ສົ່ງອອກລາວຍຸກໃໝ່ ExLaos
  • ໜ້າຫຼັກ
    • Home – Layout 1
    • Home – Layout 2
    • Home – Layout 3
  • ຕະຫຼາດໂລກ
  • ສ້າງທຸລະກິດ
  • ທຸລະກິດ “ກິກ”
  • ເປັນຜູ້ນຳ
  • ສື່ອອນໄລ
  • ຮັກຊີວິດ
  • ສ້າງຍີ່ຫໍ້
  • ທັກສະສື່ສານ
ບໍ່ພົບ
ເບິ່ງຜົນຮັບທັງໝົດ
  • ໜ້າຫຼັກ
    • Home – Layout 1
    • Home – Layout 2
    • Home – Layout 3
  • ຕະຫຼາດໂລກ
  • ສ້າງທຸລະກິດ
  • ທຸລະກິດ “ກິກ”
  • ເປັນຜູ້ນຳ
  • ສື່ອອນໄລ
  • ຮັກຊີວິດ
  • ສ້າງຍີ່ຫໍ້
  • ທັກສະສື່ສານ
ບໍ່ພົບ
ເບິ່ງຜົນຮັບທັງໝົດ
ສົ່ງອອກລາວຍຸກໃໝ່ ExLaos
ບໍ່ພົບ
ເບິ່ງຜົນຮັບທັງໝົດ
ໜ້າຫຼັກ ທຸລະກິດ MSMEs

ເລືອກຈຸດຍຸດທະສາດສ້າງເງິນ

ການຕັດສິນໃຈເລືອກສະຖານທີ່ສຳລັບກໍ່ຕັ້ງທຸລະກິດເປັນສິ່ງທີ່ຕ້ອງໄດ້ພິຈາລະນ

ExLaos ໂດຍ ExLaos
August 4, 2023
ໃນ ທຸລະກິດ MSMEs, ສ້າງຍີ່ຫໍ້, ເປັນນັກທຸລະກິດ, ເປັນຜູ້ນຳ
0 0
0
ເລືອກຈຸດຍຸດທະສາດສ້າງເງິນ
0
ສົ່ງຕໍ່
21
ຈຳນວນຄົນເບິ່ງ
Share on FacebookShare on Twitter

ເວລາເຮົາຄິດສ້າງຮ້ານ, ຫ້ອງການເຮັດວຽກ, ຫຼື ເຮັດການຜະລິດ, ເຮົາບໍ່ຄວນໃສ່ໃຈແຕ່ເລື່ອງການອອກແບບ ແລະ ການຈັດສັນສະຖານທີ່ເທົ່ານີ້. ສະຖານທີ່ຕັ້ງເປັນບັນຫາທີ່ຕ້ອງໄດ້ຄົ້ນຄິດ. ສຳລັບທຸລະກິດ ຂະໜາດນ້ອຍທີ່ເຮັດ ທຸລະກິດ ອາດບໍ່ມີທາງເລືອກຫຼາຍ. ເຂົາອາດຕັດສິນໃຈເອົາ ທີ່ດິນອັນເປັນສັບສິນຂອງຄອບຄົວເປັນບ່ອນດຳເນີນງານ ເພື່ອຕັດຄ່າໃຊ້ຈ່າຍ ໃນການເຊົ່າສະຖານທີ່. ບາງຄັ້ງເຈົ້າຂອງກິດຈະການ ກໍ່ບໍ່ມີທາງເລືອກຫຼາຍໃຫ້ເຂົາຕັດສິນໃຈ.​

ໃນກໍລະນີຮ້ານອາຫານ ຫຼື ເຄື່ອງດື່ມ, ເຮົາມັກເຫັນບາງຮ້ານແມ່ນຫ່າງໃກຈາກຕົວເມືອງ, ບໍ່ຢູ່ເຂັດຊຸມຊົນ, ແລະ ບໍ່ຄ່ອຍເປັນຈຸດທີ່ຄົນມັກຜ່ານ ແຕ່ມັນໜ້າປະຫຼາດໃຈ ເມື່ອເຂົ້າໄປກິນຍາມໃດ ແມ່ນເຕັມທຸກເທື່ອ. ຂອງດີຂອງແຊບ ໃຜໆ ກະ ຊອກ ຫາ ສະນັ້ນ ເບິ່ງຄືວ່າສະຖານທີ່ບໍ່ຈຳເປັນ. ອີກດ້ານໜຶ່ງ, ເຖິງວ່າບັນດາຮ້ານທີ່ຍົກມາ ຕັ້ງໃນຈຸດທີ່ບໍ່ເຂົ້າຫາຄົນໄດ້ງ່າຍໆ, ແຕ່ຄົນກະຊອກໄປ. ສັງເກດອັນໜຶ່ງແລະແມ່ນ ຄວາມແຊບ. ບັນດາຮ້ານເຫຼົ່ານັ້ນ ແມ່ນມີຣົດຊາດທີ່ແປກ ຖືກໃຈ. ຕໍ່ມາແລະແມ່ນການຈັດສັນສະຖານທີ່ ທີ່ສະອາດ, ງາມຕາ, ມີສະຖານທີ່ຈອດລົດທີ່ເໜາະສົມ ແລະ ທີ່ສຳຄັນ, ພະນັກງານເຕັມໃຈຕ້ອນຮັບແຂກ ແລະ ໃຫ້ບໍລິການເຕັມທີ່. ຄັນຕົວຮ້ານດີປານນັ້ນ, ມັນອາດມີຄຳຖາມວ່າ: ຈະຂາຍດີຂື້ນກວ່ານີ້ບໍ່ ຖ້າຕັ້ງໃນເຂດຊຸມຊົນ?

ຖ້າຫາກມີຫົນທາງໃນການເລືອກສະຖານທີ່, ສິ່ທີ່ຕ້ອງໄດ້ພິດຈາລະນາແມ່ນ:

  1. ການເຂົ້າເຖິງງ່າຍ

ການເລືອກສະຖານທີ່ເລີ່ມຕົ້ນຈາກການຄິດກ່ຽວກັບສິ່ງທີ່ຈະເປັນສະຖານທີ່ທີ່ສະດວກທີ່ສຸດ ສຳລັບລູກຄ້າຂອງທ່ານ. ການຕັ້ງຄຳຖາມງ່າຍໆເຫຼົ່ານີ້ ຈະເຮັດໃຫ້ມີແນວຄິດກ່ຽວກັບການເລືອກສະຖານທີ່:

  • ທຸລະກິດຂອງທ່ານຕ້ອງການລູກຄ້າທີ່ເປັນຄົນຍ່າງຜ່ານໄປມາ ຫຼື ສາມາດເຂົ້າມາໄດ້ດ້ວຍຍານພາຫະນະ ຂອງຕົນເອງ?
  • ທ່ານຕ້ອງການບ່ອນຈອດລົດຫຼາຍປານໃດ ສຳລັບພະນັກງານແລະລູກຄ້າ?
  • ທ່ານຈະສ້າງຜະລິດຕະພັນ ແລະ ໃຫ້ການສະໜອງແນວໃດ?
  • ເຈົ້າຈະສົ່ງສິນຄ້າ ຫລື ບໍລິການໃຫ້ລູກຄ້າກັບທີ່, ເປັນຕົ້ນຮ້ານຊັກແຫ້ງ?

ຄຳຖາມດັ່ງກ່າວ, ບໍ່ອາດບໍ່ແມ່ນຄຳຖາມທີ່ດີສຸດ ໃນທຸກໆປະເພດທຸລະກິດ. ແຕ່ມັນສະແດງໃຫ້ເຫັນວ່າ ມັນເປັນສິ່ງສຳຄັນທີ່ຈະຊອກຫາສະຖານທີ່ຕັ້ງທຸລະກິດ ທີ່ຢູ່ໃກ້ກັບຖານລູກຄ້າຂອງທ່ານ, ໃກ້ກັບການຂົນສົ່ງສາທາລະນະ ຫຼື ເຂົ້າເຖິງໄດ້ງ່າຍຈາກຖະໜົນຫົນທາງໃຫຍ່.

  1. ການແຂ່ງຂັນ

ບໍ່ແມ່ນວ່າມີຮ້ານແຖບເຂດຊຸມຊົນແລ້ວຈະຂາຍດີ. ເຄີຍເຫັນບໍ່ບາງຮ້ານຄົນຕໍ່ແຖວລຽນຄີວຖ້າກິນ ແຕ່ຮ້ານຂ້າງໆ ໃຫ້ກິນລ້າຍັງບໍ່ມີໃຜເຂົ້າ. ໃນກໍລະນີຮ້ານອາຫານ ຫຼື ເຄື່ອງດື່ມ, ການແຂ່ງຂັນ ມັນເປັນການກົດດັນອັນໜຶ່ງ ກັບເພື່ອນ ທຸລະກິດຄົນອື່ນທີ່ຂາຍຂ້າງໆ. ຖ້າຫາກຮ້ານ ປີ້ງໄກ່ພື້ນເມື່ອງລາວ ຕ້ອງໄປຕັ້ງຮ້ານແຂ່ງກັບ KFC ທ່ານຄິດວ່າໃຜຈະ ໄດ້ລູກຄ້າຫຼາຍກວ່າກັນ.​ ຍັງບໍ່ເຄີຍເຫັນກໍລະນີນີ້ເທື່ອ. ຮ້ານໜຶ່ງຈະມີການຈັດການມາດຖານດຽວກັນສາກົນ, ສ່ວນອີກ ຮ້ານແມ່ນຮ້ານມາດຖານພື້ນບ້ານລາວ. ຖ້າຫາກສະຖານທີ່ ມັນເປັນເຂດທີ່ມີຕ່າງປະເທດຫຼາຍ, ມັນກະໜ້າຈະເປັນຕົວ ຊັກຊວນ ໃຫ້ເຂົາເຈົ້າເຂົ້າມາລອງ ແລະ ກະອາດຈະບໍ່ເປັນແນວນັ້ນ, ເພາະຫຼາຍຄົນແມ່ນຮູ້ ຣົດຊາດ KFC ຢູ່ແລ້ວ. ບໍ່ວ່າຈະແນວໃດກໍ່ຕາມ, ການຕັ້ງໃນສະຖານທີ່ຊຸມຊົນ, ມັກຈະມີຄູ່ແຂ່ງປະເພດດຽວກັນ. ແລະ ມັນບໍ່ເປັນການດີຫາກ ເຂົາເຈົ້າ ມີທຸລະກິດທີ່ອາດເປັນຜົນເສຍແກ່ພາບພົດຮ້ານ, ເປັນຕົ້ນ: ຮ້ານອາຫານ ໃກ້ກັບຮ້ານພົ່ນສີ່ແຕ່ງລົດ.

  1. ການເບິ່ງເຫັນ

ບາງປະເພດທຸລະກິດ, ຈຳເປັນຕົ້ງຕາມແຄມທາງ, ຕົວເມື່ອງທີ່ມີຄົນຍາງ ແທນການຕັ້ງໃນທີ່ຊອກຫຼີກ. ເປັນຕົ້ນຮ້ານ ຂາຍເຄື່ອງນຸ່ງຫົ່ມ, ເກີບ, ກະເປົາ. ເພາະມັນຈະເຮັດໃຫ້ຄົນຍາງໄປມາສົນໃຈຫຼາຍຂື້ນ. ແຕ່ສື່ສັງຄົມອອນລາຍ ກະກາຍເປັນຈຸດປ່ຽນ ໃນຍຸກຄ້າຂາຍປະຈຸບັນ. ມັນເບິ່ງເປັນເລື່ອງບໍ່ສະຫຼາດ ສຳລັບບາງຮ້ານຂາຍເຄື່ອງ ນຸ່ງຫົ່ມ ທີ່ບໍ່ນອນໃນຊຸມຊົນ ໃນຍຸກປະຈຸບັນ. ການໃຊ້ສື່ອອນໄລ ໂຄສະນາຂາຍ, ນັບແຕ່ການລົງຮູບພາບ, ລົມສົດ, ສ້າງເວັບໄຊ໊ ເປັນຫົນທາງເຮັດໃຫ້ຄົນເຫັນສິນຄ້າ ແລະ ບໍລິການບໍ່່ວ່າຮ້ານເຮົາຈະຢູ່ເຂດໃດກໍ່ຕາມ. ບາງຮ້ານ, ບໍ່ໄດ້ຈັດສັນແບບສວຍງາມອັນໃດ ແຕ່ມີການໂຄສະນາທາງອອນໄລ ໃຫ້ຄົນເຫັນປະຈຳ ແລະ ຄົນກະເກີດມີ ຄວາມຢາກໄດ້.

  1. ເຮືອນເປັນຮ້ານ

ສຳລັບເຈົ້າຂອງທຸລະກິດໃນລາວ ມັກມີຫຼາຍເຮັດແນວນີ້. ປະເພດຂອງຫ້ອງການເຫຼົ່ານີ້ຈິງເຮັດໃຫ້ມີຄວາມຍືດຫຍຸ່ນຫຼາຍຂື້ນໃນແງ່ຂອງອັດຕາການເຊົ່າ ແລະ ສຳລັບແມ່ບ້ານແມ່ນສາມາດເຮັດໜ້າທີ່ຫາເງິນ ແລະ ເຮັດວຽກບ້ານໄປນໍາ. ອີງຕາມສະຖິຕິທຸລະກິດຂະໜາດນ້ອຍ, ປະມານ 50% ຂອງທຸລະກິດທັງໝົດ ໃນຫຼາຍປະເທດ ແມ່ນເລືອກເອົາເຮືອນ ເປັນຈຸດດຳເນີນທຸລະກິດ. ມັນມີຂໍ້ດີຫຼາຍຢ່າງ, ເປັນຕົ້ນບໍ່ຕ້ອງເສຍເວລາເດີນທາງໄປເຮັດວຽກ. ມັນກໍ່ເປັນທາງ ເລືອກ ທີ່ດີໃນຊ່ວງເລີ່ມຕົ້ນເພື່ອທົດລອງ ແລະ ຕັດຄ່າໃຊ້ຈ່າຍທີ່ບໍ່ຈຳເປັນລົງ.​

ທ່ານມີຄຳແນະນຳໃດຕື່ມອີກບໍ່ໃນຫົວຂໍ້ນີ້ ຫຼື ມີປະສົບການທີ່ແຕກຕ່າງຈາກນີ້, ຊ່ວຍແບ່ງປັນປະສົບການນັ້ນໃນທີ່ນີ້ດ້ວຍ ເພື່ອເປັນການໃຫ້ຄົນອື່ນໄດ້ຮຽນຮູ້ນຳກັນ.

ກຸ່ມ: ສ້າງຍີ່ຫໍ້ສ້າງທຸລະກິດຫຼັກສູດຮີດທຸລະກິດ
ExLaos

ExLaos

ກ່ຽວພັນກັບຫົວຂໍ້

ລູກຄ້າຫຼາຍໃຈ
ທຸລະກິດ MSMEs

ລູກຄ້າຫຼາຍໃຈ

August 30, 2023
ການບໍລິການລູກຄ້າມັດໃຈ
ການຕະຫຼາດອອນໄລ

ການບໍລິການລູກຄ້າມັດໃຈ

April 12, 2024
ຖ້າປ່ຽນແປງແລ້ວດີ ແລ້ວເປັນຫຍັງບໍ່ປ່ຽນ?
ການຕະຫຼາດອອນໄລ

ຖ້າປ່ຽນແປງແລ້ວດີ ແລ້ວເປັນຫຍັງບໍ່ປ່ຽນ?

July 30, 2023

ສົ່ງອອກລາວຍຸກໃໝ່ ExLaos

ພວກເຮົາຫວັງນຳໃຊ້ສື່ນີ້ ໃນການຊັດຊວນຄົນລາວມາອອກແຮງການຜະລິດ ແລະ ໃຫ້ບໍລິການ. ທ່ານຈະໄດ້ຄົ້ນພົບຫຼາກຫຼາຍແນວຄິດການດຳເນີນທຸລະກິດແບບທັນຍຸກ. ການສົ່ງອອກຖືເປັນເປົ້າໝາຍຫຼັກອັນໜຶ່ງຂອງເວັບນີ້. ສຶກສາເພີ່ມເຕີມກົດເບິ່ງທີ່ນີ້ 

ຫົວຂໍ້ລ້າສຸດ

  • ລູກຄ້າຫຼາຍໃຈ August 29, 2023
  • ການບໍລິການລູກຄ້າມັດໃຈ August 7, 2023
  • About ExLaos (Eng) August 6, 2023

ກຸ່ມຫົວຂໍ້

  • English
  • ການຕະຫຼາດອອນໄລ
  • ຕະຫຼາດໂລກ
  • ທັກສະສື່ສານ
  • ທຸລະກິດ "ກິກ"
  • ທຸລະກິດ MSMEs
  • ສື່ອອນໄລ
  • ສ້າງຍີ່ຫໍ້
  • ສ້າງທຸລະກິດ
  • ເປັນນັກທຸລະກິດ
  • ເປັນຜູ້ນຳ

[mc4wp_form]

© 2023 ExportingLaos.com - City Export Promotion in Laos. All rights belong to their respective owners.
ExportingLaos.com is a top export promoter in News, Blog, Newspaper & Magazine in Laos Export.

ຍິນດີຕ້ອນຮັບເຂົ້າສູ່ລະບົບ!

ເຂົ້າສູ່ບັນຊີຂອງທ່ານ

Forgotten Password?

Retrieve your password

Please enter your username or email address to reset your password.

Log In

Add New Playlist

ບໍ່ພົບ
ເບິ່ງຜົນຮັບທັງໝົດ
  • Home
  • ສ້າງທຸລະກິດ
  • ເປັນນັກທຸລະກິດ
  • ທຸລະກິດ “ກິກ”
  • ສື່ອອນໄລ
  • ເປັນຜູ້ນຳ
  • ທັກສະສື່ສານ
  • ສ້າງຍີ່ຫໍ້
  • ທຸລະກິດ MSMEs
  • ການຕະຫຼາດອອນໄລ

© 2025 JNews - Premium WordPress news & magazine theme by Jegtheme.

ທ່ານແນ່ໃຈບໍ່ວ່າຢາກເບິ່ງຫົວຂໍ້ນີ້?
ປົດລ໋ອກທາງຊ້າຍມື : 0
ທ່ານຈະຢຸດເຊົາລະບົບການໃຊ້ງານແທ້ບໍ່?
Go to mobile version