ລູກຄ້າຫຼາຍໃຈ

ລູກຄ້າຫຼາຍໃຈ

ໃນຍຸກປະຈຸບັນ, ຕ້ອງຍອມຮັບວ່າຕະຫຼາດທຸລະກິດ ບໍ່​ວ່າ​ຈະ​ເປັນ​ສິນຄ້າ, ການ​ບໍລິການ​ຫຼື​ອາຫານ​ກໍ​ມີ​ການ​ແຂ່ງຂັນ​ກັນ​ຫຼາຍ. ເຮັດໃຫ້​ຜູ້​ຊົມ​ໃຊ້​ມີຊ່ອງທາງ​ເລືອກ​ຫຼາຍ​ຂຶ້ນ​. ດັ່ງນັ້ນ, ທຸລະກິດ SME ຕ້ອງປະເຊີນກັບບັນຫາທີ່ລູກຄ້າເບື່ອງ່າຍແລະປ່ຽນໃຈໄວ ພວກເຂົາປ່ຽນຍີ່ຫໍ້ເລື້ອຍໆ ຫຼື ຊອກລອງຂອງໃໝ່. ເຮັດໃຫ້ກໍ່ບັນຫາແກ່ທຸລະກິດ ເພາະຍອດຂາຍຫຼຸດລົງ. ມື້ນີ້ ຂ້າພະເຈົ້າ ຂໍພາທຸກຄົນໄປກ້າວສູ່ເທັກນິກການດຳເນີນທຸລະກິດເພື່ອເອົາຊະນະໃຈລູກຄ້າ. "ລູກຄ້າປ່ຽນໃຈໄວ, ເບື່ອງ່າຍ, ຫຼືມີຄວາມອົດທົນບໍ່ຫຼາຍທີ່ຈະໃຊ້ຂອງເກົ່າໆປະຈຳ." ...

ຍິ່ງມານພະຈົນ ບາລະມີຍິ່ງສູງສົ່ງ

ຍິ່ງມານພະຈົນ ບາລະມີຍິ່ງສູງສົ່ງ

ຜູ້ຊ່ຽວຊານດ້ານອຸດສາຫະກຳ ໄດ້ປະເມີນວ່າທຸກບ່ອນຕັ້ງແຕ່ 25 ເຖິງ 40 ເປີເຊັນຂອງທຸລະກິດຂະໜາດນ້ອຍ ບໍ່ສາມາດກັບມາດຳເນີນທຸລະກິດໄດ້ຫຼັງເກີດໄພພິບັດທາງທຳມະຊາດ. ໃນຖານະເປັນເຈົ້າຂອງທຸລະກິດ ໜ້າທີ່ຮັບຜິດຊອບໜຶ່ງ ຂອງທ່ານແມ່ນ ການກະກຽມສຳລັບໄພພິບັດທາງທຳມະຊາດ ຫລື ເຫດການສຸກເສີນທີ່ມະນຸດບໍ່ໄດ້ສ້າງຂື້ນ. ປະຈຸບັນມີໄພພິບັດຫຼາຍ. ການກຽມພ້ອມສຸກເສີນສາມາດສ້າງຄວາມແຕກຕ່າງລະຫວ່າງການສູນເສຍບໍລິສັດຂອງທ່ານໄປພ້ອມກັບໄພພິບັດທາງທຳມະຊາດ. ສະນັ້ນ, ທ່ານຄວນໃຊ້ເວລາໃນການ ກວດກາຄວາມພ້ອມບໍລິສັດ ເພື່ອ ກຳນົດວ່າທ່ານພ້ອມແລ້ວບໍ່ທີ່ຈະພິທັກທຸລະກິດບໍ່ໃຫ້ໄປກັບໄພທຳມະຊາດ. ນີ້ແມ່ນສອງ-ສາມວິທີທີ່ທ່ານສາມາດວາງແຜນ ...

ເລີ່ມແຕ່ນ້ອຍໄປຫາໃຫຍ່

ເລີ່ມແຕ່ນ້ອຍໄປຫາໃຫຍ່

ຖ້າທ່ານມີແນວຄວາມຄິດເລີ່ມຕົ້ນການຜະລິດ ຫຼື ໃຫ້ບໍລິການ ທ່ານຄວນລອງ. ການຕັດສິນໃຈທີ່ຈະເລີ່ມຕົ້ນທຸລະກິດຂະໜາດນ້ອຍ ກາຍເປັນສິ່ງງ່າຍຂຶ້ນ ຜ່ານທາງສື່ສັງຄົມອອນໄລ ໂດຍບໍ່ຕອ້ງການລົງທຶນຫຼາຍ. ຫຼາຍບໍລິສັດຂະ ໜາດໃຫຍ່ໃນປະຈຸບັນ ກໍ່ເລີ່ມມາຈາກ ການລິເລີ່ມຄົນສອງສາມຄົນ ຫຼື ຄົນດຽວ. ຫາກທ່ານຄິດວ່າທຸລະກິດນ້ອຍ ບໍ່ມີອານາຄົດໃຫຍ່ໆ ມັນເປັນຄວາມເຊື່ອທີ່ບໍ່ຖືກຕ້ອງສະເໜີໄປ. ພຽງແຕ່ທ່ານມີຄວາມຢາກ, ບວກກັບການເຮັດຕົວຈິງແບບມີແຜນການ ແລະ ...

ທຸລະກິດນ້ອຍ ແຕ່ບໍ່ແມ່ນເລື່ອງນ້ອຍໆ

ທຸລະກິດນ້ອຍ ແຕ່ບໍ່ແມ່ນເລື່ອງນ້ອຍໆ

ໃນການສ້າງຕັ້ງທຸລະກິດຄັ້ງທຳອິດ, ທ່ານອາດພົບຫຼາຍຄຳຖາມໃນເວລາດຽວກັນ. ຍັງມີຫຼາຍອັນບໍ່ທັນເປີດເຜີຍຄຳຕອບໄດ້ດ້ວຍຕົນເອງ. ບາງອັນເປັນປິດສະໜາ ຫຼື ທ່ານອາດບໍ່ຄິດວ່າຈະແກ້ແນວໃດ? ຄ້າຍຄືກັບການນັດພົບກັບຄູຝຶກອອກກຳລັງກາຍສ່ວນຕົວ ທີ່ອາຈານຍັງບໍ່ໄດ້ສະແດງອຸປະກອນອອກກຳລັງກາຍໃຫ້ທ່ານເບິ່ງທັງໝົດ ຫຼື ເບິ່ງເຫັນສິ່ງອຳນວຍຄວາມສະດວກຕ່າງໆໃນສູນອອກກຳລັງກາຍ. ທ່ານອາດ ມີຄຳຖາມເຊັ່ນ: "ສິ່ງໃດທີ່ຈະເປັນອຸປະສັກໃຫຍ່ທີ່ສຸດຂອງທ່ານສຳລັບຄວາມສຳເລັດ ໃນການລົດນໍ້າໜັກ?" ແລະ "ແຜນການຂອງທ່ານແມ່ນຫຍັງທີ່ຈະເອົາຊະນະອຸປະສັກນັ້ນໆ?" ສິ່ງດັ່ງກ່າວ, ມັນສ້າງຄວາມກະຕືລືລົ້ນໃນທີ່ກຳລັງຈະເກີດຂື້ນ. ຈົນເຮັດແນວໃດໃຫ້ຄາດຄະເນຄຳຕອບ ແລະ ເຫດການທີ່ຈະເກີດຂື້ນ. ການສ້າງແຜນການ ...

ເຖິງເປົ້າ…ເຖີງຝັນ

ເຖິງເປົ້າ…ເຖີງຝັນ

ການມີເປົ້າໝາຍທີ່ຍັງບໍ່ທັນສຳເລັດ ອາດເຮັດໃຫ້ທ່ານໝົດກຳລັງໃຈ ໃນການເຮັດວຽກ. ເພາະການມະໂນພາບຄວາມສຳເລັດ ໃນຂະນະທີ່ກຳລັງເດີນທາງ ແມ່ນມັກມີແນວຄິດປົນກັບຄວາມລົ້ມເຫຼວທີ່ອາດມີ ຈົນເຮັດໃຫ້ຄົນຄິດຈິນຕະນາການແນວບໍ່ດີໃນອານາຄົດ. ໃນການອອກກຳລັງກາຍ; ໃຜໆກະຢາກຫຸ່ນດີ. ມີຫຼາຍຄົນຢຸດການອອກກຳລັງກາຍ ເພາະບໍ່ສາມາດລົດນໍ້າໜັກໄດ້ຕາມເປົ້າໝາຍທີ່ກຳນົດຕາມເວລາ. ສາເຫດມັກເປັນເພາະ ຖ້າມື້ນີ້ບໍ່ໄດ້ໄປອອກກຳລັງກາຍ ກໍ່ອາດມີມື້ຕໍ່ໆໄປນຳ. ເຮັດໃຫ້ເຮົາຮູ້ສຶກວ່າຊ້າ, ເມື່ອຍ ແລະ ຈິດໃຈກໍ່ເລີ່ມບໍ່ສູ້. ເມື່ອມາເບິ່ງເປົ້າທີ່ຕັ້ງໄວ້ກັບຕົວຈິງ ກະເລີຍເຮັດໃຫ້ຄົນທໍ້. ...

ຫ້ອງບັນດານຈິດ

ຫ້ອງບັນດານຈິດ

ຫົວຂໍ້ນີ້, ລວມເອົາໃນກໍລະນີທີ່ທ່ານກຳລັງເດີນທາງໄປເຮັດວຽກຕ່າງປະເທດ ຫຼື ຕ່າງແຂວງ ເປັນໄລຍະເວລາອາທິດ ຫຼື ເດືອນ ຈົນມີຄວາມຈຳເປັນຕ້ອງໃຊ້ສະຖານທີ່ ທີ່ພັກ ຫຼື ຫ້ອງນອນເປັນບ່ອນເຮັດວຽກ. ສະພາບແວດລ້ອມທີ່ພັກຂອງທ່ານມີຫຼາຍຢ່າງທີ່ມີອິດທິພົນສົ່ງຜົນກັບການເຮັດວຽກ ແລະ ແຮງຈູງໃຈຂອງທ່ານ ໃນການປະຕິບັດໜ້າທີ່. ຖ້າທ່ານປະສົມຜະສານປະສິດທິພາບຂອງຫ້ອງການ ກັບຄວາມສະດວກສະບາຍຂອງທີ່ພັກ, ທ່ານອາດຈະມີການເຮັດວຽກທີ່ດີຂື້ນ ແລະ ເຮັດວຽກໃຫ້ສຳເລັດນ້າທີ່. ສິ່ງເລັກໆນ້ອຍໆເປັນຕົ້ນ ການຈັດແຈງສາຍໄຟ, ...

ຫລຸດຄວາມສ່ຽງ ເພີມຄວາມສຳເລັດ

ຫລຸດຄວາມສ່ຽງ ເພີມຄວາມສຳເລັດ

ການເລີ່ມຕົ້ນເຮັດທຸລະກິດ ຄືການເລີ່ມສ້າງຕົວທ່ານເອງ ໃຫ້ສຳເລັດ ແລະ ມີຊື່ສຽງ. ເປັນການເຮັດວຽກໃຫ້ຕົວເອງແລະເຮັດໃນສິ່ງທີ່ທ່ານສົນໃຈ. ໃນຖານະເປັນຜູ້ປະກອບການ, ເຂົາຈະມີຄວາມກັງວົນຫຼາຍກ່ຽວກັບແຜນການ, ແລະ ຕ້ອງໄດ້ຮັບການແກ້ໄຂບັນຫາໃນຂະນະທີ່ພວກເຂົາພົບພໍ້. ບໍ່ມີຫຍັງຮັບປະກັນ ຄວາມ​ສໍາເລັດທາງທຸລະກິດ. ພວກເຮົາຕ່າງເປັນນັກສ່ຽງໂຊກ ທີ່ມີເປົ້າໝາຍເປັນເດີມພັນ. ວິທີງ່າຍໆທີ່ຈະຫລີກລ້ຽງຄວາມຝັນສະຫຼາຍຂອງຜູ້ປະກອບການ ໃນຊ່ວງທຳອິດແມ່ນການລະມັດລະວັງເປັນພິເສດເລື່ອງຫຼຸດຜ່ອນຄວາມສ່ຽງໃດໆຕໍ່ທຸລະກິດຂອງທ່ານ. ທຸລະກິດມີຄວາມສ່ຽງໂດຍທຳມະຊາດ. ການຮູ້ວິທີຈັດການກັບມັນ, ກໍ່ຈະສາມາດຫຼຸດຜ່ອນຄວາມສ່ຽງ: ທຸກຄົນສາມາດສຳເລັດໄດ້ ແຕ່ບໍ່ແມ່ນທຸກໆຄົນຈະສຳເລັດ ແຜນຕ້ອງມາກ່ອນ ການບໍ່ວາງແຜນແມ່ນການວາງແຜນຈະລົ້ມເຫລວ. ການວາງແຜນດຳເນີນງານ ...

ມີແຜນສອງເພື່ອເປົ້າໝາຍດຽວ

ມີແຜນສອງເພື່ອເປົ້າໝາຍດຽວ

ມີຫຼາຍຄັ້ງທີ່ເຄີຍໄດ້ລົມກັບເພື່ອນຮ່ວມງານ ກ່ຽວກັບການເຮັດວຽກໃນອານາຄົດ ຕິດພັນການເລີ່ມຕົ້ນເຮັດທຸລະກິດ ແລະ ທຸກພາກສ່ວນທີ່ເຄື່ອນໄຫວທີ່ມີສ່ວນຮ່ວມໃນຂະບວນການນີ້. ບາງຢ່າງ, ການສົນທະນາຂອງພວກເຮົາໄດ້ຖືກເລື່ອນໄປສູ່ການຈັດຕັງປະຕິບັດແບບໃໝ່ ເຊິ່ງບໍ່ເກີດມີຄວາມຕໍ່ເນື່ອງ. ເຖິງວ່າບາງຄົນຈະບໍ່ເຫັນດີກັບຮູບແບບແນວນັ້ນກໍ່ຕາມ. ແນວຄວາມຄິດທີ່ບໍ່ຖືກ ຈັດຕັ້ງະຕິບັດ ຫຼື ຖືກຍົກເລີກເລີຍ ມັນກະເປັນການສ້າງຄວາມນ້ອຍໃຈໃຫ້ຄົນເຈົ້າຂອງຄວາມຄິດ. ໃນຖານະ ຫົວໜ້າບໍລິສັດ, ເຂົາເຈົ້າມີສິດຕັດສິນໃຈ ອັນທີ່ຈະເປັນຜົນດີສຸດແກ່ບໍລິສັດສະເໜີ. ແຜນສອງ ຫຼື ແຜນສຳຮອງ ...

ທຸລະກິດໂດດດ່ຽວ

ທຸລະກິດໂດດດ່ຽວ

ການເປັນເຈົ້າຂອງບໍລິສັດ ຂະໜາດນ້ອຍ ແລະ ກາງ ກໍ່ມີການຈັດໜວດ. ປະເພດສ່ວນບຸຄົນ, ຖືຫຸ້ນ, ລັດ ຫຼື ແບບປະສົມ. ແຕ່ລະໂຄງສ້າງທຸລະກິດຂະ ໜາດນ້ອຍເຫຼົ່ານີ້ມີຜົນສະທ້ອນດ້ານພາສີແລະກົດໝາຍທີ່ແຕກຕ່າງກັນ. ເພື່ອເລືອກສິ່ງທີ່ຖືກຕ້ອງສຳລັບທຸລະກິດຂອງທ່ານ, ທ່ານຈຳເປັນຕ້ອງເຂົ້າໃຈຈຸດດີແລະຂໍ້ເສຍປຽບຂອງແຕ່ລະດ້ານ. ຜູ້ປະກອບການສ່ວນບຸກຄົນຈຳກັດຜູ້ດຽວ - ໃນດ້ານບວກ, ການເປັນເຈົ້າຂອງພຽງຜູ້ດຽວແມ່ນງ່າຍດາຍ ແລະ ມີການລົງທຶນບໍ່ສູງ. ເຈົ້າຂອງທຸລະກິດ ...

ເຝິກຄົນມາໃຊ້ງານ

ເຝິກຄົນມາໃຊ້ງານ

ການເຝິກທັກສະ ໃຫ້ແກ່ພະນັກງານ ບໍລິສັດ ເປັນປະຈຳ, ມັນຈະຊ່ວຍຍົກລະດັບ ກຳລັງການຜະລິດ. ທຸກໆການເຝິກບໍ່ ແມ່ນໄດ້ມາລ້າໆ. ສຳລັບຫຼາຍຫົວໜ່ວຍທຸລະກິດໃນລາວ, ການເຝິກອົບຮົມ ສ່ວນໃຫຍ່ຈັດຂື້ນໂດຍ ອົງການພາກລັດ ທີ່ສະໜັບສະໜູນ ຈາກອົງການສາກົນ. ເຖິງວ່າຈະບໍ່ໄດ້ເສຍເງິນເຂົ້າຮ່ວມການເຝິກອົບຮົມຄືກັນກັບປະເທດອື່ນໆ, ແຕ່ມັນກະມີລາຄາຂອງມັນ. ການເຝິກ ໝາຍວ່າພະນັກງານ ຈະຕ້ອງໄດ້ຂາດການເຮັດວຽກເຂົ້າຮ່ວມການເຝິກທັກສະ. ແລະ ...

ໜ້າ 1 ຂອງ 2 1 2

ຍິນດີຕ້ອນຮັບເຂົ້າສູ່ລະບົບ!

ເຂົ້າສູ່ບັນຊີຂອງທ່ານ

Retrieve your password

Please enter your username or email address to reset your password.

Add New Playlist

ທ່ານແນ່ໃຈບໍ່ວ່າຢາກເບິ່ງຫົວຂໍ້ນີ້?
ປົດລ໋ອກທາງຊ້າຍມື : 0
ທ່ານຈະຢຸດເຊົາລະບົບການໃຊ້ງານແທ້ບໍ່?