ການບໍລິການລູກຄ້າມັດໃຈ

ການບໍລິການລູກຄ້າມັດໃຈ

ໃຜໆກະໜ້າຈະຮູ້ວ່າ: ທຸລະກິດຕ້ອງຮັບໃຊ້ລູກຄ້າ. ແຕ່ຈະເຮັດແນວໃດໃຫ້ໄດ້ໃຈເຂົາ? ມັນຕ້ອງໃຊ້ເວລາໃນການຮຽນຮູ້ ເພື່ອເຮັດໃຫ້ລູກຄ້າມີຄວາມພໍໃຈ. ນີ້ຄືສີສັນຂອງການເຮັດທຸລະກິດ. ໃນຖານະເປັນເຈົ້າຂອງທຸລະກິດ, ສ່ວນໜຶ່ງຂອງວຽກແມ່ນການບໍລິການລູກຄ້າທີ່ດີເລີດ ໂດຍການເອົາການບໍລິການ ແລະ ສິນຄ້າເຮັດໃຫ້ຄົນນຳໃຊ້ຢ່າງເປັນສຸກ. ແຕ່ຢ່າປ່ອຍໃຫ້ແນວຄິດນີ້ ກາຍເປັນຄວາມກົດດັນ. ທ່ານມີຫຼາຍວິທີສ້າງຄວາມພໍໃຈໃຫ້ກັບລູກຄ້າ. ຖ້າໄດ້ພະຍາຍາມໃສ່ໃຈກັບທຸກໆຄົນແລ້ວ, ຫາກເຂົາບໍ່ພໍໃຈ ກະໝາຍວ່າເຂົາອາດບໍ່ແມ່ນລູກຄ້າເປົ້າໝາຍຂອງເຮົາ 1. ຢ່າຢ້ານທີ່ຈະເວົ້າວ່າຂ້ອຍຂໍໂທດ ຂໍໂທດແມ່ນການຮັບຄວາມຜິດພາດໃນການບໍລິການ “ຂ້ອຍຂໍອະໄພ ສຳລັບຄວາມບໍ່ສະດວກສະບາຍຂອງເຈົ້າ” ...

ຍິ່ງມານພະຈົນ ບາລະມີຍິ່ງສູງສົ່ງ

ຍິ່ງມານພະຈົນ ບາລະມີຍິ່ງສູງສົ່ງ

ຜູ້ຊ່ຽວຊານດ້ານອຸດສາຫະກຳ ໄດ້ປະເມີນວ່າທຸກບ່ອນຕັ້ງແຕ່ 25 ເຖິງ 40 ເປີເຊັນຂອງທຸລະກິດຂະໜາດນ້ອຍ ບໍ່ສາມາດກັບມາດຳເນີນທຸລະກິດໄດ້ຫຼັງເກີດໄພພິບັດທາງທຳມະຊາດ. ໃນຖານະເປັນເຈົ້າຂອງທຸລະກິດ ໜ້າທີ່ຮັບຜິດຊອບໜຶ່ງ ຂອງທ່ານແມ່ນ ການກະກຽມສຳລັບໄພພິບັດທາງທຳມະຊາດ ຫລື ເຫດການສຸກເສີນທີ່ມະນຸດບໍ່ໄດ້ສ້າງຂື້ນ. ປະຈຸບັນມີໄພພິບັດຫຼາຍ. ການກຽມພ້ອມສຸກເສີນສາມາດສ້າງຄວາມແຕກຕ່າງລະຫວ່າງການສູນເສຍບໍລິສັດຂອງທ່ານໄປພ້ອມກັບໄພພິບັດທາງທຳມະຊາດ. ສະນັ້ນ, ທ່ານຄວນໃຊ້ເວລາໃນການ ກວດກາຄວາມພ້ອມບໍລິສັດ ເພື່ອ ກຳນົດວ່າທ່ານພ້ອມແລ້ວບໍ່ທີ່ຈະພິທັກທຸລະກິດບໍ່ໃຫ້ໄປກັບໄພທຳມະຊາດ. ນີ້ແມ່ນສອງ-ສາມວິທີທີ່ທ່ານສາມາດວາງແຜນ ...

ແສງໄຟກ່ອນສີ້ນຊາກ

ແສງໄຟກ່ອນສີ້ນຊາກ

ທຸລະກິດທີ່ສ້າງຂື້ນມາກັບມື, ມັນຕ້ອງແລກດ້ວຍການທຸ້ມເທໃນການສ້າງທັງເຫື່ອແລະນໍ້າຕາ. ມັນເປັນຣົດຊາດຂອງ ທຸລະກິດທີ່ສະຫງວນໄວ້ແກ່ຄົນທີ່ພ້ອມຈະຜ່ານຜ່າ. ບໍ່ແມ່ນພວກມັກສະບາຍເອົາປຽບລູກຄ້າ. ຖ້າຄິດເຮັດທຸລະກິດຫວັງສະບາຍໃນຂ້າງໜ້າ, ວັນນີ້ທ່ານຕ້ອງບຸກບືນ. ນັກທຸລະກິດຈະມີໄຟໃນຕົວສະໜີ. ໄຟທີ່ພ້ອມຈະເຜົາຜານໄປກັບການເຮັດທຸລະກິດໃນວັນໆ. ມັນຄ້າຍຄືກັບການລວມກັນຂອງຄວາມຢາກ ກາຍເປັນຄວາມເຂັ້ມຂົ້ນຂອງຊີວິດ. ເບິ່ງຜູ້ປະກອບການທີ່ປະສົບຜົນສຳເລັດທີ່ທ່ານຮູ້ຈະມີປະສົບການນັ້ນ. ຂ້າພະເຈົ້າແນ່ວ່າພວກເຂົາມີໄຟ. ມັນອາດຈະບໍ່ແມ່ນການຮ້ອງໄຫ້ຕໍ່ໜ້າສັງຄົມໃຫ້ເຫັນໃຈ, ແຕ່ວ່າມັນມີໄຟທີ່ຢູ່ທີ່ນັ້ນ ພ້ອມນຳໃຊ້ໃນເວລາເກີດວິກິດ. ຄວາມສຳເລັດບໍ່ແມ່ນແຕ່ຈະເບິ່ງທີ່ກຳໄລການເງິນ, ເຮົາຕ້ອງສຳສົມກຳໄລຊີວິດຈາກການເຮັດທຸລະກິດ ທ່ານຍັງມີໄຟບໍ່? ເຖິງແມ່ນວ່າທ່ານຮູ້ສຶກມີ, ມັນຈະເຮັດໃຫ້ທ່ານລຸກຂຶ້ນນຳໃຊ້ພະລັງານ ແລະ ສົ່ງແຮງໃຈເຂົ້າໃນທຸລະກິດຂອງທ່ານສະເໜີ. ຖ້າບໍ່ມີໄຟ, ມັນເກືອບຈະເປັນໄປບໍ່ໄດ້ທີ່ຈະສາມາດບັນລຸເປົ້າໝາຍ ...

ເລີ່ມແຕ່ນ້ອຍໄປຫາໃຫຍ່

ເລີ່ມແຕ່ນ້ອຍໄປຫາໃຫຍ່

ຖ້າທ່ານມີແນວຄວາມຄິດເລີ່ມຕົ້ນການຜະລິດ ຫຼື ໃຫ້ບໍລິການ ທ່ານຄວນລອງ. ການຕັດສິນໃຈທີ່ຈະເລີ່ມຕົ້ນທຸລະກິດຂະໜາດນ້ອຍ ກາຍເປັນສິ່ງງ່າຍຂຶ້ນ ຜ່ານທາງສື່ສັງຄົມອອນໄລ ໂດຍບໍ່ຕອ້ງການລົງທຶນຫຼາຍ. ຫຼາຍບໍລິສັດຂະ ໜາດໃຫຍ່ໃນປະຈຸບັນ ກໍ່ເລີ່ມມາຈາກ ການລິເລີ່ມຄົນສອງສາມຄົນ ຫຼື ຄົນດຽວ. ຫາກທ່ານຄິດວ່າທຸລະກິດນ້ອຍ ບໍ່ມີອານາຄົດໃຫຍ່ໆ ມັນເປັນຄວາມເຊື່ອທີ່ບໍ່ຖືກຕ້ອງສະເໜີໄປ. ພຽງແຕ່ທ່ານມີຄວາມຢາກ, ບວກກັບການເຮັດຕົວຈິງແບບມີແຜນການ ແລະ ...

ເລີ່ມທຸລະກິດຂະໜາດນ້ອຍ

ເລີ່ມທຸລະກິດຂະໜາດນ້ອຍ

ຄຳເວົ້າງ່າຍໆທີ່ປະກາດຕໍ່ໂລກວ່າ: ເປັນນາຍຕົນເອງ ມີອິດສະຫຼະ. ຕົວຈິງມັນບໍ່ໄດ້ງ່າຍຄືທີ່ຄິດ. ເພາະຖ້າເປັນແນວນັ້ນ, ແມ່ນໃຜໆກະຄົງເຮັດທຸລະກິດ. ທຸລະກິດຂະໜາດນ້ອຍ ແມ່ນການຫັນປ່ຽນແນວຄິດຈາກພະນັກງານ, ຫຼື ງານຫວ່າງ ມາເປັນເຈົ້າຂອງທຸລະກິດ ຫຼື ຜູ້ປະກອບການ. ປະໂຫຍກທີ່ວ່າ "ທຸລະກິດຂະໜາດນ້ອຍ" ແມ່ນການຄວາມເປັນເອກະລາດ. ມັນປະກາດໃຫ້ຄອບຄົວ, ໝູ່ ເພື່ອນ, ນາຍຈ້າງຂອງທ່ານ, ...

ມີແຜນສອງເພື່ອເປົ້າໝາຍດຽວ

ມີແຜນສອງເພື່ອເປົ້າໝາຍດຽວ

ມີຫຼາຍຄັ້ງທີ່ເຄີຍໄດ້ລົມກັບເພື່ອນຮ່ວມງານ ກ່ຽວກັບການເຮັດວຽກໃນອານາຄົດ ຕິດພັນການເລີ່ມຕົ້ນເຮັດທຸລະກິດ ແລະ ທຸກພາກສ່ວນທີ່ເຄື່ອນໄຫວທີ່ມີສ່ວນຮ່ວມໃນຂະບວນການນີ້. ບາງຢ່າງ, ການສົນທະນາຂອງພວກເຮົາໄດ້ຖືກເລື່ອນໄປສູ່ການຈັດຕັງປະຕິບັດແບບໃໝ່ ເຊິ່ງບໍ່ເກີດມີຄວາມຕໍ່ເນື່ອງ. ເຖິງວ່າບາງຄົນຈະບໍ່ເຫັນດີກັບຮູບແບບແນວນັ້ນກໍ່ຕາມ. ແນວຄວາມຄິດທີ່ບໍ່ຖືກ ຈັດຕັ້ງະຕິບັດ ຫຼື ຖືກຍົກເລີກເລີຍ ມັນກະເປັນການສ້າງຄວາມນ້ອຍໃຈໃຫ້ຄົນເຈົ້າຂອງຄວາມຄິດ. ໃນຖານະ ຫົວໜ້າບໍລິສັດ, ເຂົາເຈົ້າມີສິດຕັດສິນໃຈ ອັນທີ່ຈະເປັນຜົນດີສຸດແກ່ບໍລິສັດສະເໜີ. ແຜນສອງ ຫຼື ແຜນສຳຮອງ ...

ເລືອກຈຸດຍຸດທະສາດສ້າງເງິນ

ເລືອກຈຸດຍຸດທະສາດສ້າງເງິນ

ເວລາເຮົາຄິດສ້າງຮ້ານ, ຫ້ອງການເຮັດວຽກ, ຫຼື ເຮັດການຜະລິດ, ເຮົາບໍ່ຄວນໃສ່ໃຈແຕ່ເລື່ອງການອອກແບບ ແລະ ການຈັດສັນສະຖານທີ່ເທົ່ານີ້. ສະຖານທີ່ຕັ້ງເປັນບັນຫາທີ່ຕ້ອງໄດ້ຄົ້ນຄິດ. ສຳລັບທຸລະກິດ ຂະໜາດນ້ອຍທີ່ເຮັດ ທຸລະກິດ ອາດບໍ່ມີທາງເລືອກຫຼາຍ. ເຂົາອາດຕັດສິນໃຈເອົາ ທີ່ດິນອັນເປັນສັບສິນຂອງຄອບຄົວເປັນບ່ອນດຳເນີນງານ ເພື່ອຕັດຄ່າໃຊ້ຈ່າຍ ໃນການເຊົ່າສະຖານທີ່. ບາງຄັ້ງເຈົ້າຂອງກິດຈະການ ກໍ່ບໍ່ມີທາງເລືອກຫຼາຍໃຫ້ເຂົາຕັດສິນໃຈ.​ ໃນກໍລະນີຮ້ານອາຫານ ຫຼື ...

ຂໍບອກຄວາມຈິງ

ຂໍບອກຄວາມຈິງ

ມື້ນີ້, ວັນທີ 7 ເດືອນກໍລະກົດ, ແມ່ນວັນ ເລົ່າຄວາມຈິງ . ໃນກຽດສັກສີຂອງມື້ນີ້, ໃຫ້ຕັດ BS ແລະມີຄວາມຊື່ສັດ. ຊີວິດຂອງຜູ້ປະກອບການອາດເບິ່ງຄືວ່າເປັນສິ່ງທີ່ ໜ້າ ງຶດງໍ້ແລະອຸດົມສົມບູນຂອງຄົນພາຍນອກ. ມື້ນີ້, ພວກເຮົາ ກຳ ລັງຖີ້ມຜ້າມ່ານຄືນແລະພິຈາລະນາຢ່າງຈິງໃຈວ່າມັນເປັນແນວໃດແທ້ທີ່ຈະເປັນຜູ້ປະກອບການ. ສິ່ງທີ່ດີ, ບໍ່ດີແລະບໍ່ດີ. ແລະພວກເຮົາບອກຄວາມຈິງ. ໃນຖານະຜູ້ປະກອບການ, ພວກເຮົາບໍ່ແມ່ນຄົນ ທຳ ມະດາ. ພວກເຮົາບໍ່ປະຕິບັດຕາມເສັ້ນທາງທີ່ປອດໄພແລະປອດໄພ. ພວກເຮົາ ກຳ ລັງ ຊຸກຍູ້ຂໍ້ ...

ຈົບແບບສຳເລັດ

ອາດໃຫຍ່ໄວໂພດ

ຈະວ່າເປັນຫົວຂໍ້ແປກກະແມ່ນ. ເພາະໂດຍລວມໃຜໆກະຢາກຂະຫຍາຍທຸລະກິດ. ສິ່ງທີ່ຕ້ອງຄົ້ນຄິດຄືຄວາມໜັ້ນຄົງ ໃນເວລາຂະຫຍາຍຕົວ. ໃນບັນດາເຈົ້າຂອງທຸລະກິດ, ພວກເຂົາກໍ່ມັກສົນທະນາກ່ຽວກັບວິທີການຕ່າງໆເພື່ອ ຂະຫຍາຍທຸລະກິດ. ສາເຫດແມ່ນຍ້ອນ ເປົ້າຫມາຍເພື່ອຂາຍຫຼາຍຂື້ນ ແລະ ສ້າງລາຍໄດ້ຫຼາຍຂື້ນ. ເວລາໄດ້ເງິນຫຼາຍຂື້ນມີແນວໂນ້ມທີ່ຈະຮູ້ສຶກຕື່ນເຕັ້ນດີ ແລະ ໜ້າຈະເປັນສຸກຫຼາຍຂື້ນ. ເມື່ອໃດຫາກທຸລະກິດຂອງທ່ານ ເຕີບໃຫຍ່ໄວເກີນໄປ. ເມື່ອນັ້ນ, ມັນອາດເປັນຂ່າວຮ້າຍສຳລັບຜູ້ປະກອບການ. ອັນໜຶ່ງແລະໝາຍວ່າ ຕ້ອງໄດ້ໃຊ້ງົບປະມານເພີ່ມເຕີມໃນການເຮັດທຸລະກິດ ເປັນຕົ້ນໃນກໍລະນີຂາຍຍ່ອຍ ອາດຕ້ອງສັ່ງເຄື່ອງຂາຍເຂົ້າມາອີກ ມາເກັບຮັກສາເຄື່ອງໃຊ້ໄວ້ໃນສາງເກັບເຄື່ອງ. ...

ຍິນດີຕ້ອນຮັບເຂົ້າສູ່ລະບົບ!

ເຂົ້າສູ່ບັນຊີຂອງທ່ານ

Retrieve your password

Please enter your username or email address to reset your password.

Add New Playlist

ທ່ານແນ່ໃຈບໍ່ວ່າຢາກເບິ່ງຫົວຂໍ້ນີ້?
ປົດລ໋ອກທາງຊ້າຍມື : 0
ທ່ານຈະຢຸດເຊົາລະບົບການໃຊ້ງານແທ້ບໍ່?