ເຖິງເປົ້າ…ເຖີງຝັນ

ຈົ່ງພໍໃຈໃນສິ່ງທີ່ມີ ນັ້ນກະໝາຍວ່າພໍໃຈເມື່ອບັນລຸເປົ້່າ ເຖິງຝັນ

Rock climber at sunset, Kalymnos Island, Greece

ການມີເປົ້າໝາຍທີ່ຍັງບໍ່ທັນສຳເລັດ ອາດເຮັດໃຫ້ທ່ານໝົດກຳລັງໃຈ ໃນການເຮັດວຽກ. ເພາະການມະໂນພາບຄວາມສຳເລັດ ໃນຂະນະທີ່ກຳລັງເດີນທາງ ແມ່ນມັກມີແນວຄິດປົນກັບຄວາມລົ້ມເຫຼວທີ່ອາດມີ ຈົນເຮັດໃຫ້ຄົນຄິດຈິນຕະນາການແນວບໍ່ດີໃນອານາຄົດ.

ໃນການອອກກຳລັງກາຍ; ໃຜໆກະຢາກຫຸ່ນດີ. ມີຫຼາຍຄົນຢຸດການອອກກຳລັງກາຍ ເພາະບໍ່ສາມາດລົດນໍ້າໜັກໄດ້ຕາມເປົ້າໝາຍທີ່ກຳນົດຕາມເວລາ. ສາເຫດມັກເປັນເພາະ ຖ້າມື້ນີ້ບໍ່ໄດ້ໄປອອກກຳລັງກາຍ ກໍ່ອາດມີມື້ຕໍ່ໆໄປນຳ. ເຮັດໃຫ້ເຮົາຮູ້ສຶກວ່າຊ້າ, ເມື່ອຍ ແລະ ຈິດໃຈກໍ່ເລີ່ມບໍ່ສູ້. ເມື່ອມາເບິ່ງເປົ້າທີ່ຕັ້ງໄວ້ກັບຕົວຈິງ ກະເລີຍເຮັດໃຫ້ຄົນທໍ້. ສະນັ້ນ ທ່ານຄວນພະຍາຍາມເຮັດໃຫ້ການອອກກຳລັງກາຍເປັນຊີວິດປະຈຳວັນສ່ວນໜຶ່ງ.

ທ່ານຄວນຕັ້ງໂມງອອກກຳລັງກາຍປະຈຳວັນ ຫຼື ເປັນຊ່ວງເວລາທີ່ແນ່ນອນ. ຂ້າພະເຈົ້າຈະອອກ ກຳລັງກາຍຢ່າງ   ໜ້ອຍ ໜຶ່ງຊົ່ວໂມງຕໍ່ທຸກໆ2ມື້. ແຕ່ໃນຄວາມຈິງ ມັນເປັນສິ່ງທ້າທາຍທີ່ຈະຈັດຕາຕະລາງຊົ່ວໂມງ ຫລື ຈັດສັນເວລາ 45 ນາທີ ເພື່ອການອອກກຳລັງກາຍໂດຍບໍ່ມີການຂັດຂວາງໃດໆ. ບາງມື້, ມັນເປັນໄປບໍ່ໄດ້ ເພາະກອງປະຊຸມ ແລະ ກິດຈະກຳທາງຄອບຄົວ. ນັ້ນເປັນເຫດຜົນທີ່ຫຼີກລ່ຽງບໍ່ໄດ້. ງານເຮືອນດີ, ເຮືອນດອງ, ແລະ ກິດຈະກຳທາງສັງຄົມ ມັນດົນໆມີຄັ້ງໜຶ່ງ. ການເສຍສະຫຼະເວລາ ມັນຈິ່ງເປັນເລື່ອງທຳມະດາ.

ບໍ່ມີເວລາໃດດີພ້ອມເທົ່າກັບວັນທີ່ລົງມືເຮັດ.

ຄວາມຄິດບໍ່ຢາກໄປຕ່າງຫາກທີ່ເປັນຕົວຂັດຂວງແທນການມີກິດຈະກຳທາງສັງຄົມ. ເຊື່ອວ່າບໍ່ມີໃຜຈະມີງານສັງຄົມຕະຫຼອດ. ດັ່ງນັ້ນ, ການສະຫຼະເວລາໃນແຕ່ລະວັນເພື່ອອອກກຳລັງກາຍຈິ່ງເປັນສິ່ງທີ່ຈຳເປັນຫຼາຍ ແລະ ເຮົາສາມາດຄວບຄຸມໄດ້.

ໃນຊີວິດການເຮັດທຸລະກິດຄືກັນ. ມັນກໍ່ຈະມີເປົ້າຫມາຍທີ່ເຮົາຍັງບໍ່ໄປເຖິງ ແລະ ປະຈຸບັນພັດມີບັນຫາຫຼາຍອັນອີກ. ເປັນຕົ້ນ ຄ່າແລກປ່ຽນເງິນຕາທີ່ບໍ່ຄົງຕົວ. ນີ້ກໍ່ຄືຖືກກັບຄວາມຈິງກັບການດຳເນີນທຸລະກິດ ເຊັ່ນກັນ. ທ່ານອາດຈະມີບາງສິ່ງບາງຢ່າງທີ່ສຳຄັນ ຕ້ອງບັນລຸ. ກົງກັນຂ້າມພັດຍັງບໍ່ທັນສາມາດເຮັດໄດ້. ເພາະວ່າທ່ານບໍ່ມີເວລາ ຫລື ຊັບພະຍາກອນທີ່ດີທີ່ສຸດໃນການອຸທິດຕົນ. ທ່ານອາດຈະລໍຖ້າຈົນກວ່າທ່ານຈະມີສະພາບແວດລ້ອມທີ່ສົມບູນແບບ, ມີເວລາທີ່ເໝາະສົມ ແລະ ທຸກຢ່າງທີ່ທ່ານຕ້ອງການກໍ່ຈະມາເອງ. ແຕ່ເດົາຫຍັງອອກບໍ່? ບໍ່ມີເວລາໃດດີພ້ອມເທົ່າກັບວັນທີ່ລົງມືເຮັດ.

ບໍ່ວ່າແມ່ນຫຍັງຈະເກີດຂື້ນ ພວກເຮົາກໍ່ບໍ່ຄວນເຊົາ ຫາກຍັງບໍ່ທັນບັນລຸເປົ້າ

ຖ້າທ່ານຕ້ອງການບາງສິ່ງບາງຢ່າງໃຫ້ເກີດຂື້ນ, ທ່ານຕ້ອງເອົາສິ່ງທີ່ທ່ານມີມາເຮັດ ໃຫ້ໄດ້ຕາມເປົ້າໝາຍທີ່ເປັນຈິງ ແລະ ເຮັດໃຫ້ມັນເກີດຂື້ນ. ເຖິງແມ່ນວ່າມັນຈະເປັນບາດກ້າວແບບປະຖົມປະຖານ, ແຕ່ຄວາມກ້າວໜ້າທຸກໆຄັ້ງ ມັນຈະສ້າງຕໍ່ໄປຈົນກໍ່ຕົວສາມາດສ້າງເປັນກຳລັງໃຈ ແລະກ່ອນທີ່ທ່ານຈະຮູ້ມັນ, ທ່ານອາດຈະກ້າວໄປສູ່ເປົ້າໝາຍ ຂອງທ່ານເຄິ່ງໜຶ່ງ ແທນທີ່ຈະເບິ່ງກັບຄືນໃນໄລຍະສາມເດືອນທີ່ທ່ານປາດຖະໜາ ທີ່ທ່ານຫາກໍ່ເລີ່ມຕົ້ນ ເຊິ່ງຍັງບໍ່ທັນເຫັນຫັຍງເທື່ອ.

ມີສຽງນີ້ຄຸ້ນເຄີຍກັບເຈົ້າບໍ? ສຽງຕົບມືຊົມເຊີຍ, ສຽງຮ້ອງໂຫໃນຄວາມສຳເລັດ ຈາກທີມງານ ແລະ ທ່ານເຄີຍລວບລວມຄວາມຄາດຫວັງທີ່ດີທີ່ຍັງບໍ່ມີຄວາມຈິງ ແລະ ໄດ້ຊຸກຍູ້ຕົວທ່ານເອງໃນວັນນີ້ຫຼືຍັງ?​ ແມ່ນແຕ່ໃນເວລາທີ່ສິ່ງຕ່າງໆບໍ່ໄດ້ຕາມທີ່ທ່ານຄາດຫວັງໄວ້ ຫຼື ຫວັງວ່າມັນຈະເປັນຈິງເມື່ອໃດ? ແຕ່ເຮົາກະຍັງເຮັດດ້ວຍຄວາມສາມາດ, ສະຕິປັນຍາ ແລະ ການທົບທວນ ເພື່ອໃຫ້ໄດ້ຕາມເປົ້າໝາຍ ຈິ່ງຢຸດເຮັດ.

 

ທ່ານມີຄຳແນະນຳໃດຕື່ມອີກບໍ່ໃນຫົວຂໍ້ນີ້ ຫຼື ມີປະສົບການທີ່ແຕກຕ່າງຈາກນີ້, ຊ່ວຍແບ່ງປັນປະສົບການນັ້ນໃນທີ່ນີ້ດ້ວຍ ເພື່ອເປັນການໃຫ້ຄົນອື່ນໄດ້ຮຽນຮູ້ນຳກັນ.

 

Exit mobile version