ສົ່ງອອກລາວຍຸກໃໝ່ ExLaos
  • ໜ້າຫຼັກ
    • Home – Layout 1
    • Home – Layout 2
    • Home – Layout 3
  • ຕະຫຼາດໂລກ
  • ສ້າງທຸລະກິດ
  • ທຸລະກິດ “ກິກ”
  • ເປັນຜູ້ນຳ
  • ສື່ອອນໄລ
  • ຮັກຊີວິດ
  • ສ້າງຍີ່ຫໍ້
  • ທັກສະສື່ສານ
ບໍ່ພົບ
ເບິ່ງຜົນຮັບທັງໝົດ
  • ໜ້າຫຼັກ
    • Home – Layout 1
    • Home – Layout 2
    • Home – Layout 3
  • ຕະຫຼາດໂລກ
  • ສ້າງທຸລະກິດ
  • ທຸລະກິດ “ກິກ”
  • ເປັນຜູ້ນຳ
  • ສື່ອອນໄລ
  • ຮັກຊີວິດ
  • ສ້າງຍີ່ຫໍ້
  • ທັກສະສື່ສານ
ບໍ່ພົບ
ເບິ່ງຜົນຮັບທັງໝົດ
ສົ່ງອອກລາວຍຸກໃໝ່ ExLaos
ບໍ່ພົບ
ເບິ່ງຜົນຮັບທັງໝົດ
ໜ້າຫຼັກ ທັກສະສື່ສານ

ເຝິກຄົນມາໃຊ້ງານ

ເຮັດແນວໃດຈະໄດ້ພະນັກງານເກັ່ງຂື້ນ ຫຼັງເຂົ້າຮ່ວມການເຝິກອົບຮົມ

ExLaos ໂດຍ ExLaos
July 31, 2023
ໃນ ທັກສະສື່ສານ, ທຸລະກິດ MSMEs, ສື່ອອນໄລ, ສ້າງຍີ່ຫໍ້
0 0
0
ເຝິກຄົນມາໃຊ້ງານ

Small business of a young woman. Beautiful young woman worker in carpenter workroom. Old furniture restoration.

0
ສົ່ງຕໍ່
2
ຈຳນວນຄົນເບິ່ງ
Share on FacebookShare on Twitter

ການເຝິກທັກສະ ໃຫ້ແກ່ພະນັກງານ ບໍລິສັດ ເປັນປະຈຳ, ມັນຈະຊ່ວຍຍົກລະດັບ ກຳລັງການຜະລິດ. ທຸກໆການເຝິກບໍ່ ແມ່ນໄດ້ມາລ້າໆ. ສຳລັບຫຼາຍຫົວໜ່ວຍທຸລະກິດໃນລາວ, ການເຝິກອົບຮົມ ສ່ວນໃຫຍ່ຈັດຂື້ນໂດຍ ອົງການພາກລັດ ທີ່ສະໜັບສະໜູນ ຈາກອົງການສາກົນ. ເຖິງວ່າຈະບໍ່ໄດ້ເສຍເງິນເຂົ້າຮ່ວມການເຝິກອົບຮົມຄືກັນກັບປະເທດອື່ນໆ, ແຕ່ມັນກະມີລາຄາຂອງມັນ. ການເຝິກ ໝາຍວ່າພະນັກງານ ຈະຕ້ອງໄດ້ຂາດການເຮັດວຽກເຂົ້າຮ່ວມການເຝິກທັກສະ. ແລະ ການຂາດການແບບນີ້, ເຈົ້າຂອງບໍລິສັດບໍ່ສາມາດຕັດເງິນເດືອນໄດ້.

ການຄັດສັນຄົນເຂົ້າຮ່ວມການເຝິກອົບຮົມ ຈິ່ງເປັນບາດກ້າວສຳຄັນ. ສິ່ງຈຳເປັນທີ່ຕ້ອງໄດ້ພິຈາລະນາຄື ທັກສະພື້ນຖານ ຂອງພະນັກງານ ກ່ອນເຂົ້າຮ່ວມການເຝິກອົບຮົມ. ທ່ານຕ້ອງໄດ້ເບິ່ງວ່າເຂົາເຈົ້າ ມີທັກສະພື້ນຖານ ພ້ອມທີ່ຈະຮັບຮູ້ ເນື້ອໃນຈາກການເຝິກອົບຮົມທີ່ຈະຈັດຂື້ນຫຼື ບໍ່? ຫຼັກສູດທີ່ຈະຈັດຂື້ນ ແມ່ນສຳລັບຂັ້ນຕົ້ນ ຫຼື ຄົນເປັນມືອາຊີບ. ການ ສົ່ງຄົນທີ່ບໍ່ມີຄວາມຮູ້ພື້ນຖານທີ່ກ່ຽວຂ້ອງ ຫຼື ປະສົບການ, ຫຼື ສົ່ງຄົນທີ່ມີຄວາມສາມາດເກີນເນື້ອໃນຫຼັກສູດທີ່ຈະ ສອນແລ້ວ, ກໍ່ເປັນການເສຍເວລາໄປຊື່ໆ.

ບໍ່ເສຍເວລາກັບການເຝິກທີ່ບໍ່ມີເປົ້າໝາຍການພັດທະນາທຸລະກິດ

ທ່ານມີແນວທາງ ໃນການນຳໃຊ້ຄວາມຮູ້ຈາກການເຝິກອົບຮົມບໍ່? ມີທັກສະໃດທີ່ທ່ານຕ້ອງການໃຫ້ພະນັກງານນຳໃຊ້ ຫຼັງຈາກການເຝິກອົບຮົມ. ມີການຄົ້ນພົບວ່າ, ການເຝິກອົບຮົມ ເປັນຊ່ອງທາງໃນການຮຽນຮູ້ທັກສະໃໝ່ໆ ແລະ ທັງຍັງ ເປັນການພົບປະຄົນທີ່ມີປະສົບການຈາກການເຝິກອົບຮົມ. ມັນເປັນໂອກາດໄດ້ຮຽນທິດສະດີ ແລະ ການເຮັດ ຕົວຈິງ ຈາກການເຝິກ ແລະ ທັງຍັງມີໂອກາດສ້າງສາຍພົວພັນ ໂດຍສະເພາະການໂຄສະນາປະຊາສຳພັນ ກ່ຽວກັບທຸລະກິດ ແລະ ການບໍລິການຂອງບໍລິສັດ. ບັນຫາບຸກຄົນທີ່ເຂົ້າຮ່ວມການເຝິກ ອາດກາຍເປັນກຸ່ມລູກຄ້າ ຫຼື ຄົນໃຊ້ບໍລິການ ໃນອານາຄົດ.

ດັ່ງທີ່ໄດ້ຍົກມາຂ້າງເທິງ, ການຝິກອົບຮົມຖືໄດ້ວ່າ ເປັນໂອກາດໃນການສ້າງຊຶ່ສຽງ ແລະ ແນະນຳສິນຄ້າ ແກ່ກຸ່ມຄົນ. ການຄັດສັນຄົນເຂົ້າຮ່ວມການເຝິກອົບຮົມ, ນອກຈາກຈະເບິ່ງທີ່ທັກສະຄວາມສາມາດດ້ານວິຊາການແລ້ວ, ຍັງຕ້ອງ ມີທັກສະການເຮັດວຽກງານປະຊາສຳພັນ. ການເຝິກອົບຮົມເຮັດໃຫ້ ບໍລິສັດຕ້ອງເສຍແຮງງານເຮັດການຜະລິດ. ບໍລິສັດຕ້ອງມີການວາງແຜນ ແລະ ກະກຽມພະນັກງານສຳຮອງເພື່ອເຮັດໜ້າທີ່. ໄລຍະເວລາການເຝິກ ກໍ່ເປັນປັດ ໃຈໜຶ່ງທີ່ຕ້ອງຄຳນຶ່ງ. ຖ້າຫາກມີເວລາດົນ ກໍ່ຈະຍິ່ງເຮັດໃຫ້ ບໍລິສັດ ຕ້ອງໄດ້ຄຳນຶ່ງບັນຫາ ທີ່ໄດ້ຍົກມາຄື: ຮຽນມາແລ້ວ ໃຊ້ແນວໃດ? ມັນຈຳເປັນບໍ່? ລາວຈະຮຽນໄດ້ບໍ່? ມີພາກສ່ວນໃດແດ່ທີ່ຈະເຂົ້າຮ່ວມ? ນັກສຳມະນາກອນຈະເປັນກຸ່ມ ລູກຄ້າເຮົາໄດ້ແທ້ບໍ່?

ມີບາງຄັ້ງ, ການເຂົ້າຮ່ວມການເຝິກອົບຮົມ ແມ່ນເກີດຂື້ນຈາກການແຕ່ງຕັ້ງ. ມັນເຮັດໃຫ້ເຂົາເຈົ້າບໍ່ມີຄວາມສົນໃຈໃນ ຫຼັກສູດຫຼາຍປານໃດ. ຫົນທາງແກ້ທີ່ດີທີ່ສຸດກໍ່ຄື ສະເໜີຫຼັກສູດໃຫ້ແກ່ກຸ່ມທີ່ເປັນເປົ້າໝາຍສະໜັກເຂົ້າຮ່ວມເອງ. ເພື່ອໃຫ້ໄດ້ພະນັກງານທີ່ເຕັມໃຈເຂົ້າຮ່ວມ ແລະ ຕັ້ງໃຈແທ້ໆ.

ບໍ່ວ່າຈະມີການສະເໜີຫຼັກສູດໃາໃຫ້ແກ່ບໍລິສັດທ່ານຫຼືບໍ່ ທາງບໍລິສັດຕ້ອງມີແຜນແນ່ນອນໃນການປັບປຸງໜ້າວຽກ ແລະ ການເຮັດວຽກຂອງບໍລິສັດ. ທ່ານຕ້ອງມີຂົງເຂດທີ່ຕ້ອງການປັບປຸງ ແລະ ທ່ານຈະຮູ້ວ່າໜ້າວຽກໃດທີ່ຕ້ອງ ການຍົກລະ ດັບ? ແລະ ພະນັກງານກຸ່ມໃດ?

ໃນປະຈຸບັນ, ມີບາງຫຼັກສູດການເຝິກອົບຮົມ ບໍ່ວ່າຈະເປັນຈາກພາກລັດ ຫຼື ຈັດໂດຍກຸ່ມທຸລະກິດເອງ ແມ່ນຈຳເປັນ ຕ້ອງໄດ້ຈ່າຍຄ່າທຳນຽມ ໃນການເຂົ້າຮ່ວມ. ການຈ່າຍເງິນເຂົ້າຮ່ວມສຳມະນາ ກະບໍ່ໄດ້ໝາຍວ່າມັນຈະດີກວ່າສະເໜີໄປ. ມັນຂື້ນກັບເນື້ອໃນ ແລະ ເປົ້າໝາຍການພັດທະນາຫົວໜ່ວຍທຸລະກິດ. ບາງການເຝິກອົບຮົມ ຖືກຈັດສະເພາະສຳລັບ ກຸ່ມ ເຊິ່ງອົງການພາກລັດ ອາດບໍ່ໄດ້ກວມເອົາໃນຂົງເຂດສະໜັບສະໜູນ. ທັງນີ້ ກະບໍ່ໄດ້ໝາຍວ່າການບໍ່ເສຍຄ່າທຳນຽນ ຈະດີເພາະວ່າບໍ່ຕ້ອງເສຍເງິນ. ຖ້າຫາກການເຂົ້າຮ່ວມການເຝິກອົບຮົມ ບໍ່ເຮັດໃຫ້ເຮົາໄດ້ຮັບການປັບປຸງດີຂື້ນແລ້ວ, ບໍ່ຄວນເສຍເວລາເຂົ້າຮ່ວມ.

ທ່ານມີຄຳແນະນຳໃດຕື່ມອີກບໍ່ໃນຫົວຂໍ້ນີ້ ຫຼື ມີປະສົບການທີ່ແຕກຕ່າງຈາກນີ້, ຊ່ວຍແບ່ງປັນປະສົບການນັ້ນໃນທີ່ນີ້ດ້ວຍ ເພື່ອເປັນການໃຫ້ຄົນອື່ນໄດ້ຮຽນຮູ້ນຳກັນ.

ກຸ່ມ: ການຕະຫຼາດສ້າງຍີ່ຫໍ້ຫຼັກສູດເຕັກນິກ
ExLaos

ExLaos

ກ່ຽວພັນກັບຫົວຂໍ້

ລູກຄ້າຫຼາຍໃຈ
ທຸລະກິດ MSMEs

ລູກຄ້າຫຼາຍໃຈ

August 30, 2023
ການບໍລິການລູກຄ້າມັດໃຈ
ການຕະຫຼາດອອນໄລ

ການບໍລິການລູກຄ້າມັດໃຈ

April 12, 2024
ຍິ່ງມານພະຈົນ ບາລະມີຍິ່ງສູງສົ່ງ
ທັກສະສື່ສານ

ຍິ່ງມານພະຈົນ ບາລະມີຍິ່ງສູງສົ່ງ

July 30, 2023

ສົ່ງອອກລາວຍຸກໃໝ່ ExLaos

ພວກເຮົາຫວັງນຳໃຊ້ສື່ນີ້ ໃນການຊັດຊວນຄົນລາວມາອອກແຮງການຜະລິດ ແລະ ໃຫ້ບໍລິການ. ທ່ານຈະໄດ້ຄົ້ນພົບຫຼາກຫຼາຍແນວຄິດການດຳເນີນທຸລະກິດແບບທັນຍຸກ. ການສົ່ງອອກຖືເປັນເປົ້າໝາຍຫຼັກອັນໜຶ່ງຂອງເວັບນີ້. ສຶກສາເພີ່ມເຕີມກົດເບິ່ງທີ່ນີ້ 

ຫົວຂໍ້ລ້າສຸດ

  • ລູກຄ້າຫຼາຍໃຈ August 29, 2023
  • ການບໍລິການລູກຄ້າມັດໃຈ August 7, 2023
  • About ExLaos (Eng) August 6, 2023

ກຸ່ມຫົວຂໍ້

  • English
  • ການຕະຫຼາດອອນໄລ
  • ຕະຫຼາດໂລກ
  • ທັກສະສື່ສານ
  • ທຸລະກິດ "ກິກ"
  • ທຸລະກິດ MSMEs
  • ສື່ອອນໄລ
  • ສ້າງຍີ່ຫໍ້
  • ສ້າງທຸລະກິດ
  • ເປັນນັກທຸລະກິດ
  • ເປັນຜູ້ນຳ

[mc4wp_form]

© 2023 ExportingLaos.com - City Export Promotion in Laos. All rights belong to their respective owners.
ExportingLaos.com is a top export promoter in News, Blog, Newspaper & Magazine in Laos Export.

ຍິນດີຕ້ອນຮັບເຂົ້າສູ່ລະບົບ!

ເຂົ້າສູ່ບັນຊີຂອງທ່ານ

Forgotten Password?

Retrieve your password

Please enter your username or email address to reset your password.

Log In

Add New Playlist

ບໍ່ພົບ
ເບິ່ງຜົນຮັບທັງໝົດ
  • Home
  • ສ້າງທຸລະກິດ
  • ເປັນນັກທຸລະກິດ
  • ທຸລະກິດ “ກິກ”
  • ສື່ອອນໄລ
  • ເປັນຜູ້ນຳ
  • ທັກສະສື່ສານ
  • ສ້າງຍີ່ຫໍ້
  • ທຸລະກິດ MSMEs
  • ການຕະຫຼາດອອນໄລ

© 2025 JNews - Premium WordPress news & magazine theme by Jegtheme.

ທ່ານແນ່ໃຈບໍ່ວ່າຢາກເບິ່ງຫົວຂໍ້ນີ້?
ປົດລ໋ອກທາງຊ້າຍມື : 0
ທ່ານຈະຢຸດເຊົາລະບົບການໃຊ້ງານແທ້ບໍ່?
Go to mobile version