ສົ່ງອອກລາວຍຸກໃໝ່ ExLaos
  • ໜ້າຫຼັກ
    • Home – Layout 1
    • Home – Layout 2
    • Home – Layout 3
  • ຕະຫຼາດໂລກ
  • ສ້າງທຸລະກິດ
  • ທຸລະກິດ “ກິກ”
  • ເປັນຜູ້ນຳ
  • ສື່ອອນໄລ
  • ຮັກຊີວິດ
  • ສ້າງຍີ່ຫໍ້
  • ທັກສະສື່ສານ
ບໍ່ພົບ
ເບິ່ງຜົນຮັບທັງໝົດ
  • ໜ້າຫຼັກ
    • Home – Layout 1
    • Home – Layout 2
    • Home – Layout 3
  • ຕະຫຼາດໂລກ
  • ສ້າງທຸລະກິດ
  • ທຸລະກິດ “ກິກ”
  • ເປັນຜູ້ນຳ
  • ສື່ອອນໄລ
  • ຮັກຊີວິດ
  • ສ້າງຍີ່ຫໍ້
  • ທັກສະສື່ສານ
ບໍ່ພົບ
ເບິ່ງຜົນຮັບທັງໝົດ
ສົ່ງອອກລາວຍຸກໃໝ່ ExLaos
ບໍ່ພົບ
ເບິ່ງຜົນຮັບທັງໝົດ
ໜ້າຫຼັກ ການຕະຫຼາດອອນໄລ

ນັກທຸລະກິດນັກຊອກຮູ້

ຫາກຂາດການຊອກຮູ້ ເຊື່ອວ່າທຸລະກິດທ່ານຕ້ອງຫຼ້າຫຼັງໝູ່ ແລະ ຢູ່ບໍ່ດົນ

ExLaos ໂດຍ ExLaos
July 30, 2023
ໃນ ການຕະຫຼາດອອນໄລ, ທັກສະສື່ສານ, ສື່ອອນໄລ, ເປັນນັກທຸລະກິດ
0 0
0
ນັກທຸລະກິດນັກຊອກຮູ້

Male eye emerging behind potted plant - spying and shadowing concept

0
ສົ່ງຕໍ່
4
ຈຳນວນຄົນເບິ່ງ
Share on FacebookShare on Twitter

ການມັກອ່ານ ມັນແມ່ນໜຶ່ງ ໃນວິທີທີ່ເຮັດໃຫ້ຄົນເຂົ້າຫາແຫຼ່ງແນວຄິດໃໝ່. ການບໍ່ມັກອ່ານມັນຈະເປັນການກີດກັ້ນການໄດ້ຂ່າວສານໃໝ່. ຖ້າທ່ານອ່ານປື້ມຂອງບັນດານັກເລົ່າເລື່ອງອາຊະຍາກຳ ທ່ານກໍ່ຈະໄດ້ຮັບຂໍ້ມູນການເປັນອາດສະຍາກອນ. ໜັງຫຼາຍເລື່ອງຖືກສ້າງມາຈາກປື້ມຂາຍດີ. ບາງຄົນຖືການອ່ານເປັນຊີວິດຈິດໃຈ.

ປື້ມໂດຍລວມແລ້ວຈະມີຈຸດປະສົງໃນການບອກເລົ່າເລື່ອງ, ປະສົບການ ຫຼື ແນວຄິດຂອງຄົນຂຽນ. ການອ່ານປື້ມທຸລະກິດທ່ານກໍ່ຈະໄດ້ຮັບຮູ້ຫຼາກຫຼາຍທັກສະທາງທຸລກິດເຊັ່ນດຽວກັນ. ຄຳວ່າປື້ມທຸລະກິດ ບໍ່ໄດ້ໝາຍວ່າຈະຕ້ອງເປັນກຽວກັບເຕັກນິກ, ມັນມີຫຼາຍຮູບແບບ. ບໍ່ວ່າຈະເປັນການເລົ່າປະຫວັດ ຂອງທຸລະກິດ, ນັກທຸລະກິດ, ແລະ ອື່ນໆ. ປະຈຸບັນ, ຄົນສາມາຮັບຄວາມຮູ້ໄດ້ຈາກຫຼາຍທາງ. ເປັນຕົ້ນ ດ້ວຍການຟັງ. ປື້ມຫຼາຍຫົວຖືກ ອັດເປັນສຽງ ທີ່ທ່ານສາມາດ ຟັງໄດ້ໃນຍາມຂັບລົດ. ຄວາມຮູ້ໄດ້ຈາກຫ້ອງຮຽນ ໃນຫຼັກສູດໃດໜຶ່ງນັ້ນ ໜ້າຈະບໍ່ພຽງພໍ ໃນການດຳເນີນທຸລະກິດຕົວຈິງ. ເພາະເທັກໂນໂລຍີມີການປັບຕົວໄວຫຼາຍ. ເຊັ່ນ ແຕ່ກ່ອນບໍ່ມີການສອນການຂາຍທາງອອນໄລຜ່ານການລົມສົດ. ແຕ່ປະຈຸບັນ ການຂ່າຍເຄື່ອງຕາມ ສື່ສັງຄົມອອນໄລ ກາຍເປັນເລື່ອງທຳມະດາ. ແມ່ນຫຍັງທີ່ເຮັດໃຫ້ຄົນບໍ່ປະການຮຽນຮູ້?

ຮູ້ຈັກຕັ້ງຄຳຖາມ

ເພື່ອໃຫ້ໄດ້ຄຳຕອບ, ການຕັ້ງຄຳຖາມເປັນສິ່ງທີ່ສຳຄັນແລະຈຳເປັນຫຼາຍ. ທ່ານຕ້ອງມີຄວາມສົນໃຈໃນບັນຫາຕິດພັນກັບການດຳເນີນທຸລະກິດຢູ່ຕະຫຼອດ. ໂດຍສະເພາະໃນຊ່ວງການວາງແຜນ. ທ່ານຕ້ອງການຊັບພະຍາກອນທາງແນວຄິດ ແລະ ເຕັກນິກເພື່ອໃຊ້ໃນການຄົ້ນຄວ້າສ້າງແຜນ. ເມື່ອທ່ານ ສ້າງແຜນການຕະຫລາດທຸລະກິດຂະໜາດນ້ອຍຂອງທ່ານ ແລະ ພະຍາຍາມ ເຮັດກິດຈະກຳການຕະຫຼາດໃໝ່ , ທ່ານຕ້ອງການເຄື່ອງມືເພື່ອວັດແທກຜົນກະທົບແລະວິທີການຕີລາຄາໝາກຜົນທີ່ຈະໄດ້ຮັບ.

ມີແຕ່ຄຳຖາມທີ່ຖືກຕ້ອງເທົ່ານັ້ນທີ່ຈະເຮັດໃຫ້ທ່ານມີ ຄຳຕອບທີ່ຖືກຕ້ອງ.

ໃນປື້ມອາຊະຍາກຳ ຜູ້ຕ້ອງສົງໃສ ຈະຕ້ອງບໍ່ເປີດເຜີຍຂໍ້ມູນ. ຈົນກ່ວານັກສືບຈະຖາມຄໍາຖາມທີ່ຖືກຕ້ອງ ແລະ ມີການຕຶກຕອງ ວ່າພວກເຂົາໄດ້ຮັບຄໍາຕອບທີ່ພວກເຂົາຄົ້ນຫາຫຼືບໍ່?

ນີ້ແມ່ນຄວາມຈິງໃນທຸລະກິດ, ເຊັ່ນດຽວກັນ. ກ່ຽວກັບການກຳນົດເປົ້າໝາຍ ແລະ ຂັ້ນຕອນການວາງແຜນທຸລະກິດ. ແຜນທີ່ມີຄຳຕອບທີ່ດີເທົ່ານັ້ນ ຖ້າທ່ານກຳລັງສຸມໃສ່ຖາມເປົ້າໝາຍທີ່ຖືກຕ້ອງ ແລະ ການກະທຳທີ່ຖືກຕ້ອງ ຈະຖືກເປີດເຜີຍ ເຊິ່ງຈະເຮັດໃຫ້ທ່ານກ້າວໄປສູ່ການບັນລຸເປົ້າໝາຍທາງທຸລະກິດ.

ແລະ ເຊັ່ນດຽວກັບນັກສືບບໍ່ໄດ້ຂໍ້ມູນຈາກການສືບສວນຄັ້ງທຳອິດ. ທ່ານອາດຈະບໍ່ພົບຄວາມສຳເລັດໃນຄວາມພະຍາຍາມທຳອິດຂອງທ່ານ. ທ່ານຈຳເປັນຕ້ອງນຳມັນເປັນແຕ່ລະບາດກ້າວ, ຖາມຄຳຖາມທີ່ຖືກຕ້ອງໃນເວລາທີ່     ເໝາະສົມແລະເດີນຕາມເສັ້ນທາງ. ເພາະການດຳເນີນທຸລະກິດບາງຄັ້ງທ່ານຈະພົບຄຳຕອບດ້ວຍຕົນເອງ ແລະ ມັນຈະນຳທ່ານໄປສູ່ຂໍ້ຄຶດຕໍ່ໄປ.

ຄວນກຽມຕົວໄວ້ສະເໝີ.

ໃນການສືບສວນອາດສະຍາກຳທີ່ຕື່ນເຕັ້ນ, ບໍ່ມີໃຜຈະຮູ້ວ່າຄະດີມັນຈະອອກມາເປັນແນວໃດ? ຈະແກ້ແນວໃດ? ຜູ້ຕ້ອງສົງໃສແມ່ນຄົນເຮັດແທ້ບໍ່? ຫຼກຖານທີ່ມີເຊື່ອໄດ້ຫຼາຍປານໃດ? ການກວດສອບຫຼັກຖານຈາກພະຍານຄົນອື່ນ ຊ່ວຍຕອບຄຳຖາມໄດ້ຫຼາຍປານໃດ? ເຊັ່ນດຽວກັບການ ເຮັດທຸລະກິດ. ມັນກໍ່ຄ້າຍໆກັບການເດີນເຮືອ ທີ່ບໍ່ໄດ້ສະດວກສະບາຍໃນວັນທີ່ມີລົມຝົນ ແລະ ພາຍຸ. ການກຽມຕົວໃສ່ແຜນສຸກເສີນສຳຮອງ ແມ່ນທັກສະການແກ້ໄຂສະພາບ ແລະ ການຄົງໄວບໍລິສັດ.

ຊື່ສັດ ຊື່ສັດ ຊື່ສັດ

ຂໍໃຫ້ມີຄວາມຊື່ສັດ ໃນການແກ້ໄຂໃນຍາມທີ່ມີສະພາບການບໍ່ດີ. ຄວາມຊື່ສັດຈະເຮັດໃຫ້ເກີດມີຄວາມໄວ້ວາງໃຈ. ທ່ານຈະບໍ່ໄດ້ຮັບປະກັນຄວາມສຳເລັດ, ເພາະວ່າໄດ້ເງິນມາອັນເກີດຈາກການຕົວະຕົ້ມຄົນອື່ນ. ມັນແຮງຈະເຮັດໃຫ້ຊີວິດເຈົ້າຕົກຕໍ່າ. ຄວາມຊື່ສັດ ບໍ່ໄດ້ໝາຍວ່າສະແດງກັບຄົນອື່ນ ແຕ່ກັບຕົນເອງນຳ. ທ່ານຕ້ອງພ້ອມທີ່ຈະຮັບຮູ້ສະພາບຄວາມເປັນຈິງທີ່ເກີດຂື້ນ. ຖ້າຫາກບໍລິສັດກຳລັງຈະລົ້ມລະລາຍ ຕົວເຮົາເອງກໍ່ຕ້ອງພ້ອມທີ່ຈະຢຸດທຸລະກິດນັ້ນໆ. ການຮັບເອົາຄວາມເປັນຈິງ ມັນຈະເປີດໂອກາດສູ່ຫົນທາງໃໝ່ແບບບໍ່ຫວັ່ນໄຫວ.

ເມື່ອທ່ານວ່າຮູ້ຕ້ອງການຫຍັງຈາກທຸລະກິດ, ທ່ານຈະຕ້ອງຊອກຫາຄຳຕອບໃຫ້ໄດ້. ຄົນທີ່ມີຄວາມຕັ້ງໃຈທີ່ແນ່ນອນ, ເຂົາຈະມີຄວາມໜັ້ນໃຈ ແລະ ບໍ່ຢ້ານຄວາມລົ້ມເຫຼວ. ເຂົາຈະຮູ້ວິທີຊອກທາງເດີນ ແລະ ປັບເສັ້ນທາງເດີນຢູ່ສະເໜີ.

 

ທ່ານມີຄຳແນະນຳໃດຕື່ມອີກບໍ່ໃນຫົວຂໍ້ນີ້ ຫຼື ມີປະສົບການທີ່ແຕກຕ່າງຈາກນີ້, ຊ່ວຍແບ່ງປັນປະສົບການນັ້ນໃນທີ່ນີ້ດ້ວຍ ເພື່ອເປັນການໃຫ້ຄົນອື່ນໄດ້ຮຽນຮູ້ນຳກັນ.

 

 

ກຸ່ມ: ຕະຫຼາດສົ່ງອອກສື່ອອນໄລສົ່ງອອກສ້າງທຸລະກິດ
ExLaos

ExLaos

ກ່ຽວພັນກັບຫົວຂໍ້

ການບໍລິການລູກຄ້າມັດໃຈ
ການຕະຫຼາດອອນໄລ

ການບໍລິການລູກຄ້າມັດໃຈ

April 12, 2024
ຖ້າປ່ຽນແປງແລ້ວດີ ແລ້ວເປັນຫຍັງບໍ່ປ່ຽນ?
ການຕະຫຼາດອອນໄລ

ຖ້າປ່ຽນແປງແລ້ວດີ ແລ້ວເປັນຫຍັງບໍ່ປ່ຽນ?

July 30, 2023
ຍິ່ງມານພະຈົນ ບາລະມີຍິ່ງສູງສົ່ງ
ທັກສະສື່ສານ

ຍິ່ງມານພະຈົນ ບາລະມີຍິ່ງສູງສົ່ງ

July 30, 2023

ສົ່ງອອກລາວຍຸກໃໝ່ ExLaos

ພວກເຮົາຫວັງນຳໃຊ້ສື່ນີ້ ໃນການຊັດຊວນຄົນລາວມາອອກແຮງການຜະລິດ ແລະ ໃຫ້ບໍລິການ. ທ່ານຈະໄດ້ຄົ້ນພົບຫຼາກຫຼາຍແນວຄິດການດຳເນີນທຸລະກິດແບບທັນຍຸກ. ການສົ່ງອອກຖືເປັນເປົ້າໝາຍຫຼັກອັນໜຶ່ງຂອງເວັບນີ້. ສຶກສາເພີ່ມເຕີມກົດເບິ່ງທີ່ນີ້ 

ຫົວຂໍ້ລ້າສຸດ

  • ລູກຄ້າຫຼາຍໃຈ August 29, 2023
  • ການບໍລິການລູກຄ້າມັດໃຈ August 7, 2023
  • About ExLaos (Eng) August 6, 2023

ກຸ່ມຫົວຂໍ້

  • English
  • ການຕະຫຼາດອອນໄລ
  • ຕະຫຼາດໂລກ
  • ທັກສະສື່ສານ
  • ທຸລະກິດ "ກິກ"
  • ທຸລະກິດ MSMEs
  • ສື່ອອນໄລ
  • ສ້າງຍີ່ຫໍ້
  • ສ້າງທຸລະກິດ
  • ເປັນນັກທຸລະກິດ
  • ເປັນຜູ້ນຳ

[mc4wp_form]

© 2023 ExportingLaos.com - City Export Promotion in Laos. All rights belong to their respective owners.
ExportingLaos.com is a top export promoter in News, Blog, Newspaper & Magazine in Laos Export.

ຍິນດີຕ້ອນຮັບເຂົ້າສູ່ລະບົບ!

ເຂົ້າສູ່ບັນຊີຂອງທ່ານ

Forgotten Password?

Retrieve your password

Please enter your username or email address to reset your password.

Log In

Add New Playlist

ບໍ່ພົບ
ເບິ່ງຜົນຮັບທັງໝົດ
  • Home
  • ສ້າງທຸລະກິດ
  • ເປັນນັກທຸລະກິດ
  • ທຸລະກິດ “ກິກ”
  • ສື່ອອນໄລ
  • ເປັນຜູ້ນຳ
  • ທັກສະສື່ສານ
  • ສ້າງຍີ່ຫໍ້
  • ທຸລະກິດ MSMEs
  • ການຕະຫຼາດອອນໄລ

© 2025 JNews - Premium WordPress news & magazine theme by Jegtheme.

ທ່ານແນ່ໃຈບໍ່ວ່າຢາກເບິ່ງຫົວຂໍ້ນີ້?
ປົດລ໋ອກທາງຊ້າຍມື : 0
ທ່ານຈະຢຸດເຊົາລະບົບການໃຊ້ງານແທ້ບໍ່?
Go to mobile version