ສົ່ງອອກລາວຍຸກໃໝ່ ExLaos
  • ໜ້າຫຼັກ
    • Home – Layout 1
    • Home – Layout 2
    • Home – Layout 3
  • ຕະຫຼາດໂລກ
  • ສ້າງທຸລະກິດ
  • ທຸລະກິດ “ກິກ”
  • ເປັນຜູ້ນຳ
  • ສື່ອອນໄລ
  • ຮັກຊີວິດ
  • ສ້າງຍີ່ຫໍ້
  • ທັກສະສື່ສານ
ບໍ່ພົບ
ເບິ່ງຜົນຮັບທັງໝົດ
  • ໜ້າຫຼັກ
    • Home – Layout 1
    • Home – Layout 2
    • Home – Layout 3
  • ຕະຫຼາດໂລກ
  • ສ້າງທຸລະກິດ
  • ທຸລະກິດ “ກິກ”
  • ເປັນຜູ້ນຳ
  • ສື່ອອນໄລ
  • ຮັກຊີວິດ
  • ສ້າງຍີ່ຫໍ້
  • ທັກສະສື່ສານ
ບໍ່ພົບ
ເບິ່ງຜົນຮັບທັງໝົດ
ສົ່ງອອກລາວຍຸກໃໝ່ ExLaos
ບໍ່ພົບ
ເບິ່ງຜົນຮັບທັງໝົດ
ໜ້າຫຼັກ ການຕະຫຼາດອອນໄລ

ການບໍລິການລູກຄ້າມັດໃຈ

ຄົນມັກເອົາໃຈ ແລະ ຈະເອົາໃຈແນວໃດໃຫ້ຖືກໃຈລູກຄ້າຂາປະຈຳ

ExLaos ໂດຍ ExLaos
August 8, 2023
ໃນ ການຕະຫຼາດອອນໄລ, ຕະຫຼາດໂລກ, ທັກສະສື່ສານ, ເປັນນັກທຸລະກິດ
0 0
0
ການບໍລິການລູກຄ້າມັດໃຈ

Man professional nail master concentrating on work while making manicure for woman at modern salon

0
ສົ່ງຕໍ່
3
ຈຳນວນຄົນເບິ່ງ
Share on FacebookShare on Twitter

ໃຜໆກະໜ້າຈະຮູ້ວ່າ: ທຸລະກິດຕ້ອງຮັບໃຊ້ລູກຄ້າ. ແຕ່ຈະເຮັດແນວໃດໃຫ້ໄດ້ໃຈເຂົາ? ມັນຕ້ອງໃຊ້ເວລາໃນການຮຽນຮູ້ ເພື່ອເຮັດໃຫ້ລູກຄ້າມີຄວາມພໍໃຈ. ນີ້ຄືສີສັນຂອງການເຮັດທຸລະກິດ.

ໃນຖານະເປັນເຈົ້າຂອງທຸລະກິດ, ສ່ວນໜຶ່ງຂອງວຽກແມ່ນການບໍລິການລູກຄ້າທີ່ດີເລີດ ໂດຍການເອົາການບໍລິການ ແລະ ສິນຄ້າເຮັດໃຫ້ຄົນນຳໃຊ້ຢ່າງເປັນສຸກ. ແຕ່ຢ່າປ່ອຍໃຫ້ແນວຄິດນີ້ ກາຍເປັນຄວາມກົດດັນ. ທ່ານມີຫຼາຍວິທີສ້າງຄວາມພໍໃຈໃຫ້ກັບລູກຄ້າ.

ຖ້າໄດ້ພະຍາຍາມໃສ່ໃຈກັບທຸກໆຄົນແລ້ວ, ຫາກເຂົາບໍ່ພໍໃຈ ກະໝາຍວ່າເຂົາອາດບໍ່ແມ່ນລູກຄ້າເປົ້າໝາຍຂອງເຮົາ

1. ຢ່າຢ້ານທີ່ຈະເວົ້າວ່າຂ້ອຍຂໍໂທດ

ຂໍໂທດແມ່ນການຮັບຄວາມຜິດພາດໃນການບໍລິການ “ຂ້ອຍຂໍອະໄພ ສຳລັບຄວາມບໍ່ສະດວກສະບາຍຂອງເຈົ້າ” ການເວົ້າແນວນັ້ນທັນທີໃນເວລາ ສັງເກດເຫັນລູກຄ້າບໍ່ພໍໃຈ, ຈະເຮັດໃຫ້ລູກຄ້າຄຳນຶ່ງເຖິງການຮັບຮູ້ຄວາມຕ້ອງການຂອງເຂົາເຈົ້າໃນການໃຫ້ບໍລິການ ແລະ ເປັນການສົ່ງສັນຍານວ່າ ພະນັກງານຂອງທ່ານກຳລັງ ຊອກຫາວິທີແກ້ໄຂທີ່ ເໝາະສົມກັບບັນຫານັ້ນໆ. ບໍ່ວ່າບັນຫາແມ່ນຄວາມຜິດຂອງທ່ານຫຼືບໍ່, ຈົ່ງຫ່ວງໃຍລູກຄ້າຂອງທ່ານ ແລະ ຢ່າຢ້ານທີ່ຈະຂໍໂທດ ແລະ ຢ່າເສຍເວລາໃນການຄິດທີ່ຈະເວົ້າຄຳປະເພດນີ້ອອກມາ ໃນຍາມຈຳເປັນ.

2. ເຂົ້າໃຈສິ່ງທີ່ຜິດພາດ

ໃຫ້ເວລາແກ່ລູກຄ້າເພື່ອອະທິບາຍສິ່ງທີ່ເກີດຂື້ນ ເພື່ອຊັກຊວນເຂົາເຈົ້າ ອອກຈາກອາການຄວາມຜິດຫວັງ. ກ່ອນອື່ນໝົດ, ຖ້າທ່ານບໍ່ມີເວລາຟັງ, ພວກເຂົາຄວນລົມກັບຜູ້ໃດຜູ້ໜຶ່ງ ໃນການໃຫ້ຂໍໍ້ມູນ.  ທ່ານຕ້ອງຮູ້ຢ່າງແນ່ນອນວ່າມີຫຍັງເກີດຂື້ນເພື່ອປ້ອງກັນບໍ່ໃຫ້ມັນເກີດຂື້ນໃນອະນາຄົດ.

3. ແກ້ໄຂຄຳຮ້ອງທຸກ

ຮຽນຮູ້ສິນລະປະຂອງການຮັບຟັງ. ຖ້າທ່ານ ພົບລູກຄ້າທີ່ ກຳລັງຈົ່ມດ່າຢູ່ທີ່ຫ້ອງການ ຫຼື ທາງໂທລະສັບ, ໃຫ້ຄົນອື່ນຮັບໂທລະສັບ ຫລື ປ່ອຍໃຫ້ຄົນອື່ນຮັບກ່ອນ. ຖ້າທ່ານໄດ້ຮັບຄຳຮ້ອງທຸກຂອງລູກຄ້າຜ່ານທາງອີເມວ, ຄວນຕອບພາຍໃນສາມມື້. ຄຳເຫັນ ແລະ ຄຳຮ້ອງທຸກໃນແງ່ລົບຕ້ອງການຄວາມເອົາໃຈໃສ່ຂອງທ່ານທັນທີ. ສະນັ້ນຈົ່ງປະຕິບັດໃຫ້ເຂົາເຈົ້າຄືກັບເຫດສຸກເສີນທີ່ພວກເຂົາມີ.

4. ຈັດສົ່ງຕາມຄຳສັນຍາ

ຖ້າທ່ານຕອບສະໜອງ ຄວາມຄາດຫວັງຂອງລູກຄ້າຂອງທ່ານໃນທຸກໆຄັ້ງໄດ້ດີມີມາດຖານ, ທ່ານສາມາດຫລີກລ້ຽງບັນຫາຫຼາຍຢ່າງໃນເບື້ອງຕົ້ນ. ພ້ອມກັນນັ້ນ, ຖ້າທ່ານສັນຍາວ່າຈະໃຫ້ຂອງລາງວັນ ແກ່ລູກຄ້າຂອງທ່ານ, ທ່ານກໍ່ຕ້ອງເຮັດແນວນັ້ນແທ້ໆ ເພື່ອເຮັດໃຫ້ເຂົາເຈົ້າສັດທາໃນຮູບແບບການເຮັດທຸລະກິດຂອງທ່ານ.

5. ເປັນເຈົ້າຂອງຄວາມຜິດພາດ

ບໍ່ຄວນຖືວ່າລູກຄ້າຂອງທ່ານບໍ່ສົນໃຈກັບສິ່ງທີ່ກຳລັງເຮັດການແກ້ໄຂຢູ່ເບື້ອງຫລັງ. ຢ່າໂທດຄົນອື່ນ ສຳລັບຄວາມຜິດພາດຂອງທ່ານຫຼື ແກ້ຕົວສຳລັບຄວາມຜິດພາດຂອງທ່ານ. ການທີ່ບໍ່ຮັບຄວາມຜິດ, ມັນເປັນການເພີ່ມການໃສ່ຮ້າຍແກ່ທຸລະກິດຕົວທ່ານເອງ.  ພຽງແຕ່ຮັບຮູ້ຄວາມຜິດພາດ ແລະ ເຮັດໃນສິ່ງທີ່ທ່ານສາມາດເຮັດໄດ້ໃຫ້ຖືກຕ້ອງ.

6. ສ້າງຄວາມເຂັ້ມແຂງໃຫ້ພະນັກງານຂອງທ່ານ

ບໍ່ມີສິ່ງໃດທີ່ເຮັດໃຫ້ລູກຄ້າໃຈຮ້າຍຫຼາຍກວ່າ ພະນັກງານບໍ່ໃສ່ໃຈບັນຫາ. ໃຫ້ສອນພະນັກງານຮັບການແກ້ໄຂແກ່ລູກຈ້າງຂອງທ່ານເພື່ອເຮັດໃຫ້ລູກຄ້າມີຄວາມສຸກຫຼາຍເທົ່າທີ່ຈະເປັນໄປໄດ້.

7. ຮັບຮູ້ບາງຄົນບໍ່ເຄີຍມີຄວາມສຸກ

ລູກຄ້າບາງຄົນຈະບໍ່ພໍໃຈບໍ່ວ່າທ່ານຈະເວົ້າວ່າຂໍໂທດຫຼາຍໆເທົ່າໃດຫຼືທ່ານໄດ້ສະເໜີວິທີການແກ້ໄຂບັນຫາຫຼາຍເທົ່າໃດ. ຢ່າປ່ອຍໃຫ້ຄົນເຫຼົ່ານີ້ມີຜົນກະທົບຕໍ່ວິທີທີ່ທ່ານເຮັດທຸລະກິດກັບລູກຄ້າທີ່ເຫຼືອຂອງທ່ານ. ໃຫ້ສິ່ງທີ່ທ່ານບໍ່ສາມາດປ່ຽນແປງເປັນໄປຕາມຕົວຈິງ ແລະຊົດເຊີຍລູກຄ້າທີ່ເຫຼືອຂອງທ່ານດ້ວຍຮອຍຍິ້ມທີ່ເປັນມິດ. ສຳລັບລູກຄ້າທີ່ບໍ່ພໍໃຈຕໍ່ກັບການບໍລິການຫຍັງເລີຍ ກະອາດເອີ້ນເຂົາວ່າ “ບໍ່ແມ່ນລູກຄ້າເປົ້າໝາຍ” ເຊັ່ນ: ຖ້າຮ້ານອາຫານຂອງທ່ານ ມີສູດອາຫານທີ່ແນ່ນອນໃນການປຸງແຕ່ງ, ການລົດເຄື່ອງປຸງອາດເປັນໄປໄດ່ຍາກຫຼາຍ ໃຫ້ໄດ້ຄາມຄວາມຕ້ອງການ ເພາະໃນທີ່ສຸດເຮົາບໍ່ຮູ້ວ່າເຂົາຕ້ອງການໃຫ້ລົດຫຼາຍປານໃດ ຈິ່ງຈະພໍດີ?

ທ່ານມີຄຳແນະນຳໃດຕື່ມອີກບໍ່ໃນຫົວຂໍ້ນີ້ ຫຼື ມີປະສົບການທີ່ແຕກຕ່າງຈາກນີ້, ຊ່ວຍແບ່ງປັນປະສົບການນັ້ນໃນທີ່ນີ້ດ້ວຍ ເພື່ອເປັນການໃຫ້ຄົນອື່ນໄດ້ຮຽນຮູ້ນຳກັນ.

 

ກຸ່ມ: ສົ່ງອອກຮີດທຸລະກິດເຕັກນິກເລື່ອງເລົ່າທຸລະກິດ
ExLaos

ExLaos

ກ່ຽວພັນກັບຫົວຂໍ້

ຖ້າປ່ຽນແປງແລ້ວດີ ແລ້ວເປັນຫຍັງບໍ່ປ່ຽນ?
ການຕະຫຼາດອອນໄລ

ຖ້າປ່ຽນແປງແລ້ວດີ ແລ້ວເປັນຫຍັງບໍ່ປ່ຽນ?

July 30, 2023
ຍິ່ງມານພະຈົນ ບາລະມີຍິ່ງສູງສົ່ງ
ທັກສະສື່ສານ

ຍິ່ງມານພະຈົນ ບາລະມີຍິ່ງສູງສົ່ງ

July 30, 2023
ແສງໄຟກ່ອນສີ້ນຊາກ
ຕະຫຼາດໂລກ

ແສງໄຟກ່ອນສີ້ນຊາກ

July 30, 2023

ສົ່ງອອກລາວຍຸກໃໝ່ ExLaos

ພວກເຮົາຫວັງນຳໃຊ້ສື່ນີ້ ໃນການຊັດຊວນຄົນລາວມາອອກແຮງການຜະລິດ ແລະ ໃຫ້ບໍລິການ. ທ່ານຈະໄດ້ຄົ້ນພົບຫຼາກຫຼາຍແນວຄິດການດຳເນີນທຸລະກິດແບບທັນຍຸກ. ການສົ່ງອອກຖືເປັນເປົ້າໝາຍຫຼັກອັນໜຶ່ງຂອງເວັບນີ້. ສຶກສາເພີ່ມເຕີມກົດເບິ່ງທີ່ນີ້ 

ຫົວຂໍ້ລ້າສຸດ

  • ລູກຄ້າຫຼາຍໃຈ August 29, 2023
  • ການບໍລິການລູກຄ້າມັດໃຈ August 7, 2023
  • (no title) August 6, 2023

ກຸ່ມຫົວຂໍ້

  • English
  • ການຕະຫຼາດອອນໄລ
  • ຕະຫຼາດໂລກ
  • ທັກສະສື່ສານ
  • ທຸລະກິດ "ກິກ"
  • ທຸລະກິດ MSMEs
  • ສື່ອອນໄລ
  • ສ້າງຍີ່ຫໍ້
  • ສ້າງທຸລະກິດ
  • ເປັນນັກທຸລະກິດ
  • ເປັນຜູ້ນຳ

[mc4wp_form]

© 2023 ExportingLaos.com - City Export Promotion in Laos. All rights belong to their respective owners.
ExportingLaos.com is a top export promoter in News, Blog, Newspaper & Magazine in Laos Export.

ບໍ່ພົບ
ເບິ່ງຜົນຮັບທັງໝົດ
  • Home
  • ສ້າງທຸລະກິດ
  • ເປັນນັກທຸລະກິດ
  • ທຸລະກິດ “ກິກ”
  • ສື່ອອນໄລ
  • ເປັນຜູ້ນຳ
  • ທັກສະສື່ສານ
  • ສ້າງຍີ່ຫໍ້
  • ທຸລະກິດ MSMEs
  • ການຕະຫຼາດອອນໄລ

© 2023 JNews - Premium WordPress news & magazine theme by Jegtheme.

ຍິນດີຕ້ອນຮັບເຂົ້າສູ່ລະບົບ!

ເຂົ້າສູ່ບັນຊີຂອງທ່ານ

Forgotten Password?

Retrieve your password

Please enter your username or email address to reset your password.

Log In

Add New Playlist

ທ່ານແນ່ໃຈບໍ່ວ່າຢາກເບິ່ງຫົວຂໍ້ນີ້?
ປົດລ໋ອກທາງຊ້າຍມື : 0
ທ່ານຈະຢຸດເຊົາລະບົບການໃຊ້ງານແທ້ບໍ່?
Go to mobile version