ສົ່ງອອກລາວຍຸກໃໝ່ ExLaos
  • ໜ້າຫຼັກ
    • Home – Layout 1
    • Home – Layout 2
    • Home – Layout 3
  • ຕະຫຼາດໂລກ
  • ສ້າງທຸລະກິດ
  • ທຸລະກິດ “ກິກ”
  • ເປັນຜູ້ນຳ
  • ສື່ອອນໄລ
  • ຮັກຊີວິດ
  • ສ້າງຍີ່ຫໍ້
  • ທັກສະສື່ສານ
ບໍ່ພົບ
ເບິ່ງຜົນຮັບທັງໝົດ
  • ໜ້າຫຼັກ
    • Home – Layout 1
    • Home – Layout 2
    • Home – Layout 3
  • ຕະຫຼາດໂລກ
  • ສ້າງທຸລະກິດ
  • ທຸລະກິດ “ກິກ”
  • ເປັນຜູ້ນຳ
  • ສື່ອອນໄລ
  • ຮັກຊີວິດ
  • ສ້າງຍີ່ຫໍ້
  • ທັກສະສື່ສານ
ບໍ່ພົບ
ເບິ່ງຜົນຮັບທັງໝົດ
ສົ່ງອອກລາວຍຸກໃໝ່ ExLaos
ບໍ່ພົບ
ເບິ່ງຜົນຮັບທັງໝົດ
ໜ້າຫຼັກ ຕະຫຼາດໂລກ

ແສງໄຟກ່ອນສີ້ນຊາກ

ໃນະຂະທີ່ຄິດວ່າເປັນຈຸດຈົບ ກັບມີຄວາມຫວັງ...ຈຸດເລີ່ມຕົ້ນທຸລະກິດຂະໜາດນ້ອຍ ບໍ່ແມ່ນເລື່ອງແປ

ExLaos ໂດຍ ExLaos
July 30, 2023
ໃນ ຕະຫຼາດໂລກ, ທຸລະກິດ "ກິກ", ທຸລະກິດ MSMEs, ເປັນນັກທຸລະກິດ
0 0
0
ແສງໄຟກ່ອນສີ້ນຊາກ

Tourist with flashlight near yellow tent lighted from the inside against the backdrop of incredible starry sky. Amazing night landscape. Tourists camp in snowy field. Travel concept

0
ສົ່ງຕໍ່
12
ຈຳນວນຄົນເບິ່ງ
Share on FacebookShare on Twitter

ທຸລະກິດທີ່ສ້າງຂື້ນມາກັບມື, ມັນຕ້ອງແລກດ້ວຍການທຸ້ມເທໃນການສ້າງທັງເຫື່ອແລະນໍ້າຕາ. ມັນເປັນຣົດຊາດຂອງ ທຸລະກິດທີ່ສະຫງວນໄວ້ແກ່ຄົນທີ່ພ້ອມຈະຜ່ານຜ່າ. ບໍ່ແມ່ນພວກມັກສະບາຍເອົາປຽບລູກຄ້າ. ຖ້າຄິດເຮັດທຸລະກິດຫວັງສະບາຍໃນຂ້າງໜ້າ, ວັນນີ້ທ່ານຕ້ອງບຸກບືນ.

ນັກທຸລະກິດຈະມີໄຟໃນຕົວສະໜີ. ໄຟທີ່ພ້ອມຈະເຜົາຜານໄປກັບການເຮັດທຸລະກິດໃນວັນໆ. ມັນຄ້າຍຄືກັບການລວມກັນຂອງຄວາມຢາກ ກາຍເປັນຄວາມເຂັ້ມຂົ້ນຂອງຊີວິດ. ເບິ່ງຜູ້ປະກອບການທີ່ປະສົບຜົນສຳເລັດທີ່ທ່ານຮູ້ຈະມີປະສົບການນັ້ນ. ຂ້າພະເຈົ້າແນ່ວ່າພວກເຂົາມີໄຟ. ມັນອາດຈະບໍ່ແມ່ນການຮ້ອງໄຫ້ຕໍ່ໜ້າສັງຄົມໃຫ້ເຫັນໃຈ, ແຕ່ວ່າມັນມີໄຟທີ່ຢູ່ທີ່ນັ້ນ ພ້ອມນຳໃຊ້ໃນເວລາເກີດວິກິດ.

ຄວາມສຳເລັດບໍ່ແມ່ນແຕ່ຈະເບິ່ງທີ່ກຳໄລການເງິນ, ເຮົາຕ້ອງສຳສົມກຳໄລຊີວິດຈາກການເຮັດທຸລະກິດ

ທ່ານຍັງມີໄຟບໍ່? ເຖິງແມ່ນວ່າທ່ານຮູ້ສຶກມີ, ມັນຈະເຮັດໃຫ້ທ່ານລຸກຂຶ້ນນຳໃຊ້ພະລັງານ ແລະ ສົ່ງແຮງໃຈເຂົ້າໃນທຸລະກິດຂອງທ່ານສະເໜີ. ຖ້າບໍ່ມີໄຟ, ມັນເກືອບຈະເປັນໄປບໍ່ໄດ້ທີ່ຈະສາມາດບັນລຸເປົ້າໝາຍ ທີ່ມີຄວາມທະເຍີທະຍານ, ພາຍູ້ຕົວທ່ານເອງທີ່ເກີນຂີດຈຳກັດຂອງທ່ານທີ່ທ່ານຄິດວ່າບໍ່ເຄີຍມີ, ແລະໃຫ້ຄຳຕອບວ່າ: “ບໍ່ເປັນຄືຫຼາຍຄົນເວົ້າ” ເມື່ອທຸກຄົນເວົ້າວ່າ “ແມ່ນ”

ການສາງ “ໄຟ” ໃນຕົວແມ່ນມາຈາກການເບິ່ງ, ການຮຽນຮູ້, ການປະກອບສ່ວນ ແລະ ການແບ່ງປັນຄວາມສຳເລັດກັບຄົນອື່ນ. ບໍ່ມີຫຍັງທີ່ຄ້າຍຄືກັບປະສົບການການຮ່ວມມືທີ່ປະສົບຜົນສຳເລັດ, ໂດຍສະເພາະໃນເວລາທີ່ທ່ານມີອຳນາດໃນການປ່ຽນແປງວິທີທີ່ຄົນເຮົາເຮັດ ແລະ ຄິດໃນສິ່ງຕ່າງໆໃນທາງບວກ.

ຄົນບາງຄົນອາດບໍ່ຮູ້ວ່າໄຟຂອງພວກເຂົາມາຈາກໃສ? ມີຫຼາຍປານໃດ? ໄດ້ຈາກໃຜແດ່? ແຕ່ຮູ້ດີວ່າ: ໄຟມັນໄດ້ເຮັດໃຫ້ນັກທຸລະກິດຜ່ານວັນຄືນອັນເຈັບປວດທີ່ຍາວນານ ແລະ ສິ່ງທ້າທາຍທີ່ຫຍຸ້ງຍາກນານັບບໍ່ໄດ້; ມັນບັງຄັບໃຫ້ປ່ອຍຄວາມປາຖະໜາ ເພື່ອສ້າງຄວາມສົມບູນແບບ ແລະ ພຽງແຕ່ປ່ອຍໃຫ້ສິ່ງຕ່າງໆຫາຍໄປກັບລົມຫາຍໃຈ; ມັນຈະເຮັດໃຫ້ມີການສ້າງສັນ ກາຍເປັນຊັບພະຍາກອນທີ່ເປັນປະໂຫຍດ ຕໍ່ເຈົ້າຂອງທຸລະກິດຂະໜາດນ້ອຍ.

ສະນັ້ນ…ສິ່ງທີ່ເຮັດໃຫ້ທ່ານເກີດມີໄຟໃນຕົວຂື້ນມາແມ່ນຫຍັງ?

ສິ່ງໜຶ່ງ ທີ່ເຮັດໃຫ້ທ່ານຕື່ນໃນຕອນກາງຄືນ, ແລ້ວຄິດເຖິງການເຄື່ອນໄຫວຕໍ່ໄປຂອງທ່ານ ແມ່ນວິທີທີ່ທ່ານຈະປ່ຽນແນວຄວາມຄິດຂອງທ່ານໃຫ້ເປັນການກະທຳ ອັນຈະສ້າງຜົນປະໂຫຍດແກ່ທຸລະກິດ ໃນພາຍພາກໜ້າ.

ຄົນບໍ່ຮູ້ປັນຫາ ແລະ ຄົນບໍ່ຮູ້ທາງແກ້. ຮ້າຍແຮງກວ່ານັ້ນ, ຄົນບໍ່ຮັບຮູ້ປັນຫາ ແມ່ນຄົນບໍ່ຮັບການປ່ຽນແປງໃໝ່

ເຫັນປັນຫາບໍ່? 

ຄົນເຮົາມັກຢ້ານປັນຫາ. ຖ້າທ່ານຢາກພັດທະນາ ແມ່ນໃຫ້ຮັບຮູ້ປັນຫາ ແລະ ຊອກທາງແກ້. ປັນຫາເຮັດໃຫ້ຄົນຮູ້ສຶກ ບໍ່ປອດໄພ, ລັງເລ ແລະ ສົງໃສ. ຫາກປ່ອຍຊີວິດເປັນໄປຕາມປັນຫາ, ທ່ານກໍ່ຈະບໍ່ຮູ້ຈັກວິທີແກ້ໄຂ.

ບັນຫາຈະມີສະເໜີ ເຖິງວ່າທ່ານຈະບໍ່ເຮັດທຸລະກິດ. ເຊັ່ນ: ການດຳເນີນຊີວິດປະຈຳວັນ, ບັນຫາສະພາບແວດລ້ອມ, ປັນຫາຄວາມຮັກ ແລະ ອື່ນໆ.  ເວລາທ່ານພົບປັນຫາ ທ່ານຖາມຄຳຖາມເຫຼົ່ານີ້ຫຼືບໍ່?

  1. ທ່ານອາດຈະຮຽນຮູ້ບາງສິ່ງບາງຢ່າງໃນການແກ້ໄຂ?
  2. ທ່ານອາດຈະຖືກບັງຄັບໃຫ້ຄິດໃນທາງໃໝ່?
  3. ທ່ານອາດຈະຊອກຫາໂອກາດຮ່ວມມືໃໝ່?
  4. ທ່ານອາດພິຈາລະນາຮູບແບບການເຮັດວຽກໃໝ່?
  5. ທ່ານອາດຈະໄດ້ຮັບການດົນບັນດານໃຈໃຫ້ເຮັດດີກວ່າເກົ່າ?
  6. ທ່ານອາດຈະໄດ້ເຮັດສິ່ງໃໝ່ໆທີ່ຍັງບໍ່ເຄີຍເຮັດ ທີ່ເປັນຂໍ້ຈຳກັດຂອງທ່ານ?
  7. ໃນທີ່ສຸດທ່ານພ້ອມຈະເຂົ້າໄປໃນຂົງເຂດໃໝ່ ທີ່ບໍ່ໄດ້ວາງແຜນມາກ່ອນຫຼືບໍ່?
  8. ທ່ານອາດຈະພໍໃຈກັບສິ່ງທີ່ເປັນ ຫຼື ຊອກຫົນທາງໃໝ່?
  9. ທ່ານອາດກວດກາຄວາມເປັນຈິງແລ້ວສົມທຽບກັບສິ່ງທີ່ວາງແຜນ ວ່າມັນຈະບັນລຸເປົ້າຫຼືບໍ່?
  10. ທ່ານອາດຈະພົບກັບຄວາມເຂັ້ມແຂງທີ່ທ່ານບໍ່ເຄີຍຮູ້ວ່າທ່ານເຄີຍມີ?
  11. ທ່ານອາດຈະຕ້ອງຍອມຮັບວ່າ ສິ່ງທີ່ເຮັດມາ ອາດຍັງບໍ່ດີພໍ ເພື່ອເຮັດສິ່ງໃໝ່?
  12. ທ່ານອາດຈະມີໂອກາດໄດ້ຮັບຄຳແນະນຳທີ່ດີໄດ້ຈາກໃສ?
  13. ທ່ານອາດຈະເຫັນວ່າ ປັນຫາສ້າງໂອກາດ ແລະ ນຳໂຊກດີຫຼາຍປານໃດມາໃຫ້ທ່ານ?

ຂ້າພະເຈົ້າບໍ່ແນະນຳໃຫ້ເຮັດທຸລະກິດ ທີ່ສ້າງປັນຫາໃນສັງຄົມ. ອັນນັ້ນເປັນຄົນລະເລື່ອງດຽວກັນ. ປັນຫາໃນນີ້ໝາຍວ່າເກີດຂື້ນໃນຊ່ວງການດຳເນີນທຸລະກິດ ແລະ ທ່ານຕ້ອງພ້ອມທີ່ຈະແກ້ໄຂ ເພື່ອໃຫ້ໄດ້ຮັບຜົນປະໂຫຍດບາງຢ່າງ, ມີເຫດຜົນທີ່ຈະແກ້ໄຂບາງຢ່າງ, ທ່ານເລືອກໜີ ຫຼື ທ່ານປະເຊີນ​​ໜ້າກັບມັນ? ທ່ານບໍ່ຄວນເບິ່ງບັນຫາໃນທາງບວກ, ແທນການເບິ່ງຕົວຈິງ. ແລ້ວນຳໃຊ້ວິທີແນວຄິດແກ້ໄຂ ປ່ຽນສະຖານະການໃຫ້ດີຂື້ນ.

 

ທ່ານມີຄຳແນະນຳໃດຕື່ມອີກບໍ່ໃນຫົວຂໍ້ນີ້ ຫຼື ມີປະສົບການທີ່ແຕກຕ່າງຈາກນີ້, ຊ່ວຍແບ່ງປັນປະສົບການນັ້ນໃນທີ່ນີ້ດ້ວຍ ເພື່ອເປັນການໃຫ້ຄົນອື່ນໄດ້ຮຽນຮູ້ນຳກັນ.

ກຸ່ມ: ສື່ອອນໄລຫຼັກສູດຮີດທຸລະກິດເຕັກນິກ
ExLaos

ExLaos

ກ່ຽວພັນກັບຫົວຂໍ້

ລູກຄ້າຫຼາຍໃຈ
ທຸລະກິດ MSMEs

ລູກຄ້າຫຼາຍໃຈ

August 30, 2023
ການບໍລິການລູກຄ້າມັດໃຈ
ການຕະຫຼາດອອນໄລ

ການບໍລິການລູກຄ້າມັດໃຈ

April 12, 2024
ຖ້າປ່ຽນແປງແລ້ວດີ ແລ້ວເປັນຫຍັງບໍ່ປ່ຽນ?
ການຕະຫຼາດອອນໄລ

ຖ້າປ່ຽນແປງແລ້ວດີ ແລ້ວເປັນຫຍັງບໍ່ປ່ຽນ?

July 30, 2023

ສົ່ງອອກລາວຍຸກໃໝ່ ExLaos

ພວກເຮົາຫວັງນຳໃຊ້ສື່ນີ້ ໃນການຊັດຊວນຄົນລາວມາອອກແຮງການຜະລິດ ແລະ ໃຫ້ບໍລິການ. ທ່ານຈະໄດ້ຄົ້ນພົບຫຼາກຫຼາຍແນວຄິດການດຳເນີນທຸລະກິດແບບທັນຍຸກ. ການສົ່ງອອກຖືເປັນເປົ້າໝາຍຫຼັກອັນໜຶ່ງຂອງເວັບນີ້. ສຶກສາເພີ່ມເຕີມກົດເບິ່ງທີ່ນີ້ 

ຫົວຂໍ້ລ້າສຸດ

  • ລູກຄ້າຫຼາຍໃຈ August 29, 2023
  • ການບໍລິການລູກຄ້າມັດໃຈ August 7, 2023
  • About ExLaos (Eng) August 6, 2023

ກຸ່ມຫົວຂໍ້

  • English
  • ການຕະຫຼາດອອນໄລ
  • ຕະຫຼາດໂລກ
  • ທັກສະສື່ສານ
  • ທຸລະກິດ "ກິກ"
  • ທຸລະກິດ MSMEs
  • ສື່ອອນໄລ
  • ສ້າງຍີ່ຫໍ້
  • ສ້າງທຸລະກິດ
  • ເປັນນັກທຸລະກິດ
  • ເປັນຜູ້ນຳ

[mc4wp_form]

© 2023 ExportingLaos.com - City Export Promotion in Laos. All rights belong to their respective owners.
ExportingLaos.com is a top export promoter in News, Blog, Newspaper & Magazine in Laos Export.

ຍິນດີຕ້ອນຮັບເຂົ້າສູ່ລະບົບ!

ເຂົ້າສູ່ບັນຊີຂອງທ່ານ

Forgotten Password?

Retrieve your password

Please enter your username or email address to reset your password.

Log In

Add New Playlist

ບໍ່ພົບ
ເບິ່ງຜົນຮັບທັງໝົດ
  • Home
  • ສ້າງທຸລະກິດ
  • ເປັນນັກທຸລະກິດ
  • ທຸລະກິດ “ກິກ”
  • ສື່ອອນໄລ
  • ເປັນຜູ້ນຳ
  • ທັກສະສື່ສານ
  • ສ້າງຍີ່ຫໍ້
  • ທຸລະກິດ MSMEs
  • ການຕະຫຼາດອອນໄລ

© 2025 JNews - Premium WordPress news & magazine theme by Jegtheme.

ທ່ານແນ່ໃຈບໍ່ວ່າຢາກເບິ່ງຫົວຂໍ້ນີ້?
ປົດລ໋ອກທາງຊ້າຍມື : 0
ທ່ານຈະຢຸດເຊົາລະບົບການໃຊ້ງານແທ້ບໍ່?
Go to mobile version