ສົ່ງອອກລາວຍຸກໃໝ່ ExLaos
  • ໜ້າຫຼັກ
    • Home – Layout 1
    • Home – Layout 2
    • Home – Layout 3
  • ຕະຫຼາດໂລກ
  • ສ້າງທຸລະກິດ
  • ທຸລະກິດ “ກິກ”
  • ເປັນຜູ້ນຳ
  • ສື່ອອນໄລ
  • ຮັກຊີວິດ
  • ສ້າງຍີ່ຫໍ້
  • ທັກສະສື່ສານ
ບໍ່ພົບ
ເບິ່ງຜົນຮັບທັງໝົດ
  • ໜ້າຫຼັກ
    • Home – Layout 1
    • Home – Layout 2
    • Home – Layout 3
  • ຕະຫຼາດໂລກ
  • ສ້າງທຸລະກິດ
  • ທຸລະກິດ “ກິກ”
  • ເປັນຜູ້ນຳ
  • ສື່ອອນໄລ
  • ຮັກຊີວິດ
  • ສ້າງຍີ່ຫໍ້
  • ທັກສະສື່ສານ
ບໍ່ພົບ
ເບິ່ງຜົນຮັບທັງໝົດ
ສົ່ງອອກລາວຍຸກໃໝ່ ExLaos
ບໍ່ພົບ
ເບິ່ງຜົນຮັບທັງໝົດ
ໜ້າຫຼັກ ການຕະຫຼາດອອນໄລ

ຄວາມເປັນສ່ວນຕົວກັບລູກຄ້າ

ຄວນເຮັດໃຫ້ລູກຄ້າໜັ້ນໃຈ ດ້ວຍການສື່ສານໂດຍບໍ່ຕ້ອງບອກຂໍ້ມູນສ່ວນຕົວທີ່ບໍ່ຈຳເປັນ

ExLaos ໂດຍ ExLaos
July 30, 2023
ໃນ ການຕະຫຼາດອອນໄລ, ທຸລະກິດ "ກິກ", ທຸລະກິດ MSMEs, ສື່ອອນໄລ, ສ້າງຍີ່ຫໍ້
0 0
0
ຄວາມເປັນສ່ວນຕົວກັບລູກຄ້າ

A couple of lovers divided barrier. Concept of breaking relationships, parting and quarrel. Family psychologist services. Divorce and division of property. Minimalism. Love at a distance

0
ສົ່ງຕໍ່
5
ຈຳນວນຄົນເບິ່ງ
Share on FacebookShare on Twitter

ເພາະເຮົາຢາກໄດ້ລູກຄ້າ, ເຮົາຈິ່ງພະຍາຍາມເຂົ້າໃກ້ຊິດ. ຜູ້ປະກອບການຈິ່ງຫາທຸກວິທີທາງໄດ້ໃກ້ຊິດ. ການແບ່ງປັນຂໍ້ມູນທາງທຸລະກິດຄວນຖືກຄັດສັນ ແລະ ບໍ່ໃຫ້ຂໍ້ມູນສ່ວນຕົວແຜ່ອອກໄປຫຼາຍໃນທາງທີ່ບໍ່ຈຳເປັນ. ເພາະທ່ານອາດຈະຖືກລໍ້ລວງໃຫ້ແບ່ງປັນຂໍ້ມູນສ່ວນຕົວ ໃນບາງກໍລະນີການສື່ສານ.

ເພື່ອຊ່ວຍໃຫ້ທ່ານມີຄວາມເປັນມືອາຊີບກັບລູກຄ້າ, ທ່ານຄວນຕັ້ງຂອບເຂດການເຮັດວຽກສ່ວນຕົວ ແລະ ທຸລະກິດຂອງທ່ານເອງ. ຈາກນັ້ນທ່ານສາມາດນຳໃຊ້ຄຳແນະນຳ ເຫຼົ່ານັ້ນເພື່ອສ້າງສາຍພົວພັນການເຮັດວຽກທີ່ເປັນມືອາຊີບກັບລູກຄ້າຂອງທ່ານ. ຂໍ້ມູນໃດຄວນປ່ອຍອອກໄປ ເພື່ອສ້າງສາຍສຳພັນແບບອົບອຸ່ນ ແລະ ເປັນມືອາຊີບ?

ພະຍາຍາມພົວພັນໃນໂມງເຮັດວຽກ. ເພື່ອບໍ່ໃຫ້ລູກຄ້າຄິດວ່າ ທ່ານເຮັດວຽກທັງເສົາທິດເພື່ອເຂົາເຈົ້າສະເໜີ ເພາະອາດມີບາງວັນທີ່ທ່ານບໍ່ສາມາດຕອບຂໍ້ຄວາມທາງອີເມວໄດ້ໃນວັນພັກການ. ສະນັ້ນ ການພົວພັນນອກໂມງການເປັນປະຈຳ ເພື່ອສະໜອງຂໍ້ມູນໃຫ້ ອາດເປັນທີ່ຄອງຄອຍໃນເສົາທິດຕໍ່ໄປ. ຫາກທ່ານເຮັດບໍ່ໄດ້ ລູກຄ້າອາດຄິດວ່າ ທ່ານບໍ່ໃສ່ໃຈ. ສະນັ້ນ, ທ່ານຄວນຕັ້ງເວລາ ແລະ ແຈ້ງການບໍລິການທີ່ແນ່ນອນ. ສຳຄັນກວ່ານັ້ນ, ບໍ່ຄວນໃຫ້ການບໍລິການນອກເໜືອຈາກໂມງທີ່ແຈ້ງໄວ້ ຍົກເວັ້ນກໍລະນີຈຳເປັນ. ຫາກທ່ານໃຫ້ຄວາມຊ່ວຍເຫຼືອໃນວັນພັກ ເມື່ອໃດເຂົາເຈົ້າເອີ້ນຫາທ່ານບໍ່ໄດ້ ທັນທີທັນໃດ, ພວກເຂົາຈະເວົ້າວ່າ, “ ຂ້ອຍບໍ່ໄດ້ຮັບຂ່າວຄາວຄືເຄີຍເປັນໃນທ້າຍອາທິດນີ້. ເກີດ​ຫຍັງ​ຂຶ້ນ? ຂ້ອຍຄິດວ່າເຈົ້າໄດ້ເຮັດວຽກໃນທ້າຍອາທິດບໍ?”   ສິ່ງທີ່ຄວນເຮັດກໍ່ຄື ຮັກສາວັນພັກ ແລະຫຼັງໂມງການສຳລັບຕົວເອງ. ສິ່ງໜຶ່ງຈະຊ່ວຍໄດ້ ກໍ່ຄືການຈັດລະບົບໃຫ້ເປັນໂອໂຕ ເພື່ອໃຫ້ສາມາດຕອບລູກຄ້າໄດ້.

ທ່ານບໍ່ຄວນແບ່ງປັນຂໍ້ມູນສ່ວນຕົວຫຼາຍເກີນໄປ. ນິດໃສຄົນລາວມັກຖາມເລື່ອງສ່ວນຕົວ ແຕ່ໃຫ້ໄປຫຼາຍມັນອາດ ບໍ່ມີຄວາມປອດໄພ. ມັນເປັນເລື່ອງ ທຳມະດາທີ່ຈະມີການສົນທະນາກ່ຽວກັບແຜນການທ້າຍອາທິດຫລືເຫດການປັດຈຸບັນກັບລູກຄ້າຂອງທ່ານ, ແຕ່ໃຫ້ຮັກສາຊີວິດສ່ວນຕົວ ແລະ ຊີວິດທຸລະກິດຂອງທ່ານເປັນສ່ວຕົວ. ຂ້າພະເຈົ້າແນ່ໃຈວ່າລູກຄ້າຂອງທ່ານດີເລີດ ແລະ ຈະເປັນເພື່ອນທີ່ດີ, ແຕ່ຢ່າລໍ້າເສັ້ນການເຮັດທຸລະກິດ ມາເປັນໝູ່ຊີວິດ. ເພາະໃນຫຼາຍໆກໍລະນີ ຂໍ້ມູນທີ່ປ່ອຍໄປ ອາດເປັນການເປີດເຜີຍຄວາມລັບທາງທຸລະກິດ. ເຊັ່ນ: ຫາກທ່ານບອກວ່າ ໄປງານສັງສັນມາ ຈິ່ງເຮັດໃຫ້ມາຈັດສົ່ງບໍ່ທັນ, ລູກຄ້າອາດຄິດວ່າທ່ານບໍ່ໃສ່ໃຈ ໃນການບໍລິການ.

ເກັບຂໍ້ມູນລູກຄ້າຄົນອື່ນໃຫ້ເປັນຄວາມລັບ. ທ່ານບໍ່ຄວນເອົາຂໍ້ມູນລູກຄ້າຄົນອື່ນມາເປີດເຜີຍ. ບໍ່ວ່າຈະດີຫຼືບໍ່ກໍ່ຕາມ. ເພາະທ່ານອາດເຊື່ອມຄວາມໄວ້ວາງໃຈໄດ້. ມັນເປັນການດີທີ່ຈະເປັນທີ່ຮູ້ຈັກຂອງລູກຄ້າ ແຕ່ທ່ານບໍ່ຄວນບອກລູກຄ້າຄົນອື່ນ ກ່ຽວກັບລູກຄ້າຄົນອື່ນໆທີ່ທ່ານມີ. ຄວນຮັກສາຄວາມເປັນກາງ ແລະ ເຊື່ອມໂຍງແບບມິດຕະພາບທາງດ້ານການຄ້າເຂົ້າຫາກັນ ແລະ ພະຍາຍາມສະໜອງຄວາມຕ້ອງການໃຫ້ໄດ້ທຸກໆກຸ່ມ ຕາມຂໍ້ມູນທີ່ມີ ແທນການເອົາມາເປີດໂປງ. ສິ່ງທີ່ຕ້ອງໄດ້ເຮັດແມ່ນການຮູ້ຂໍ້ມູນລູກຄ້າ ແລະ ສະໜອງຄວາມຕ້ອງການທີ່ເປັນເອກະລັກ. ຮູບການນີ້ ຈະເຮັດໃຫ້ທ່ານສາມາດຮັກສາສາຍພົວພັນກັບລູກຄ້າໄດ້ດີ.

 

ທ່ານມີຄຳແນະນຳໃດຕື່ມອີກບໍ່ໃນຫົວຂໍ້ນີ້ ຫຼື ມີປະສົບການທີ່ແຕກຕ່າງຈາກນີ້, ຊ່ວຍແບ່ງປັນປະສົບການນັ້ນໃນທີ່ນີ້ດ້ວຍ ເພື່ອເປັນການໃຫ້ຄົນອື່ນໄດ້ຮຽນຮູ້ນຳກັນ.

ກຸ່ມ: ຜູ້ນຳສົ່ງອອກສ້າງຍີ່ຫໍ້ສ້າງທຸລະກິດ
ExLaos

ExLaos

ກ່ຽວພັນກັບຫົວຂໍ້

ລູກຄ້າຫຼາຍໃຈ
ທຸລະກິດ MSMEs

ລູກຄ້າຫຼາຍໃຈ

August 30, 2023
ການບໍລິການລູກຄ້າມັດໃຈ
ການຕະຫຼາດອອນໄລ

ການບໍລິການລູກຄ້າມັດໃຈ

April 12, 2024
ຖ້າປ່ຽນແປງແລ້ວດີ ແລ້ວເປັນຫຍັງບໍ່ປ່ຽນ?
ການຕະຫຼາດອອນໄລ

ຖ້າປ່ຽນແປງແລ້ວດີ ແລ້ວເປັນຫຍັງບໍ່ປ່ຽນ?

July 30, 2023

ສົ່ງອອກລາວຍຸກໃໝ່ ExLaos

ພວກເຮົາຫວັງນຳໃຊ້ສື່ນີ້ ໃນການຊັດຊວນຄົນລາວມາອອກແຮງການຜະລິດ ແລະ ໃຫ້ບໍລິການ. ທ່ານຈະໄດ້ຄົ້ນພົບຫຼາກຫຼາຍແນວຄິດການດຳເນີນທຸລະກິດແບບທັນຍຸກ. ການສົ່ງອອກຖືເປັນເປົ້າໝາຍຫຼັກອັນໜຶ່ງຂອງເວັບນີ້. ສຶກສາເພີ່ມເຕີມກົດເບິ່ງທີ່ນີ້ 

ຫົວຂໍ້ລ້າສຸດ

  • ລູກຄ້າຫຼາຍໃຈ August 29, 2023
  • ການບໍລິການລູກຄ້າມັດໃຈ August 7, 2023
  • About ExLaos (Eng) August 6, 2023

ກຸ່ມຫົວຂໍ້

  • English
  • ການຕະຫຼາດອອນໄລ
  • ຕະຫຼາດໂລກ
  • ທັກສະສື່ສານ
  • ທຸລະກິດ "ກິກ"
  • ທຸລະກິດ MSMEs
  • ສື່ອອນໄລ
  • ສ້າງຍີ່ຫໍ້
  • ສ້າງທຸລະກິດ
  • ເປັນນັກທຸລະກິດ
  • ເປັນຜູ້ນຳ

[mc4wp_form]

© 2023 ExportingLaos.com - City Export Promotion in Laos. All rights belong to their respective owners.
ExportingLaos.com is a top export promoter in News, Blog, Newspaper & Magazine in Laos Export.

ຍິນດີຕ້ອນຮັບເຂົ້າສູ່ລະບົບ!

ເຂົ້າສູ່ບັນຊີຂອງທ່ານ

Forgotten Password?

Retrieve your password

Please enter your username or email address to reset your password.

Log In

Add New Playlist

ບໍ່ພົບ
ເບິ່ງຜົນຮັບທັງໝົດ
  • Home
  • ສ້າງທຸລະກິດ
  • ເປັນນັກທຸລະກິດ
  • ທຸລະກິດ “ກິກ”
  • ສື່ອອນໄລ
  • ເປັນຜູ້ນຳ
  • ທັກສະສື່ສານ
  • ສ້າງຍີ່ຫໍ້
  • ທຸລະກິດ MSMEs
  • ການຕະຫຼາດອອນໄລ

© 2025 JNews - Premium WordPress news & magazine theme by Jegtheme.

ທ່ານແນ່ໃຈບໍ່ວ່າຢາກເບິ່ງຫົວຂໍ້ນີ້?
ປົດລ໋ອກທາງຊ້າຍມື : 0
ທ່ານຈະຢຸດເຊົາລະບົບການໃຊ້ງານແທ້ບໍ່?
Go to mobile version