ຈົບແບບສຳເລັດ
ເສັ້ນທາງສູ່ຄວາມສຳເລັດທາງທຸລະກິດບໍ່ໄດ້ມີໄວ້ສຳລັບຄົນມັກສະບາຍ. ເຈົ້າຂອງທຸລະກິດຂະໜາດນ້ອຍປະເຊີນກັບສິ່ງທ້າທາຍທີ່ນັບບໍ່ຖ້ວນໃນໄລຍະການຕໍ່ສູ້ຂອງພວກເຂົາ ແລະ ມັກຈະເຮັດຜິດພາດຫລາຍໆຢ່າງ. ຈາກຄວາມລຶກລັບຂອງການສ້າງຄວາມສົມບູນແບບທຸລະກິດ ຄ້າຍຄືກັບການເກີດຂອງຫຍ້າແຕ່ພື້ນດີນຈົນເຕີບໃຫຍ່. ນີ້ແມ່ນຄຳແນະນຳ ແລະວິທີການບາງຢ່າງທີ່ຜູ້ປະກອບການ ຄວນຮູ້ເມື່ອພວກເຂົາເລີ່ມຕົ້ນທຸລະກິດຂອງພວກເຂົາ. ພາສີບໍ່ແມ່ນທາງຫລີກ ຜູ້ປະກອບການທີ່ເລີ່ມຕົ້ນ ດຳເນີນທຸລະກິດແບບບໍ່ເປັນທາງການ ສາມາດຫຼົບຫຼລີກການຈ່າຍພາສີອາກອນໃນລະດັບໃດໜຶ່ງ. ໃນບາງປະເທດທີ່ດ້ອຍພັດທະນາ, ການປະກອບທຸລະກິດແບບບໍ່ລົງທະບຽນ ຍັງຖືບໍ່ຖືວ່າເປັນສິ່ງຫ່ວງຫ້າມ ຂໍພຽງແຕ່ທຸລະກິດນັ້ນໆ ບໍ່ສ້າງຄວາມເດືອດຮ້ອນໃຫ້ແກ່ຄົນອື່ນ. ແນວໃດກໍ່ຕາມ ປະເພດທຸລະກິດ ຂະໜາດນ້ອຍເຫຼົົ່ານັ້ນ ບໍ່ໄດ້ສ້າງລາຍຮັບສູງຫຼາຍ ພຽງແຕ່ລ້ຽງຄອບຄົວ. ທຸລະກິດຂະໜາດນ້ອຍທີ່ກຳລັງຍົກມາໃຫ້ເບິ່ງໃນທີ່ນີ້ ຕ້ອງໄດ້ໃສ່ໃຈໃນການເສຍພາສີ. ມັນເປັນສິ່ງສຳຄັນທີ່ຈະເຮັດໃຫ້ສະຖານະພາບທາງການເງິນນອນໃນລະບຽບ ທັງສ້າງໂອກາດໃນການເຂົ້າຫາແຫຼ່ງທຶນ ແລະ ກົດໝາຍການສະໜັບສະໜູນຂອງທ່ານຄົບຖ້ວນສົມບູນ. ໃນຂະນະທີ່ໃບເກັບເງິນພາສີ ໄດ້ເອົາສ່ວນໜຶ່ງທີ່ສຳຄັນຂອງຜົນກຳໄລຂອງທ່ານ, ການລົງໂທດສຳລັບການບໍ່ຈ່າຍເງິນພາສີຈະເປັນຜົນເສຍໄລຍະຍາວ. ຫ້ອງການພາສີອາດຈະໃຊ້ເວລາໄລຍະໜຶ່ງ ເພື່ອຕິດຕາມທ່ານ...
ອ່ານເພີ່ມDetails






























