ສື່ອອນໄລ

You can add some category description here.

ນັກທຸລະກິດນັກຊອກຮູ້

ນັກທຸລະກິດນັກຊອກຮູ້

ການມັກອ່ານ ມັນແມ່ນໜຶ່ງ ໃນວິທີທີ່ເຮັດໃຫ້ຄົນເຂົ້າຫາແຫຼ່ງແນວຄິດໃໝ່. ການບໍ່ມັກອ່ານມັນຈະເປັນການກີດກັ້ນການໄດ້ຂ່າວສານໃໝ່. ຖ້າທ່ານອ່ານປື້ມຂອງບັນດານັກເລົ່າເລື່ອງອາຊະຍາກຳ ທ່ານກໍ່ຈະໄດ້ຮັບຂໍ້ມູນການເປັນອາດສະຍາກອນ. ໜັງຫຼາຍເລື່ອງຖືກສ້າງມາຈາກປື້ມຂາຍດີ. ບາງຄົນຖືການອ່ານເປັນຊີວິດຈິດໃຈ. ປື້ມໂດຍລວມແລ້ວຈະມີຈຸດປະສົງໃນການບອກເລົ່າເລື່ອງ, ປະສົບການ ຫຼື ແນວຄິດຂອງຄົນຂຽນ. ການອ່ານປື້ມທຸລະກິດທ່ານກໍ່ຈະໄດ້ຮັບຮູ້ຫຼາກຫຼາຍທັກສະທາງທຸລກິດເຊັ່ນດຽວກັນ. ຄຳວ່າປື້ມທຸລະກິດ ບໍ່ໄດ້ໝາຍວ່າຈະຕ້ອງເປັນກຽວກັບເຕັກນິກ, ມັນມີຫຼາຍຮູບແບບ. ບໍ່ວ່າຈະເປັນການເລົ່າປະຫວັດ ຂອງທຸລະກິດ, ນັກທຸລະກິດ, ແລະ ອື່ນໆ. ປະຈຸບັນ, ຄົນສາມາຮັບຄວາມຮູ້ໄດ້ຈາກຫຼາຍທາງ. ເປັນຕົ້ນ...

ທຸລະກິດກ່ອນບຳນານ

ທຸລະກິດກ່ອນບຳນານ

ຈະເຮັດຫຍັງດີຕອນເຂົ້າບຳນານ? ບາງຄົນຍັງແຂງແຮງ. ແນວຄິດທຸລະກິດຊ່ວງເຂົາບຳນານແມ່ນຄວາມຄິດທີ່ດີ. ບໍ່ວ່າທ່ານຈະມີອາຍຸເທົ່າໃດກໍ່ຕາມ ແລະ ຄົນເຮົາມັກເຫັນຕົວຢ່າງລຸງ KFC ທີ່ເຮັດທຸລະກິດໃນໄວແກ່ສະລາ. ກາຍເປັນແຮງຈູງໃຈຂອງຜູ້ປະກອບການຫຼັງຈາກອາຍຸ 50 ປີ. ພວກເຂົາມີຂໍ້ໄດ້ປຽບຫຼາຍກວ່າຜູ້ທີ່ເປັນເຈົ້າຂອງທຸລະກິດຂະໜາດນ້ອຍທີ່ມີປະສົບການໜ້ອຍກວ່າ. ແຕ່ຄວາມເປັນຜູ້ໃຫຍ່ແລະປະສົບການທາງທຸລະກິດຢ່າງດຽວຈະບໍ່ພຽງພໍທີ່ຈະເຮັດໃຫ້ທຸລະກິດໃໝ່ ຂອງທ່ານໃຫ້ມີກຳໄລໄດ້. ນີ້ແມ່ນ ຂໍ້ເສຍປຽບບາງຢ່າງທີ່ຄວນຫລີກລ້ຽງເວລາເລີ່ມຕົ້ນເຮັດທຸລະກິດຂະ ໜາດ ນ້ອຍຕໍ່ມາໃນຊີວິດ. ການນຳໃຊ້ເງິນຝາກບຳນານຂອງທ່ານເພື່ອເປັນທຶນແກ່ການລົງທືນ ສິ່ງໜຶ່ງທີ່ມີຄວາມສ່ຽງສູງທີ່ສຸດທີ່ທ່ານສາມາດເຮັດໄດ້ແມ່ນການໃຊ້ເງິນຝາກເຂົ້າເບັ້ຽບຳນານຂອງທ່ານເພື່ອເປັນທຶນໃນການເຮັດທຸລະກິດໃໝ່. ມີຫລາຍແຫລ່ງທຶນທີ່ມີທ່າແຮງອື່ນໆທີ່ຕ້ອງລອງກ່ອນ. ແທນທີ່ຈະກ່ວາເຂົ້າໄປໃນເງິນກະສຽນວຽກຂອງທ່ານ, ຊອກຫາການສະໜັບສະໜູນທຸລະກິດຂອງທ່ານຈາກແຫລ່ງອື່ນ ໆ...

ຄວາມເປັນສ່ວນຕົວກັບລູກຄ້າ

ຄວາມເປັນສ່ວນຕົວກັບລູກຄ້າ

ເພາະເຮົາຢາກໄດ້ລູກຄ້າ, ເຮົາຈິ່ງພະຍາຍາມເຂົ້າໃກ້ຊິດ. ຜູ້ປະກອບການຈິ່ງຫາທຸກວິທີທາງໄດ້ໃກ້ຊິດ. ການແບ່ງປັນຂໍ້ມູນທາງທຸລະກິດຄວນຖືກຄັດສັນ ແລະ ບໍ່ໃຫ້ຂໍ້ມູນສ່ວນຕົວແຜ່ອອກໄປຫຼາຍໃນທາງທີ່ບໍ່ຈຳເປັນ. ເພາະທ່ານອາດຈະຖືກລໍ້ລວງໃຫ້ແບ່ງປັນຂໍ້ມູນສ່ວນຕົວ ໃນບາງກໍລະນີການສື່ສານ. ເພື່ອຊ່ວຍໃຫ້ທ່ານມີຄວາມເປັນມືອາຊີບກັບລູກຄ້າ, ທ່ານຄວນຕັ້ງຂອບເຂດການເຮັດວຽກສ່ວນຕົວ ແລະ ທຸລະກິດຂອງທ່ານເອງ. ຈາກນັ້ນທ່ານສາມາດນຳໃຊ້ຄຳແນະນຳ ເຫຼົ່ານັ້ນເພື່ອສ້າງສາຍພົວພັນການເຮັດວຽກທີ່ເປັນມືອາຊີບກັບລູກຄ້າຂອງທ່ານ. ຂໍ້ມູນໃດຄວນປ່ອຍອອກໄປ ເພື່ອສ້າງສາຍສຳພັນແບບອົບອຸ່ນ ແລະ ເປັນມືອາຊີບ? ພະຍາຍາມພົວພັນໃນໂມງເຮັດວຽກ. ເພື່ອບໍ່ໃຫ້ລູກຄ້າຄິດວ່າ ທ່ານເຮັດວຽກທັງເສົາທິດເພື່ອເຂົາເຈົ້າສະເໜີ...

ເກີດມາເປັນຜູ້ປະກອບການ

ເກີດມາເປັນຜູ້ປະກອບການ

ຜູ້ປະກອບການອາດບໍ່ຮູ້ ວ່າພວກເຂົາເກີດມາເພື່ອເຮັດສິ່ງທີ່ແຕກຕ່າງ. ນັ້ນແມ່ນຍ້ອນວ່າພວກເຮົາໄດ້ຮັບການສິດສອນຕັ້ງແຕ່ອາຍຸຍັງນ້ອຍວ່າການຢູ່ລອດໃນອາຊີບ ແລະ ຄວາມສຳເລັດແມ່ນອີງໃສ່ການເຮັດວຽກກັບອົງກອນ, ຈົບມາຊອກຫາວຽກ, ມີຕຳແໜ່ງໃນບໍລິສັດ, ແລະ ສິ່ງດັ່ງກ່າວກາຍເປັນມາດຖານການດຳລົງຊີວິດ. ເຖິງຢ່າງໃດກໍ່ຕາມ, ຫຼາຍຄົນບໍ່ສາມາດຍອມຮັບສິ່ງທີ່ກ່າວມານັ້ນເປັນຢ່າງນີ້. ພວກເຮົາຫວັງວ່າຕົວເອງຈະມີທາງອອກ - ວິທີການເປັນນາຍຈ້າງຂອງພວກເຮົາເອງ. ນີ້ແມ່ນສອງສາມວິທີໃນການຮັບຮູ້ ຈິດໃຈຂອງຜູ້ປະກອບການ ໃນຕົວທ່ານເອງ ແລະ ຜູ້ອື່ນ. 1. ມັກການປ່ຽນແປງ ຜູ້ປະກອບການຮູ້ສຶກອຸກໃຈຍ້ອນຄວາມເຕັມໃຈຂອງຄົນອື່ນທີ່ຈະເຮັດບາງສິ່ງບາງຢ່າງ “ວິທີທີ່ມັນເຄີຍເຮັດຢູ່ສະ ເໝີ” ແລະຮັບຮູ້ວ່າການປ່ຽນແປງແມ່ນວິທີດຽວທີ່ຈະປັບປຸງ....

ມີແຜນສອງເພື່ອເປົ້າໝາຍດຽວ

ມີແຜນສອງເພື່ອເປົ້າໝາຍດຽວ

ມີຫຼາຍຄັ້ງທີ່ເຄີຍໄດ້ລົມກັບເພື່ອນຮ່ວມງານ ກ່ຽວກັບການເຮັດວຽກໃນອານາຄົດ ຕິດພັນການເລີ່ມຕົ້ນເຮັດທຸລະກິດ ແລະ ທຸກພາກສ່ວນທີ່ເຄື່ອນໄຫວທີ່ມີສ່ວນຮ່ວມໃນຂະບວນການນີ້. ບາງຢ່າງ, ການສົນທະນາຂອງພວກເຮົາໄດ້ຖືກເລື່ອນໄປສູ່ການຈັດຕັງປະຕິບັດແບບໃໝ່ ເຊິ່ງບໍ່ເກີດມີຄວາມຕໍ່ເນື່ອງ. ເຖິງວ່າບາງຄົນຈະບໍ່ເຫັນດີກັບຮູບແບບແນວນັ້ນກໍ່ຕາມ. ແນວຄວາມຄິດທີ່ບໍ່ຖືກ ຈັດຕັ້ງະຕິບັດ ຫຼື ຖືກຍົກເລີກເລີຍ ມັນກະເປັນການສ້າງຄວາມນ້ອຍໃຈໃຫ້ຄົນເຈົ້າຂອງຄວາມຄິດ. ໃນຖານະ ຫົວໜ້າບໍລິສັດ, ເຂົາເຈົ້າມີສິດຕັດສິນໃຈ ອັນທີ່ຈະເປັນຜົນດີສຸດແກ່ບໍລິສັດສະເໜີ. ແຜນສອງ ຫຼື ແຜນສຳຮອງ...

ເຮັດທຸລະກິດເພື່ອການເປັນອີດສະຫຼະ?

ເຮັດທຸລະກິດເພື່ອການເປັນອີດສະຫຼະ?

ການເລີກວຽກໃນແຕ່ລະມື້ ແລະ ການສ້າງລາຍໄດ້ທັງໝົດຂອງທ່ານເອງ ແມ່ນຄວາມຝັນສຳລັບນັກທຸລະກິດສະໜັກຫຼີ້ນ, ແຕ່ມັນກໍ່ບໍ່ແມ່ນສິ່ງທີ່ບັນລຸໄດ້ຢ່າງງ່າຍດາຍ. ຫລາຍພັນຄົນພະຍາຍາມເຮັດວຽກເປັນປີເພື່ອມີອິດສະຫຼະ.  ຄວາມຄິດການມີທຸລະກິດ ແລະ ການເປັນອິດສະຫຼະມັນບໍ່ສອດຄ່ອງກັນປານໃດ. ແລະ ມັນຕິດພັນກັບຫຼາຍປັດໃຈ. ເປັນຕົ້ນ ພວກເຮົາເວລາມີທຸລະກິດ, ແມ່ນແທ້ວ່າເຮົາເປັນອິດສະຫຼະ, ບໍ່ມີໃຜມາສັ່ງ. ຢາກມາການຍາມໃດກໍ່ໄດ້, ເຮັດຫຍັງກໍ່ໄດ້ ແຕ່ການເຮັດແບບນັ້ນ ມັນບໍ່ໄດ້ເຮັດໃຫ້ທຸລະກິດເກີດຜົນກຳໄລ. ການເຮັດທຸລະກິດ, ເຈົ້າຂອງຕ້ອງໄດ້ທຸ້ມເທ...

ຂໍບອກຄວາມຈິງ

ຂໍບອກຄວາມຈິງ

ມື້ນີ້, ວັນທີ 7 ເດືອນກໍລະກົດ, ແມ່ນວັນ ເລົ່າຄວາມຈິງ . ໃນກຽດສັກສີຂອງມື້ນີ້, ໃຫ້ຕັດ BS ແລະມີຄວາມຊື່ສັດ. ຊີວິດຂອງຜູ້ປະກອບການອາດເບິ່ງຄືວ່າເປັນສິ່ງທີ່ ໜ້າ ງຶດງໍ້ແລະອຸດົມສົມບູນຂອງຄົນພາຍນອກ. ມື້ນີ້, ພວກເຮົາ ກຳ ລັງຖີ້ມຜ້າມ່ານຄືນແລະພິຈາລະນາຢ່າງຈິງໃຈວ່າມັນເປັນແນວໃດແທ້ທີ່ຈະເປັນຜູ້ປະກອບການ. ສິ່ງທີ່ດີ, ບໍ່ດີແລະບໍ່ດີ. ແລະພວກເຮົາບອກຄວາມຈິງ. ໃນຖານະຜູ້ປະກອບການ, ພວກເຮົາບໍ່ແມ່ນຄົນ ທຳ ມະດາ. ພວກເຮົາບໍ່ປະຕິບັດຕາມເສັ້ນທາງທີ່ປອດໄພແລະປອດໄພ. ພວກເຮົາ ກຳ ລັງ ຊຸກຍູ້ຂໍ້...

ເຝິກຄົນມາໃຊ້ງານ

ເຝິກຄົນມາໃຊ້ງານ

ການເຝິກທັກສະ ໃຫ້ແກ່ພະນັກງານ ບໍລິສັດ ເປັນປະຈຳ, ມັນຈະຊ່ວຍຍົກລະດັບ ກຳລັງການຜະລິດ. ທຸກໆການເຝິກບໍ່ ແມ່ນໄດ້ມາລ້າໆ. ສຳລັບຫຼາຍຫົວໜ່ວຍທຸລະກິດໃນລາວ, ການເຝິກອົບຮົມ ສ່ວນໃຫຍ່ຈັດຂື້ນໂດຍ ອົງການພາກລັດ ທີ່ສະໜັບສະໜູນ ຈາກອົງການສາກົນ. ເຖິງວ່າຈະບໍ່ໄດ້ເສຍເງິນເຂົ້າຮ່ວມການເຝິກອົບຮົມຄືກັນກັບປະເທດອື່ນໆ, ແຕ່ມັນກະມີລາຄາຂອງມັນ. ການເຝິກ ໝາຍວ່າພະນັກງານ ຈະຕ້ອງໄດ້ຂາດການເຮັດວຽກເຂົ້າຮ່ວມການເຝິກທັກສະ. ແລະ...

ຈົບແບບສຳເລັດ

ອາດໃຫຍ່ໄວໂພດ

ຈະວ່າເປັນຫົວຂໍ້ແປກກະແມ່ນ. ເພາະໂດຍລວມໃຜໆກະຢາກຂະຫຍາຍທຸລະກິດ. ສິ່ງທີ່ຕ້ອງຄົ້ນຄິດຄືຄວາມໜັ້ນຄົງ ໃນເວລາຂະຫຍາຍຕົວ. ໃນບັນດາເຈົ້າຂອງທຸລະກິດ, ພວກເຂົາກໍ່ມັກສົນທະນາກ່ຽວກັບວິທີການຕ່າງໆເພື່ອ ຂະຫຍາຍທຸລະກິດ. ສາເຫດແມ່ນຍ້ອນ ເປົ້າຫມາຍເພື່ອຂາຍຫຼາຍຂື້ນ ແລະ ສ້າງລາຍໄດ້ຫຼາຍຂື້ນ. ເວລາໄດ້ເງິນຫຼາຍຂື້ນມີແນວໂນ້ມທີ່ຈະຮູ້ສຶກຕື່ນເຕັ້ນດີ ແລະ ໜ້າຈະເປັນສຸກຫຼາຍຂື້ນ. ເມື່ອໃດຫາກທຸລະກິດຂອງທ່ານ ເຕີບໃຫຍ່ໄວເກີນໄປ. ເມື່ອນັ້ນ, ມັນອາດເປັນຂ່າວຮ້າຍສຳລັບຜູ້ປະກອບການ. ອັນໜຶ່ງແລະໝາຍວ່າ ຕ້ອງໄດ້ໃຊ້ງົບປະມານເພີ່ມເຕີມໃນການເຮັດທຸລະກິດ ເປັນຕົ້ນໃນກໍລະນີຂາຍຍ່ອຍ ອາດຕ້ອງສັ່ງເຄື່ອງຂາຍເຂົ້າມາອີກ ມາເກັບຮັກສາເຄື່ອງໃຊ້ໄວ້ໃນສາງເກັບເຄື່ອງ....

ຍິນດີຕ້ອນຮັບເຂົ້າສູ່ລະບົບ!

ເຂົ້າສູ່ບັນຊີຂອງທ່ານ

Retrieve your password

Please enter your username or email address to reset your password.

Add New Playlist

ທ່ານແນ່ໃຈບໍ່ວ່າຢາກເບິ່ງຫົວຂໍ້ນີ້?
ປົດລ໋ອກທາງຊ້າຍມື : 0
ທ່ານຈະຢຸດເຊົາລະບົບການໃຊ້ງານແທ້ບໍ່?