ສົ່ງອອກລາວຍຸກໃໝ່ ExLaos
  • ໜ້າຫຼັກ
    • Home – Layout 1
    • Home – Layout 2
    • Home – Layout 3
  • ຕະຫຼາດໂລກ
  • ສ້າງທຸລະກິດ
  • ທຸລະກິດ “ກິກ”
  • ເປັນຜູ້ນຳ
  • ສື່ອອນໄລ
  • ຮັກຊີວິດ
  • ສ້າງຍີ່ຫໍ້
  • ທັກສະສື່ສານ
ບໍ່ພົບ
ເບິ່ງຜົນຮັບທັງໝົດ
  • ໜ້າຫຼັກ
    • Home – Layout 1
    • Home – Layout 2
    • Home – Layout 3
  • ຕະຫຼາດໂລກ
  • ສ້າງທຸລະກິດ
  • ທຸລະກິດ “ກິກ”
  • ເປັນຜູ້ນຳ
  • ສື່ອອນໄລ
  • ຮັກຊີວິດ
  • ສ້າງຍີ່ຫໍ້
  • ທັກສະສື່ສານ
ບໍ່ພົບ
ເບິ່ງຜົນຮັບທັງໝົດ
ສົ່ງອອກລາວຍຸກໃໝ່ ExLaos
ບໍ່ພົບ
ເບິ່ງຜົນຮັບທັງໝົດ
ໜ້າຫຼັກ ທັກສະສື່ສານ

ສັນຍານແຈ້ງທຸລະກິດກຳລັງພົບບັນຫາ

ເຮັດແນວໃດຈິ່ງຈະຮູ້ວ່າທຸລະກິດຂອງພວກເຮົາກຳລັງມີບັນຫາ?

ExLaos ໂດຍ ExLaos
July 31, 2023
ໃນ ທັກສະສື່ສານ, ສ້າງຍີ່ຫໍ້, ເປັນຜູ້ນຳ
0 0
0
ສັນຍານແຈ້ງທຸລະກິດກຳລັງພົບບັນຫາ
0
ສົ່ງຕໍ່
3
ຈຳນວນຄົນເບິ່ງ
Share on FacebookShare on Twitter

ບໍ່ໃຜລ່ວງຮູ້ອານາຄົດ. ຖ້າມີຄົນຮູ້ແນວນັ້ນ, ພວກເຮົາກະອາດສ້າງມາດຕະການການປ້ອງກັນ. ສຳລັບທຸລະກິດ, ທັກສະ ທີ່ຍົກຂື້ນຜ່ານສື່ນີ້ ກະແມ່ນເປັນແນວຄິດໃຫ້ໄດ້ພິຈາລະນາ. ເພື່ອສ້າງຮັ່ງຄູນມີແກ່ທຸລະກິດ. ແຕ່ວ່າມັນກໍ່ສາມາດນຳໃຊ້ ສັນ ຍານບາງຢ່າງເປັນການກ່າວເຕືອນເພື່ອຈະໄດ້ຮູ້ຕົວ ແລະ ກຽມຕົວຮັບມື. ມັນຄ້າຍໆກັບທະນາຄານກຳລັງສົ່ງຈົດ ໝາຍມາຫາທ່ານ, ແຕ່ພະນັກງານເລຂາພັດເປີດອ່ານກ່ອນ. ເຫດການແບບນີ້, ເຖິງວ່າທ່ານຍັງບໍ່ໄດ້ອ່ານຈົດໝາຍ, ບໍ່ທັນຮູ້ຂໍ້ມູນ ແຕ່ກະບໍ່ໄດ້ໝາຍວ່າ ມັນບໍ່ມີຄວາມຈິງ.

ມີບາງສິ່ງບາງຢ່າງທີ່ທ່ານບໍ່ສາມາດລະເລີຍກັບສັນຍານເຕືອນວ່າທຸລະກິດອາດພົບບັນຫາ ແລະ ມັນກຳລັງສື່ສານກັບ ທ່ານວ່າ: ທຸລະກິດຂອງທ່ານອາດຈະບໍ່ດີ. ຂ້າພະເຈົ້າຈະຍົກບາງປະເດັນມາເຕືອນ ວ່າທ່ານກຳລັງຢູ່ໃນສະຖາະການ ແບບນີ້ບໍ່? ເຊິ່ງມັນໝາຍວ່າ ທ່ານຄວນຄວບຄຸມສະຖານະການໃນປັດຈຸບັນ ກ່ອນທີ່ມັນຈະແກ້ບໍ່ໄດ້.

ເຈົ້າເປັນໜີ້ ຫລື ມີໜີ້ໃຊ້ບໍ່ໄດ້ ຫຼາຍຂື້ນ

ຖ້າທຸລະກິດຂອງທ່ານມີໜີ້ ທີ່ທ່ານບໍ່ສາມາດຈ່າຍໄດ້, ທ່ານອາດຈະຕ້ອງໄດ້ທົບທວນບັນຫານີ້ໂດຍໄວ. ເພື່ອຈ່າຍດອກ ເບ້ຍແກ່ທະນາຄານ. ການມີໜີ້ເພີ່ມໝາຍວ່າທຸລະກິດບໍ່ສາມາດສ້າງຜົນກຳໄລຈາກການລົງທຶນ ຈິ່ງເຮັດໃຫ້ທ່ານຈຳເປັນຕ້ອງໄດ້ຢືມ ນຳທະນາຄານ, ຄົນຮູ້ຈັກ, ຫຼື ສະຖາບັນການເງິນ ໃນອັດຕາດອກເບ້ຍທີ່ສູງ. ການຫາເງິນມາຄືນທັນຕາມເວລາ ເປັນສິ່ງທ້າທາຍຫຼາຍ. ຄັນສົ່ງບໍ່ທັນກະເສຍຄວາມໜ້າເຊື່ອຖື.

ຫຼື ທ່ານອາດຕົກໃນກໍລະນີ ທີ່ລູກຄ້າບໍ່ສາມາດຈ່າຍ. ຕິດໜີ້ດົນເກີນກວ່າເວລາທີ່ຕົກລົງກັນໄວ້. ການທີ່ລູກໜີ້ບໍ່ສົ່ງໜີ້ ຕາມນັດໝາຍ ທ່ານອາດເກີດມີສະພາບ ຄ່ອງຕົວທາງການເງິນ. ເພາະເງີນທີ່ຄວນໄດ້ ພັດບໍ່ໄດ້ຈາກລູກໜີ້. ໃນຫຼາຍໆກໍລະນີ, ລູກໜີ້ບໍ່ສົນໃຈທີ່ຈະຈ່າຍຊໍ້າ. ເຖິງຈະມີສັນຍາເປັນທາງການກໍ່ຕາມ. ມັນອາດແມ່ນສິ່ງທີ່ທ່ານຕ້ອງໄດ້ ດຳເນີນທາງດ້ານກົດໝາຍ.

ບໍ່ມີສະຖິຕິ

ຖ້າທ່ານມີແຜນທຸລະກິດທີ່ແນ່ນອນ, ການວາງແຜນ ແລະ ການຈັດຕັ້ງແມ່ນມີຄວາມຈຳເປັນໃນການດຳເນີນທຸລະກິດ, ດັ່ງນັ້ນທ່ານຈຳເປັນຕ້ອງມີແຜນທຸລະກິດຢູ່ໃນສະຖານທີ່ ແລະ ອ້າງອີງນີ້ເລື້ອຍໆໃນການບໍລິຫານ. ສິ່ງສຳຄັນໃນ ແຜນທຸລະກິດ ແມ່ນທ່ານຕ້ອງມີ ວິທີໃນການເກັບກຳ ຕົວເລກສຳຄັນໆ ເຊັ່ນ: ກຳໄລລວມຍອດ, ຍອດເຫຼືອຂອງທະນາຄານ, ການຊື້, ຈໍານວນລູກຄ້າ, ວົງຈອນການຂາຍ ແລະ ສິ່ງອື່ນໆທີ່ນຳໃຊ້ ໃນການຕັດສິນໃຈ. ຂໍ້ມູນເຫຼົ່ນີ້ ຈະຊ່ວຍໃຫ້ທ່ານປະເມີນ ສະພາບການດຳເນີນງານທຸລະກິດ ໄດ້ທັນການ.

ຍັງມີຫຼາຍສັນຍານທີ່ບໍ່ທັນໄດ້ຍົກຂື້ນໃນຫົວຂໍ້ນີ້, ເປັນຕົ້ນການຂະຫຍາຍຕົວຂອງຄູ່ແຂ່ງ. ແຕ່ວ່າ ສິ່ງສຳຄັນໃນການ ເຮັດທຸລະກິດທີ່ນອກເໜືອຈາກຄູ່ແຂ່ງພາຍນອກ ແມ່ນການບໍລິຫານຈັດການພາຍໃນ. ເພາະມັນເປັນສິ່ງທີ່ເຮົາສາມາດ ສ້າງມາດຕະການຄວບຄຸມໄດ້.

ທ່ານມີຄຳແນະນຳໃດຕື່ມອີກບໍ່ໃນຫົວຂໍ້ນີ້ ຫຼື ມີປະສົບການທີ່ແຕກຕ່າງຈາກນີ້, ຊ່ວຍແບ່ງປັນປະສົບການນັ້ນໃນທີ່ນີ້ດ້ວຍ ເພື່ອເປັນການໃຫ້ຄົນອື່ນໄດ້ຮຽນຮູ້ນຳກັນ.

ກຸ່ມ: ການຕະຫຼາດສື່ອອນໄລສ້າງທຸລະກິດຫຼັກສູດ
ExLaos

ExLaos

ກ່ຽວພັນກັບຫົວຂໍ້

ການບໍລິການລູກຄ້າມັດໃຈ
ການຕະຫຼາດອອນໄລ

ການບໍລິການລູກຄ້າມັດໃຈ

April 12, 2024
ຍິ່ງມານພະຈົນ ບາລະມີຍິ່ງສູງສົ່ງ
ທັກສະສື່ສານ

ຍິ່ງມານພະຈົນ ບາລະມີຍິ່ງສູງສົ່ງ

July 30, 2023
ເລີ່ມແຕ່ນ້ອຍໄປຫາໃຫຍ່
ຕະຫຼາດໂລກ

ເລີ່ມແຕ່ນ້ອຍໄປຫາໃຫຍ່

July 30, 2023

ສົ່ງອອກລາວຍຸກໃໝ່ ExLaos

ພວກເຮົາຫວັງນຳໃຊ້ສື່ນີ້ ໃນການຊັດຊວນຄົນລາວມາອອກແຮງການຜະລິດ ແລະ ໃຫ້ບໍລິການ. ທ່ານຈະໄດ້ຄົ້ນພົບຫຼາກຫຼາຍແນວຄິດການດຳເນີນທຸລະກິດແບບທັນຍຸກ. ການສົ່ງອອກຖືເປັນເປົ້າໝາຍຫຼັກອັນໜຶ່ງຂອງເວັບນີ້. ສຶກສາເພີ່ມເຕີມກົດເບິ່ງທີ່ນີ້ 

ຫົວຂໍ້ລ້າສຸດ

  • ລູກຄ້າຫຼາຍໃຈ August 29, 2023
  • ການບໍລິການລູກຄ້າມັດໃຈ August 7, 2023
  • About ExLaos (Eng) August 6, 2023

ກຸ່ມຫົວຂໍ້

  • English
  • ການຕະຫຼາດອອນໄລ
  • ຕະຫຼາດໂລກ
  • ທັກສະສື່ສານ
  • ທຸລະກິດ "ກິກ"
  • ທຸລະກິດ MSMEs
  • ສື່ອອນໄລ
  • ສ້າງຍີ່ຫໍ້
  • ສ້າງທຸລະກິດ
  • ເປັນນັກທຸລະກິດ
  • ເປັນຜູ້ນຳ

[mc4wp_form]

© 2023 ExportingLaos.com - City Export Promotion in Laos. All rights belong to their respective owners.
ExportingLaos.com is a top export promoter in News, Blog, Newspaper & Magazine in Laos Export.

ຍິນດີຕ້ອນຮັບເຂົ້າສູ່ລະບົບ!

ເຂົ້າສູ່ບັນຊີຂອງທ່ານ

Forgotten Password?

Retrieve your password

Please enter your username or email address to reset your password.

Log In

Add New Playlist

ບໍ່ພົບ
ເບິ່ງຜົນຮັບທັງໝົດ
  • Home
  • ສ້າງທຸລະກິດ
  • ເປັນນັກທຸລະກິດ
  • ທຸລະກິດ “ກິກ”
  • ສື່ອອນໄລ
  • ເປັນຜູ້ນຳ
  • ທັກສະສື່ສານ
  • ສ້າງຍີ່ຫໍ້
  • ທຸລະກິດ MSMEs
  • ການຕະຫຼາດອອນໄລ

© 2025 JNews - Premium WordPress news & magazine theme by Jegtheme.

ທ່ານແນ່ໃຈບໍ່ວ່າຢາກເບິ່ງຫົວຂໍ້ນີ້?
ປົດລ໋ອກທາງຊ້າຍມື : 0
ທ່ານຈະຢຸດເຊົາລະບົບການໃຊ້ງານແທ້ບໍ່?
Go to mobile version