ເປັນເຈົ້າຂອງສື່ໂຄສະນາ

ນຳໃຊ້ຊ່ອງທາງສື່ບໍລິສັດໃນການໂຄສະນາສິນຄ້າ

ຖ້າບໍ່ລິສັດໃດ ບໍ່ມີສື່ໂຄສະນາຕົນເອງໃນຂະນະທີ່ອ່ານຫົວຂໍ້ນີ້, ຢ່າຫາວ່າເປັນບໍລິສັດຍຸກເຕົ່າລ້ານປີ. ບໍ່ໝາຍວ່າທ່ານບໍ່ທັນຍຸກ ຫາກແມ່ນທ່ານກຳລັງເສຍໂອກາດໃນການນຳສະເໜີສິນຄ້າ ດ້ວຍການໂຄສະນາແບບບໍ່ເສຍເງິນ. ຖ້າທ່ານມີຄວາມຈິງຈັງ ໃນການສ້າງ ທຸລະກິດຂະໜາດນ້ອຍຂອງທ່ານໃຫ້ເຕີບໂຕ, ແຕ່ຄິດວ່າການໂຄສະນາຜ່ານທາງອອນໄລເປັນເລື່ອງຫຍຸ້ງຍາກ, ແມ່ນທ່ານຍັງເປັນນັກທຸລະກິດຍຸກໂບຫານ.

ປະຈຸບັນ ທຸກໆຢ່າງໄດ້ຫັນເປັນອອນໄລ ແລະ ຈະເພີ່ມທະວີຂື້ນເລີຍໆ. ການໂຄສະນານອນໃນປາຍນີ້ວ ແລະ ເຄື່ອງມືໂຄສະນາ ກໍ່ຢູ່ໃນມືຂອງທ່ານ ໂດຍບໍ່ຕ້ອງອອກໄປຈ້າງໂທລະພາບ ແລະ ວິທະຍຸອີກຕໍ່ໄປ. ທ່ານສາມາດໂຄສະນາໄດ້ໂດຍກົງ. ສຳຄົນລັບສ່ວນໃຫຍ່, ຜົນສຳເລັດຂອງການໂຄສະນາໂດຍກົງແມ່ນຂື້ນກັບສາມສິ່ງຕໍ່ໄປນີ້:

  1. ເປົ້າໝາຍຜູ້ໃຊ້ສິນຄ້າເປັນຄົນທີ່ເບິ່ງເນື້ອໃນການໂຄສະນາ 
  2. ການສ້າງແຮງຈູງໃຈໃຫ້ກັບລູກຄ້າຂອງທ່ານໃນການຊື້
  3. ນຳສະເໜີຮູບແບບການສື່ສານຢ່າງສ້າງສັນ ພ້ອມທັງຂໍ້ຄວາມທີ່ຊື່ຕົງ ແລະ ໜ້າເຊື່ອຖື

ບໍ່ໄດ້ໝາຍວ່າການໂຄສະນາຜ່ານສື່ຂອງບໍລິສັດ ບໍ່ໄດ້ເສຍເງິນຫຍັງ? ພຽງແຕ່ເຮົາເປົນຕົວກະຈ່າຍຂ່າວ ແຕ່ສຳລັບຄົນທີ່ຕ້ອງການສ້າງພາບ, ແມ່ນຕ້ອງເພີ່ມງົບປະມານໃຫ້ການໂຄສະນາ ເຊັ່ນ: ຄ່າໃຊ້ຈ່າຍໃນການໂຄສະນາຂອງທ່ານ ອາດຈະຖືກກຳນົດໂດຍປັດໃຈອື່ນຈຳນວນ ໜຶ່ງຄື: ຄ່າໃຊ້ຈ່າຍໃນການອອກແບບຮູບພາບ, ແລະ ວີດີໂອ໊. ກ່ອນທີ່ທ່ານຈະລົງມືການໂຄສະນາທາງອອນໄລ, ທ່ານຄວນເບິ່ງງົບປະມານທັງໝົດທີ່ສາມາດຈ່າຍໄດ້ມີເທົ່າໃດ?  ແລ້ວຈັດສັນງົບໃຫ້ຖືກກັບຄວາມເປັນຈິງ. ໃຊ້ຂໍ້ຄວາມສັ້ນໆ, ໃຫ້ຂໍ້ມູນກ່ຽວກັບສິນຄ້າ ເປັນສິ່ງທີ່ຈຳເປັນໃນການລົງໂຄສະ ນາ. ເພື່ອໃຫ້ຄົນຈົດຈຳໄດ້.

ເຂົ້າຫາກຸ່ມຄົນຖືກເປົ້າໝາຍ

ຖ້າທ່ານບໍ່ຄົ້ນຄ້ວາກຸ່ມເປົ້າໝາຍຂອງທ່ານ, ທ່ານອາດເສຍເງິນລ້າໆ. ໝາຍວ່າໃຊ້ເງິນບໍ່ຖືກຈຸດ. ມັນຄ້າຍໆກັບການສົ່ງຈົດໝາຍໂດຍກົງ ໃຫ້ກັບຄົນທີ່ບໍ່ສົນໃຈເປີດອ່ານ.

ຫຼີກລ້ຽງຂໍ້ຄວາມຫຼາຍເກີນໄປ – ການສະເໜີການບໍລິການຜ່ານຂໍ້ຄວາມຄວນຖືກພິຈາລະນາຄວາມຍາວ. ເພາະຍາວ ເກີນໄປກໍ່ອາດເຮັດໃຫ້ຄົນບໍ່ສາມາດກຳໄດ້ເນື້ອໃນ ແລະ ບໍ່ເຂົ້າໃຈວ່າມັນແມ່ນຫຍັງ? ສັ້ນເກີນໄປກະອາດພາດຂໍ້ຄວາມສຳຄັນໆ. ເນັ້ນທີ່ຈຸດປະສົງວ່າ ຖ້າທ່ານຢາກເຮັດສື່ສານຫຍັງ ແລະ ພະຍາຍາມສ້າງເນື້ອໃນໃຫ້ກະທັດຫັດ. ຄົບຖ້ວນທີ່ສຸດ ແລະ ຝາກທີ່ຢູ່ສອບຖາມໄດ້.

ຫຼີກລ້ຽງການໃຊ້ຄຳສັບທີ່ພິສູດບໍ່ໄດ້ ເຊັ່ນ: ພວກເຮົາດີທີ່ສຸດ, ຫາໃສບໍ່ໄດ້, ເລີດກວ່ານີ້ຫາບໍ່ໄດ້ ໃນລາວ. ສິ່ງທີ່ທ່ານຄວນເຮັດຄືການໃຫ້ຂໍ້ມູນທີ່ເປັນປະໂຫຍດ.

 

ສ້າງໃຫ້ຄົນຈື່ຍີ່ຫໍ້

ຜົນປະໂຫຍດອີກອັນໜຶ່ງ ຂອງການໂຄສະນາໂດຍກົງທີ່ດີ ທ່ານສາມາດຄວບຄຸມຮູບແບບການໂຄສະນາໄດ້. ເພື່ອເຮັດໃຫ້ທຸລະກິດຂອງທ່ານຕິດຢູ່ໃນຈິດໃຈຂອງຜູ້ຊົມຂອງທ່ານ, ຕົວຕົນທຸລະກິດ, ຂໍ້ຄວາມ ແລະ ເຄື່ອງໝາຍການຄ້າຂອງທ່ານຕ້ອງການປະສົມກົມກືນກັນ. ການສ້າງຍີ່ຫໍ້ທີ່ສອດຄ່ອງເຮັດໃຫ້ລູກຄ້າທ່ານຈື່ໄດ້ດີຂື້ນ.

ປະສົມປະສານຮູບແບບການໂຄສະນາ 

ການໂຄສະນາອອນໄລກະເປັນການສ້າງໃບປີວອັນໜຶ່ງໃນເມື່ອກ່ອນ. ພຽງແຕ່ບໍ່ໄດ້ພິມອອກເທົ່ານັ້ນ. ທຸກໆທັກສະໃນການສ້າງຄວາມສົນໃຈ ທີ່ຕິດພັນກັບພຶດຕິກຳຄົນໃຊ້ສິນຄ້າ ຕ້ອງນຳມາເປັນເນື້ອໃນໃນການອອກແບບຮູບພາບ ແລະ ຂໍ້ວຄາມ. ນອກນັ້ນ, ການມີສ່ວນຮ່ວມກັບສື່ໂຄສະນາແຫຼ່ງອື່ນໆກໍ່ຈຳເປັນໃນການກະຈາຍຂໍ້ຄວາມ.

ກວດສອບຕິດຕາມຜົນ

ຄໍາຂັວນໂຄສະນາຂອງທ່ານຄວນມີວິທີ ກວດສອບ ແລະ ທ່ານສາມາດເຮັດໄດ້ທີ່ສະຖິຕິເກັບກຳໃນແຕ່ລະວັນ ຫຼື ອາທິດຂອງລະບົບສື່ໂຄສະນານັ້ນໆ. ໃນແຕ່ລະສືການໂຄສະນາ ຈະມີຖານສະຖິຕິ ເພື່ອເກັບກຳການໂຄສະນາ ທີ່ທ່ານປ່ອຍລົງໃນສື່ອອນໄລ.

ທ່ານມີຄຳແນະນຳໃດຕື່ມອີກບໍ່ໃນຫົວຂໍ້ນີ້ ຫຼື ມີປະສົບການທີ່ແຕກຕ່າງຈາກນີ້, ຊ່ວຍແບ່ງປັນປະສົບການນັ້ນໃນທີ່ນີ້ດ້ວຍ ເພື່ອເປັນການໃຫ້ຄົນອື່ນໄດ້ຮຽນຮູ້ນຳກັນ.

Exit mobile version