ຫ້ອງບັນດານຈິດ

ສິ່ງຈຳເປັນເມື່ອໃຊ້ເຮືອນຫຼືທີ່ພັກຊົວຄາວເປັນຫ້ອງການ

interior of modern office space

ຫົວຂໍ້ນີ້, ລວມເອົາໃນກໍລະນີທີ່ທ່ານກຳລັງເດີນທາງໄປເຮັດວຽກຕ່າງປະເທດ ຫຼື ຕ່າງແຂວງ ເປັນໄລຍະເວລາອາທິດ ຫຼື ເດືອນ ຈົນມີຄວາມຈຳເປັນຕ້ອງໃຊ້ສະຖານທີ່ ທີ່ພັກ ຫຼື ຫ້ອງນອນເປັນບ່ອນເຮັດວຽກ.

ສະພາບແວດລ້ອມທີ່ພັກຂອງທ່ານມີຫຼາຍຢ່າງທີ່ມີອິດທິພົນສົ່ງຜົນກັບການເຮັດວຽກ ແລະ ແຮງຈູງໃຈຂອງທ່ານ ໃນການປະຕິບັດໜ້າທີ່. ຖ້າທ່ານປະສົມຜະສານປະສິດທິພາບຂອງຫ້ອງການ ກັບຄວາມສະດວກສະບາຍຂອງທີ່ພັກ, ທ່ານອາດຈະມີການເຮັດວຽກທີ່ດີຂື້ນ ແລະ ເຮັດວຽກໃຫ້ສຳເລັດນ້າທີ່. ສິ່ງເລັກໆນ້ອຍໆເປັນຕົ້ນ ການຈັດແຈງສາຍໄຟ, ຫຼື ແສງໄຟ. ຈາກການຈັດສັນສາຍໄຟ ແລະ ການປັບເຮັດໃຫ້ມີແສງທີ່ເໝາະສົມ, ມັນເປັນສິ່ງ ສຳ ຄັນທີ່ຈະສ້າງສະພາບແວດລ້ອມທີ່ດີເພື່ອເອື້ອອຳນວຍໃຫ້ແກ່ການເຮັດວຽກທີ່ໄວຂື້ນ. ປະຈຸບັນ, ສາຍໄພຕິດຕົວປະກອບມີ, ສາຍສາກມືຖື, ຄອມພີວເຕີ້, ແລະ ອື່ນໆ. ຫາກຈັດສັນບໍ່ດີ, ທ່ານອາດຊອກມັນບໍ່ເຫັນໃນຍາມຈຳເປັນ ຈົນເສຍເວລາໃນການປະຕິບັດໜ້າທີ່ ໃນກໍລະນີຮີບດ່ວນ.

ສິ່ງແນະນຳຕໍ່ໄປ ນີ້ແມ່ນບາດກ້າວງ່າຍໆເພື່ອເຮັດໃຫ້ ກໍລະນີໃຊ້ທີ່ພັກ ເປັນຫ້ອງການ ຫຼື ໃຊ້ເຮືອນເປັນຫ້ອງການຈະຊ່ວຍທ່ານເຮັດວຽກໄດ້ຢ່າງວ່ອງໄວ:

ສ້າງທີ່ພັກອາໄສເປັນບ່ອນເຮັດວຽກ

ໃນກໍລະນີທີ່ທ່ານເລືອກເອົາຫ້ອງການໃນເຮື່ອນ, ການກໍ່ສ້າງຕ້ອງເລີ່ມຕົ້ນດ້ວຍພື້ນຖານໃນການສ້າງສະພາບແວດລ້ອມທັງໝົດທີ່ຜ່ອນຄາຍແລະເຮັດໃຫ້ ທ່ານມີສຸກກະພາບຈິດ ແລະ ກາຍແຂງແຮງໃນເວລາດຽວກັນ. ການຈັດສັນ ທຸກໆມູມຕາມຈິນຕະນາການ ເປັນສິ່ງທີ່ທ່ານສາມາດເຮັດໄດ້ ລວມທັງການເລືອກເຄື່ອງຕົບແຕ່ງ.

ການເລືອກສີ

ສີສົ່ງຜົນແກ່ຄວາມກະຕືລື່ລົ້ນໃນການເຮັດວຽກ. ການເລືອກສີອາດມີຜົນແກ່ຄວາມຈູບຈ້າວຫ້າວຫັນໃນການເຮັດວຽກ. ການໃຊ້ສີສົດໃສອາດເຮັດໃຫ້ບາງຄົນບໍ່ສະບາຍສາຍຕາ ແຕ່ມັນເປັນຕົວກະຕຸ້ນສາຍຕາບໍ່ໃຫ້ງ່ວງເຫງົາຫາວນອນງ່າຍ. ສຳລັບຄົນມັກສີດຳ, ການຕົບແຕ່ງດ້ວຍສີທືບ ຫຼື ສີດຳ ມັນອາດເຮັດໃຫ້ທ່ານຕ້ອງໃຊ້ແສງຫຼາຍຂື້ນ ຈົນສີ້ນເປືອງ ແລະ ມັນເບິ່ງຄືທືບບໍ່ປອດໂປ່ງ. ແນວໃດກໍ່ຕາມ ບໍ່ວ່າຈະສີໃດ ໃຫ້ແນ່ໃຈວ່າ ແມ່ນສີທີ່ທ່ານມັກ. ບາງຄົນທີ່ບໍ່ມັກສີສົດໃສ ຖ້າໄປທາສີແດງ ມັນອາດເຮັດໃຫ້ເກີດຄວາມຕືງຄຽດໃນການເຮັດວຽກ. ຄວນເກັບຮູບພາບ ຫຼື ສິ່ງເອ້ຍ້ອງທີ່ບໍ່ຈຳເປັນອອກ ເພື່ອຫຼີກລ່ຽງການກີດຂວາງໃນການເຮັດວຽກ.

ການຕົບແຕ່ງຫ້ອງການຈຳເປັນຈະຕ້ອງຢືດຖືແນວຄິດການສ້າງສະຖານທີ່ຢາກໃຫ້ເຮັດວຽກແບບສ້າງສັນ

ເມື່ອໃດກໍ່ຕາມເວລາຄົນເອົາເຮືອນເປັນຫ້ອງການ, ເຮົາມັກເຮັດຫ້ອງການເປັນຄືເຮືອນ. ໃຊ້ສີກ່ອງດຽວທີ່ທ່າເຮືອນ. ສີເຮືອນຄົນມັກທາແມ່ນ ສີ່ອ່ອນໆ, ສີເທົາ, ຫຼື ສີນໍ້າຕານອ່ອນ. ມັນເບິ່ງຄືອົບອຸ່ນສາຍຕາ. ແຕ່ສະຖານທີ່ເຮັດວຽກ ມັນຕ້ອງເຕັມໄປດ້ວຍການສ້າງພະລັງກາຍ ແລະ ໃຈ. ຫາກໃນເຮືອນເຮົາເປັນຫ້ອງການ, ມັນຈະດີຊໍາໃດເວລາຍາງເຂົ້າແລ້ວມາເຈີສີສົດໃສ ແລະ ການອອກແບບທີ່ແຕກຕ່າງໄປຈາກມູມບ້ານອື່ນໆທີ່ສ້າງມາ.

ແນວໃດກໍ່ຕາມ, ສິ່ງທີ່ຂ້າພະເຈົ້າແນະນຳໃຫ້ດີທີ່ສຸດ ຄືເລືອກສີ່ທີ່ທ່ານມັກ.

ແສງສະຫວ່າງ

ເປັນສິ່ງສຳຄັນຫຼາຍໃນການຮັກສາສຸກກະພາບສາຍຕາ ແລະ ການປະຫຍັດ. ເຄັດລັບແມ່ນການເຮັດໃຫ້ມີແສງອາກາດລ້ອມຮອບ ຈະຊ່ວຍເຮັດໃຫ້ປະຫຍັດພະລັງງານໄຟຟ້າ. ແຕ່ການປະສົມປະສານ ດ້ວຍການສະຫຼັບບ່ອນມືດມົວຢູ່ເທິງແສງສະຫວ່າງທີ່ຢູ່ເໜືອຫ້ອງ ຈະເປັນການສົມດູນເພື່ອຄວບຄຸມແສງໄຟທີ່ຢູ່ອ້ອມຮອບ. ດີແທ້, ແມ່ນໃຫ້ໃຊ້ມີອາຊີບໃນການຈັດແສງ ກ່ອນການລົງມືຕົບແຕ່ງແສງໄຟ. ມັນຈະຊ່ວຍໃຫ້ທ່ານມີແສງທີ່ພຽງພໍ, ຄວາມງົດງາມ ແລະ ສ້າງຄວາມກະຕືລື່ລົ້ນໃນການເຮັດວຽກ.

ສຽງ

ສຳລັບຂ້າພະເຈົ້າແລ້ວ, ສຽງດົນຕີເຮັດໃຫ້ວຽກງານໃດໆທີ່ມ່ວນກວ່າເກົ່າ. ຍົກເວັ້ນສຽງເສບສາຍເມົາຕອນເດິກດື່ນ. ເອົາແທ້ໆລະແມ່ນ, ຫາກທ່ານມັກສຽງເພັງ ໃຫ້ພິຈາລະນາລຳໂພງແບບບໍ່ມີສາຍ, ທີ່ສາມາດເຄື່ອນທີ່ ຫຼື ຕິດຝາຫ້ອງເຮັດວຽກກັບຄອມພິວເຕີ້ຂອງທ່ານ. ລະບົບຊັ້ນວາງສະເຕີລິໂອແມ່ນອີກທາງເລືອກທີ່ຄວນຕັດສິນໃຈສຳລັບການນຳໃຊ້ເຄື່ອງສຽງ. ການຄວບຄຸມສຽງສຳລັບປະເພດລຳໂພງດັ່ງກ່າວແມ່ນເຮັດໄດ້ງ່າຍ. ການເປີດສຽງ ບໍ່ວ່າຈະເປັນຂ່າວ, ເພັງ ຫຼື ບົດສົນທະນາ ມັນຈະຊ່ວຍເຮັດໃຫ້ເຮົາມີຫົວຄິດປະດິດສ້າງ. ມີຫຼາຍຄັ້ງ ເວລາໄດ້ຍິນສຽງ ມັນຊ່ວຍເຮັດໃຫ້ເກີດມີການພັດທະນາແນວຄິດ. ຂໍ້ຄວາມລະວັງແມ່ນ, ຫ້າມເປີດສຽງດັງຫຼາຍ ເພາະມັນອາດລົບກວນຄົນພາຍໃນບ້ານ.

ພື້ນຫ້ອງການ

ຢ່າງເບິ່ງຂ້າມພື້ນຫ້ອງການ. ຫາກເຮັດບໍ່ດີມັນອາດເກັບກີ່ນ ແລະ ຄວາມເປື້ອນເປີ. ສຳລັບຄົນທີ່ບໍ່ສາມາດ ອານາໄມໄດ້ເປັນປະຈຳ, ການເລື່ອກຜ້າພົມ ເປັນສິ່ງທີ່ຄວນຕ້ອງຫຼີກ. ເພາະມັນຈະເກັບຝຸ່ນ ແລະ ຫາກມີອາຫານຕົກເຮຍ ມັນຈະເປຶ້ອນ ແລະ ສົ່ງກີ່ນອັນບໍ່ເພິງປະສົງ. ມີຫຼາຍປະເພດກະໂລ່ທີ່ບໍ່ແພງ ແລະ ມີສີສັນທີ່ສວຍງາມໃນການຕົບແຕ່ງ. ພື້ນຫ້ອງການ ຕ້ອງເປັນຈຸດທີ່ຮັບນໍ້າໜັກຂອງເຄື່ອງຕົບແຕ່ງ ເຊັ່ນຕູ້ເອກະສານ, ແລະ ອື່ນໆ. ຫາກເລືອກກະໂລ່ທີ່ຖືກເກີນໄປ, ກໍ່ອາດເສຍເວລາສ້ອມແປງ ແລະ ງົບປະມານ.

ຕັ່ງນັ່ງເຮັດວຽກ

ນີ້ແມ່ນບ່ອນທີ່ທ່ານຕ້ອງການລົງທືນແລະຄົ້ນຄິດ. ເພາະທ່ານຈະໃຊ້ເວລາໃນຈຸດນີ້ຫຼາຍ ແລະ ເງີນທໍ່ໃດທີ່ຕ້ອງຈ່າຍໃນສິ່ງຈຳເປັນ. ບໍ່ໄດ້ແນະນຳໃຫ້ເລືອກຂອງແພງເກີນຕົວ ເພາະບໍ່ສະເໜີໄປວ່າ ຂອງແພງຈະແມ່ນຂອງເໜາະທີ່ສຸດ ໂດຍສະເພາະຫາກຕ້ອງຕັດສິນດ້ວຍ ຄຳວ່າ “ສະບາຍໃຈຕ້ອງມາກ່ອນ” ລອງເລືອກເບິ່ງເບາະນັ່ງໃຫ້ຫຼາຍເທົ່າທີ່ທ່ານສາມາດຈະຫາໄດ້. ຊອກຫາສິ່ງທີ່ທ່ານຕ້ອງການ. ບໍ່ວ່າທ່ານຈະມີງົບຫຼາຍນ້ອຍປານໃດກໍ່ຕາມ, ໃຫ້ເອົາຕັ່ງນັ່ງທີ່.     ເໝາະສົມກັບທ່ານ. ບໍ່ແນະນຳໃຫ້ຊື້ຕັ່ງນັ່ງທາງອອນໄລ, ເພາະຕັ່ງນັ່ງທ່ານຕ້ອງໄດ້ລອງນັ່ງກ່ອນສັ່ງຊື້. ນອກຈາກຈະເຄີຍຊືຍີ່ຫໍ້ນັ້ນມາແລ້ວກ່ອນໜ້ານີ້. ທ່ານຈະເຫັນວ່າທ່ານສາມາດເຮັດວຽກໃດໜຶ່ງ ໄດ້ດົນກວ່າເມື່ອທ່ານໃຫ້ກົ້ນຂອງທ່ານບໍ່ຖືກລົບກວນຍ້ອນຄວາມບໍ່ສະບາຍ.

ເອົາໃຈໃສ່ຄວາມເປັນລະບຽບ

ໃຊ້ເວລາຈັກນາທີເພື່ອຕັດສິນໃຈວ່າວຽກປະເພດໃດຈະເກີດຂື້ນໃນຫ້ອງການ ຫຼື ໃນເຮືອນຂອງທ່ານ. ຫ້າມສຸດໄປເກັບເອົາເຄື່ອງເຮືອນມາເກັບໄວ້ໃນຫ້ອງການ ເພາະມັນອາດບໍ່ຈຳເປັນ ແລະ ບໍ່ຄວນເອົາເຄື່ອງຫ້ອງການຈຳເປັນອອກຈາກທີ່ເຮັດວຽກ. ທ່ານຈະຕ້ອງການເຄື່ອງເອເລັກໂຕຣນິກຫຍັງ? ທ່ານສາມາດເກັບຮັກສາຫຍັງ, ແລະສິ່ງທີ່ຕ້ອງການໃຫ້ມີປະໂຫຍດຫຼາຍບໍ່? ທ່ານຈະຕ້ອງການຫຍັງເພື່ອຕອບສະໜອງຄວາມຕ້ອງການເຫຼົ່ານັ້ນ ແລະ ເຮັດໃຫ້ສະຖານທີ່ເຮັດວຽກເບິ່ງເປັນເຮືອນອີກຫຼັງ ແລະ ເປັນລະບຽບຮຽບຮ້ອຍ?

ເຄື່ອງເອເລັກໂຕຣນິກ

ອຸປະກອນຄອມພິວເຕີ, ເອເລັກໂຕຣນິກ, ແລະສາຍໄຟທັງໝົດ ທີ່ຕ້ອງການສາມາດເຮັດໃຫ້ທ່ານຮູ້ສຶກເປັນລະບຽບຮຽບຮ້ອຍ. ຮັກສາມັນງ່າຍດາຍ ແບະ ບໍ່ຂວງຕາ. ໃຊ້ຄອມພິວເຕີ້ຂອງທ່ານສຳລັບເພງແລະການເບິ່ງວີດີໂອເມື່ອທ່ານຕ້ອງການ, ແລະທ່ານຈະຕັດບັນຫາການຈັດການໄຟຟ້າຂອງທ່ານລົງຢ່າງຫຼວງຫຼາຍ. ມີຫລາຍທາງເລືອກໃນການຄຸ້ມຄອງສາຍໄຟຢູ່ຫ້ອງການ, ແລະ ນີ້ແມ່ນຫ້ອງການຂະໜາດນ້ອຍທີ່ບໍ່ຈຳເປັນຕ້ອງໃຊ້ເງີນຫລາຍ. ມັນເຮັດໃຫ້ຫ້ອງການຂອງທ່ານເບິ່ງມີປະສິດຕິພາບຫລາຍຂື້ນ, ແລະ ການທົດແທນສາຍ ແລະ ການສ້ອມແປງແມ່ນລຽບງ່າຍກວ່າເມື່ອພວກມັນບໍ່ສັບສົນ.

ຕົ້ນປະດັບ

ການມີຕົ້ນໄມ້ນ້ອຍ, ດອກໄມ້ປະດັບຂອງແທ້, ຈະຊ່ວຍເຮັດໃຫ້ສ້າງອາລົມຈິດ ແລະ ເພີ່ມຄວາມມີຊີວິດຊີວາໃນການເຮັດວຽກ. ຕົ້ນໄມ້ນ້ອຍ ຍັງດູດກີ່ນຫ້ອງ ແລະ ມັນຮັກສາຄວາມສົມດູນດ້ານອຸນນາພູມໄດ້ລະດັບໃດໜຶ່ງ.

ທ່ານມີຄຳແນະນຳໃດຕື່ມອີກບໍ່ໃນຫົວຂໍ້ນີ້ ຫຼື ມີປະສົບການທີ່ແຕກຕ່າງຈາກນີ້, ຊ່ວຍແບ່ງປັນປະສົບການນັ້ນໃນທີ່ນີ້ດ້ວຍ ເພື່ອເປັນການໃຫ້ຄົນອື່ນໄດ້ຮຽນຮູ້ນຳກັນ.

Exit mobile version