ທັກສະສື່ສານ

You can add some category description here.

ຈົບແບບສຳເລັດ

ຈົບແບບສຳເລັດ

ເສັ້ນທາງສູ່ຄວາມສຳເລັດທາງທຸລະກິດບໍ່ໄດ້ມີໄວ້ສຳລັບຄົນມັກສະບາຍ. ເຈົ້າຂອງທຸລະກິດຂະໜາດນ້ອຍປະເຊີນກັບສິ່ງທ້າທາຍທີ່ນັບບໍ່ຖ້ວນໃນໄລຍະການຕໍ່ສູ້ຂອງພວກເຂົາ ແລະ ມັກຈະເຮັດຜິດພາດຫລາຍໆຢ່າງ. ຈາກຄວາມລຶກລັບຂອງການສ້າງຄວາມສົມບູນແບບທຸລະກິດ ຄ້າຍຄືກັບການເກີດຂອງຫຍ້າແຕ່ພື້ນດີນຈົນເຕີບໃຫຍ່. ນີ້ແມ່ນຄຳແນະນຳ ແລະວິທີການບາງຢ່າງທີ່ຜູ້ປະກອບການ ຄວນຮູ້ເມື່ອພວກເຂົາເລີ່ມຕົ້ນທຸລະກິດຂອງພວກເຂົາ. ພາສີບໍ່ແມ່ນທາງຫລີກ ຜູ້ປະກອບການທີ່ເລີ່ມຕົ້ນ ດຳເນີນທຸລະກິດແບບບໍ່ເປັນທາງການ ສາມາດຫຼົບຫຼລີກການຈ່າຍພາສີອາກອນໃນລະດັບໃດໜຶ່ງ. ໃນບາງປະເທດທີ່ດ້ອຍພັດທະນາ, ການປະກອບທຸລະກິດແບບບໍ່ລົງທະບຽນ ຍັງຖືບໍ່ຖືວ່າເປັນສິ່ງຫ່ວງຫ້າມ ຂໍພຽງແຕ່ທຸລະກິດນັ້ນໆ ບໍ່ສ້າງຄວາມເດືອດຮ້ອນໃຫ້ແກ່ຄົນອື່ນ. ແນວໃດກໍ່ຕາມ ປະເພດທຸລະກິດ ຂະໜາດນ້ອຍເຫຼົົ່ານັ້ນ ບໍ່ໄດ້ສ້າງລາຍຮັບສູງຫຼາຍ...

ຮູ້ແລ້ວສ່ຽງ

ຮູ້ແລ້ວສ່ຽງ

ການເລີ່ມຕົ້ນເຮັດທຸລະກິດຂະໜາດນ້ອຍ ແມ່ນໜຶ່ງໃນ ຊ່ວງເວລາທີ່ໜ້າຕື່ນເຕັ້ນທີ່ສຸດໃນການດຳລົງຊີວິດເປັນມະນຸດ. ສິ່ງໜຶ່ງທີ່ຄົນມັກເບິ່ງຂ້າມຄື ປັດໃຈສ່ຽງໃນທຸລະກິດນັ້ນໆ. ຖ້າດຳເນີນບໍ່ຖືກຕ້ອງ ທ່ານອາດຈະພາຕົນເອງຕົວເອງຕົກໃນສະພາບທີ່ຫຍຸ້ງຍາກ. ການເລີ່ມຕົ້ນທຸລະກິດຂະໜາດນ້ອຍມາພ້ອມກັບຄ່າໃຊ້ຈ່າຍ ແລະ ທຸກຄັ້ງທີ່ມີການພົວພັນກັບການຢືມເງິນຈາກທະນາຄານ, ມັນເປັນສິ່ງສຳຄັນທີ່ສຸດທີ່ຄວນລະມັດລະວັງກັບທຸກໆການຕັດສິນໃຈຂອງທ່ານ. ການຫຼຸດຜ່ອນຄວາມສ່ຽງສາມາດເວົ້າໄດ້ງ່າຍກວ່າການເຮັດ, ແນ່ນອນວ່າມັນເປັນໄປໄດ້. ນີ້ແມ່ນ ສາມຄຳແນະນຳ ເພື່ອໃຫ້ທ່ານເລີ່ມຕົ້ນ. ການຮູ້ຄວາມສ່ຽງບໍ່ແມ່ນຈະຢ້ານ, ມັນເຮັດໃຫ້ເຮົາຄາດຄະເນລ່ອງໜ້າວິທີແກ້ໄຂ 1. ເລີ່ມຕົ້ນທຸລະກິດຜ່ານ Online ຄວາມໄຝ່ຝັນໃນການເປີດທຸລະກິດຂະໜາດນ້ອຍຄັ້ງທຳອິດ...

ນັກທຸລະກິດນັກຊອກຮູ້

ນັກທຸລະກິດນັກຊອກຮູ້

ການມັກອ່ານ ມັນແມ່ນໜຶ່ງ ໃນວິທີທີ່ເຮັດໃຫ້ຄົນເຂົ້າຫາແຫຼ່ງແນວຄິດໃໝ່. ການບໍ່ມັກອ່ານມັນຈະເປັນການກີດກັ້ນການໄດ້ຂ່າວສານໃໝ່. ຖ້າທ່ານອ່ານປື້ມຂອງບັນດານັກເລົ່າເລື່ອງອາຊະຍາກຳ ທ່ານກໍ່ຈະໄດ້ຮັບຂໍ້ມູນການເປັນອາດສະຍາກອນ. ໜັງຫຼາຍເລື່ອງຖືກສ້າງມາຈາກປື້ມຂາຍດີ. ບາງຄົນຖືການອ່ານເປັນຊີວິດຈິດໃຈ. ປື້ມໂດຍລວມແລ້ວຈະມີຈຸດປະສົງໃນການບອກເລົ່າເລື່ອງ, ປະສົບການ ຫຼື ແນວຄິດຂອງຄົນຂຽນ. ການອ່ານປື້ມທຸລະກິດທ່ານກໍ່ຈະໄດ້ຮັບຮູ້ຫຼາກຫຼາຍທັກສະທາງທຸລກິດເຊັ່ນດຽວກັນ. ຄຳວ່າປື້ມທຸລະກິດ ບໍ່ໄດ້ໝາຍວ່າຈະຕ້ອງເປັນກຽວກັບເຕັກນິກ, ມັນມີຫຼາຍຮູບແບບ. ບໍ່ວ່າຈະເປັນການເລົ່າປະຫວັດ ຂອງທຸລະກິດ, ນັກທຸລະກິດ, ແລະ ອື່ນໆ. ປະຈຸບັນ, ຄົນສາມາຮັບຄວາມຮູ້ໄດ້ຈາກຫຼາຍທາງ. ເປັນຕົ້ນ...

ເກີດມາເປັນຜູ້ປະກອບການ

ເກີດມາເປັນຜູ້ປະກອບການ

ຜູ້ປະກອບການອາດບໍ່ຮູ້ ວ່າພວກເຂົາເກີດມາເພື່ອເຮັດສິ່ງທີ່ແຕກຕ່າງ. ນັ້ນແມ່ນຍ້ອນວ່າພວກເຮົາໄດ້ຮັບການສິດສອນຕັ້ງແຕ່ອາຍຸຍັງນ້ອຍວ່າການຢູ່ລອດໃນອາຊີບ ແລະ ຄວາມສຳເລັດແມ່ນອີງໃສ່ການເຮັດວຽກກັບອົງກອນ, ຈົບມາຊອກຫາວຽກ, ມີຕຳແໜ່ງໃນບໍລິສັດ, ແລະ ສິ່ງດັ່ງກ່າວກາຍເປັນມາດຖານການດຳລົງຊີວິດ. ເຖິງຢ່າງໃດກໍ່ຕາມ, ຫຼາຍຄົນບໍ່ສາມາດຍອມຮັບສິ່ງທີ່ກ່າວມານັ້ນເປັນຢ່າງນີ້. ພວກເຮົາຫວັງວ່າຕົວເອງຈະມີທາງອອກ - ວິທີການເປັນນາຍຈ້າງຂອງພວກເຮົາເອງ. ນີ້ແມ່ນສອງສາມວິທີໃນການຮັບຮູ້ ຈິດໃຈຂອງຜູ້ປະກອບການ ໃນຕົວທ່ານເອງ ແລະ ຜູ້ອື່ນ. 1. ມັກການປ່ຽນແປງ ຜູ້ປະກອບການຮູ້ສຶກອຸກໃຈຍ້ອນຄວາມເຕັມໃຈຂອງຄົນອື່ນທີ່ຈະເຮັດບາງສິ່ງບາງຢ່າງ “ວິທີທີ່ມັນເຄີຍເຮັດຢູ່ສະ ເໝີ” ແລະຮັບຮູ້ວ່າການປ່ຽນແປງແມ່ນວິທີດຽວທີ່ຈະປັບປຸງ....

ເຮັດທຸລະກິດເພື່ອການເປັນອີດສະຫຼະ?

ເຮັດທຸລະກິດເພື່ອການເປັນອີດສະຫຼະ?

ການເລີກວຽກໃນແຕ່ລະມື້ ແລະ ການສ້າງລາຍໄດ້ທັງໝົດຂອງທ່ານເອງ ແມ່ນຄວາມຝັນສຳລັບນັກທຸລະກິດສະໜັກຫຼີ້ນ, ແຕ່ມັນກໍ່ບໍ່ແມ່ນສິ່ງທີ່ບັນລຸໄດ້ຢ່າງງ່າຍດາຍ. ຫລາຍພັນຄົນພະຍາຍາມເຮັດວຽກເປັນປີເພື່ອມີອິດສະຫຼະ.  ຄວາມຄິດການມີທຸລະກິດ ແລະ ການເປັນອິດສະຫຼະມັນບໍ່ສອດຄ່ອງກັນປານໃດ. ແລະ ມັນຕິດພັນກັບຫຼາຍປັດໃຈ. ເປັນຕົ້ນ ພວກເຮົາເວລາມີທຸລະກິດ, ແມ່ນແທ້ວ່າເຮົາເປັນອິດສະຫຼະ, ບໍ່ມີໃຜມາສັ່ງ. ຢາກມາການຍາມໃດກໍ່ໄດ້, ເຮັດຫຍັງກໍ່ໄດ້ ແຕ່ການເຮັດແບບນັ້ນ ມັນບໍ່ໄດ້ເຮັດໃຫ້ທຸລະກິດເກີດຜົນກຳໄລ. ການເຮັດທຸລະກິດ, ເຈົ້າຂອງຕ້ອງໄດ້ທຸ້ມເທ...

ທຸລະກິດໂດດດ່ຽວ

ທຸລະກິດໂດດດ່ຽວ

ການເປັນເຈົ້າຂອງບໍລິສັດ ຂະໜາດນ້ອຍ ແລະ ກາງ ກໍ່ມີການຈັດໜວດ. ປະເພດສ່ວນບຸຄົນ, ຖືຫຸ້ນ, ລັດ ຫຼື ແບບປະສົມ. ແຕ່ລະໂຄງສ້າງທຸລະກິດຂະ ໜາດນ້ອຍເຫຼົ່ານີ້ມີຜົນສະທ້ອນດ້ານພາສີແລະກົດໝາຍທີ່ແຕກຕ່າງກັນ. ເພື່ອເລືອກສິ່ງທີ່ຖືກຕ້ອງສຳລັບທຸລະກິດຂອງທ່ານ, ທ່ານຈຳເປັນຕ້ອງເຂົ້າໃຈຈຸດດີແລະຂໍ້ເສຍປຽບຂອງແຕ່ລະດ້ານ. ຜູ້ປະກອບການສ່ວນບຸກຄົນຈຳກັດຜູ້ດຽວ - ໃນດ້ານບວກ, ການເປັນເຈົ້າຂອງພຽງຜູ້ດຽວແມ່ນງ່າຍດາຍ ແລະ ມີການລົງທຶນບໍ່ສູງ. ເຈົ້າຂອງທຸລະກິດ...

ເຝິກຄົນມາໃຊ້ງານ

ເຝິກຄົນມາໃຊ້ງານ

ການເຝິກທັກສະ ໃຫ້ແກ່ພະນັກງານ ບໍລິສັດ ເປັນປະຈຳ, ມັນຈະຊ່ວຍຍົກລະດັບ ກຳລັງການຜະລິດ. ທຸກໆການເຝິກບໍ່ ແມ່ນໄດ້ມາລ້າໆ. ສຳລັບຫຼາຍຫົວໜ່ວຍທຸລະກິດໃນລາວ, ການເຝິກອົບຮົມ ສ່ວນໃຫຍ່ຈັດຂື້ນໂດຍ ອົງການພາກລັດ ທີ່ສະໜັບສະໜູນ ຈາກອົງການສາກົນ. ເຖິງວ່າຈະບໍ່ໄດ້ເສຍເງິນເຂົ້າຮ່ວມການເຝິກອົບຮົມຄືກັນກັບປະເທດອື່ນໆ, ແຕ່ມັນກະມີລາຄາຂອງມັນ. ການເຝິກ ໝາຍວ່າພະນັກງານ ຈະຕ້ອງໄດ້ຂາດການເຮັດວຽກເຂົ້າຮ່ວມການເຝິກທັກສະ. ແລະ...

ສັນຍານແຈ້ງທຸລະກິດກຳລັງພົບບັນຫາ

ສັນຍານແຈ້ງທຸລະກິດກຳລັງພົບບັນຫາ

ບໍ່ໃຜລ່ວງຮູ້ອານາຄົດ. ຖ້າມີຄົນຮູ້ແນວນັ້ນ, ພວກເຮົາກະອາດສ້າງມາດຕະການການປ້ອງກັນ. ສຳລັບທຸລະກິດ, ທັກສະ ທີ່ຍົກຂື້ນຜ່ານສື່ນີ້ ກະແມ່ນເປັນແນວຄິດໃຫ້ໄດ້ພິຈາລະນາ. ເພື່ອສ້າງຮັ່ງຄູນມີແກ່ທຸລະກິດ. ແຕ່ວ່າມັນກໍ່ສາມາດນຳໃຊ້ ສັນ ຍານບາງຢ່າງເປັນການກ່າວເຕືອນເພື່ອຈະໄດ້ຮູ້ຕົວ ແລະ ກຽມຕົວຮັບມື. ມັນຄ້າຍໆກັບທະນາຄານກຳລັງສົ່ງຈົດ ໝາຍມາຫາທ່ານ, ແຕ່ພະນັກງານເລຂາພັດເປີດອ່ານກ່ອນ. ເຫດການແບບນີ້, ເຖິງວ່າທ່ານຍັງບໍ່ໄດ້ອ່ານຈົດໝາຍ, ບໍ່ທັນຮູ້ຂໍ້ມູນ ແຕ່ກະບໍ່ໄດ້ໝາຍວ່າ...

ຍິນດີຕ້ອນຮັບເຂົ້າສູ່ລະບົບ!

ເຂົ້າສູ່ບັນຊີຂອງທ່ານ

Retrieve your password

Please enter your username or email address to reset your password.

Add New Playlist

ທ່ານແນ່ໃຈບໍ່ວ່າຢາກເບິ່ງຫົວຂໍ້ນີ້?
ປົດລ໋ອກທາງຊ້າຍມື : 0
ທ່ານຈະຢຸດເຊົາລະບົບການໃຊ້ງານແທ້ບໍ່?