ສ້າງຍີ່ຫໍ້

You can add some category description here.

ຫ້ອງບັນດານຈິດ

ຫ້ອງບັນດານຈິດ

ຫົວຂໍ້ນີ້, ລວມເອົາໃນກໍລະນີທີ່ທ່ານກຳລັງເດີນທາງໄປເຮັດວຽກຕ່າງປະເທດ ຫຼື ຕ່າງແຂວງ ເປັນໄລຍະເວລາອາທິດ ຫຼື ເດືອນ ຈົນມີຄວາມຈຳເປັນຕ້ອງໃຊ້ສະຖານທີ່ ທີ່ພັກ ຫຼື ຫ້ອງນອນເປັນບ່ອນເຮັດວຽກ. ສະພາບແວດລ້ອມທີ່ພັກຂອງທ່ານມີຫຼາຍຢ່າງທີ່ມີອິດທິພົນສົ່ງຜົນກັບການເຮັດວຽກ ແລະ ແຮງຈູງໃຈຂອງທ່ານ ໃນການປະຕິບັດໜ້າທີ່. ຖ້າທ່ານປະສົມຜະສານປະສິດທິພາບຂອງຫ້ອງການ ກັບຄວາມສະດວກສະບາຍຂອງທີ່ພັກ, ທ່ານອາດຈະມີການເຮັດວຽກທີ່ດີຂື້ນ ແລະ ເຮັດວຽກໃຫ້ສຳເລັດນ້າທີ່. ສິ່ງເລັກໆນ້ອຍໆເປັນຕົ້ນ ການຈັດແຈງສາຍໄຟ,...

ຈົບແບບສຳເລັດ

ຈົບແບບສຳເລັດ

ເສັ້ນທາງສູ່ຄວາມສຳເລັດທາງທຸລະກິດບໍ່ໄດ້ມີໄວ້ສຳລັບຄົນມັກສະບາຍ. ເຈົ້າຂອງທຸລະກິດຂະໜາດນ້ອຍປະເຊີນກັບສິ່ງທ້າທາຍທີ່ນັບບໍ່ຖ້ວນໃນໄລຍະການຕໍ່ສູ້ຂອງພວກເຂົາ ແລະ ມັກຈະເຮັດຜິດພາດຫລາຍໆຢ່າງ. ຈາກຄວາມລຶກລັບຂອງການສ້າງຄວາມສົມບູນແບບທຸລະກິດ ຄ້າຍຄືກັບການເກີດຂອງຫຍ້າແຕ່ພື້ນດີນຈົນເຕີບໃຫຍ່. ນີ້ແມ່ນຄຳແນະນຳ ແລະວິທີການບາງຢ່າງທີ່ຜູ້ປະກອບການ ຄວນຮູ້ເມື່ອພວກເຂົາເລີ່ມຕົ້ນທຸລະກິດຂອງພວກເຂົາ. ພາສີບໍ່ແມ່ນທາງຫລີກ ຜູ້ປະກອບການທີ່ເລີ່ມຕົ້ນ ດຳເນີນທຸລະກິດແບບບໍ່ເປັນທາງການ ສາມາດຫຼົບຫຼລີກການຈ່າຍພາສີອາກອນໃນລະດັບໃດໜຶ່ງ. ໃນບາງປະເທດທີ່ດ້ອຍພັດທະນາ, ການປະກອບທຸລະກິດແບບບໍ່ລົງທະບຽນ ຍັງຖືບໍ່ຖືວ່າເປັນສິ່ງຫ່ວງຫ້າມ ຂໍພຽງແຕ່ທຸລະກິດນັ້ນໆ ບໍ່ສ້າງຄວາມເດືອດຮ້ອນໃຫ້ແກ່ຄົນອື່ນ. ແນວໃດກໍ່ຕາມ ປະເພດທຸລະກິດ ຂະໜາດນ້ອຍເຫຼົົ່ານັ້ນ ບໍ່ໄດ້ສ້າງລາຍຮັບສູງຫຼາຍ...

ຫລຸດຄວາມສ່ຽງ ເພີມຄວາມສຳເລັດ

ຫລຸດຄວາມສ່ຽງ ເພີມຄວາມສຳເລັດ

ການເລີ່ມຕົ້ນເຮັດທຸລະກິດ ຄືການເລີ່ມສ້າງຕົວທ່ານເອງ ໃຫ້ສຳເລັດ ແລະ ມີຊື່ສຽງ. ເປັນການເຮັດວຽກໃຫ້ຕົວເອງແລະເຮັດໃນສິ່ງທີ່ທ່ານສົນໃຈ. ໃນຖານະເປັນຜູ້ປະກອບການ, ເຂົາຈະມີຄວາມກັງວົນຫຼາຍກ່ຽວກັບແຜນການ, ແລະ ຕ້ອງໄດ້ຮັບການແກ້ໄຂບັນຫາໃນຂະນະທີ່ພວກເຂົາພົບພໍ້. ບໍ່ມີຫຍັງຮັບປະກັນ ຄວາມ​ສໍາເລັດທາງທຸລະກິດ. ພວກເຮົາຕ່າງເປັນນັກສ່ຽງໂຊກ ທີ່ມີເປົ້າໝາຍເປັນເດີມພັນ. ວິທີງ່າຍໆທີ່ຈະຫລີກລ້ຽງຄວາມຝັນສະຫຼາຍຂອງຜູ້ປະກອບການ ໃນຊ່ວງທຳອິດແມ່ນການລະມັດລະວັງເປັນພິເສດເລື່ອງຫຼຸດຜ່ອນຄວາມສ່ຽງໃດໆຕໍ່ທຸລະກິດຂອງທ່ານ. ທຸລະກິດມີຄວາມສ່ຽງໂດຍທຳມະຊາດ. ການຮູ້ວິທີຈັດການກັບມັນ, ກໍ່ຈະສາມາດຫຼຸດຜ່ອນຄວາມສ່ຽງ: ທຸກຄົນສາມາດສຳເລັດໄດ້ ແຕ່ບໍ່ແມ່ນທຸກໆຄົນຈະສຳເລັດ ແຜນຕ້ອງມາກ່ອນ ການບໍ່ວາງແຜນແມ່ນການວາງແຜນຈະລົ້ມເຫລວ. ການວາງແຜນດຳເນີນງານ...

ນັບຖືການແຂ່ງຂັນ

ນັບຖືການແຂ່ງຂັນ

ຖ້າທ່ານກຳລັງລົງສູ້ກັບ ນັກຄາລາເຕ້ສາຍດຳມືອາຊີບ, ໃຜຮູ້ກະຕ້ອງຈຽມຕົວ. ແຕ່ນັກຕໍ່ສູ້ແນວນີ້ ມັນກະມີເຕັມເມືອງອັນຄົນໄດ້ສາຍສີດຳ. ບໍ່ແນ່ໃຈວ່າ ຫາກມີການແຂ່ງຂັນລະຫວ່າງນັກຄາລາເຕ້ສາຍດຳມາຊິງໄຊກັນ, ໃຜຈະເປັນໜຶ່ງ. ເຊັ່ນດຽວກັບທຸລະກິດ ຫຼາຍຄົນກະເຮັດການຄ້າ ຫຼື ການບໍລິການຄືໆກັນ ແລະແມ່ນໃຜຄືທີ່ສຸດ? ຄຳວ່ານັກຄາລາເຕ້ສາຍດຳ, ກາຍເປັນຍົດທີ່ປະດັບໃຫ້. ເພື່ອໄດ້ເຫັນລະດັບຕົວທ່ານເອງ. ແນວໃດກໍ່ຕາມ “ຢ່າປະໝາດຕົວເອງ” ມັນໝາຍເຖິງລະດັບໃນການພັກດັນ ກະຕຸ້ນ...

ຮູ້ແລ້ວສ່ຽງ

ຮູ້ແລ້ວສ່ຽງ

ການເລີ່ມຕົ້ນເຮັດທຸລະກິດຂະໜາດນ້ອຍ ແມ່ນໜຶ່ງໃນ ຊ່ວງເວລາທີ່ໜ້າຕື່ນເຕັ້ນທີ່ສຸດໃນການດຳລົງຊີວິດເປັນມະນຸດ. ສິ່ງໜຶ່ງທີ່ຄົນມັກເບິ່ງຂ້າມຄື ປັດໃຈສ່ຽງໃນທຸລະກິດນັ້ນໆ. ຖ້າດຳເນີນບໍ່ຖືກຕ້ອງ ທ່ານອາດຈະພາຕົນເອງຕົວເອງຕົກໃນສະພາບທີ່ຫຍຸ້ງຍາກ. ການເລີ່ມຕົ້ນທຸລະກິດຂະໜາດນ້ອຍມາພ້ອມກັບຄ່າໃຊ້ຈ່າຍ ແລະ ທຸກຄັ້ງທີ່ມີການພົວພັນກັບການຢືມເງິນຈາກທະນາຄານ, ມັນເປັນສິ່ງສຳຄັນທີ່ສຸດທີ່ຄວນລະມັດລະວັງກັບທຸກໆການຕັດສິນໃຈຂອງທ່ານ. ການຫຼຸດຜ່ອນຄວາມສ່ຽງສາມາດເວົ້າໄດ້ງ່າຍກວ່າການເຮັດ, ແນ່ນອນວ່າມັນເປັນໄປໄດ້. ນີ້ແມ່ນ ສາມຄຳແນະນຳ ເພື່ອໃຫ້ທ່ານເລີ່ມຕົ້ນ. ການຮູ້ຄວາມສ່ຽງບໍ່ແມ່ນຈະຢ້ານ, ມັນເຮັດໃຫ້ເຮົາຄາດຄະເນລ່ອງໜ້າວິທີແກ້ໄຂ 1. ເລີ່ມຕົ້ນທຸລະກິດຜ່ານ Online ຄວາມໄຝ່ຝັນໃນການເປີດທຸລະກິດຂະໜາດນ້ອຍຄັ້ງທຳອິດ...

ຄວາມເປັນສ່ວນຕົວກັບລູກຄ້າ

ຄວາມເປັນສ່ວນຕົວກັບລູກຄ້າ

ເພາະເຮົາຢາກໄດ້ລູກຄ້າ, ເຮົາຈິ່ງພະຍາຍາມເຂົ້າໃກ້ຊິດ. ຜູ້ປະກອບການຈິ່ງຫາທຸກວິທີທາງໄດ້ໃກ້ຊິດ. ການແບ່ງປັນຂໍ້ມູນທາງທຸລະກິດຄວນຖືກຄັດສັນ ແລະ ບໍ່ໃຫ້ຂໍ້ມູນສ່ວນຕົວແຜ່ອອກໄປຫຼາຍໃນທາງທີ່ບໍ່ຈຳເປັນ. ເພາະທ່ານອາດຈະຖືກລໍ້ລວງໃຫ້ແບ່ງປັນຂໍ້ມູນສ່ວນຕົວ ໃນບາງກໍລະນີການສື່ສານ. ເພື່ອຊ່ວຍໃຫ້ທ່ານມີຄວາມເປັນມືອາຊີບກັບລູກຄ້າ, ທ່ານຄວນຕັ້ງຂອບເຂດການເຮັດວຽກສ່ວນຕົວ ແລະ ທຸລະກິດຂອງທ່ານເອງ. ຈາກນັ້ນທ່ານສາມາດນຳໃຊ້ຄຳແນະນຳ ເຫຼົ່ານັ້ນເພື່ອສ້າງສາຍພົວພັນການເຮັດວຽກທີ່ເປັນມືອາຊີບກັບລູກຄ້າຂອງທ່ານ. ຂໍ້ມູນໃດຄວນປ່ອຍອອກໄປ ເພື່ອສ້າງສາຍສຳພັນແບບອົບອຸ່ນ ແລະ ເປັນມືອາຊີບ? ພະຍາຍາມພົວພັນໃນໂມງເຮັດວຽກ. ເພື່ອບໍ່ໃຫ້ລູກຄ້າຄິດວ່າ ທ່ານເຮັດວຽກທັງເສົາທິດເພື່ອເຂົາເຈົ້າສະເໜີ...

ມີແຜນສອງເພື່ອເປົ້າໝາຍດຽວ

ມີແຜນສອງເພື່ອເປົ້າໝາຍດຽວ

ມີຫຼາຍຄັ້ງທີ່ເຄີຍໄດ້ລົມກັບເພື່ອນຮ່ວມງານ ກ່ຽວກັບການເຮັດວຽກໃນອານາຄົດ ຕິດພັນການເລີ່ມຕົ້ນເຮັດທຸລະກິດ ແລະ ທຸກພາກສ່ວນທີ່ເຄື່ອນໄຫວທີ່ມີສ່ວນຮ່ວມໃນຂະບວນການນີ້. ບາງຢ່າງ, ການສົນທະນາຂອງພວກເຮົາໄດ້ຖືກເລື່ອນໄປສູ່ການຈັດຕັງປະຕິບັດແບບໃໝ່ ເຊິ່ງບໍ່ເກີດມີຄວາມຕໍ່ເນື່ອງ. ເຖິງວ່າບາງຄົນຈະບໍ່ເຫັນດີກັບຮູບແບບແນວນັ້ນກໍ່ຕາມ. ແນວຄວາມຄິດທີ່ບໍ່ຖືກ ຈັດຕັ້ງະຕິບັດ ຫຼື ຖືກຍົກເລີກເລີຍ ມັນກະເປັນການສ້າງຄວາມນ້ອຍໃຈໃຫ້ຄົນເຈົ້າຂອງຄວາມຄິດ. ໃນຖານະ ຫົວໜ້າບໍລິສັດ, ເຂົາເຈົ້າມີສິດຕັດສິນໃຈ ອັນທີ່ຈະເປັນຜົນດີສຸດແກ່ບໍລິສັດສະເໜີ. ແຜນສອງ ຫຼື ແຜນສຳຮອງ...

ເຮັດທຸລະກິດເພື່ອການເປັນອີດສະຫຼະ?

ເຮັດທຸລະກິດເພື່ອການເປັນອີດສະຫຼະ?

ການເລີກວຽກໃນແຕ່ລະມື້ ແລະ ການສ້າງລາຍໄດ້ທັງໝົດຂອງທ່ານເອງ ແມ່ນຄວາມຝັນສຳລັບນັກທຸລະກິດສະໜັກຫຼີ້ນ, ແຕ່ມັນກໍ່ບໍ່ແມ່ນສິ່ງທີ່ບັນລຸໄດ້ຢ່າງງ່າຍດາຍ. ຫລາຍພັນຄົນພະຍາຍາມເຮັດວຽກເປັນປີເພື່ອມີອິດສະຫຼະ.  ຄວາມຄິດການມີທຸລະກິດ ແລະ ການເປັນອິດສະຫຼະມັນບໍ່ສອດຄ່ອງກັນປານໃດ. ແລະ ມັນຕິດພັນກັບຫຼາຍປັດໃຈ. ເປັນຕົ້ນ ພວກເຮົາເວລາມີທຸລະກິດ, ແມ່ນແທ້ວ່າເຮົາເປັນອິດສະຫຼະ, ບໍ່ມີໃຜມາສັ່ງ. ຢາກມາການຍາມໃດກໍ່ໄດ້, ເຮັດຫຍັງກໍ່ໄດ້ ແຕ່ການເຮັດແບບນັ້ນ ມັນບໍ່ໄດ້ເຮັດໃຫ້ທຸລະກິດເກີດຜົນກຳໄລ. ການເຮັດທຸລະກິດ, ເຈົ້າຂອງຕ້ອງໄດ້ທຸ້ມເທ...

ເລືອກຈຸດຍຸດທະສາດສ້າງເງິນ

ເລືອກຈຸດຍຸດທະສາດສ້າງເງິນ

ເວລາເຮົາຄິດສ້າງຮ້ານ, ຫ້ອງການເຮັດວຽກ, ຫຼື ເຮັດການຜະລິດ, ເຮົາບໍ່ຄວນໃສ່ໃຈແຕ່ເລື່ອງການອອກແບບ ແລະ ການຈັດສັນສະຖານທີ່ເທົ່ານີ້. ສະຖານທີ່ຕັ້ງເປັນບັນຫາທີ່ຕ້ອງໄດ້ຄົ້ນຄິດ. ສຳລັບທຸລະກິດ ຂະໜາດນ້ອຍທີ່ເຮັດ ທຸລະກິດ ອາດບໍ່ມີທາງເລືອກຫຼາຍ. ເຂົາອາດຕັດສິນໃຈເອົາ ທີ່ດິນອັນເປັນສັບສິນຂອງຄອບຄົວເປັນບ່ອນດຳເນີນງານ ເພື່ອຕັດຄ່າໃຊ້ຈ່າຍ ໃນການເຊົ່າສະຖານທີ່. ບາງຄັ້ງເຈົ້າຂອງກິດຈະການ ກໍ່ບໍ່ມີທາງເລືອກຫຼາຍໃຫ້ເຂົາຕັດສິນໃຈ.​ ໃນກໍລະນີຮ້ານອາຫານ ຫຼື...

ເຝິກຄົນມາໃຊ້ງານ

ເຝິກຄົນມາໃຊ້ງານ

ການເຝິກທັກສະ ໃຫ້ແກ່ພະນັກງານ ບໍລິສັດ ເປັນປະຈຳ, ມັນຈະຊ່ວຍຍົກລະດັບ ກຳລັງການຜະລິດ. ທຸກໆການເຝິກບໍ່ ແມ່ນໄດ້ມາລ້າໆ. ສຳລັບຫຼາຍຫົວໜ່ວຍທຸລະກິດໃນລາວ, ການເຝິກອົບຮົມ ສ່ວນໃຫຍ່ຈັດຂື້ນໂດຍ ອົງການພາກລັດ ທີ່ສະໜັບສະໜູນ ຈາກອົງການສາກົນ. ເຖິງວ່າຈະບໍ່ໄດ້ເສຍເງິນເຂົ້າຮ່ວມການເຝິກອົບຮົມຄືກັນກັບປະເທດອື່ນໆ, ແຕ່ມັນກະມີລາຄາຂອງມັນ. ການເຝິກ ໝາຍວ່າພະນັກງານ ຈະຕ້ອງໄດ້ຂາດການເຮັດວຽກເຂົ້າຮ່ວມການເຝິກທັກສະ. ແລະ...

ໜ້າ 1 ຂອງ 2 1 2

ຍິນດີຕ້ອນຮັບເຂົ້າສູ່ລະບົບ!

ເຂົ້າສູ່ບັນຊີຂອງທ່ານ

Retrieve your password

Please enter your username or email address to reset your password.

Add New Playlist

ທ່ານແນ່ໃຈບໍ່ວ່າຢາກເບິ່ງຫົວຂໍ້ນີ້?
ປົດລ໋ອກທາງຊ້າຍມື : 0
ທ່ານຈະຢຸດເຊົາລະບົບການໃຊ້ງານແທ້ບໍ່?