັນສະຫຼາຍຂອງຜູ້ປະກອບການ ໃນຊ່ວງທຳອິດແມ່ນການລະມັດລະວັງເປັນພິເສດເລື່ອງຫຼຸດຜ່ອນຄວາມສ່ຽງໃດໆຕໍ່ທຸລະກິດຂອງທ່ານ. ທຸລະກິດມີຄວາມສ່ຽງໂດຍທຳມະຊາດ. ການຮູ້ວິທີຈັດການກັບມັນ, ກໍ່ຈະສາມາດຫຼຸດຜ່ອນຄວາມສ່ຽງ: ທຸກຄົນສາມາດສຳເລັດໄດ້ ແຕ່ບໍ່ແມ່ນທຸກໆຄົນຈະສຳເລັດ ແຜນຕ້ອງມາກ່ອນ ການບໍ່ວາງແຜນແມ່ນການວາງແຜນຈະລົ້ມເຫລວ. ການວາງແຜນດຳເນີນງານ ...

ນັບຖືການແຂ່ງຂັນ

ນັບຖືການແຂ່ງຂັນ

ຖ້າທ່ານກຳລັງລົງສູ້ກັບ ນັກຄາລາເຕ້ສາຍດຳມືອາຊີບ, ໃຜຮູ້ກະຕ້ອງຈຽມຕົວ. ແຕ່ນັກຕໍ່ສູ້ແນວນີ້ ມັນກະມີເຕັມເມືອງອັນຄົນໄດ້ສາຍສີດຳ. ບໍ່ແນ່ໃຈວ່າ ຫາກມີການແຂ່ງຂັນລະຫວ່າງນັກຄາລາເຕ້ສາຍດຳມາຊິງໄຊກັນ, ໃຜຈະເປັນໜຶ່ງ. ເຊັ່ນດຽວກັບທຸລະກິດ ຫຼາຍຄົນກະເຮັດການຄ້າ ຫຼື ການບໍລິການຄືໆກັນ ແລະແມ່ນໃຜຄືທີ່ສຸດ? ຄຳວ່ານັກຄາລາເຕ້ສາຍດຳ, ກາຍເປັນຍົດທີ່ປະດັບໃຫ້. ເພື່ອໄດ້ເຫັນລະດັບຕົວທ່ານເອງ. ແນວໃດກໍ່ຕາມ “ຢ່າປະໝາດຕົວເອງ” ມັນໝາຍເຖິງລະດັບໃນການພັກດັນ ກະຕຸ້ນ ...

ຮູ້ແລ້ວສ່ຽງ

ຮູ້ແລ້ວສ່ຽງ

ການເລີ່ມຕົ້ນເຮັດທຸລະກິດຂະໜາດນ້ອຍ ແມ່ນໜຶ່ງໃນ ຊ່ວງເວລາທີ່ໜ້າຕື່ນເຕັ້ນທີ່ສຸດໃນການດຳລົງຊີວິດເປັນມະນຸດ. ສິ່ງໜຶ່ງທີ່ຄົນມັກເບິ່ງຂ້າມຄື ປັດໃຈສ່ຽງໃນທຸລະກິດນັ້ນໆ. ຖ້າດຳເນີນບໍ່ຖືກຕ້ອງ ທ່ານອາດຈະພາຕົນເອງຕົວເອງຕົກໃນສະພາບທີ່ຫຍຸ້ງຍາກ. ການເລີ່ມຕົ້ນທຸລະກິດຂະໜາດນ້ອຍມາພ້ອມກັບຄ່າໃຊ້ຈ່າຍ ແລະ ທຸກຄັ້ງທີ່ມີການພົວພັນກັບການຢືມເງິນຈາກທະນາຄານ, ມັນເປັນສິ່ງສຳຄັນທີ່ສຸດທີ່ຄວນລະມັດລະວັງກັບທຸກໆການຕັດສິນໃຈຂອງທ່ານ. ການຫຼຸດຜ່ອນຄວາມສ່ຽງສາມາດເວົ້າໄດ້ງ່າຍກວ່າການເຮັດ, ແນ່ນອນວ່າມັນເປັນໄປໄດ້. ນີ້ແມ່ນ ສາມຄຳແນະນຳ ເພື່ອໃຫ້ທ່ານເລີ່ມຕົ້ນ. ການຮູ້ຄວາມສ່ຽງບໍ່ແມ່ນຈະຢ້ານ, ມັນເຮັດໃຫ້ເຮົາຄາດຄະເນລ່ອງໜ້າວິທີແກ້ໄຂ 1. ເລີ່ມຕົ້ນທຸລະກິດຜ່ານ Online ຄວາມໄຝ່ຝັນໃນການເປີດທຸລະກິດຂະໜາດນ້ອຍຄັ້ງທຳອິດ ...

ຜູ້ເຮັດເປັນໄປບໍ່ໄດ້ໃຫ້ເປັນໄປໄດ້

ຜູ້ເຮັດເປັນໄປບໍ່ໄດ້ໃຫ້ເປັນໄປໄດ້

ທ່ານຕັ້ງເປົ້າໝາຍ ໃຫ້ຕົວເອງດຸປານໃດ? ທ່ານເຕັມໃຈທີ່ຈະຫຼີ້ນຄວາມສ່ຽງທີ່ມີຈຸດຈົບແບບສວຍງາມເລື້ອຍໆບໍ່? ການຂະຫຍາຍຕົວທາງທຸລະກິດ ແລະ ການດຳລົງຊີວິດ ແມ່ນອີງໃສ່ການກຳນົດຈຸດໝາຍ, ວິທີເຂົ້າໃຫ້ໄດ້ພວກມັນ, ແລ້ວກ້າວໄປສູ່ອັນດັບໜຶ່ງ. ລອງຄິດຄຳຕອບໃສ່ຄຳຖາມນີ້: ທ່ານຢຸດຢັ້ງຄວາມ ສຳເລັດຂອງທ່ານດຸຫຼາຍປານໃດ? ຖ້າທ່ານບໍ່ມັກຫຼີ້ນການພະນັ, ແຕ່ທ່ານຕ້ອງມັກການແຂ່ງຂັນປະຈຳວັນໃນຊີວິດ. ມັນເປັນການແຂ່ງພະນັນທີ່ຕ້ອງການຕົ້ນທຶນ ມາຈາກຄວາມພະ ຍາຍາມ. ຖ້າທ່ານຮັບຮູ້ຜົນສຳເລັດຂອງທ່ານແມ່ນຫຍັງ? ທ່ານກໍ່ຈະເລີ່ມຊອກວິທີໃນການດຳເນີນງານ. ນັ້ນເປັນການເດີມພັນທີ່ຄຸ້ມຄ່າ. ສ່ວນໜຶ່ງ ຂອງການກຳນົດເປົ້າໝາຍ ແລະຄວາມສຳເລັດແມ່ນການຮັບຮູ້ຜົນສຳເລັດຂອງທ່ານ ...

ເພີ່ມໂອກາດສຳເລັດ

ເພີ່ມໂອກາດສຳເລັດ

ເມື່ອທ່ານໄດ້ອ່ານຫົວຂໍ້ນີ້, ບໍ່ໝາຍວ່າຈະສຳເລັດທຸກໆຢ່າງທີ່ເຮັດ. ຕົວຈິງ, ການລົ້ມເຫຼວ ມັນບໍ່ໄດ້ໜ້າຢ້ານຄືທີ່ຄິດ ເມື່ອໃດເຮົາພະຍາຍາມແກ້ໄຂ. ໃນວົງການກິລາ, ກະມັກມີຄົນໄດ້ແຊ໊ມ ແລະ ມີຊື່ສຽງຕັ້ງແຕ່ນ້ອຍໆ. ມັນກໍ່ມີເປີ ເຊັນນ້ອຍຫຼາຍ. ຄວາມຢາກໄດ້ໝາກຜົນຈາກການເຮັດທຸລະກິດເປັນເຄື່ອງໝາຍບອກວ່າທ່ານຈະສຳເລັດຜົນ. ເພາະຄວາມຢາກໄດ້, ມັນຈະເຮັດໃຫ້ທ່ານສາມາດຜ່ານຜ່າຄວາມບໍ່ແນ່ນອນທາງທຸລະກິດ, ຄວາມບໍ່ໜັ້ນຄົງ ແລະ ສິ່ງທ້າທາຍຕ່າງໆທີ່ເກີດຂື້ນ ອັນປຽບສະເໜືອນ ການສິດສອນ ...

ນັກທຸລະກິດນັກຊອກຮູ້

ນັກທຸລະກິດນັກຊອກຮູ້

ການມັກອ່ານ ມັນແມ່ນໜຶ່ງ ໃນວິທີທີ່ເຮັດໃຫ້ຄົນເຂົ້າຫາແຫຼ່ງແນວຄິດໃໝ່. ການບໍ່ມັກອ່ານມັນຈະເປັນການກີດກັ້ນການໄດ້ຂ່າວສານໃໝ່. ຖ້າທ່ານອ່ານປື້ມຂອງບັນດານັກເລົ່າເລື່ອງອາຊະຍາກຳ ທ່ານກໍ່ຈະໄດ້ຮັບຂໍ້ມູນການເປັນອາດສະຍາກອນ. ໜັງຫຼາຍເລື່ອງຖືກສ້າງມາຈາກປື້ມຂາຍດີ. ບາງຄົນຖືການອ່ານເປັນຊີວິດຈິດໃຈ. ປື້ມໂດຍລວມແລ້ວຈະມີຈຸດປະສົງໃນການບອກເລົ່າເລື່ອງ, ປະສົບການ ຫຼື ແນວຄິດຂອງຄົນຂຽນ. ການອ່ານປື້ມທຸລະກິດທ່ານກໍ່ຈະໄດ້ຮັບຮູ້ຫຼາກຫຼາຍທັກສະທາງທຸລກິດເຊັ່ນດຽວກັນ. ຄຳວ່າປື້ມທຸລະກິດ ບໍ່ໄດ້ໝາຍວ່າຈະຕ້ອງເປັນກຽວກັບເຕັກນິກ, ມັນມີຫຼາຍຮູບແບບ. ບໍ່ວ່າຈະເປັນການເລົ່າປະຫວັດ ຂອງທຸລະກິດ, ນັກທຸລະກິດ, ແລະ ອື່ນໆ. ປະຈຸບັນ, ຄົນສາມາຮັບຄວາມຮູ້ໄດ້ຈາກຫຼາຍທາງ. ເປັນຕົ້ນ ...

ໜ້າ 1 ຂອງ 2 1 2

ຍິນດີຕ້ອນຮັບເຂົ້າສູ່ລະບົບ!

ເຂົ້າສູ່ບັນຊີຂອງທ່ານ

Retrieve your password

Please enter your username or email address to reset your password.

Add New Playlist

ທ່ານແນ່ໃຈບໍ່ວ່າຢາກເບິ່ງຫົວຂໍ້ນີ້?
ປົດລ໋ອກທາງຊ້າຍມື : 0
ທ່ານຈະຢຸດເຊົາລະບົບການໃຊ້ງານແທ້ບໍ່?