ເຮັດແບບງ່າຍດາຍ…ເທົ່ານີ້ກໍ່ເພີ່ມສະມັດຕະພາບ

ວິທີການແບບທຳມະດາສຸດ ທີ່ທ່ານສາມາດເຮັດໃຫ້ທຸລະກິດຂະໜາດນ້ອຍຂອງທ່ານມີປະສິດຕິພາບສູງຂື້ນ

ການແນະນຳໃນນີ້, ໃຊ້ໄດ້ສຳລັບຄົນທີ່ມີທຸລະກິດຂະໜາດນ້ອຍ ຫຼື ຄົນທີ່ກຳລັງເຮັດໃນບໍລິສັດຂະໜາດນ້ອຍ. ເພາະທຸລະກິດຂະໜາດນ້ອຍຫຼາຍອັນຈຳກັດ, ເຊັ່ນ: ງົບປະມານ, ພະນັກງານ, ສະຖານທີ່ ແລະ ເວລາ. ສະນັ້ນ, ພວກເຮົາຕ້ອງຮູ້ຈັກການຈັດແຈງ ສິ່ງທີ່ບໍ່ຈຳເປັນອອກໄປ ເພື່ອໃຫ້ມີເວລາໃນການບໍລິຫານວຽກ. ສ່ວນຕົວໄດ້ທົດລອງນຳໃຊ້ກັບຕົນເອງ ແລະ ໄດ້ຜົນດີ. ສິ່ງທີ່ຄວນເຮັດດ່ວນສຸດແມ່ນ.

ກຳຈັດສິ່ງບໍ່ພິເສດອອກໄປ

ຖ້າທ່ານຄຸ້ນເຄີຍກັບປັດຊະຍາທີ່ມີໜ້ອຍ, ທ່ານຈະຮູ້ວ່າທຸກໆສິ່ງທີ່ພວກເຮົາສະສົມໄວ້ຈະສົ່ງຜົນກະທົບຕໍ່ການດຳເນີນງານ, ເຊັ່ນດຽວກັບທາງຈິດໃຈ ແລະ ທາງດ້ານອາລົມ. ເພື່ອບໍ່ໃຫ້ຕົວທ່ານເອງແລະຂະບວນການທຸລະກິດຂອງທ່ານຈົມກັບສິ່ງທີ່ບໍ່ຈຳເປັນ ທັງໝົດນັ້ນ, ບາດກ້າວ ທຳອິດຂອງທ່ານຄວນຖາມຕົນເອງແດ່ວ່າ: ມີຫຍັງທີ່ບໍ່ພິເສດ ຫຼື ຄົນທີ່ບໍ່ຈຳເປັນຕ້ງໄດ້ຄົບ?

ຈົ່ງຫຼຸດສິ່ງ ຫຼື ຄົນບໍ່ຈຳເປັນ ຢູ່ອ້ອມຮອບທ່ານອອກໃຫ້ຫຼາຍສຸດ.

ສິ່ງທີ່ທ່ານໄດ້ຮັບກັບຄືນມາຈາກການຕັດສິ່ງນັ້ນອອກ, ແມ່ນມີເວລາເພີ່ມ, ແລະ ຫາກທ່ານຕັດການໃຊ້ຈ່າຍທີ່ບໍ່ຈຳເປັນອອກ ກໍ່ຈະເຮັດໃຫ້ຄ່າໃຊ້ຈ່າຍກໍ່ຈະນ້ອຍລົງ, ເພີ່ມກຳໄລແລະ ຫົນທາງທີ່ທາງທີ່ຈະຄິດ ຫຼື ເຮັດໃນສິ່ງຈຳເປັນ. ເຮັດໃຫ້ທ່ານມີຄວາມ ຄ່ອງຕົວແລະມີປະສິດຕິພາບສູງ ໃນບ່ອນເຮັດວຽກ. ເລີ່ມຕົ້ນໂດຍການຖີ້ມເອກະສານທີ່ບໍ່ມີຜົນທາງກົດໝາຍ ຫຼື ເກັບຂໍ້ມູນສຳຄັນເຫຼົ່ານັ້ນຢູ່ອ້ອມຫ້ອງອອກ. ກວດສອບລາຍການຕ່າງໆທີ່ທ່ານຕ້ອງການເກັບໄວ້, ແລະ ສະຫຼະສິ່ງທີ່ບໍ່ຈຳເປັນໄວ້ຢ່າງໄວ.

ເຮັດໃຫ້ຕົນເອງມີເສລີພາບຫຼາຍຂື້ນ

ທ່ານອາດມັກວຽກທີ່ກຳລັງເຮັດ. ແຕ່ມັນກະບໍ່ໄດ້ໝາຍວ່າຈະເຮັດຈົນບໍ່ມີວັນພັກ. ທ່ານຈຳເປັນຕ້ອງໄດ້ສຸມໃສ່ສິ່ງ  ໃໝ່, ປະສົບການໃໝ່, ຄົນໃໝ່, ແທນທີ່ຈະສຸມໃສ່ເຮັດແນວເກົ່າໆ, ຫຼື ເກັບແນວບໍ່ມີຜົນໄວ້. ທ່ານຕ້ອງຕັດສິນໃຈເຮັດວຽກເພື່ອກ້າວໄປສູ່ອິດສະຫຼະພາບຫຼາຍຂື້ນ. ເຊັ່ນ: ມີເວລາທ່ອງທ່ຽວ, ໃຊ້ເງິນ, ກິນອາຫານແປກໆ, ຫລື ເວົ້າອີກຢ່າງຄື ຫາກຳໄລຊີວິດ. ພວກເຮົາຕ່າງຕ້ອງການຄວາມສຳດວກສະບາຍ, ມັນຈະດີຊໍາໃດຫາກການເຮັດທຸລະກິດຂອງພວກເຮົາ ເຮັດໃຫ້ເຮົາສາມາດເລືອກທີ່ຈະບໍ່ເຮັດວຽກ ແຕ່ບໍລິສັດກໍ່ຍັງດຳເນີນງານດ້ວຍຕົວມັນເອງໄດ້. ສິ່ງເຫລົ່ານີ້ເປັນຕົວວັດຄວາມສຳເລັດ ໃນການບໍລິຫານຈັດການທຸລະກິດພວກເຮົາ.

ການບໍລິຫານສິ່ງນ້ອຍໆໃຫ້ເກີດຜົນ ມັນຈຳເປັນຕ້ອງມີຄວາມກ້າຫານໃນການຕັດສິນໃຈວ່າອັນໃດຈຳເປັນ ແລະ ບໍ່ຈຳເປັນ. ທຸລະກິດຂະໜາດນ້ອຍ ມັກມີຫຼາຍບັນຫານ້ອຍໆ ທີ່ໃຫຍ່ພໍຈົນເຮັດໃຫ້ທຸລະກິດລົ້ມລະລາຍໄດ້ງ່າຍດາຍ. ສິ່ງຍາກທີ່ສຸດໃນການຕັດສິ່ງບໍ່ຈຳເປັນອອກ ຄືການຕັດຄູ່ຊີວິດທີ່ບໍ່ມັກການເຮັດວຽກອອກ. ຫາກໃຜກຳລັງມີ ຄົນຮັກທີ່ບໍ່ສຳໜັບສະໜູນ ການເຮັດວຽກ ບໍ່ແມ່ນວ່າໃຫ້ຕົດສາຍສຳພັນ ແຕ່ການໄປມີສຳພັນ ແລະ ໃຊ້ເວລາກັບເຂົາເຈົ້າຫຼາຍມັນຈະເປັນການບັນທອນຄວາມກ້າວໜ້າ. ການມີອິດສະຫຼະຈາກຄົນດັ່ງກ່າວ ຈະເປັນຕົວເພີ່ມໂອກາດທາງແນວຄິດ ແລະ ເວລາຫຼາຍຂື້ນ ໃນການເຮັດວຽກ.

ບໍ່ເພີ່ມຂະໜາດ ແຕ່ເນັ້ນຄວາມແຂງແກນແກ່ທຸລະກິດ

ບໍ່ຄວນຂະຫຍາຍສາຂາ ຫຼື ເພີ່ມການລົງທຶນ. ການເຕີບໂຕທຸລະກິດໃຫ້ໃຫຍ່ໄວໆ ບໍ່ແມ່ນການສະແດງຄວາມສຳເລັດທີ່ຍືນຍົງ. ການກຳນົດເປົ້າໝາຍ ທີ່ສະແດງໃຫ້ເຫັນຄວາມກ້າວໜ້າ ທາງທຸລະກິດ ບໍ່ຄວນເນັ້ນໃສ່ແຕ່ການ ເພີ່ມການຈ້າງງານ, ຫຼື ເພີ່ມສາຂາບໍລິການ. ແຕ່ຄວນເນັ້ນໃສ່ຄວາມຄ່ອງຕົວຂອງທຸລະກິດ ແລະ ໂດຍສະເພາະແມ່ນເງີນໜູນໃນແຕ່ລະຊ່ວງ ຕ້ອງມີຄວາມແນ່ນອນ. ສຳລັບຄົນທີ່ຢືມຄົນອື່ນມາດຳເນີນທຸລະກິດ, ຈຳເປັນຈະຕ້ອງໄດ້ ທົບທວນຜົນກຳໄລ ແລະ ໂລຍະເວລາການສົ່ງໜີ້. ການເຕີບໂຕ ໂດຍທີ່ທ່ານບໍ່ຮູ້ວ່າຈະສາມາດຮັກສາສະພາບຄ່ອງຕົວທາງທຸລະກິດ ເປັນການກ້າວໄປສູ່ທາງຕັນໃນການດຳເນີນທຸລະກິດ.

ຖ້າເຮົາບໍ່ຮູ້ສິ່ງໃດສຳຄັນກັບເຮົາ, ເຮົາກໍ່ຈະເຮັດແນວບໍ່ສຳຄັນຕໍ່ໄປ

ຄວນປັບປ່ຽນເປົ້າໝາຍຂອງທ່ານ ຈາກການເຕີບໃຫຍ່ທີ່ບໍ່ຍືນຍົງ ມາເປັນການຮັກສາທຸລະກິດໃຫ້ຍືນຍົງ. ຖ້າເວລາຜ່ານໄປ, ຄວາມສຳເລັດມັນບໍ່ໄດ້ວັດກັນທີ່ວ່າ ໃຜຂະຫຍາຍທຸລະກິດໄດ້ໄວກວ່າກັນຢ່າງດຽວ, ມັນຕ້ອງຄຳນຶ່ງເຖິງປັດໃຈການສ້າງກຳໄລ. ທຸລະກິດຂະໜາດນ້ອຍ ທີ່ສ້າງກຳໄລແທນການສ້າງໜີ້ສິນ ມີຄວາມສຸກຫຼາຍກວ່າ ທຸລະກິດພັນລ້ານ ແຕ່ມີໜີ້ ແສນໆລ້ານທີ່ບໍ່ສາມາດສົ່ງຄືນໄດ້.

ສ້າງທຸລະກິດຕອນເປັນລູກນ້ອງ

ມີເຈົ້າຂອງທຸລະກິດຂະໜາດນ້ອຍຫຼາຍຄົນ ໃຊ້ເວລາໃນການສ້າງທຸລະກິດ ໃນຂະນະທີ່ເປັນນັກຮຽນ ຫຼື ລູກຈ້າງ. ມັນບໍ່ແມ່ນເລື່ອງແປກ ສຳລັບຄົນທີ່ເປັນລູກຈ້າງມາຫຼາຍປີ ແລະ ຕ້ອງການດຳເນີນທຸລະກິດທີ່ແຕກຕ່າງ. ການເຮັດວຽກກັບເຈົ້າຂອງບໍລິສັດ ມັນເປັນໂຮງຮຽນບົ່ມສອນ ແລະ ສ້າງແນວຄິດແບບໃໝ່. ມັນບໍ່ງ່າຍ ຫາກໃຜຢູ່ໃນສະພາບນັ້ນ. ເພາະໝາຍວ່າທ່ານຕ້ອງໄດ້ໃຊ້ເວລາເພີ່ມໃນການເຮັດວຽກ ຈົນຕ້ອງຂາດເວລາ ໃນການດຳລົງຊີວິດ. ມັນເປັນຂັ້ນຕອນທີ່ ທ່ານຕ້ອງໄດ້ຄັດສັນທີ່ສຸດວ່າອັນໃດຈຳເປັນ? ການມີທຸລະກິດ ຫຼື ການມີໝູ່ທີ່ບໍ່ຈຳເປັນ?

ຊີວິດມີຂີດຈຳກັດ

ທ່ານອາດໄດ້ຍີນຄຳວ່າ “ບໍ່ມີ ລິມິດ (ບໍ່ມີຂີດຈຳກັດ) ຊີວິດເກີນ 100”. ຕົວຈິງ, ຊີວິດເຮົາມີຈຳກັດ ເຊັ່ນ: ເວລາ. ການເລືອກເຮັດຫລາຍເກີນໄປ ຈະເຮັດໃຫ້ເກີດຄວາມສັບສົນ ແລະ ບໍ່ມີຄວາມຄືບໜ້າຫຼາຍເທົ່າທີ່ຄວນ. ສະນັ້ນ ຄວນເຮັດອັນໃດໜຶ່ງທີ່ແທ່ນອນກ່ອນ. ຫາກສຳເລັດແລ້ວ ຈິ່ງເຮັດອັນໃໝ່. ຄວາມຈິງຄື: ທ່ານຄວນນຳໃຊ້ເວລາໃຫ້ໜ້ອຍທີ່ສຸດເພື່ອທີ່ຈະເຂົ້າໃຈວິທີໃນການຮັບໃຊ້ ລູກຄ້າຂອງທ່ານ ແລະ ເບິ່ງຜົນໄດ້ຮັບວ່າມັນດີບໍ່ ສຳລັບເຂົາ? ນີ້ແມ່ນຄວາມຈິງໃນເກືອບທຸກໆພື້ນຖານ ຂອງທຸລະກິດຄື ການເຂົ້າໃຈລູກຄ້າ. ທ່ານຄວນຫຼຸດຜ່ອນຈຳນວນການສ້າງ ຜະລິດຕະພັນຫຼາຍຕົວໃນເວລາດຽວກັນ ຫຼື ລົດການບໍລິການຂອງທ່ານໃຫ້ໜ້ອຍລົງເພື່ອໃຫ້ລູກຄ້າເປົ້າໝາຍພໍໃຈ. ຈາກນັ້ນ, ທ່ານຈະເພີດເພີນໄປກັບການ ເຮັດວຽກກັບກຸ່ມນ້ອຍໆ, ສ້າງການຕະຫຼາດ ແລະ ການໂຄສະນາແກ່ ຜະລິດຕະພັນອັນ 1 ຫຼື 2 ອັນ ມັນຈະເຮັດໃຫ້ລູກຄ້າໜັ້ນໃຈກັບຄຸນນະພາບທີ່ທ່ານກຳລັງສະໜອງ.

ທ່ານມີຄຳແນະນຳໃດຕື່ມອີກບໍ່ໃນຫົວຂໍ້ນີ້ ຫຼື ມີປະສົບການທີ່ແຕກຕ່າງຈາກນີ້, ຊ່ວຍແບ່ງປັນປະສົບການນັ້ນໃນທີ່ນີ້ດ້ວຍ ເພື່ອເປັນການໃຫ້ຄົນອື່ນໄດ້ຮຽນຮູ້ນຳກັນ.

Exit mobile version