ອາດໃຫຍ່ໄວໂພດ

ສັນຍານທຸລະກິດຂອງທ່ານກຳລັງເຕີບໃຫຍ່ໄວເກີນໄປ

Creative concept still life food diet health holiday photo of avocado halves with Christmas toy ball decoration on yellow background.

ຈະວ່າເປັນຫົວຂໍ້ແປກກະແມ່ນ. ເພາະໂດຍລວມໃຜໆກະຢາກຂະຫຍາຍທຸລະກິດ. ສິ່ງທີ່ຕ້ອງຄົ້ນຄິດຄືຄວາມໜັ້ນຄົງ ໃນເວລາຂະຫຍາຍຕົວ. ໃນບັນດາເຈົ້າຂອງທຸລະກິດ, ພວກເຂົາກໍ່ມັກສົນທະນາກ່ຽວກັບວິທີການຕ່າງໆເພື່ອ ຂະຫຍາຍທຸລະກິດ. ສາເຫດແມ່ນຍ້ອນ ເປົ້າຫມາຍເພື່ອຂາຍຫຼາຍຂື້ນ ແລະ ສ້າງລາຍໄດ້ຫຼາຍຂື້ນ. ເວລາໄດ້ເງິນຫຼາຍຂື້ນມີແນວໂນ້ມທີ່ຈະຮູ້ສຶກຕື່ນເຕັ້ນດີ ແລະ ໜ້າຈະເປັນສຸກຫຼາຍຂື້ນ.

ເມື່ອໃດຫາກທຸລະກິດຂອງທ່ານ ເຕີບໃຫຍ່ໄວເກີນໄປ. ເມື່ອນັ້ນ, ມັນອາດເປັນຂ່າວຮ້າຍສຳລັບຜູ້ປະກອບການ. ອັນໜຶ່ງແລະໝາຍວ່າ ຕ້ອງໄດ້ໃຊ້ງົບປະມານເພີ່ມເຕີມໃນການເຮັດທຸລະກິດ ເປັນຕົ້ນໃນກໍລະນີຂາຍຍ່ອຍ ອາດຕ້ອງສັ່ງເຄື່ອງຂາຍເຂົ້າມາອີກ ມາເກັບຮັກສາເຄື່ອງໃຊ້ໄວ້ໃນສາງເກັບເຄື່ອງ. ເມື່ອລູກຄ້າຫຼາຍຂື້ນ.

ບໍ່ເນັ້ນທີ່ຂະໜາດ ເນັ້ນທີ່ຄຸນນະພາບທຸລະກິດ

ທ່ານ ອາດຕ້ອງໄດ້ໃຊ້ແຮງງານເພີ່ມເພື່ອຮັບໃຊ້ຄຳສັ່ງຂອງລູກຄ້າ. ນັ້ນໝາຍວ່າທ່ານຕ້ອງໄດ້ຈ້າງພະນັກງານເພີ່ມ. ຈະຮູ້ໄດ້ແນວໃດວ່າການເຕີບໂຕຂອງທຸລະກິດຂອງທ່ານໃຫຍ່ຈົນບໍ່ສາມາດຄວບຄຸມໄດ້? ສັງເກດເບິ່ງອາການເຫຼົ່ານີ້:

ຈຳເປັນຕ້ອງກູ້ຢືມເງິນ

ເມື່ອກະແສເງີນຂາອອກຂອງທ່ານບໍ່ກົງກັບກະແສເງິນເຂົ້າຂອງ, ທ່ານອາດມີປັນຫາ. ການຢືມເງິນເຮັດທຸລະກິດຕ້ອງມາ ພ້ອມກັບການຄິດໄລ່ກຳໄລທີ່ຈະໄດ້ ເພື່ອໃຫ້ແນ່ໃຈວ່າສົ່ງຄືນໄດ້. ການຂະຫຍາຍທຸລະກິດໂດຍນຳໃຊ້ສິນເຊື່ອກູ້ຢືມ ໃນການຂະຫຍາຍທຸລະກິດ ແມ່ນການເພີ່ມຄວາມສ່ຽງ. ທຸລະກິດຂະໜາດນ້ອຍ ມີຄວາມບອບບາງທາງການເງິນ. ຫາກມີການຜິດພາດ ຫຼັກຊັບຄໍ້າປະກັນອາດສູນເສຍໄປ. ຖ້າຫາກທຸລະກິດສາມາດສ້າງກຳໄລ ການເກັບສະສົມກຳໄລ ໃນການ ລົງທຶນຂະຫຍາຍ ຈະລົດຄວາມສ່ຽງໃນການສູນເສຍສັບຊີນ. ເມື່ອໃດກໍ່ຕາມ, ຫາກທຸລະກິດຂອງທ່ານ ສາມາດຈ່າຍຄ່າໃຊ້ຈ່າຍໃນການລົງທຶນ ໝາຍວ່າມັນກຳລັງໄປໄດ້ດີ. ການຢືມເງິນເພີ່ມ ມັນໝາຍວ່າຕ້ອງໄດ້ລົງທຶນ ເພີ່ມອີກ. ມັນບໍ່ດີບໍ່? ມັນດີຖ້າຫາກເຫດການລົງທຶນເພີ່ມແມ່ນຍ້ອນ ລູກຄ້າຂອງທ່ານ ຫຼາຍເກີນທີ່ທຸລະກິດປະຈຸບັນ ທ່ານສາມາດຮັບໃຊ້ໄດ້.

ເພີ່ມວຽກບໍ່ເພີ່ມຄົນ

ໃນກໍລະນີທີ່ຕັດສິນໃຈຂະຫຍາຍກິດຈະການ, ແຕ່ພະນັກງານຊຳເກົ່າ ນັ້ນໝາຍວ່າພະນັກງານຂອງທ່ານອາດເຮັດວຽກຫຼາຍເກີນໄປ ຈົນອາດເກີດມີຄວາມບໍ່ພໍໃຈ. ເຈົ້າຂອງກິດຈະການໄດ້ມອບວຽກໃຫ້ເຮັດເພີ່ມເຕີ່ມ ແຕ່ຄ່າຈ້າງຊໍາເກົ່າ ຫຼື ເຮັດວຽກຫຼາຍຊົ່ວໂມງຂື້ນ. ມັນຕິດພັນກັບປະສິດທິພາບການເຮັດວຽກເຊັ່ນດຽວກັນ. ການຮັບໃຊ້ລູກຄ້າ ອາດບໍ່ພຽງພໍກັບຕົວຈິງ. ທ່ານຄວນສຸມໃສ່ການສະໜອງທີ່ມີໃນປະຈຸບັນ ໃຫ້ແທດເໜາະກັບຕົວຈິງຂອງພະນັກງານ.

ຄວາມບໍ່ພໍໃຈຫຼາຍຂື້ນ

ຄຳຈົ່ມວ່າຂອງລູກຄ້າຫຼາຍຂື້ນ ນີ້ເປັນສັນຍານອັນໜຶ່ງທີ່ເກີດຂື້ນໃນເວລາທີ່ບໍລິສັດໃຫຍ່ເກີນໄປ. ໃນເມື່ອການບໍລິການ ລູກຄ້າບໍ່ທົ່ວເຖິງ. ບໍ່ພຽງແຕ່ປະເດັນການບໍລິການລູກຄ້າເທົ່ານັ້ນ, ຄວາມບໍ່ພໍໃຈຂອງເຂົາເຈົ້າ ກໍ່ຈະຖືກສົ່ງຕໍ່ໄປຫາໝູ່ ເພື່ອນປາກຕໍ່ປາກ ຫຼື ຜ່ານທາງສື່ສັງຄົມອອນໄລແບບໄວວາ. ທ່ານຕ້ອງໄດ້ແກ້ໄຂບັນຫານີ້ ກ່ອນທີ່ມັນຈະບານປາຍ ກາຍເປັນຄົນຂາດຄວາມເຊື່ອໜັ້ນ ແລະ ຢຸດຊື້ ຫຼື ເຊົາໃຊ້ບໍລິການ.

ມີເວລາພັກນ້ອຍລົງ

ເມື່ອເຮັດວຽກຫຼາຍຂື້ຍ, ທ່ານອາດບໍ່ຈື່ເວລາສຸດທ້າຍທີ່ທ່ານໄດ້ເຫັນແສງແດດ. ທຸກຄົນຕ້ອງມີເວລາພັກຜ່ອນ, ລວມທັງເຈົ້ານາຍ. ຖ້າທ່ານກຳລັງເຮັດວຽກເຈັດວັນຕໍ່ອາທິດ ແລະ ໃຊ້ເວລາທຸກໆນາທີຂອງເວລາກາງເວັນ ແລະ ກາງຄືນ ໃນຫ້ອງການເພື່ອໃຫ້ທັນກັບຄວາມຮຽກຮ້ອງຕ້ອງການທີ່ເພີ່ມຂື້ນຂອງທຸລະກິດຂອງທ່ານ, ນັ້ນບໍ່ແມ່ນສິ່ງທີ່ດີ. ເຊິ່ງຂັດກັບແນວຄິດທີ່ວ່າ: ເຈົ້າຂອງທຸລະກິດມີອິດສະຫຼະ.

ການເຕີບໃຫຍ່ເປັນສິ່ງທີ່ດີ, ແຕ່ມັນເປັນສິ່ງສຳຄັນທີ່ທ່ານຄວນສົມດູນ ແມ່ນເຫດສົມຜົນກ່ຽວກັບຄວາມຄາດຫວັງ ແລະ ກຳນົດເວລາຂອງທ່ານໃນການໄປທີ່ນັ້ນ. ເພື່ອປ້ອງກັນຕົວເອງບໍ່ໃຫ້ປະສົບກັບຜົນສະທ້ອນຈາກການຂະຫຍາຍຕົວທີ່ໃຫຍ່ເກີນໄປໄວເກີນໄປ, ຕັ້ງເປົ້າໝາຍ ທີ່ສົມເຫດສົມຜົນ ແລະ ວາງແຜນເວລາ ໃນການພັດທະນາ ໄປພ້ອມໆກັບໜ້າທີ່ຮັບຜິດຊອບທີ່ເໜາະສົມ.

ທ່ານມີຄຳແນະນຳໃດຕື່ມອີກບໍ່ໃນຫົວຂໍ້ນີ້ ຫຼື ມີປະສົບການທີ່ແຕກຕ່າງຈາກນີ້, ຊ່ວຍແບ່ງປັນປະສົບການນັ້ນໃນທີ່ນີ້ດ້ວຍ ເພື່ອເປັນການໃຫ້ຄົນອື່ນໄດ້ຮຽນຮູ້ນຳກັນ.

 

 

 

Exit mobile version